ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-25 15:56:12    
ຈີນ​ຈະ​ເປີດ​ເຜີຍ​ຂໍ້​ມູນ​ທັງ​ໝົດ​ທີ່​ໂຄງ​ການ​ສຳ​ຫຼວດ​ຄົ້ນ​​ໂລກ​ພະ​ຈັນ​ໄດ້​ຮັບ​ນັ້ນ​ຕໍ່​ພາຍ​ນອກ

cri
ຕາມ​ຂ່າວCRI,ຕາມ​ຄາດ​ຄະ​ເນ​ວ່າ,ປີໜ້າ,ຈີນ​ຈະ​ຍິງ​ສົ່ງ​ດາວ​ທຽມສຳ​ຫຼວດຄົ້ນ​ໂລກ​ພະ​ຈັນ​ຊື່​"ສາງ​ເອີ​ເລກ​ໜຶ່ງ"ດວງ​ທຳ​ອິດ​ຂຶ້ນ​ສູ່​ອະວະກາດ,ປະຕິບັດ​ໜ້າ​ທີ່​ບິນ​ອ້ອມ​ໂລກ​ພະຈັນ.​ບັດ​ນັ້ນ,​ຂໍ້​ມູນ​ຕົວ​ເລກ​ທັງ​ໝົດ​ທີ່​ດາວ​ທຽມໄດ້​ຮັບ​ນັ້ນ​ຈະ​ຖືກເປີດ​ເຜີຍ​ຕໍ່​ວົງ​ການ​ວິ​ທະ​ຍາ​ສາດ​ຈີນ​ຢ່າງ​ເຕັມ​ສ່ວນ.ຈີນ​ຍັງ​ຈະ​ຮ່ວມ​ມື​ກັບ​ວົງ​ການ​ສຳ​ຫຼວດຄົ້ນ​ໂລກ​ພະຈັນ​ໃນ​ສາ​ກົນ,​ແລກ​ປ່ຽນ​ຂໍ້​ມູນ​ທີ່​ກ່ຽວ​ຂ້ອງ.

ຂ່າວ​ນີ້​ແມ່ນ​ນັກ​ຂ່າວ​ໄດ້​ຊາບ​ຈາກ​ກອງ​ປະຊຸມ​ສຳ​ຫຼວດຄົ້ນ​ແລະ​ນຳ​ໃຊ້​ໂລກ​ພະ​ຈັນ​ສາ​ກົນ​ຄັ້ງ​ທີ8​ທີ່​ຈັດ​ຂຶ້ນ​ໃນ​ວັນທີ25​ກໍລະກົດ.ຕາມ​ການສະ​ເໜີ,​ໃນ​ໄລຍະ​ບິນ​ອ້ອມ​ໂລກ​ພະ​ຈັນ,​ດາວ​ທຽມ​"ສາງ​ເອີ​ເລກ​ໜຶ່ງ"ຈະ​ເຮັດ​ຫຼ້ອນໜ້າ​ທີ່​ວິທະຍາສາດ​ຕ່າງໆ​ເຊັ່ນ​ແຕ້ມ​ແຜນ​ທີ່​ໂລກ​ພະ​ຈັນ​ສາມ​ມິ​ຕິ,​ວິ​ເຄາະ​ບໍລິ​ມາດ​ສານ​ເຄມີ​ແລະ​ປະ​ເພດ​ວັດຖຸ​ຂອງ​ຜິວ​​ໂລກ​ພະ​ຈັນ,​ສຳ​ຫຼວດ​ຄົ້ນ​ດິນ​ໂລກ​ພະ​ຈັນ​ເປັນ​ຕົ້ນ.

ກອງ​ປະຊຸມ​ສຳ​ຫຼວດຄົ້ນແລະ​ນຳ​ໃຊ້​ໂລກ​ພະຈັນ​ສາກົນ​ຄັ້ງ​ນີ້​ຈະ​ດຳ​ເນີນ​ເປັນ​ເວ​ລາ​3​ມື້,​ເຈົ້າ​ໜ້າ​ທີ່​ລັດຖະບານ​ແລະ​ຜູ່​ຊ່ຽວຊານ​ທີ່​ກ່ຽວຂ້ອງ​ຂອງ17​ປະ​ເທດ​ເຊັ່ນ​ຈີນ,​ອາ​ເມ​ລິ​ກາ,​ຣັດ​ເຊຍ​ແລະ​ອີ​ຕາ​ລີ​ເປັນ​ຕົ້ນ​ຈະ ​ແລ​ກປ່ຽນ​ຄວາມ​ຄິດຄວາມ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ຫຼາຍ​ດ້ານ​ເຊັ່ນ​ຄວາມ​ຄືບ​ໜ້າ​ຂອງ​ແຜນການ​ສຳ​ຫຼວດຄົ້ນໂລກ​ພະຈັນ,ດາວ​ທຽມ​ບິນ​ອ້ອມ​ໂລກ​ພະ​ຈັນ​ເປັນ​ຕົ້ນ.