ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-26 09:22:28    
ຂົວ​ອາ​ກາດ​060725(ສຽງ)

cri

ຫວ່າງ​ມໍ່ໆ​ນີ້,ພວ​ກ​ເຮົາໃຫ້​ຮັບຈົດ​ໝາຍ​ຂອງທ່ານ​ຄຳຕາ ລໍວັນອິນ ຮອງຫົວ​ໜ້າພະ​ແນ​ກຖະ​ແຫຼງຂ່າວ​ແລະ​ວັດທະ​ນະທຳ​ແຂວງ​ຫຼວງ​ພະ​ບາງ,​ໃນຈົດ​ໝາຍ​ຂອງ​ທ່ານ​ຂຽນ​ວ່າ, ຂ້າພະ​ເຈົ້າກໍ່ເປັນ​ຜູ້ໜຶ່ງທີ່​ຕິດ​ຕາມ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ພາກ​ພາສາ​ລາວ,ນັບ​ແຕ່​ການ​ປະຕິ​ວັດ​ຊາດ​ຂອງ​ລາວ​ມາ​ເຖິງ​ປະຈຸ​ບັນ,​ແມ່ນ​ໄດ້​ຟັງ​ທຸກໆ​ມື້,ຖ້າ​ບໍ່​ໄດ້​ຟັງ​ແມ່ນ​​ເປັນ​ຄື​ວ່າ​ກິນ​ເຂົ້າ​ບໍ່​ອິ່ມ.

ເມື່ອ​ໄດ້​ອ່ານ​ຄຳ​ເ​ວົ້າຂອງ​ທ່ານ​ຄຳ​ຕາ​ແລ້ວ ພວ​ກ​ເຮົາ​ມີ​ຄວາມ​ຕື້ນ​ຕັນ​ໃຈ​ຫຼາຍ,ຖ້າວ່າ​ບໍ່​​ຟັງ​ລາຍການ​ຂອງ​ພວ​ກ​ເຮົາ,ກໍ່​ຄື​ກິນ​ເຂົ້າ​ບໍ່​ອິ່ມ,ນີ້​​ໄດ້​​ໃຫ້​ຄວາມ​ຢືນຢັນ​ຕໍ່ລາ​ຍການຂອງ​ພວກ​ເຮົາ​ຫຼາຍ​ທີ່​ສຸດ,​ເບິ່ງ​ຈາກ​ຂໍ້​ນີ້ ພວກ​ເຮົາ​ກໍ່​ໄດ້​ຮູ້​ວ່າ​ທ່ານ​ຄຳ​ຕາ​ໄດ້​ຮັກ​ແພງລາຍການ​ຂອງ​ພວກ​ເຮົາຢາງ​ເລິກ​ເຊິ່ງ,​ໃນ​ຈົດໝາຍຂອງ​ທ່ານ​ຍັງ​ຂຽນ​ວ່າ,ຂ້າພະ​ເຈົ້າກໍ່​​​ເຄີຍ​ໄດ້​ຮັບ​ຕ້ອນ​ແລະ​ຮ່ວມ​ເຮັດ​ວຽກນຳ​ບັນດາ​ໂຄສົກ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ພາກ​ພາສາ​ລາວ ຫວຽດນາມ ​ໄທ​ໂດຍ​ແມ່ນ​ທ່ານ​ນາງ​ສົມບູນ​ເປັນ​ຫົວໜ້າ​ມາ​ຢ້ຽມຢາມ​ວິທະຍຸ​ແຂວງ​ຫຼວງ​ພະ​ບາງ 2 ຄັ້ງ​.

ຖ້າ​ເປັນ​ແນວ​ນີ້,ທ່ານ​ຄຳ​ຕາ​ກໍ​ນັບ​ວ່າທັງ​ແມ່ນ​ຜູ້​ຟັງ​ຂາ​ປະຈຳຂອງ​ພວກ​ເຮົາ,ທັງ​ແມ່ນ​ໝູ່​ເພື່ອນ​ເກົ່າ​ຂອງ​ພວກ​ເຮົາ.​ໃນ​ຈົດໝາຍ,ທ່ານ​ຍັງ​​ໄດ້​ຕີ​ລາຄາສູງ​ຕໍ່​ວຽກ​ງານ​ຂອງ​ວິທະຍຸCRI,​ແລະ​ບອກ​ວ່າ​ທ່ານ​ມັກ​ຟັງ​ລາຍການ​ຂ່າວ,ລາຍການ​ທ່ຽວ​ເມືອງຈີນ,ລາຍການ​ວັດທະນະທຳ​ແລະ​ລາຍການ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ວິທະຍຸCRI,ຕໍ່​ໄປ​ພາຍ​ໜ້າ,ພວ​ກ​ເຮົາ​ຍັງ​ຈະຈັດລາຍການ​ຂອງ​ພວກ​ເຮົາ​ໃຫ້​ດີກ​ວ່າ​​ເກົ່າ,​ແລະ​ນັບ​ມື້​ນັບຖືກ​ກັບ​ຄວາມນິຍົມ​ຊົມ​ຊອບ​ຂອງ​ຜູ້​ຟັງ​ທັງຫຼາຍ

ສຸດ​ທ້າຍ,ພວກ​ເຮົາ​ໄດ້​ຈັດ​ເພງ​ມ່ວນໆ​ເພງ​ໜຶ່ງ​ສູ່ທ່ານ​ຄຳ​ຕາຟັງ,​ກໍ​ຂໍ​ມອບ​ໃຫ້​ເພື່ອນ​ຜູ້​ຟັງ​ທີ່​ພວມ​ຟັງ​ລາຍການ​ຂອງ​ພວ​ກ​ເຮົາ​ຢູ່ດ​ຽວນີ້,​ເພງ​ນີ້ຊື່ວ່າ"ນີຄວ້າ​ຍ​ເລີ້​ໂສ​ອີ​ວົວຄວ້າ​ຍ​ເລີ້,​ແປ​ວ່າ"​ເຈົ້າ​ດີ​ໃຈ ​ຂ້ອຍ​ກໍ່​ດີ​ໃຈ",ອວຍ​ພອນ​ໃຫ້​ທ່ານ​ຈົ່ງ​ເບີກ​ບານ​ມ່ວນ​ຊື່ນ​​ໃນ​ຄ່ຳຄືນມື້​ນີ້.