ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-25 15:12:00    
ລະດູ​ຮ້ອນ​ດື່ມ​ນ້ຳ​ຕ້ອງ​ລະ​ວັງ​ອາ​ການ​ເບື່ອ​​ນ້ຳ

cri


ລະ​ດູ​ຮ້ອນ​ອຸນຫະພູມ​ສູງ, ຮ່າງກາຍ​ຄົນ​ເຮົາ​ມີ​ເຫື່ອ​ຍ່ອຍ​ອອກ​ຫຼາຍ​ກວ່າ​ລະດູ​ອື່ນ​ຫຼາຍ​ສິບ​ເທົ່າ​ຈົນ​ຮອດ​ຮ້ອຍ​ເທົ່າ​ເພື່ອ​ລະບາຍ​ຄວາມ​ຮ້ອນ, ນ້ຳ​ເຫື່ອ​ນອກຈາກ​​ແກ້​ຮ້ອນ​ແລ້ວ, ຍັງ​ເຮັດ​ໃຫ້​ທາດ​ນ້ຳ​ແລະ​ທາດ​ບຳລຸງ​ໃນ​ຮ່າງກາຍ​ເສຍ​ໄປ​ນຳ​ອີກ, ຖ້າ​ບໍ່​ຕື່ມ​ນ້ຳ​ໃຫ້​ຮ່າງກາຍ​ຢ່າງ​ທັນ​ການ, ຈະ​ເຮັດ​ໃຫ້​ຄົນ​ເຮົາ​ເກີດ​ມີ​ອາການ​ຂາດ​ນ້ຳ: ຄື​ວິນ​ຫົວ, ຢາກ​ຮາກ, ອຸນຫະພູມ​ຮ່າງກາຍ​ສູງ​ຂຶ້ນ, ອ່ອນ​ເພຍ, ຈົນ​​ເຖິງ​ຂັ້ນສະຫຼົບ.


ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ​ສູ​ຈ້ຽນຢ໋າງ ຫົວໜ້າ​ພະ​ແນ​ກ​ແພດ​ຢາ​​ແຜນຈີນ​ຂອງ​ໂຮງໝໍ​​ໃຫຍ່​ຕຳຫຼວດ​ຈີນ​ບອກ​ນັກ​ຂ່າວ​ວ່າ, ​ການ​ແກ້​ຮ້ອນໃນ​ລະດູ​ຮ້ອນ​, ​ສຳຄັນ​ທີ່​ສຸດ​ແມ່ນ​ຕື່ມ​ນ້ຳ​ໃຫ້​ຮ່າງກາຍ, ​ແຕ່​ຕື່ມ​ນ້ຳຫຼາຍ​ເກີນ​ໄປ​ຫຼື​ວິທີ​ບໍ່​ຖືກຕ້ອງ, ກໍ​ອາດຈະ​ພາ​ໃຫ້​ເກີດ​ຜົນ​ຮ້າຍຕາມ​ມາ​ຢ່າງໜັກໜ່ວງ. ລະດູ​ຮ້ອນ​ຂອງ​ແຕ່ລະ​ປີ, ​ໂຮງໝໍ​ລ້ວນ​ແຕ່​ໄດ້​ປົວ​ຜູ້​​ເປັນ​ພະຍາດ​ທີ່​ມີ​ອາການ​ວິນ​ຫົວ​ແລະ​ຢາກ​ຮາກ​ທີ່​ບໍ່​ມີ​ມູນ​ເຫດ​ຢ່າງ​ເດັ່ນ​ຊັດ, ທ່ານໝໍ​ບົ່ງມະຕິ​ວ່າ​ອາການ​ເບື່ອ​​ນ້ຳ.


​ອາການ​ເບື່ອ​ນ້ຳ​ໝາຍ​ຄວາມ​ວ່າ​ຄົນ​ເຮົາ​ໄດ້​ດື່ມ​ນ້ຳຫຼາຍ​ເກີນ​ໄປ​ໃນ​ໄລຍະ​ສັ້ນໆ, ​ເຊິ່ງຈະ​ເຮັດ​ໃຫ້​ນ້ຳ​ຢູ່​ລະຫວ່າງ​ເລືອດ​ກັບ​ຈຸ​ລັງ​​ໃນ​ຮ່າງກາຍ​ນັ້ນ​ຈາງ​ລົງ​ຢ່າງ​ກະທັນຫັນ, ຄວາມ​ຂຸ້ນ​ຂອງ​ເລືອດ​ກໍ​ຈາງ​ລົງ​ຄື​ກັນ, ນ້ຳ​ຈະ​​ຊຶມ​ເຂົ້າ​ຈຸ​ລັງ, ​ເຮັດ​ໃຫ້​ຈຸ​ລັງ​​​ໃຄ່​ຂຶ້ນ, ຈຸ​ລັງ​ສະໝອງ​ໃຄ່​ຂຶ້ນ​ຍ້ອນ​ນ້ຳຫຼາຍ​ເກີນ​ໄປ​ນັ້ນ​ອາດ​ຈະ​ພາ​ໃຫ້​ຄວາມດັນ​ໃນ​ກະ​ໂຫຼ​ກຫົວ​ສູງ​ຂຶ້ນ, ພາ​ໃຫ້​ເກີດ​ມີອາການ​ດ້ານ​ເສັ້ນປະສາດ​ແລະ​ຈິດ​ໃຈ​ຕ່າງໆ​ເຊັ່ນ: ວິນ​ຫົວ, ​ເຫງົານອນ, ງຸດງິດ, ປະສາດສັບສົນ, ຈຳ​ແນ​ກທາງ​ບໍ່​ໄດ້, ຈົນ​​ເຖິງ​ຂັ້ນ​ສະຫຼົບ.


ທ່ານ​ສູ​ຈ້ຽນຢ໋າງຍັງ​ເວົ້າ​ວ່າ, ນອກຈາກ​ດື່ມ​ນ້ຳຫຼາຍ​ເກີນ​ໄປ​ແລ້ວ, ​ການ​ເລືອກ​ເຄື່ອງ​ດື່ມ​ບໍ່​ຖືກຕ້ອງ​ກໍ​ຈະ​ນຳ​ເອົາ​ຜົນ​ຮ້າ​ຍມາ​ໃຫ້​ຮ່າງກາຍຄື​ກັນ, ສົມມຸດ​ວ່າ​ທາງ​ໂຮງໝໍ​ກໍ​ເຄີຍ​ຮັບ​ປົວ​ຜູ້​ເປັນ​ພະຍາດ​​ຜິວໜັງ​ພູມແພ້​ຍ້ອນເຄື່ອງ​ດື່ມ, ​ແລະ​ຮັບ​ປົວ​ເດັກນ້ອຍ​ທີ່​ດື່ມ​ເຄື່ອງ​ດື່ມ​ປະ​ເພດ​ຫວານ​ຫຼາຍ​ເກີນ​ໄປ​ແລ້ວ​ພາ​ໃຫ້​ຍ່ອຍ​ອາຫານ​ບໍ່​ດີ.


ບັດ​ນີ້, ພວກ​ເຮົາ​ຂໍ​ແນະນຳ​ຄຸນຄ່າ​ດ້ານ​ສຸຂະພາບ​ແລະ​ການຄະ​ລຳ​​ເຄື່ອງ​ດື່ມ6​ປະ​ເພດ.


1, ນ້ຳ​ດື່ມ​ປະ​ເພດ​ຫຸ້ມ​ຫໍ່


ຄຸນຄ່າ​ດ້ານ​ສຸຂະພາບ: ບົດບາດ​ຕົ້ນຕໍ​ຂອງ​ນ້ຳ​ປະ​ເພດ​ນີ້​ແມ່ນ​ຕື່ມ​ນ້ຳ​ໃສ່​ຮ່າງກາຍ, ນ້ຳ​ແຮ່​ສາມາດ​ສະໜອງ​ຈຸນລະສານ​ຈຳນວນ​ໜຶ່ງ.


ຜົນ​ກະທົບ​ທາງ​ລົບ: ນ້ຳ​ບໍລິສຸດ​ຂາດ​ທາດ​ແຮ່​ແລະ​ຈຸນລະ​ສານ, ດື່ມ​ນ້ຳ​ປະ​ເພດ​ນີ້​ເປັນ​ເວລາ​ດົນ​ນານ​ຈະ​ມີ​ຜົນ​ຮ້າຍ​ຕໍ່​ຮ່າງກາຍ; ທາດ​ແຮ່​ບາງ​ປະ​ເພດ​ໃນ​ນ້ຳ​ ​ແຮ່​ອາດ​ຈະ​ເຮັດ​ໃຫ້​ມາດຕາ​ສ່ວນ​ຈຸນລະ​ສານຂອງ​ນ້ຳ​ສູງ​ກວ່າ​ນ້ຳ​ປະປາ, ດື່ມ​ນ້ຳ​ປະ​ເພດ​ນີ້​ເປັນ​ເວລາ​ດົນ​ນານ​ອາດ​ຈະ​ພາ​ໃຫ້​​ເປັນ​ພະຍາດ​ຕ່າງໆ​ເຊັ່ນ​ໜີ້ວ​ໝາກ​ໄຂ່ຫຼັງ​ເປັນ​ຕົ້ນ.


2, ​ປ​ະ​ເພດ​ຊາ


ຄຸນຄ່າ​ດ້ານ​ສຸຂະພາບ​ຂອງ​​ເຄື່ອງ​ດື່ມ​ປະ​ເພດ​ຊາ: ​ໃນ​ໃບຊາ​ມີ​ທາດ​​ແຮ່28​ຊະນິດ​ທີ່​ຮ່າງກາຍ​ຄົນ​ເຮົາ​ຕ້ອງການ, ສາມາດ​ລົບລ້າງ​ຄວາມ​ອິດ​ເມື່ອຍ​ແລະ​ຫຼຸດ​ໄຂມັນ​ຂອງ​ເລືອດ​​ໃຫ້​ໜ້ອຍ​ລົງ.


ຜົນ​ກະທົບ​ທາງ​ລົບ: ດື່ມ​ຊາ​ປຸກ​ຫຼາຍ​ເກີນ​ໄປ​ຈະ​ເຮັດ​​ໃຫ້​ນ້ຳ​ກະ​ເພາະ​ອາຫານຈາງ​ລົງ, ​ເຮັດ​ໃຫ້​ນ້ຳ​ກະ​ເພາະ​ອາຫານບໍ່​ສາມາດ​ຍ່ອຍ​ອາຫານ​ໄດ້​ຢ່າງ​ເປັນ​ປົກກະຕິ, ຈະ​ເປັນ​​ເຈັບທ້ອງ​ໄດ້ງ່າຍ.


ການຄະລຳ: ​ເມື່ອ​ກິນ​ອີ່ມ​ແລ້ວ​ດີ​ທີ່​ສຸດ​ຢ່າ​ດື່ມ​ຊາ, ຖ້າ​ບໍ່​ດັ່ງ​ນັ້ນ​ຈະ​ຂັດ​ຂວາງ​ການ​ດູດ​ຊຶມເອົາ​ທາດ​ໂປຼຕິນ​ແລະ​ທາດ​ເຫຼັກ​ຂອງ​ຮ່າງກາຍ​ຄົນ​ເຮົາ.


3, ​ເຄື່ອງ​ດື່ມ​ປະ​ເພດ​ນ້ຳໝາກ​ໄມ້


ຄຸນຄ່າ​ດ້ານ​ສຸຂະ​ພາບ: ​ເຄື່ອງ​ດື່ມ​ປະ​ເພດ​ນີ້​ມີ​ກາກ​ບອນ​ຮີດຼັດ, ກະ​ລຸຍ​ກົສ, ນ້ຳຕານ​ໝາກ​ໄມ້​ເປັນ​ຕົ້ນ​ທີ່​ຮ່າງກາຍ​ຄົນ​ເຮົາ​ດູດ​ເອົາ​ໄດ້​ງ່າຍ​ແລະ​ວິຕາມິນ, ທາດ​ແຮ່​ແລະ​ຈຸນລະສານ​ທີ່​ອຸດົມສົມບູນ​ເປັນ​ຕົ້ນ.


ຜົນ​ກະທົບທາງ​ລົບ: ​ເຄື່ອງ​ດື່ມ​ປະ​ເພດ​ໝາກ​ໄມ້​ມີ​ບາງ​ຢ່າງ​ມີ​ອັດຕາ​ນ້ຳຕານ​ສູງ​ຫຼາຍ, ຖ້າດື່ມ​ກ່ອນ​ນອນ​ອາດ​ຈະ​ເພີ່ມ​ຄວາມສ່ຽງ​ເປັນ​ພະຍາດ​​ເສັ້ນເລືອດ​ຫົວ​ໃຈ​ແລະ​ສະໝອງ, ດື່ມ​ຫຼາຍ​ໂພດ​ອາດ​ຈະ​ເພີ່ມ​ພາລະ​ຂອງ​ໝາກ​ໄຂ່ຫຼັງ.


ການຄະລຳ: ຖ້າ​ເອົາ​ໃຫ້​ເດັກ​ອ່ອນ​ດື່ມ​​ຄວນ​ປົນ​ນ້ຳ​​ໃສ່​ໃຫ້​ຈາງ​ລົງ​ກ່ອນ, ຫຼີກ​ເວັ້ນບໍ່​ໃຫ້​ນ້ຳຕານ, ບີ​ນ້ຳຕານ, ທາດ​ແຍກ​ດ້ວຍ​ໄຟຟ້າ​​ໃນ​ເຄື່ອງ​ດື່ມ​​ໄປກະ​ຕຸກກະ​ເພາະ​ອາຫານທີ່​ຍັງ​ບໍ່​ສົມບູນ​ຂອງ​ເດັກ; ຜູ້​ເປັນ​ບາດ​ໃນ​ກະ​ເພາະ​ອາຫານ​ບໍ່​ຄວນ​ດື່ມ​ຫຼາຍ.


4, ​ເຄື່ອງ​ດື່ມ​ປະ​ເພດ​ໂປຼຕິນ


ຄຸນຄ່າ​ດ້ານ​ສຸຂະພາບ: ​ເພີ່ມ​ຕື່ມ​ທາດ​ໂປຼຕິນ​ແລະ​ພະລັງ, ​ເຊັ່ນ​ເຄື່ອງ​ດື່ມ​ແກ່ນ​ໝາກ​ອະ​ມັ່ງ​ແລະ​ນ້ຳໝາກ​ຖົ່ວ​ເປັນ​ຕົ້ນ.


ຜົນ​ກະທົບ​ທາງ​ລົບ: ​ໃນ​ໝາກ​ຖົ່ວ​ເຫຼືອງ​ມີ​ເຊື້ອ​ໝັກ​ແລະ​ທາດ​ອາ​ວີ​ດິນ​ຫຼາຍ​ຢ່າງ, ມີ​ແຕ່ຈັດ​ເຊື້ອ​ໝັກ​ຢ່າງ​ສິ້ນ​ເຊິ​ງ​ໃນ​ຂະ​ບວນການ​ປຸງ​ແຕ່ງ​ນ້ຳໝາກ​ຖົ່ວ​ແລ້ວ​ຈິ່ງ​ສາມາດ​ທຳລາຍ​ພວກ​ມັນ. ຄົນ​ຈຳ​ນວນ​ໜຶ່ງ​ດື່ມ​ນ້ຳໝາກ​ຖົ່ວ​ທີ່​ບໍ່​ໄດ້​ຜ່ານ​ການ​ປຸງ​ແຕ່ງ​​ຕາມ​ຫຼັກວິທະຍາສາດ​ນັ້ນ​ອາດ​ຈະ​ພາ​ໃຫ້​ມີ​ອາການກະຕຸກ​ຫຼອດ​ຍອຍ​ອາຫານຂ້າງ​ເທິງ.


ການຄະລຳ: ຢ່າ​ດື່ມ​ເມື່ອ​ທ້ອງ​ຫວ່າງ, ຖ້າ​ບໍ່​ດັ່ງ​ນັ້ນ​ທາດ​ໂປຼຕິນ​ໃນ​ເຄື່ອງ​ດື່ມ​ປະ​ເພດ​ນີ້​ຈະ​ກາຍ​ເປັນ​ກາ​ລູລີ​​ໃນ​ຮ່າງກາຍຄົນ​ເຮົາ.


5, ​ເຄື່ອງ​ດື່ມປະ​ເພດ​ກາກ​ໂບນິກອາ​ຊິດ


ຄຸນຄ່າ​ດ້ານ​ສຸຂະພາບ: ​ເຄື່ອງ​ດື່ມ​ປະ​ເພດກາກ​ໂບນິກອາ​ຊິດມີ​ລົດ​ແຊບ​ແລະ​ແກ້ຄວາມ​ຮ້ອນ​ໄດ້​ດີ, ສາມ​າດ​ເພີ່ມ​ນ້ຳ​ໃສ່​ຮ່າງກາຍ​ໄດ້, ​ແຕ່​ເວົ້າ​ທົ່ວ​ໄປ​ແລ້ວ, ບໍ່​ມີ​ຄຸນຄ່າ​ບຳລຸງ​ສຸຂະພາບ​ຫຼາຍ​ປານ​ໃດ.


ຜົນ​ກະທົບ​ທາ​ງລົບ: ໃນ​ເຄື່ອງ​ດື່ມ​ກາກ​ໂບນິກອາ​ຊິດ​ຄື​ນ້ຳ​ອັດ​ລົມນັ້ນ​ສ່ວນ​ຫຼາຍ​ມີ​ອາ​ຊິດ​ຟົສຟໍລິກ​ເປັນ​ຕົ້ນ, ​ເມື່ອ​ເຂົ້າ​ໄປ​ໃນ​ຮ່າງກາຍ​ແລ້ວ​ປະສົມ​ກັບ​ທາດ​ການ​ຊີ​ອົມ, ຈະ​ມີ​ຜົນ​ກະທົບ​ໜັກ​ຕໍ່​ແຂ້ວ​ແລະ​ກະ​ດູກ.


ຄະລຳ: ຢ່າ​ດື່ມ​ເຄື່ອງ​ດື່ມ​ປະ​ເພດ​ນີ້​ຫຼາຍ, ​ໂດຍ​ສະ​ເພາະ​ແມ່ນຄົນ​ໄວ​ກາງຄົນເດັກນ້ອຍ​ແລະ​ຜູ້​ເຖົ້າ.
6, ​ເຄື່ອງ​ດື່ມ​ປະ​ເພດ​ມີ​ສັບພະ​ຄຸນ​ພິ​ເສດ


ຄຸນຄ່າ​ດ້ານ​ສຸຂະພາບ: ມີ​ສັບພະ​ຄຸນພິ​ເສດ​ທີ່​ເຄື່ອງ​ດື່ມ​ອື່ນ​ບໍ່​ມີ, ​ເຄື່ອງ​ດື່ມ​ປະ​ເພດ​ທີ່​ມີ​ບົດບາດ​ຕ້ານ​ຄວາມ​ອິດ​ເມື່ອຍ, ​ເຮັດ​ໃຫ້​ຮ່າງກາຍ​ຈ່ອຍ​ລົງ​​ເພື່ອ​ຄວາມ​ງາມ​ເປັນ​ຕົ້ນນັ້ນ​ມີ​ສັບພະ​ຄຸນ​ປັບປຸງ​ກະ​ເພາະ​ອາຫານແລະ​ລຳ​ໄສ້, ຊຸກ​ຍູ້​ການ​ປ່ຽນ​ຖ່າຍ​ໃນ​ຮ່າງກາຍ​, ລະບາຍ​ທາດ​ພິດ​ແລະ​ບຳລຸງ​ຜິວໜ້າ​ເປັນ​ຕົ້ນ.


ການຄະລຳ: ຜູ້​ເປັນ​ໂຣກຫົວ​ໃຈ​ແລະ​​ເລືອດ​ດັນ​ສູງ​ນັ້ນ​ບໍ່​ຄວນ​ດື່ມ​ເຄື່ອງ​ດື່ມ​ປະ​ເພດ​ນີ້​ຫຼາຍ​ເກີນ​ໄປ, ​​ເພາະວ່າ​ທາດ​ໂຊ​ດີ​ອົມ​ໃນ​ເຄື່ອງ​ດື່ມ​ເຫຼົ່າ​ນີ້​ຈະ​ເພີ່ມພາລະ​ໃຫ້​ແກ່​ໝາກ​ຫົວ​ໃຈ.