ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-31 09:23:40    
CRI--ໝູ່​ເພື່ອນ​ທີ່​​ແຍກ​ຈາກ​ກັນ​ບໍ່​ໄດ້---ສຳ​ພາດ​ຜູ້​ຟັງ​ທີ່​ເຂົ້າ​ຮ່ວມ​ການ​ເສັງ​ຄວາມ​ຮູ້"ຂ້ອຍ​ກັບ​CRI" (ສຽງ)

cri

ດຽວ​ນີ້, ປັກ​ກິ່ງ​ພວມຢູ່​ໃນ​ລະດູ​ຮ້ອນ​,ປີ​ນີ້​ຝົນຕົກ​ຫຼາຍ,ສ່ວນ​​​ເມືອງ​ລາວ​ກໍ​ຢູ່​ໃນລະດູຝົນຄື​ກັນ,ອາກາດ​ຄ່ອຍໆ​ເຢັນລົງ,ຜູ້​ຟັງ​ຫຼາຍ​ທ່ານ​ກໍ່​ພາກັນ​ຂຽນ​ຈົດ​ໝາຍ​ມາ​ຫາ​ພວກ​ເຮົາ.​​ນັບແຕ່​ ວິ​ທະ​ຍຸCRI​​ໄດ້ເລິ່ມ​ຈັດການ​ເສັງ​ຄວາມ​ຮູ້ທີ່​ມີ​ລາງວັນ​ເລື່ອງ"ຂ້ອຍ​ກັບCRI"​ເມື່ອ​ເດືອນ​ພຶດ​ສະພາ​ປີ​ນີ້​ເປັນ​ຕົ້ນມາ​,ພວກ​ເຮົາ​ໄດ້​ຮັບ​ຈົດໝາຍ​​ເພື່ອ​ຕອບ​ຄຳຖາມ​ຫຼາຍ​ສະບັບ​,​ໃນ​ນັ້ນ​ມີ​ຜູ້​ຟັງ​ຈຳນວນ​ບໍ່​ໜ້ອຍ​ໄດ້​ຕອບ​ຄຳ​ຖາມ​ຖືກຕ້ອງ​ທັງ​ໝົດ,ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ​ຜູ້​ຟັງ​ຫຼາຍ​ໆ​ທ່ານ​ໄດ້​ຕັ້ງ​ໃຈຕິດຕາມ​ຮັບ​ຟັງລາຍ​ການ​,ພວ​ກ​ເຮົາຮູ້ສຶກ​ປິ​ຕິ​ຊົມ​ຊື່ນ​​​ເປັນ​ຢ່າງ​ຍິ່ງ,ພ້ອມ​ກັນ​ນັ້ນ​,ກໍ່​ຂໍຂອບ​ໃຈນຳ​ຜູ້​ຟັງ​ທີ່ຕິດຕາມ​ລາຍການ​​.​ໃນ​ລາຍການ"​ເພື່ອນ​ມິດ​ຜູ້​ຟັງ"ພາກ​ນີ້,ພວກ​ເຮົາ​​ໄດ້ສຳ​ພາດ​ຜູ້​ຟັງ​3ທ່ານ​ທາງ​ໂທ​ລະ​ສັບທີ່​ເຂົ້າ​ຮ່ວມ​ການ​ເສັງ​ຄວາມ​ຮູ້ດັ່ງກ່າວ​ເປັນ​ພິ​ເສດ,​​ໂດຍ​ຂໍ​ໃຫ້​ເພິ່ນເລົ່າ​ຄວາມ​ຮູ້​ສຶກຂອງ​ຕົນ​ໃນ​ການ​ຮັບ​ຟັງ​ລາຍ​ການ​ພາສາ​ລາວຂອງ​ວິທະຍຸ​CRIແລະ​ເຂົ້າ​ຮ່ວມ​ເສັງ​ຄວາມ​ຮູ້ຂອງ​ວິ​ທະ​ຍຸພວກ​ເຮົາ.

ທ່ານ​ຄຳ​ຕາ.ລໍ​ວັນ​ອີນ ຮອງ​ຫົວໜ້າ​ພະ​ແນ​ກຖະ​ແຫຼ​ງຂ່າວ​ແລະ​ວັດທະນະ​ທຳ​​ແຂວງ​ຫຼວງ​ພະ​ບາງ​ແມ່ນ​ໝູ່​ເພື່ອນທີ່ດີ​ຂອງ​ພວກ​ເຮົາ,ທັງ​​ແມ່ນຜູ້​ຟັງ​ເກົ່າ​ຂອງ​ພວກ​ເຮົາ.ນັບ​ແຕ່​ສະ​ໄໝ​ຕໍ່​ສູ້​ກູ້​ຊາດ​ຂອງ​ລາວ​ໃນ​ທ້າຍ​ຊຸມ​ປີ60,ທ່ານ​ຄຳ​ຕາ​ກໍ່​ໄດ້​ເລິ່ມຮັບ​ຟັງ​ລາຍການພາສາ​ລາວ,ພາສາ​ໄທ​ແລະ​ພາສາ​ຫວຽດນາມ​ຂອງ​ວິທະຍຸພວກ​ເຮົາ,ທ່ານ​ບອກ​ວ່າ,​ໂດຍ​ຜ່ານຈາກ​ລາຍການ​ຂອງ​ພວກ​ເຮົາ,ທ່ານ​​​ສາມາດຮູ້​ຫຼັກ​ໝັ້ນ​ແລະ​ທັດ​ສະ​ນະ​ຂອງ​ພັກ​ແລະ​ລັດຖະບານ​ຈີນ​ໃນ​ການ​ເຂົ້າ​ຮ່ວມ​ວຽກ​ງານສາກົນ​ຢ່າງ​ທັນ​ການ,ມີຜົນ​ປະ​ໂຫຍ​ດຫຼາຍຕໍ່​ວຽກ​ງານ​ຂອງ​ທ່ານ​,ຖ້າວ່າ​ມື້​ໃດ​ບໍ່​ໄດ້​ຟັງ​ກິນ​ເຂົ້າ​ບໍ່​ແຊບ.​​ເມື່ອ​ເວົ້າ​ເຖິງກາ​ນ​ເຂົ້າ​ຮ່ວມ​ການ​ເສັງ​ຄວາມ​ຮູ້ເທື່ອ​ນີ້,ທ່ານ​ເວົ້າວ່າ​ເຖິງ​ວ່າ​ທ່ານ​ຮັບ​ຟັງ​ລາຍການ​ຂອງ​ພວກ​ເຮົາ​ເລື້ອຍໆ,​ແຕ່​ການເຂົ້າ​ຮ່ວມການ​ເສັງ​ຄວາມ​ຮູ້​ຂອງ​ພວກ​ເຮົາ​ພັດ​​ແມ່ນ​ເທື່ອ​ທຳ​ອິດ,ທ່ານ​ເວົ້າ​ວ່າ,

(ສຽງ1)

ທ່ານ​ສົມ​ຊາຍ.​ແສງ​ດາຣາ​ເຮັດ​ວຽກ​ຢູ່​ວິທະຍຸ​ແຫ່ງ​ຊາດ​ລາວ,ທ່ານ​ກໍ່ໄດ້​ຕິດຕາມ​ຮັບ​ຟັງ​ລາຍການ​ຂອງ​ວິທະຍຸ​ພວກ​ເຮົາ​ເປັນ​ເວລາ 5  6 ປີ​ແລ້ວ,ທ່ານ​ເວົ້າ​ວ່າ,ທ່ານໄດ້​ຄວາມ​ຮູ້​ຫຼາຍ​ຢ່າງ​ຈາກ​ລາຍການ​ຂອງ​CRI, ຂ່າວ​ຂອງ​ພວກ​ເຮົາພາວະ​ວິ​ໄສ ທັນ​ເວລາ​ແລະ​​ແມ່ນ​ຢຳ,ທ່ານ​ມັກ​ຟັງ​ຫຼາຍ,ທ່ານ​ເວົ້າ​ວ່າ:

(ສຽງ2)

ທ່ານ​ພອນ​ແກ້ວ.​ແກ້ວ​ອຸດົມ​ທີ່ຢູ່​ເມືອງ​ຮຸນ​ແຂວງອຸດົມ​ໄຊ​ກໍ່​ແມ່ນມິດ​ລາຍການ​ຜູ້​ໜຶ່ງ​ຂອງ​ພວກ​ເຮົາ,ທ່ານບໍ່ພຽງ​ແຕ່​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ເສັ່ງ​ຄວາມ​ຮູ້​ຕ່າງໆ​ທີ່​ວິທະຍຸ​ພວກ​ເຮົາ​ຈັດ​ຂຶ້ນ​ເທົ່າ​ນັ້ນ,​ໃນ​ການ​​ເສັງ​ຄວາມ​ຮູ້​ເລື່ອງ"ຂ້ອຍ​ກັບCRI"​​ເທື່ອ​ນີ້,ທ່ານ​ຍັງ​ໄດ້​ລະດົມ​ໃຫ້​ໝົດ​ຄອບຄົວ​​ເຂົ້າຮ່ວມ​ນຳ,​ຫຼັງ​ຈາກ​ນັ້ນ,ຄອບຄົວ​ຂອງ​ທ່ານກໍ່ລ້ວນ​ແຕ່​ໄດ້​ກາຍ​ເປັນ​ມິດ​ລາຍການ​ຂອງວິທະຍຸ​ພວກ​ເຮົາ,ທ່ານ​ເວົ້າວ່າ,​ເມື່ອ​ໄດ້​ຮັບ​ຟັງ​ລາຍການ​ພາກ​ພາສາ​ລາວ​ຂອງ​ວິທະຍຸ​ພວກ​ເຮົາ​ແລ້ວ,ທ່ານ​ກໍ່​ຄື​ຄອບຄົວ​ຂອງ​ທ່ານ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍຢ່າງ,ທ່ານ​ຍັງ​​ໄດ້​ເຊີນຊວນ​ປະຊາຊົນ​ລາວ​ທົ່ວ​ປະ​ເທດ​ມາ​ຕິດຕາມ​ຮັບ​ຟັງ​ລາຍການ​ພາກ​ພາສາ​ລາວຂອງ​ວິທະຍຸ CRI,ທ່ານ​ເວົ້າ​ວ່າ:

(ສຽງ3)

ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ,​ໃນຕອນ​ທ້າຍ​ລາຍການ​ພາກ​ນີ້,ພວກ​ເຮົາຂໍຂອບ​ໃຈ​ນຳ​ມິດ​ລາຍການ​ທັງສາມ​ທ່ານ​ອີກ​ເທື່ອ​ໜຶ່ງ,ພ້ອມ​ດ້ວຍ​ເພື່ອນ​ມິດ​ຜູ້​ຟັງ​ທຸກ​ທ່ານທີ່​ພວມຟັງ​ລາຍ​ການ​ຂອງ​ພວກ​ເຮົາ.ຢູ່​ໃນຂະ​ນະນີ້,ການ​ຟັງ​ຂອງ​ທ່ານ​ຄືກຳ​ລັງໃຈ​ຂອງພວກ​ເຮົາແລະ​ຈະພະ​ຍາຍາມ​ປັບປຸງ​ລາຍ​ການ​ໃຫ້​ນັມມື້​ນັບດີຂຶ້ນ​ເພື່ອໃຫ້​ຖືກໃຈ​ທ່ານ.ນອກ​ນີ້,ພວກ​ເຮົາ​ຂໍແຈ້ງ​ໃຫ້ທ່ານ​ຊາບວ່າ​ເລີ່​ມ​ແຕ່​ເດືອນ​ສິງຫາ​ເປັນ​ຕົ້ນ​ໄປ,ພວກ​ເຮົາ​ຈະ​ອອກ​ອາກາດ​ລາຍການ​ເສັງ​ຄວາມ​ຮູ້ຄືນ​ໃໝ່,ຖ້າ​​ເທື່ອ​ທຳ​ອິດ​ທ່ານ​ໄດ້​ພາດ​ໄປ,ກໍຍັງ​ມີໂອກາດ​ຮ່ວມມ່ວມ​ຊື່ນໄດ້​ອີກ.

ສຸດທ້າຍ​ນີ້ຂໍ​ຈັດ​ເພງ​ມ່ວນໆ​ເພງ​ໜຶ່ງ​​ຊື່ວ່າ​ໂຢໜີ​ເພີຍຈຶອົວ,​ແປ​ວ່າ​"ມີ​ເຈົ້າ​ເປັນ​ເພື່ອນ,ຂໍ​ໃຫ້ສຽງ​ເພງມ່ວນໆ​ເປັນເພື່ອນ​ຂອງ​ທ່ານ​ໃນທ່າມກາງລາຕີ​ອັນ​ສວຍ​ງາມ.