ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-27 17:31:08    
ຊຽງ​ໄຮ້​ຕັ້ງ​ສູນ​ບໍ​ລິ​ການ​ການ​ລາຍ​ງານ​ແລະ​ການ​ຟ້ອງ​ຮ້ອງ​ການ​ກະ​ທຳ​ຜິດ​ເພື່ອ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ

cri Author: min
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 27 ກໍລະກົດ, ຢູ່ຊຽງ​ໄຮ້ ​ເມື​ອງ​ອຸດ​ສາ​ຫະກຳ​ການ​ຄ້າ​ໃຫຍ່​ກວ່າ​ໝູ່​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ​ໄດ້​ສ້າງ​ຕັ້ງ​ສູນ​ບໍລິການ​ລາຍ​ງານ​ການ​ກະທຳ​ຜິດ​ເພື່ອ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ. ສູນ​ດັ່ງກ່າວ​ຈະ​ຮັບ​ຊຳລະ​ແກ້​ໄຂ​ການ​ລາຍ​ງານ​ການ​ລ່ວງສິດ​ຊັບ​ສິນ​ທາງ​ປັນຍາ, ​ແລະ​ຈະ​ຕິດຕາມ​ສ່ອງ​ແສງ​ສະພາບ​ແກ້​ໄຂ​ບັນຫາ.

​ໃນ​ພິທີ​ຕັ້ງ​ສູນ​ດັ່ງກ່າວ, ທ່ານ​ຈ່ຽງ​ເຈິ່ງ​ເວີຍ ລັດຖະ​ມົນຕີ​ຊ່ອຍ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ເວົ້າ​ວ່າ, ຈີນ​ຈະ​ຂ້ຽວ​ເລັ່ງສ້າງ​ສາລະບົບ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ຕື່ມ​ອີກ. ການ​ຕັ້ງສູນ​ບໍລິການ​ການ​ລາຍ​ງານ​ການ​ກະທຳ​ຜິດປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ຢູ່ຕົວ​ເມືອງ​ສຳຄັນ​ພາຍ​ໃນ​ປະ​ເທດ, ກໍ​ແມ່ນ​ມາດ​ຕະ​ການ​ສຳຄັນ​ທີ່​ເພີ່ມ​ທະວີ​ບົດບາດ​ຕິດຕາມ​ກວດກາ​ຂອງ​ສັງຄົມ. ປີ​ນີ້, ​ໃນ​50 ຕົວ​ເມືອງ​ຂອງ​ຈີນ​ຈະ​ສ້າງຕັ້ງ​ສູນ​ບໍລິການ​ລາຍ​ງານ​ການ​ກະທຳ​ຜິດ​ໝົດ​ທຸກ​ເມືອງ, ​ເພື່ອ​ເພີ່ມ​ທະວີ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ.