|
![](/images/spacer.gif) |
(GMT+08:00)
2006-07-28 17:20:31
|
![](/images/shim.gif) |
ຂົວອາກາດ060726(ສຽງ)
cri
Author: shuo
![]( /mmsource/images/2004/04/21/laba.gif) ທີ່ນີ້ວິທະຍຸສາກົນແຫ່ງປະເທດຈີນ,ສະບາຍດີທ່ານຜູ້ຟັງທີ່ໂຄລົບ.ມື້ນີ້,ຄະນະຜູ້ແທນລາວທີ່ມາເຂົ້າຮ່ວມງານສຳມະນາກ່ຽວກັບຄວາມໝັ້ນຄົງຂອງພາກພື້ນອາຊີປາຊິຟິກຈີນ-ອາຊຽນຄັ້ງທຳອິດ ເຊິ່ງຈັດໂດຍກະຊວງປ້ອງກັນປະເທດຂອງຈີນນັ້ນໄດ້ຂີ່ຍົນຈາກເມືອງເຊ້ຍເມີນກັບຄືນລາວ.ເມືອງເຊ້ຍເມີນເປັນເມືອງທີສອງທີ່ຄະນະຜູ້ແທນຢ້ຽມຢາມເທື່ອນີ້.ໃນເວລາເຂົ້າຮ່ວມງານສຳມະນາຢູ່ທີ່ປັກກິ່ງ,ນັກຂ່າວວິທະຍຸພວກເຮົາໄດ້ໄປສຳພາດພັນເອກວິໄສ ຈັນທະມາດ ຫົວໜ້າຄະນະຫົວໜ້າກົມວິທະຍາສາດປະຫວັດສາດການທະຫານກອງທັບປະຊາຊົນລາວ.ໃນລາຍການຂົວອາກາດພາກນີ້,ເຊີນຟັງເນື້ອໃນລະອຽດຂອງການສຳພາດເທື່ອນີ້.
ນັກຂ່າວ:ສະບາຍດີ,ທ່ານວິໄສ,ຍິນດີຕ້ອນຮັບທ່ານພ້ອມດ້ວຍຄະນະມາຢ້ຽມຢາມຈີນ.ຂໍຖາມວ່າ,ຄະນະຜູ້ແທນລາວທີ່ມາເຂົ້າຮ່ວມງານສຳມະນາເທື່ອນີ້ປະກອບດ້ວຍຈັກທ່ານ? ທ່ານວິໄສ: (ປ່ອຍອັດສຽງ)
ນັກຂ່າວ:ຂໍຖາມວ່າລັດຖະບານລາວເອົາໃຈໃສ່ນຳງານສຳມະນາຄັ້ງນີ້ຫຼາຍປານໃດ? ທ່ານວິໄສ: (ປ່ອຍອັດສຽງ)
ນັກຂ່າວ:ໃນງານສຳມະນາຄັ້ງນີ້ໄດ້ຫາລືບັນຫາໃດແດ່? ທ່ານວິໄສ: (ປ່ອຍອັດສຽງ)
ນັກຂ່າວ:ຄັນຊັ້ນ,ໃນບັນຫາເຫຼົ່ານີ້,ຝ່າຍລາວສົນໃຈນຳເນື້ອໃນດ້ານໃດຫຼາຍກວ່າໝູ່? ທ່ານວິໄສ: (ປ່ອຍອັດສຽງ)
ນັກຂ່າວ:ຜ່ານການເຂົ້າຮ່ວມງານສຳມະນາຄັ້ງນີ້,ຝ່າຍລາວໄດ້ບັນລຸຈຸດປະສົງທີ່ຄາດໄວ້ ກ່ອນບໍ່? ທ່ານວິໄສ: (ປ່ອຍອັດສຽງ)
ນັກຂ່າວ: ທ່ານວິໄສ,ພວກເຮົາຂໍຖາມແດ່ວ່າ,ຈີນລາວໄດ້ເລີ່ມຮ່ວມມືກັນດ້ານຄວາມໝັ້ນ ຄົງມາແຕ່ປີໃດ?ແລະການພົວພັນສອງຝ່າຍເປັນແນວໃດ? ທ່ານວິໄສ: (ປ່ອຍອັດສຽງ)
ນັກຂ່າວ:ເຈົ້າ.ຂອບໃຈທ່ານວິໄສຫຼາຍໆທີ່ໄດ້ຮັບການສຳພາດຂອງວິທະຍຸCRI.ພວກເຮົາ ຂໍອວຍພອນທ່ານຈົ່ງປະສົບແຕ່ຜົນສຳເລັດໃນການຢ້ຽມຢາມເທື່ອນີ້.
ທ່ານຜູ້ຟັງທີ່ໂຄລົບ,ທີ່ຟັງມານັ້ນແມ່ນບົດສຳພາດພັນເອກວິໄສ ຈັນທະມາດ,ຫົວໜ້າກົມວິ ທະຍາສາດແລະປະຫວັດສາດການທະຫານຂອງກະຊວງປ້ອງກັນປະເທດລາວ.ຕໍ່ໄປເຊີນຟັງລາຍການຈີນໃນປະຈຸບັນ.
|
|
|