ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-28 22:54:42    
ຫວ່າງ​ມໍ່ໆ​ນີ້,​ສານ​ອີ​ຣັກ​ຈະ​ຕັດ​ສິນ​ຕໍ່​ຄະ​ດີ​ຊັດ​ດາມ

cri
ຕາ​ມຂ່າວສານ​ຊິນ​ຮວາ: ວັນ​ທີ 27 ກໍລະກົດ, ສານ​ຊັ້ນ​ສູງ​ຂອງ​ອີ​ຣັກ​ປະ​ກາດ​ວ່າ,​ຄະ​ດີ​ບ້ານ​ດູ​ຈາ​ອີນ​ທີ່​ເອົາ​ທ່ານ​ຊັດ​ດາມ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣັກ​ແລະ​ອີກ 7 ຄົນ​ເປັນ​ຈຳ​ເລີຍ​ນັ້ນ​ຈະ​ພັກ​ໄປຮອດ​ວັນ​ທີ 16​ຕຸ​ລາ​ປີ​ນີ້​, ຮອດ​ເວລາ​ນັ້ນ, ສານ​ຈະ​ປະກາດ​ຜົນ​ການ​ຕັດ​ສິນ.

ວັນທີ27ກໍລະກົດ,ທ່ານບານດາໄດ້ຂຶ້ນສານຮັບການໄຕ່ສວນ

ໃນ​ການ​ໄຕ່​ສວນ​ໃນວັນ​ທີ 27 ກໍລະກົດ, ທ່ານ​ຊັດດາມ​ບໍ່​ມາ​ສານ​ຕາມ​ນັດ, ທ່ານ​ຣາ​ມາ​ດານ ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ແລະ​ທ່ານ​ບານ​ດາ ຜູ້​ພິ​ພາກ​ສາ​ສານ​ປະ​ຕິ​ວັດ​ສະ​ໄໝ​ຊັດ​ດາມ​ໄດ້​ຂຶ້ນ​ສານ​ຮັບ​ການ​ໄຕ່​ສວນ.

ວັນທີ27ກໍລະກົດ,ທ່ານຣາມາດານໄດ້ຂຶ້ນສານຮັບການໄຕ່ສວນ

ກ່ອນ​ໜ້າ​ນີ້, ທ່ານ​ຊັດ​ດາມ​ໄດ້​ອົດ​ອາຫານຫຼາຍມື້​ເພື່ອ​ເປັນ​ການ​ປະ​ທ້ວງ​ທະ​ນາຍ​ຄວາມ​ຜູ້​ທີ 3 ຂອງ​ທ່ານ​ຖືກ​ຂ້າ​. ​ເມື່ອ​ເຈົ້າ​ໜ້າ​ທີ່​ໄດ້​ສົ່ງ​ທ່ານ​ເຂົ້າ​ໂຮງ​ໝໍ​ ​ແລ້ວ,​ທ່ານ​ຊັດ​ດາມ​ໄດ້​ປະ​ກົດ​ຕົວ​ຢູ່​ສານ​ຄືນ​ໃໝ່​ໃນ​ວັນ​ທີ 26 ກໍລະກົດ.