ຈີນມອບຍົນ"ຊິ່ນໂຈ່ວ60"ໃຫ້ລາວແລະກົງໂກບຼາຊາວິນ
cri
ຕາມຂ່າວສານຊິນຮວາ: ວັນທີ 28 ກໍລະກົດ, ກຸ່ມບໍລິສັດທີໜຶ່ງອຸດສາຫະກຳການບິນຈີນໄດ້ມອບຍົນ "ຊິ່ນໂຈ່ວ 60" ລຳທຳອິດທີ່ບໍລິສັດການບິນລາວແລະບໍລິສັດການບິນກົງໂກບຼາຊາວິນຈອງຊື້ຢູ່ເມືອງຊີ່ອ່ານ ພາກຕາເວັນຕົກຂອງຈີນ.
ນັບມາຮອດດຽວນີ້, ລວມທັງໝົດ, ຈີນໄດ້ເຊັນຂໍ້ຜູກພັນຂາຍຍົນ"ຊິ່ນໂຈ່ວ 60"ທີ່ຈີນຜະລິດໃຫ້ຕ່າງປະເທດ 32 ລຳ, ກ່ຽວພັນເຖິງ 8 ປະເທດຂອງອາຝຼິກາ, ອາຊີ,ທະວີບອາເມລິກາແລະໂອຊຽນນີ.
ເວົ້າໃນດ້ານຄວາມປອດໄພ, ລາຄາ,ຄວາມສະບາຍ,ການຮັກສາຂອງຍົນ"ຊິ່ນໂຈ່ວ 60"ໄດ້ບັນລຸຫຼືມໍ່ກັບລະດັບຍົນປະເພດດຽວກັນໃນໂລກ,ຕົ້ນທຶນນຳໃຊ້ໂດຍກົງຕ່ຳກວ່າຍົນຕ່າງປະເທດ 10% ຫາ 20%.
|
|