ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-28 23:01:24    
ຝ່າຍ​ຈີນ​ຈະ​ສືບ​ຕໍ່​ຊຸກ​ຍູ້​ໃຫ້​ປະ​ຕິ​ບັດ​ກົດ​ບັນ​ຍັດ​ຄວບ​ຄຸມ​ການ​ຄ້າ​ຂາ​ອອກ​ຢ່າງ​ຮອບ​ດ້ານ​ແລະ​ບັງ​ເກີດ​ຜົນ

cri
ຕາມ​ຂ່າວ CRI:ວັນ​ທີ 28 ກໍລະກົດ, ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ບັນ​ຊີ​ລາຍ​ຊື່​ຄວບ​ຄຸມ​ເຄື່ອງ​ສົ່ງ​ອອກ​ທີ່​ເປັນ​ເຄື່ອງ​ໃຊ້​ຊີວະ​ຊາດ​ໃຊ້​ການ​ໄດ້​ສອງ​ດ້ານ​ສະບັບ​ດັດ​ແກ້​ໃໝ່​ຂອງ​ຈີນ, ທ່ານ​ລິວ​ຈ້ຽນຊ່າວ​ໂຄ​ສົກ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ​ເວົ້າ​ວ່າ,​ຝ່າຍ​ຈີນ​ຈະ​ສືບ​ຕໍ່​ອອກ​ແຮງ​ຊຸກ​ຍູ້​ການ​ປະຕິບັດ​ກົດ​ບັນຍັດຄວບ​ຄຸມ​ເຄື່ອງ​ສົ່ງ​ອອກ​ຢ່າງ​ຮອບ​ດ້ານ​ແລະ​ບັງ​ເກີດ​ຜົນ.

ເຄື່ອງ​ໃຊ້​ຊີວະຊາດ​ໃຊ້​ການ​ໄດ້​ສອງ​ດ້ານ​ໝາຍ​ເຖິງ​ແມ່​ພະຍາດ​ກົກ,ທາດ​ເບື່ອ,​ວັດ​ຖຸ​ກຳ​ມະ​ພັນ​ທີ່​ໃຊ້​ເຂົ້າ​ໃນ​ທາງ​ຈຸດ​ປະ​ສົງ​ສັນ​ຕິ​ພາບ​ໄດ້,​ຄື ການ​ປິ່ນ​ປົວ​ເປັນ​ຕົ້ນ,​ແລະ​ທັງ​ໃຊ້​ເຂົ້າ​ໃນ​ທາງ​ຈຸດ​ປະ​ສົງ​ທີ່​ບໍ່​ແມ່ນ​ສັນ​ຕິ​ພາບ​ກໍ​ໄດ້,ຄືບຸກເບີກແລະຜະລິດອາວຸດຊີວະ​ຊາດ​ເປັນ​ຕົ້ນ.

ທ່ານຍັງເວົ້າວ່າ, ຝ່າຍຈີນຍິນດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມືກັບ​ບັນດາ​ປະ​ເທດ​ໃນ​ຂົງ​ເຂດ​ປ້ອງ​ກັນ​ບໍ່​ໃຫ້​ແຜ່​ຂະຫຍາຍ​ແລະ​ຄວບ​ຄຸມ​ການ​ສົ່ງ​ອອກ.