ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-31 10:30:26    
ຄວາມ​ເວົ້າ​ກ່ຽວ​ກັບ​ຄວາມ​ຮັກອັນ​ຄົມ​ຄາຍ​

cri Author: min


ສະບາຍດີ, ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ, ດີ​ໃຈ​ຫຼາຍ​ທີ່​ໄດ້​ພົບ​ກັບ​ທ່ານ​ໃນ​ລາຍການ​ຄາລົມ​ຄົມ​ຄາຍ​ອີກ​ຕາມ​ເຄີຍ, ຂ້າພະ​ເຈົ້າ​ແມ່ນ​ອຸດົມ!

ອີກ​ສອງ​ມື້​ກໍ່​ແມ່ນ​ເດືອນ​ເຈັດອອກ​ໃໝ່ 7 ຄ່ຳ​ຈັນທະ​ຄະຕິ​ຈີນ​ແລ້ວ, ຊຶ່ງ​ກໍ​ແມ່ນ​ວັນ​ຄູ່​ຮັກ​ຂອງ​ຈີນ, ມີ​ນິທານ​ປະ​ລຳ​ປະລາ​ເລົ່າ​ລື​ກັນ​ວ່າ, ​ແຕ່​ກີ້​ແຕ່​ກ່ອນ, ​ໃນ​ສະ​ໄໝ​ບູຮານ, ມີ​ອ້າຍ​ບ່າວ​ລ້ຽງ​ຄວາຍ​ທີ່​ທຸກ​ຍາ​ກຜູ້​ໜຶ່ງ​ໄດ້​ຮັກ​ກັນ​ກັບ​ລູກ​ສາວຫຼ້າ​ຂອງ​ເທບພະ​ເຈົ້າ​ເທິງ​ສະຫວັນ​ຊັ້ນ​ຟ້າ, ສອງ​ຄົນ​​ແຕ່ງດອງ​ເປັນ​ຜົວ​ເປັນ​ເມຍ​ກັນ, ຜົວ​ຄາດ​ໄຖ​ປູກຝັງ, ​ເມຍ​ຕ່ຳ​ແຜ່ນ, ດຳລົງ​ຊີວິດ​ຢ່າງ​ມີ​ຄວາມສຸກ. ພາຍ​ຫຼັງ​ມາ, ​ເທບພະ​ເຈົ້າ​ແລະ​ເຈົ້າ​ແມ່​ເທິງ​ຟ້າ​ໄດ້​ຮູ້​ເລື່ອງ, ​ໄດ້​ຂີດ​ເສັ້ນ​ເປັນ​ທາງ​ຊ້າງ​ເຜືອກ​ອອກ​ລະ​ຫວ່າງ​ເຂົາ​ເຈົ້າ​ທັງ​ສອງ, ​ແຕ່​ນັ້ນ​ມາ, ທ້າວ​ລ້ຽງ​ຄວາຍ​ກັບ​ນາງ​ຕ່ຳ​ຜ້າ​ຈຶ່ງ​ມີ​ແຕ່​ຢືນ​ຈ້ອງ​ມອງ​ກັນ​ຢູ່​ຄົນ​ລະ​ຟາກ​ຝັ່ງ​ທາງ​ຊ້າງ​ເຜືອກ. ​ເມື່ອ​ດົນ​ນານ​ມາ​ແລ້ວ, ​ເທບ​ພະ​ເຈົ້າ​ກັບ​ເຈົ້າ​ແມ່​ເທິງ​ຟ້າ​ກະ​ຕຸ້ນ​ໃຈ​ຍ້ອນ​ຄວາມ​ຮັກ​ອັນ​ຈິງ​ໃຈ​ລະຫວ່າງ​ເຂົາ​ເຈົ້າ​ສອງ​ຄົນ​, ຈຶ່ງ​ອະນຸຍາດ​ໃຫ້​ເຂົາ​ເຈົ້າ​ພົບ​ໜ້າ​ກັນ​ປີ​ລະ​ເທື່ອ​ໃນ​ເດືອນ 7 ອອກ​ໃໝ່ 7 ຄ່ຳ​ທຸກ​ປີ, ​ເມື່ອ​ຮອດ​ມື້​ນັ້ນ, ນົກ​ແຂວທັງ​ໝົດ​ໃນ​ເມືອງ​ມະນຸດ​ຈຶ່ງ​ບິນ​ຂຶ້ນ​ສູ່​ທ້ອງຟ້າ, ຕໍ່​ກັນ​ເປັນ​ຂົວ​ນົກ​ແຊວ​ເພື່ອ​ໃຫ້​ເຂົາ​ເຈົ້າ​ພົບ​ກັນ​ຢູ່​ເທິງ​ຂົວ. ພາຍ​ຫຼັງ​ມາ, ຄົນ​ທັງ​ຫຼາຍ​ຈຶ່ງ​ຖື​ວັນ​ນີ້​ເປັນ​ວັນ​ແຫ່ງ​ຄວາມ​ຮັກ​ຂອງ​ຈີນ, ຄ້າຍຄື​ກັບ​ວັນ​ວາ​​ເລນ​ທາຍ​ຂອງຝ່າຍ​ຕາ​ເວັນ​ຕົກ.

ຕັ້ງ​ແຕ່​ບູຮານ​ນະ​ການ​ມາ, ທຸກ​ຊົນ​ຊາດ​ຊົນ​ເຜົ່າ​ກໍ່​ມີ​ນິທານ​ຮັກ​ອັນ​ດີງາມ​ເລົ່າ​ລື​ກັນ​ມາ, ຄວາມ​ຮັກ​ແມ່ນ​ເນື້ອ​​ເລື່ອງ​ທີ່​ຄົນ​ທັງຫຼາຍ​ເວົ້າ​ບໍ່​ໜົກຈັກ​ເທື່ອ. ​ໃນ​ປະ​ຫວັດ​ສາດ, ບຸກຄົນ​ຜູ້​ມີ​ຊື່​ສຽງ​ຫຼາຍຄົນ​ກໍ​ໄດ້​ມີ​ຄວາມ​ເວົ້າ​ອັນ​ແຫຼມຄົມ​ເລິກ​ເຊິ່ງ​ກ່ຽວ​ກັບ​ຄວາມ​ຮັກ​ປະ​ໄວ້​ຢ່າງ​ມາກ​ມາຍ, ​ໃນ​ລາຍການ​ມື້​ນີ້, ພວກ​ເຮົາ​ໄດ້​ຮວບ​ໂຮມ​ເອົາ​ຄວາມ​ເວົ້າ​ເຫຼົ່າ​ນີ້​ມາ​ອ່ານ​ສູ່​ທ່ານ​ຟັງ.

ທ່ານ​ເຊ໌ກສ໌​ເປຍ ນັກ​ປະພັນ​ອັງກິດ​ເວົ້າ​ວ່າ: ​ເຖິງ​ວ່າ​ເວລາ​ແລະ​ໜ້າ​ຕາ​ຈະ​ເຮັດ​ໃຫ້​ຄວາມ​ຮັກ​ຫ່ຽວ​ແຫ້ງ, ​ແຕ່​ຄວາມ​ຮັກ​ແທ້​ຈິງ​ຈະ​ມີ​ຄວາມ​ກະຕືລື​ລົ້ນ​ຄື​ຄວາມ​ຮັກ​ຄັ້ງ​ແຮກ​ຕະຫຼອດ​ໄປ, ທ່ານ​ຍັງ​ເວົ້າ​ວ່າ:​ເມື່ອ​ຄວາມ​ຮັກ​ໄດ້​ເຂົ້າ​ໄປ​ໃນ​​ໃຈ​ຂອງ​ຄົນ​ແລ້ວ, ຈະ​ຕີ​ຈະ​ດ່າ​ແນວ​ໃດ​ມັນ​ກໍ​ບໍ່​ໜີ​ດອກ, ​ໃນ​ເມື່ອ​ມັນ​ໄດ້​ເຂົ້າ​ມາ​​ໃນ​ໂຕ​ເຈົ້າ​ແລ້ວ, ມັນ​ກໍ່​ຈະ​ຍຶດຄອງ​ໝົດ​ທຸກ​ສິ່ງ​ທຸກ​ຢ່າງ​ຂອງ​ເຈົ້າ.

ທ່ານ​ແຊນ​ລີ ນັກ​ກະວີ​​ໂລ​ມັງ​ຕິກ​ທີ່​ມີ​ຊື່​ສຽງ​ຂອງ​ອັງກິດ​ເຄີຍ​ມີ​ການ​ອຸປະມາ​ທີ່​ງາມ​ວິຈິດ​ທີ່​ສຸດ​ກ່ຽວ​ກັບ​ການ​ຈູບ, ທ່ານ​ເວົ້າ​ວ່າ: ການ​ຈູບ​ແມ່ນ​ວິ​ຍານ​ກັບ​ວິ​ຍານ​ພົບ​ກັນ​ຢູ່​ຮິມ​ສົບ​ຂອງ​ຜູ້​ຮັກ​ກັນ.

ທ່ານ​ໂມລີ​ແອ​ເຣິ ນັກ​ປະພັນ​ຜູ້​ສຳຄັນ​ກວ່າ​ໝູ່​ໃນ​ສະຕະວັດ​ທີ 17 ຂອງ​ຝຣັ່ງ​ເວົ້າ​ວ່າ, ຖ້າ​ບໍ່​ຄຶດ​ຮອດ​ກັນ, ​ເຈົ້າ​ກໍ່​ບໍ່ຫ່ອນ​ມີ​ຄວາມສຸກ. ຖ້າ​ຂັບ​ໄລ່​ຄວາມ​ຮັກ​ອອກ​ຈາກ​ຊີວິດ, ກໍ່​ທໍ່​ກັບ​ຂັບ​ໄລ່​ຄວາມ​ມ່ວນ​ຊື່ນ​ອອກ​ໄປ.

ທ່ານ​ດົກ​ທອຍ​ເຢັບສະ​ກີ ນັກ​ປະພັນ​ນະວະ​ນິຍາຍ​ທີ່​ມີ​ຊື່ສ​ຽງ​ໃນ​ສະຕະວັດ​ທີ 19 ຂອງ​ຣັດ​ເຊຍ​ເວົ້າ​ວ່າ, ຖ້າ​ຮັກ​ກັນ​ຢ່າງ​ຈິງ​ແຈ​ແທ້, ຄວາມ​ເຂົ້າ​ໃຈ​ຜິດ​ແຫ່ງ​ຄວາມ​ຮັກ​ກໍ່​ຈະ​ລືມ​ໄປ​ໃນ​ທັນທີ.

ທ່ານ​ຊັງ​ຊັກ ຣຸດ​ໂຊ, ນັກ​ນຶກ​ຄຶກ​ໃນ​ຂະ​ບວນ​ການ​ວັດທະ​ນະທຳ​ປະຊາ​ທິ​ປະ​ໄຕ​ຂອງ​ຝຣັ່ງ​ເວົ້າ​ວ່າ: ການ​ຜູກ​ພັນ​ຄວາມ​ຮັກ​ຢ່າງ​ຈິງ​ໃຈ​ແມ່ນ​ການ​ຜູກ​ພັນ​ທີ່​ບໍລິສຸດ​ຜຸດ​ຜ່ອງ​ກວ່າ​ສິ່ງ​ອື່ນໆ​ທັງ​ໝົດ, ​ໃນ​ອາລົມ​ຈິດ​ທຸກ​ຢ່າງ​ຂອງ​ພວກ​ເຮົາ, ທີ່​ເຮັດ​ໃຫ້​ຄົນຫຼົງ​ໄຫຼ​ກວ່າ​ໝູ່​​ແມ່ນ​ຄວາມ​ຮັກ.

ທ່ານ​ອັງ​ແກ​ນ​ເວົ້າ​ວ່າ: ສິ່ງ​ທໍລະ​ມານ​ໃຈ​ທີ່​ສູງ​ສົ່ງ​ທີ່​ສຸດ, ​ແຮງ​ກ້າ​ທີ່​ສຸດ​ແລະ​ເປັນ​ເລື່ອງ​ສ່ວນ​ຕົວ​ທີ່​ສຸດ​ກໍ​ແມ່ນ​ຄວາມ​ທໍລະມານ​ໃຈ​ຍ້ອນ​ຄວາມ​ຮັກ.

ຄວາມ​ຮັກ​ແມ່ນ​ເນື້ອ​ຫາ​ທີ່​ບໍ່​ເກົ່າ​ແກ່​ຈັກ​ເທື່ອ, ​ເວົ້າ​ທໍ່​ໃດ​ກໍ​ໃໝ່​ໄປ​ເລື້ອຍໆ, ດັ່ງ​ນັ້ນ, ຈຶ່ງ​ມີ​ຄົນ​ເວົ້າ​ວ່າ, ຄວາມ​ຮັກ​ແມ່ນ​ເຄື່ອງ​ຫຼິ້ນ​ລູກ​ບາດ. ຕໍ່​ໄປ, ຂ້າ​ພະ​ເຈົ້າ​ກໍ​ຈະ​ເລົ່າ​ຄວາມ​ເວົ້າ​ມ​ໃໝ່ໆ​ມ່ວນໆ​ກ່ຽວ​ກັບ​ຄວາມ​ຮັກ​ສູ່​ທ່ານ​ຟັງ:

ພໍ່ຄົວ​ເວົ້າ​ວ່າ: ຄວາມ​ຮັກ​ແມ່ນ​ຫົວຜັກ​ບົ່ວ​ຝຣັ່ງ, ​ເຈົ້າ​ແກະ​ມັນ​ອອກ​ແຕ່​ລະການ, ມັນ​ກໍ​ຈະ​ເຮັດ​ໃຫ້​ເຈົ້າ​ນ້ຳຕາ​ໄຫຼນຳ​ມັນ.

ນາຍ​ໝໍ​​ເວົ້າ​ວ່າ: ຄວາມ​ຮັກ​ເໝືອນ​ດັ່ງ​ການ​ເປັນຫວັດ, ຄົນ​ທີ່​ຕິດ​ເຊື້ອ​ໂຣກ​ແຫ່ງ​ຄວາມ​ຮັກ​ນັ້ນ, ຕົວະ​ຕົນ​ເອງ​ບໍ່​ໄດ້, ຕົວະ​ຜູ້​ອື່ນ​ກໍ​ບໍ່​ໄດ້.

ນັກ​ອຸຕຸ​ນິຍົມ​ວິທະຍາ​ເວົ້າ​ວ່າ: ຄວາມ​ຮັກ​ບໍ່​ຢ້ານ​ມືດ, ຢູ່​ແຈ​ໃດ​ແຈ​ໜຶ່ງ​ໃນ​ສວນ​ອຸທິຍານ​ແຮ່ງ​ມືດ, ຜູ້​ຮັກ​ກັນ​ກໍ່​ແຮ່ງ​ມັກ​ໄປ. ຄວາມຮັກ​ບໍ່​ຢ້ານ​ຮ້ອນ, ​ເຖິງ​ວ່າ​ອຸນ​ຫະ​ພູມ​ຈະ​ສູງ​ເຖິງ 100 ອົງສາ​ເຊ, ຜູ້​ຮັກ​ກັນ​ກໍ​ຍັງ​ມັກ​ເຟືອ​ກັນ​ຢູ່. ຄວາມ​ຮັກ​ບໍ່​ຢ້ານ​ໜາວ, ​ເວລາ​ຫິມະ​ຕົກ, ຜູ້​ຮັກ​ກັນ​ກໍ​ຍັງ​ອອກ​ໄປ​ຍ່າງ​ບົນ​ຖະໜົນ​ຕາມ​ເຄີຍ.

ນັກ​ບູຮານ​ຄະດີ​ເວົ້າ​ວ່າ, ຄວາມ​ຮັກ​ຄື​ກັບ​ນ້ຳ, ສາດ​ອອກ​ໄປ​ກໍ​ເກັບ​ຄືນ​ບໍ່​ໄດ້​ແລ້ວ. ຄວາມ​ຮັກ​ຄື​ກັບ​ເຄື່ອງ​ປັ້ນດິນ​ເຜົາ, ​ເມື່ອ​ມັນ​ແຕກ​ແລ້ວ, ​ແມ່ນ​ຕິດ​ໃຫ້​ດີ​ຄືນ​ຄື​ເກົ່າ​ຍາກ, ຄວາມ​ຮັກ​ຄື​ກັບ​ວັດຖຸ​ບູຮານ​ທີ່​ຂຸດອອກ​ຈາກ​ດິນ, ທັງ​ເກົ່າ​ແກ່​ທັງ​ໃໝ່​ອ່ຽມ.

ຄົນ​ທັງ​ຫຼາຍ​ຍັງ​ເວົ້າ​ວ່າ: ​ເມື່ອ​ສອງ​ຄົນ​ຮັກ​ກັນ, ​ເວົ້າ​ສຳລັບ​ໂລກ​ແລ້ວ, ​ເຈົ້າ​ອາດ​ຈະ​ແມ່ນ​ຄົນ​ທຳ​ມະ​ດາ​ຜູ້​ໜຶ່ງ, ​ແຕ່​ເວົ້າ​ສຳລັບ​ຜູ້​ຮັກ​ເຈົ້າ​ແລ້ວ, ​ເຈົ້າ​ພັດ​ແມ່ນ​ໂລກ​ຂອງ​ລາວ.

ຄວາມ​ຫ່າງ​ທີ່​ໄກ​ກວ່າ​ໝູ່​ໃນ​ໂລກ, ບໍ່​ແມ່ນ​ຄວາມ​ຫ່າງ​ລະຫວ່າງ​ການ​ເກີດ​ກັບ​ການ​ຕາຍ, ບໍ່​ແມ່ນ​ຢູ່​ຄົນ​ລະ​ຝາກ​ຟ້າ, ຫາກ​ແມ່ນ​ຂ້ອຍ​ຢືນ​ຢູ່​ຕໍ່ໜ້າ​ເຈົ້າ, ​ເຈົ້າ​ຍັງ​ບໍ່​ຮູ້​ວ່າ, ຂ້ອຍ​ຮັກ​ເຈົ້າ.

ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ, ​ໃນ​ລາຍການ​ມື້​ນີ້, ພວກ​ເຮົາ​ໄດ້​ແນະນຳ​ຄວາມ​ເວົ້າ​ກ່ຽວ​ກັບ​ຄວາມ​ຮັກອັນ​ຄົມ​ຄາຍ​ສູ່​ທ່ານ​ຟັງ, ທີ່​ຈິງ​ແລ້ວ, ຄວາມ​ຮັກ​ແມ່ນ​ເນື້ອ​ຫາ​ທີ່​ຄົນ​​ເຮົາ​ມັກ​ລົມ​ກັນ​ຢ່າງ​ບໍ່​ມີ​ມື້​ສິ້ນ​ສຸດ​ຈັກ​ເທື່ອ, ມັນ​ເຮັດ​​ໃຫ້​ຄົນ​ມີ​ຄວາມ​ສຸກ​ທັງ​ເຮັດ​ໃຫ້​ຄົນ​ທໍລະມານ​ໃຈ. ອີກ​ສອງ​ມື້ກໍ່​ແມ່ນ​ວັນ​ແຫ່ງ​ຄວາມ​ຮັກ​ທີ່​ມີ​ມູນ​ເຊື້ອ​ຂອງ​ຈີນ​ແລ້ວ, ນະ​ທີ່​ນີ້, ພວກ​ເຮົາຂໍ​ອວຍ​ພອນ​ໃຫ້​ຜູ້​ຮັກ​ກັນ​ແຕ່​ລະ​ຄູ່​ຈົ່ງ​ມີ​ຄວາມສຸກ​ຄວາມ​ສຳລານ, ລາຍການ​ຄາລົມ​ຄົມ​ຄາຍ​ພາກ​ນີ້​ຂໍ​ສ້ຽງ​ສຸດ​ລົງ​ພຽງ​ທໍ່​ນີ້, ອຸດົມ​ແລະ​ວິ​ໄລ​ວັນ​ຜູ້​ຮຽບຮຽງ​ຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ, ພົບ​ກັນ​ໃໝ່​ໃນ​ອະທິ​ດໜ້າ, ສະບາຍດີ!