|
![](/images/spacer.gif) |
(GMT+08:00)
2006-07-27 11:21:30
|
![](/images/shim.gif) |
ຈີນພະຍາຍາມຫຼຸດອັດຕາການຕາຍຂອງແມ່ມານແລະແມ່ລູກອ່ອນຢູ່ເຂດທຸກຍາກໃຫ້ຕ່ຳລົງ(ສຽງ)
cri
Author: shuo
![]( /mmsource/images/2004/04/21/laba.gif) ອັດຕາການຕາຍຂອງແມ່ມານແລະແມ່ລູກອ່ອນແມ່ນສິ່ງວັດແທກທີ່ສຳຄັນກ່ຽວກັບລະດັບການພັດທະນາສັງຄົມແລະລະດັບສິວິໄລຂອງປະເທດຫຼືເຂດແຄ້ວນໃດໜຶ່ງ.ຈີນມີດິນແດນກວ້າງໃຫຍ່ໄພສານ,ການພັດທະນາຂອງທ້ອງຖິ່ນຕ່າງໆກໍບໍ່ສະໝ່ຳສະເໝີກັນ,ຢູ່ບາງເຂດກໍຍັງທຸກຍາກ,ໂດຍສະເພາະຢູ່ພາກກາງແລະພາກຕາເວັນຕົກຂອງຈີນ,ອັດຕາການຕາຍຂອງແມ່ມານແລະແມ່ລູກອ່ອນກໍອ່າວສູງ.ເລີ່ມແຕ່ປີ2000,ລັດຖະບານຈີນໄດ້ປະຕິບັດໂຄງການໜຶ່ງທີ່ມີຈຸດປະສົງຫຼຸດອັດຕາດັ່ງກ່າວໃຫ້ຕ່ຳລົງຢູ່ເຂດນີ້,ດຽວນີ້,ໂຄງການດັ່ງກ່າວໄດ້ຮັບໝາກຜົນດີສົມຄວນ.ຫວ່າງກ່ອນນີ້ບໍ່ດົນ,ນັກຂ່າວວິທະຍຸພວກເຮົາໄດ້ໄປເອົາຂ່າວຢູ່ບາງເຂດພູດອຍທີ່ທຸກຍາກຢູ່ແຂວງເຊສວນ ທາງພາກຕາເວັນຕົກສຽງໃຕ້ຂອງຈີນ.ໃນລາຍການສວນວິທະຍາສາດແລະການສຶກສາພາກນີ້,ຂໍສະເໜີໃຫ້ທ່ານຟັງກ່ຽວກັບຄວາມພະຍາຍາມຂອງທ້ອງຖິ່ນດັ່ງກ່າວເພື່ອຫຼຸດອັດຕາການຕາຍຂອງແມ່ມານແລະແມ່ລູກອ່ອນໃຫ້ຕ່ຳລົງ.
ເມືອງມູ້ຊ່ວນຕັ້ງຢູ່ພາກໃຕ້ຂອງແຂວງເຊສວນ,ແມ່ນເມືອງທຸກຍາກທີ່ມີພູຫຼາຍ.ນັກຂ່າວພວກເຮົາໄດ້ຂີ່ລົດປະມານ40ນາທີຢູ່ຕາມທາງຫຼວງເກົ່າທີ່ເປ່ເພສາຍໜຶ່ງຈາກເມືອງມູ້ຊ່ວນໄປຮອດຕີນພູໜ່ວຍໜຶ່ງ,ນາງຫຼີຢຸນເຈິ່ນທີ່ພວກເຮົາຢາກໄປສຳພາດນັ້ນກໍຕັ້ງເຮືອນຢູ່ເປີ້ນພູໜ່ວຍນີ້.ນາງຫຼີຢຸນເຈິ່ນປີນີ້ອາຍຸ40ປີ,ເລີ່ມແຕ່ປີ1990,ນາງເຄີຍຖືພາ4ເທື່ອ,ຍ້ອນວ່າຄອບຄົວທຸກຍາກ,ນາງກໍອອກລູກຢູ່ໃນເຮືອນ,ແຕ່ລູກ3ຄົນຕາຍໃນເວລາເກີດ,ນາງເອງກໍເກືອບຕາຍຫຼາຍເທື່ອ.ປີ2000,ນາງໄດ້ຖືພາເທື່ອທີ5,ຫຼັງຈາກນາຍໝໍຂອງບ້ານກວດແລ້ວ,ບອກນາງວ່າ ລູກຢູ່ໃນທ່າທີບໍ່ຖືກຕ້ອງ,ໃນເວລາເກີດຕ້ອງໄປໂຮງໝໍ.ຄຳເວົ້າດັ່ງກ່າວໄດ້ພາໃຫ້ນາງຫີຼຢຸນເຈິ່ນອຸກອັ່ງຫຼາຍ.ນາງບອກນັກຂ່າວວ່າ:"ທ່ານໝໍໂອ່ແລະທ່ານໝໍລິວໃນບ້ານບອກໃຫ້ຂ້າພະເຈົ້າຕ້ອງນອນໂຮງໝໍ,ພວກເພິ່ນເວົ້າວ່າ,ຖ້າເຈົ້າມີເງິນກໍຈ່າຍ,ບໍ່ມີກໍຕິດກ່ອນ.ຕໍ່ມາຂ້າພະເຈົ້າຈຶ່ງໄດ້ເກີດລູກຢູ່ໃນໂຮງໝໍ.ຂ້າພະເຈົ້າຕ້ອງຂອບໃຈທ່ານໝໍ,ເພາະວ່າ,ຖ້າບໍ່ເກີດລູກໃນໂຮງໝໍ,ລູກສາວຫຼ້າກໍຈະຕາຍແນ່ນອນ."
ຕາມນະໂຍບາຍຂອງທ້ອງຖິ່ນແຫ່ງນີ້,ປະຊາຊົນຜູ້ທຸກຍາກ ຄື ນາງຫຼີຢຸນເຈິ່ນໄປອອກລູກຢູ່ໃນໂຮງໝໍ,ສາມາດໄດ້ຮັບເງິນອຸດໜູນຈຳນວນໜຶ່ງຈາກອົງການປົກຄອງ,ຄ່າໃຊ້ຈ່າຍກໍບໍ່ຈຳເປັນຈ່າຍໃນບາດດຽວ.ຍ້ອນເງື່ອນໄຂນີ້ຈຶ່ງເຮັດໃຫ້ນາງຫຼີຢຸນເຈິ່ນສາມາດໄປອອກ ລູກຢູ່ໃນໂຮງໝໍເປັນເທື່ອທຳອິດ,ແລະໄດ້ເກີດລູກສາວຜູ້ໜຶ່ງຢ່າງສະດວກ.ຄ່າໃຊ້ຈ່າຍນອນໂຮງໝໍແມ່ນ250ຢວນ,ອົງການປົກຄອງໄດ້ຊ່ອຍຈ່າຍ80ຢວນ,ອັນທີເຫຼືອນັ້ນ,ນາງຫຼີຢຸນເຈິ່ນສາມາດຈ່າຍຜ່ອນໃນໄລຍະສອງປີ.
ທ່ານເຢ້ຊ່ານຊຽງ ເລຂາຄະນະພັກເມືອງມູ້ຊ່ວນບອກວ່າ,ແຕ່ປີ2000ເປັນຕົ້ນມາ,ທົ່ວເມືອງໄດ້ຊ່ອຍເຫຼືອແມ່ມານແລະແມ່ລູກອ່ອນຜູ້ທຸກຍາກ1300ກວ່າຄົນ,ເງິນຊ່ອຍເຫຼືອມີເຖິງ1ແສນ9ໝື່ນຢວນ.ຍ້ອນມີການຊ່ອຍເຫຼືອເຫຼົ່ານີ້,ເຮັດໃຫ້ແມ່ມານ70%ສາມາດອອກລູກຢູ່ໃນໂຮງໝໍ.ເຖິງວ່າອັດຕາສ່ວນນີ້ຍັງອ່າວຕ່ຳກໍຕາມ,ແຕ່ເມື່ອທຽບກັບແຕ່ກ່ອນແລ້ວພັດສູງຂຶ້ນຫຼາຍ.ອັດຕາສ່ວນອອກລູກຢູ່ໃນໂຮງໝໍສູງຂຶ້ນແບບນີ້,ໄດ້ເຮັດໃຫ້ອັດຕາການຕາຍຂອງແມ່ມານແລະແມ່ລູກອ່ອນໃນປີ2005ຂອງເມືອງມູ້ຊ່ວນຫຼຸດລົງຮອດ1ສ່ວນ4ທຽບໃສ່ປີ1999.
ນອກຈາກຊ່ອຍເຫຼືອແມ່ມານແລະແມ່ລູກອ່ອນແລ້ວ,ເມືອງມູ້ຊ່ວນຍັງໄດ້ລົງທຶນຊື້ອຸປະ ກອນແລະຢຸກຢາອັນຈຳເປັນສຳລັບການເກີດລູກໃຫ້ແກ່ສຸກສາລາຂອງເມືອງນ້ອຍແລະຕາແສງຕ່າງໆ,ແລະຈັດຕັ້ງການອົບຮົມນາຍໝໍຊົນນະບົດຕາມເວລາກຳນົດ.ຍ້ອນວ່າເມືອງມູ້ຊ່ວນຕັ້ງຢູ່ເຂດພູດອຍ,ເຮືອນຂອງແມ່ມານຫຼືແມ່ລູກອ່ອນຕັ້ງຢູ່ເທິງພູ ຄືນາງຫຼີຢຸນເຈິ່ນ,ລົດໄປບໍ່ເຖິງ,ສະນັ້ນ,ເມືອງນ້ອຍແລະຕາແສງຕ່າງໆຍັງໄດ້ຈັດຕັ້ງໜ່ວຍຫາມແມ່ມານແລະແມ່ລູກອ່ອນ.
ນາງເວີນລີ້ ຫົວໜ້າພະແນກສາທາລະນະສຸກເມືອງມູ້ຊ່ວນເວົ້າສູ່ຟັງວ່າ:"ໃນເວລາແມ່ມານຫຼືແມ່ລູກອ່ອນເກີດມີກໍລະນີສຸກເສີນ,ໜ່ວຍຫາມດັ່ງກ່າວກໍສົ່ງພວກເຂົາເຈົ້າໄປປິ່ນ ປົວຢູ່ສຸກສາລາຊົນນະບົດ,ຖ້າສຸກສາລາຊົນນະບົດປິ່ນປົວບໍ່ໄດ້,ກໍໃຫ້ໂຮງໝໍປະຊາຊົນເມືອງຫຼືໂຮງໝໍຮັກສາສຸຂະພາບແມ່ແລະເດັກຂອງເມືອງເອົາລົດພະຍາບານມາຮັບໄປດ່ວນ."
ນອກຈາກເມືອງມູ້ຊ່ວນແລ້ວ,ເມືອງອື່ນໆທີ່ຢູ່ອ້ອມຂ້າງ ເຊັ່ນເມືອງເອີປ່ຽນ ເມືອງຈີ່ນໂຂເຮີແລະເມືອງມາປ່ຽນກໍໄດ້ປະຕິບັດໂຄງການຫຼຸດອັດຕາການຕາຍຂອງແມ່ມານແລະແມ່ ລູກອ່ອນໃຫ້ຕ່ຳລົງ.ໂດຍສະເພາະແມ່ນຢູ່ບາງເຂດທີ່ມີຊົນເຜົ່າສ່ວນໜ້ອຍດຳລົງຊີວິດແລະເຂດທຸກຍາກທີ່ສຸດຈຳນວນໜຶ່ງ,ຮີດຄອງປະເພນີແລະວິທີເກີດລູກອັນຫຼ້າຫຼັງຍັງມີບົດບາດຢູ່ເຂດເຫຼົ່ານີ້,ສະນັ້ນ,ພະແນກທີ່ກ່ຽວຂ້ອງຍັງໄດ້ໂຄສະນາສຶກສາເພື່ອປ່ຽນແປງພຶດຕິກຳການອອກລູກ.ຕົວຢ່າງຄື,ແຕ່ກ່ອນເຜົ່າອີຂອງເມືອງມາປ່ຽນມີປະເພນີທີ່ວ່າຕ້ອງອອກລູກໃນເຮືອນຕົນ,ຖ້າເກີດຢູ່ນອກ ລູກກໍບໍ່ແມ່ນຂອງຄອບຄົວຕົນ.ເມື່ອໄດ້ໂຄສະນາຫຼາຍປີແລ້ວ,ຊາວເຜົ່າອີສ່ວນຫຼາຍໄດ້ປະຖິ້ມພຶດຕິກຳອັນຫຼ້າຫຼັງດັ່ງກ່າວແລ້ວ.ໃນເວລາໄປເອົາຂ່າວ,ນັກຂ່າວໄດ້ພົບນາງທຽນຊົງຂອງເຜົ່າອີທີ່ໄປອອກລູກຢູ່ໃນໂຮງໝໍ.ນາງເວົ້າວ່າ:"ເກີດລູກຢູ່ໃນໂຮງໝໍດີຫຼາຍ,ເພາະວ່າໂຮງໝໍມີອຸປະກອນດີທີ່ໄວ້ໃຈໄດ້ຫຼາຍກວ່າ."
ໃນປີ2000,ລັດຖະບານຈີນເລີ່ມປະຕິບັດໂຄງການຫຼຸດອັດຕາການຕາຍຂອງແມ່ມານແລະແມ່ລູກອ່ອນໃຫ້ຕ່ຳລົງ,ປະຈຸບັນນີ້,ໂຄງການນີ້ໄດ້ຂະຫຍາຍອອກປະມານ1ພັນເມືອງແລ້ວ,ແລະກວມເອົາເຂດທີ່ເສດຖະກິດຫຼ້າຫຼັງຢູ່ພາກກາງແລະພາກຕາເວັນຕົກ.ໃນ6ປີມານີ້,ລັດຖະບານກາງກໍໄດ້ລົງທຶນ440ລ້ານຢວນ,ທີ່ເປັນໂຄງການດຽວທີ່ລັດລົງທຶນຫຼາຍກວ່າໝູ່ໃນການຮັກສາສຸຂະພາບແມ່ແລະເດັກນັບແຕ່ປະເທດຈີນໃໝ່ສ້າງຕັ້ງຂຶ້ນມານີ້.ທ່ານເໝົາຊຸນອ່ານ ໂຄສົກຂອງກະຊວງສາທາລະນະສຸກຈີນແຈ້ງໃຫ້ຊາບວ່າ,ແຫ່ງຕ່າງໆຂອງຈີນໄດ້ນຳໃຊ້ທຶນຂອງໂຄງການ,ເພື່ອຊ່ອຍເຫຼືອແມ່ມານແລະແມ່ລູກອ່ອນຜູ້ທຸກຍາກ,ພ້ອມທັງດຳເນີນການສຶກສາໂຄສະນາ,ຊື້ອຸປະກອນແລະຢຸກຢາ,ອົບຮົມນາຍໝໍແລະຖົງຢາປະຈຳບ້ານ,ຢ່າງໄດ້ຮັບໝາກຜົນດີ.ທ່ານເວົ້າວ່າ:"ນັບມາຮອດທ້າຍປີ2005,ຢູ່23ແຂວງທີ່ປະຕິບັດໂຄງການຫຼຸດອັດຕາການຕາຍຂອງແມ່ມານແລະແມ່ລູກອ່ອນໃຫ້ຕ່ຳລົງນັ້ນ,ອັດຕາດັ່ງກ່າວໄດ້ຫຼຸດລົງຮອດ56,4ສ່ວນແສນ,ສະເລ່ຍແລ້ວ,ຕ່ຳກວ່າປີ2001 25,8%."
ທ່ານເໝົາຊຸນອ່ານຍັງກ່າວວ່າ,ໂຄງການຫຼຸດອັດຕາການຕາຍຂອງແມ່ມານແລະແມ່ລູກອ່ອນໃຫ້ຕ່ຳລົງຈະສືບຕໍ່ປະຕິບັດຢູ່ທົ່ວປະເທດຕື່ມອີກ.ພ້ອມກັນນັ້ນ,ຈີນຍັງຈະສ້າງລະບອບຄຸ້ມຄອງທີ່ອ່າວຄົບຖ້ວນບໍລິບູນຢູ່ທ້ອງຖິ່ນຕ່າງໆ,ເພື່ອເອົາໃຈໃສ່ສຸຂະພາບຂອງແມ່ມານແລະແມ່ລູກອ່ອນຢ່າງຕິດແທດຕົວຈິງ.
|
|
|