ສະບາຍດີທ່ານຜູ່ຟັງທີ່ເຄົາລົບ, ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການຢ່ອນອາລົມໃນວັນເສົາ.ຂ້າພະເຈົ້າແມ່ນແສງແກ້ວ.
ນາງຢາງນາຍເວີນແມ່ນນັກຮ້ອງໄຕ້ຫວັນທີ່ຕ່າງຫມູ່ຫລາຍ,ນາງບໍ່ມັກຮ້ອງເພງຮັກທີ່ອ່ອນໆຫວານໆ, ພັດມັກຮ້ອງເພງຣັອກແອນໂຣນທີ່ມີຈັງຫວະຮ້ອນໆ,ປີ 2001, ນາງໄດ້ອັດແຜ່ນສຽງຂອງສ່ວນຕົວແຜ່ນໜຶ່ງທີ່ຊື່ວ່າ: yin gai ແປວ່າ ຄວນ, ບໍ່ພຽງແຕ່ແຟນເພງມັກຫຼາຍ, ວົງການວິຈານດົນຕີກໍຍ້ອງເປັນສຽງດຽວກັນ.
ທີ່ທ່ານພວມຟັງຢູ່ນີ້ແມ່ນເພງ yin gai ຄວນ,ເພງນີ້ມີເນື້ອໃນວ່າ: "ອາດຈະແມ່ນຍ້ອນຢ້ານເຫງົາ, ຈິ່ງເປັນຫ່ວງວ່າ,ເມື່ອມື້ອື່ນຜ່ານໄປ, ເຈົ້າຈະມິດງຽບທັນທີ, ຍິ້ມແລ້ວຕົກລົງຈາກຂ້ອຍໄປ.ອາດຈະແມ່ນຄິດຫລາຍໂພດ, ຈິ່ງສົງໃສຊູ່ມື້, ພວກເຮົາອ່ອນແອໝົດຊູ່ຄົນ, ເມື່ອຮອດຍາມນັ້ນ,ບໍ່ຮູ້ວ່າຈະເວົ້າຫຍັງ. ຄວນຮັກເຈົ້າ, ຈັບມືເຈົ້າໄວ້ແໜ້ນໆ, ຄວນກອດເຈົ້າ, ບໍ່ໃຫ້ເຈົ້າຈາກໄປຈົນເທົ່າໃດໆ." ໃນຫລາຍປີມານີ້, ເພງຈີນໄດ້ຂະຫຍາຍຕົວດີຫລາຍຢູ່ອາຊີ, ນັກຮ້ອງຊາວຈີນພົ້ນທະເລບໍ່ຫນ້ອຍໄດ້ທະຍອຍກັນເຂົ້າສູ່ເວທີເພງຈີນ. ທ່ານຈ່າງຈື້ເຊິງ ນັກຮ້ອງມາເລເຊຍກໍ່ແມ່ນຜູ່ຫນຶ່ງ, ທ່ານເປັນນັກຮ້ອງໄດ້ 6 ປີແລ້ວ, ໄດ້ຮັບລາງວັນຫລາຍຈົນນັບບໍ່ຖ້ວນ, ແລະໄດ້ຮັບຄວາມຊົມເຊີຍຈາກແຟນເພງ. ເດືອນພຶດສະພາປີ 2006, ທ່ານຈ່າງຈື້ເຊິງໄດ້ອັດແຜ່ນສຽງແຜ່ນໜຶ່ງທີ່ຊື່ວ່າ "ai qing shu"ຕົ້ນຮັກ, ແຜ່ນສຽງແຜ່ນນີ້ມີ 10 ເພງ, ລວມທັງຈັງຫວະ R&B ຣັອກແອນໂຣນອັງກິດເປັນຕົ້ນ.ໃນນັ້ນ,ຍັງມີເພງທີ່ຊື່ວ່າ"kuai le"ມ່ວນຊື່ນ ທີ່ທ່ານຈ່າງຈື້ເຊິງແຕ່ງເນື້ອຮ້ອງເອງເປັນຄັ້ງທຳອິດ. ຕໍ່ໄປ ເຊີນຟັງເພງ"kuai le"ມ່ວນຊື່ນ ທີ່ມີທຳນອງເພງພື້ນເມືອງ.
"ຄວາມມ່ວນຊື່ນແມ່ນແບ່ງປັນກັນໄດ້, ຄວາມມ່ວນຊື່ນກໍຕ້ອງການເວລາ, ຄວາມມ່ວນຊື່ນມັກໄດ້ຮັບການຈື່ຈຳໄວ້, ເພາະວ່າຄົນເຮົາມັກຈື່ແຕ່ເລື່ອງດີເລື່ອງມ່ວນ. ຢ່າຕິວ່າຂ້ອຍເວົ້າຫລາຍ, ພຽງແຕ່ເພື່ອບໍ່ຢາກໃຫ້ເຈົ້າບໍ່ມ່ວນ, ມີຄົນຮັກຄວນແມ່ນຄວາມສຸກ, ການຮັກກັນບາງທີກໍ່ແມ່ນເລື່ອງງ່າຍໆ,ເພາະວ່າຄວາມຮັກນັ້ນແມ່ນມີມາແຕ່ເກີດ."
ປີ 1993,ທ້າວວາງລີຮົງ ນັກຮ້ອງໄຕ້ຫວັນຈີນອາຍຸ 16 ປີ, ຍ້ອນໄດ້ເບິ່ງຮູບເງົາເລື່ອງ"ເຈົ້າຈັກກະພັດພາກມະເຫສີ", ຈຶ່ງໄດ້ຮູ້ເຫັນງິ້ວປັກກິ່ງເທື່ອທຳອິດ. ໃນຮູບເງົາດັ່ງກ່າວ,ຮູບຮ່າງອັນສວຍງາມຂອງນັກສະແດງ, ວິທີຂັບຮ້ອງງິ້ວປັກກິ່ງອັນພິເສດແລະຄວາມຮັກອັນໂສກເສົ້າໃນເລື່ອງ, ລ້ວນແຕ່ໄດ້ສ້າງພາບປະທັບໃຈອັນເລິກເຊິ່ງໄວ້ກັບທ່ານ.ສະນັ້ນ, ທ່ານວາງລີ້ຮົງຕັດສິນໃຈວ່າ, ຕໍ່ໄປພາຍຫນ້າ, ຖ້າມີໂອກາດ, ແນວໃດກໍຈະຈັດເອົາງິ້ວປັກກິ່ງເຊື່ອມເຂົ້າໃນດົນຕີຂອງຕົນເອງ.ປີ 2006, ທ່ານໄດ້ມີໂອກາດໃນທີ່ສຸດ. ທ່ານໄດ້ຈັດປະມວນເພງຊຸດທີສອງຂອງຕົນ, ປະມວນເພງນີ້ໃສ່ຊື່ວ່າ:ຮວາທຽນໂຊ້. ຮວາທຽນໂຊ້ແມ່ນງິ້ວປັກກິ່ງທີ່ມີຊື່ສຽງເລື່ອງຫນຶ່ງ,ໄດ້ເລົ່າເລື່ອງຕະຫລົກກ່ຽວກັບຄວາມຮັກ. ທ້າວວາງລີຮົງເອົາຊື່ຂອງງິ້ວປັກກິ່ງເລື່ອງນີ້ເປັນຊື່ເພງ, ແຕ່ງເພງຮັກທີ່ໂສກເສົ້າໜ້າຟັງ. ຕໍ່ໄປ ເຊີນຟັງເພງນີ້ໄດ້ເລີຍ.
ປີ 1999, ຢູ່ບົນເວທີເພງຂອງໄຕ້ຫວັນໄດ້ມີນັກຮ້ອງຜູ່ຫນຶ່ງປະກົດຕົວ, ໃນ MV ຊຸດທຳອິດມີເພງທີ່ຊື່ວ່າ hu xi ຫາຍໃຈ ທີ່ຂັບຮ້ອງໂດຍນາງນັ້ນ, ນອກຈາກຕົວຫນັງສືເຕັ້ນອອກມາເທື່ອລະໂຕແລ້ວ, ບໍ່ເຫັນຫນ້າຕາຂອງນາງ. ແຕ່ຄົນທັງຫລາຍພັດຈື່ເອົາສຽງທີ່ເສາະໃສແລະອອນຊອນຂອງນາງ. ນາງກໍ່ແມ່ນນາງຊາຍຈ້ຽນຢາ. ນາງອາໄສສຽງລຳພັນສີຄ້ານໆທີ່ເລື່ອນລອຍໃນອາກາດ, ເຮັດໃຫ້ນາງມີແຟນເພງຫຼາຍບໍ່ຢອກ ແຜ່ນສຽງອີກຫຼາຍແຜ່ນຂອງນາງກໍໄດ້ຮັບຄວາມຊົມເຊີຍຈາກແຟນເພງ. ປີ 2005, ນາງໄດ້ອັດເພງປະມວນທີ 7 ທີ່ໃສ່ຊື່ວ່າ: mo sheng ren ຄົນແປກໜ້າ, ໃນປະມວນເພງນີ້ມີເພງຫນຶ່ງຊື່ວ່າ"wu di tong" ຂຸມບໍ່ມີພື້ນ, ເພງນີ້ໄດ້ເລົ່າເລື່ອງກ່ຽວກັບຄົນໃນຕົວເມືອງເພື່ອຢາກຫຼົບຫນີຈາກຄວາມເຫງົາຫງ່ວມ, ຈິ່ງພະຍາຍາມຊອກຫາຄວາມຮັກ, ແຕ່ພັດບໍ່ສົມດັ່ງປາຖະໜາ, ແລ້ວຄ່ອຍໆທໍ້ຖອຍ. ດົນຕີທີ່ເສບສະຫຼັບເຕັມໄປດ້ວຍກິ່ນອາຍຂອງຍຸກສະໄຫມ, ເນື້ອເພງກໍຈັບໃຈ, ບວກກັບການຂັບຮ້ອງອັນສົມບູນງົດງາມຂອງນາງຊາຍຈ້ຽນຢາ,ເຮັດໃຫ້ເພງນີ້ຈົບງາມທີ່ສຸດ.ຕໍ່ໄປ ເຊີນຟັງເພງ"ຂຸມບໍ່ມີພື້ນ". "ຮັກເຂົາໃຊ້ເວລາບໍ່ຮອດຫນຶ່ງນາທີ,ເມື່ອຫວນຄືນຄວາມຮັກນີ້,ບໍ່ເຄີຍຄິດວ່າຈະມີການເລີ່ມຕົ້ນແລະມີການສິ້ນສຸດ,ພຽງແຕ່ຍ້ອນຄວາມອ່ອນແອໃນຄາວດຽວ, ຈິ່ງມີຄວາມສອດຮ້ອຍຫຼາຍໆຕອນ,ເປັນຫຍັງຄວາມຮັກຈຶ່ງໃສ່ບໍ່ເຕັມແຕ່ກໍເອົາບໍ່ໝົດຈັກເທື່ອ, ໃຈຂອງຄົນ, ຂຸມທີ່ບໍ່ມີພື້ນ. ຄົນສ່ວນຫລາຍແມ່ນຄືກັນ, ມັກແຕ່ໂສມຫນ້າຂອງຄວາມຮັກ, ບໍ່ມີໃຜຍຸຍົງຢູ່ເບື້ອງຫລັງ. ບໍ່ຄວນຮັກແຕ່ຮັກ, ແມ່ນຍ້ອນວ່າເຈົ້າຢ້ານຫງ່ອມເຫງົາ." ມ້ວນທາຍລາຍການມື້ນີ້, ພວກເຮົາມາຟັງເພງ hua li de mao xianການສ່ຽງໄພທີ່ງາມຫລູຫລາທີ່ຂັບຮ້ອງໂດຍນາງເສີນຊີເຈີ່ນ ນັກຮ້ອງເພງພື້ນເມືອງໄຕ້ຫວັນ.
"ປາຍທາງຂອງທາງອັນຍາວຢຽດແມ່ນທ້ອງຟ້າລາຕີທີ່ເຕັມໄປດ້ວຍດວງດາວ, ການສ່ຽງອັນຫລູຫລາເທື່ອນີ້ບໍ່ມີເຈົ້າຜູ້ຈິງໃຈເປັນເພື່ອນ. ໄລຍະທາງອັນຍາວໄກເຕັມໄປດ້ວຍຄວາມດຶງດູດທີ່ເບິ່ງບໍ່ເຫັນ, ຄຳຫມັ້ນສັນຍາທີ່ໃຫ້ແກ່ເຈົ້າມີອັນໃດແດ່ທີ່ຍັງບໍ່ທັນປະກົດເປັນຈິງ.ບໍ່ຢາກປ່ອຍໃຫ້ເຈົ້າຈາກໄປ,ບໍ່ຢາກເຫັນເຈົ້າຍ່າງອອກຈາກຊີວິດຂອງຂ້ອຍ."
ທ່ານຜູ່ຟັງທີ່ເຄົາລົບ, ລາຍການຢ່ອນອາລົມໃນວັນເສົາພາກນີ້,ຂໍສ້ຽງສຸດລົງພຽງທໍນີ້, ຂອບໃຈທ່ານທີ່ຮັບຟັງ.ສະບາຍດີ.
|