ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-31 21:53:30    
ນັກ​ກິ​ລາ​ຈີນ​ຊີງ​ໄດ້​ຫຼຽນ​ຄຳ​ອີກ​3​ຫຼຽນ​ໃນ​ການ​ແຂ່ງ​ຂັນ​ຍິງ​ປືນ​ຊີງ​ລາງ​ວັນ​ໂລກ

cri
ຕາມ​ຂ່າວສານ​ຊິນ​ຮວາ,ຕອນ​ຮຸ່ງ​ເຊົ້າ​ວັນ​ທີ30​ກໍລະກົດ,​ໃນ​ການ​ແຂ່ງ​ຂັນ​ຍິງ​ປືນ​ຊີງ​ລາງ​ວັນ​ໂລກຄັ້ງ​ທີ49​ທີ່​ຈັດ​ຂຶ້ນ​ຢູ່​ຊາ​ເກຼັບ ນະຄອນຫຼວງ​ໂກຼອາຊີ​,​ໃນ​ມື້​ທີ7,​ນັກ​ກິລາ​ຈີນ​ຊີງ​ໄດ້​ຫຼຽນ​ຄຳ​ອີກ3​ຫຼຽນ.

ໃນ​ການ​ແຂ່ງຂັນ​ຍິງ​ຈານ​ບິນ​ຫຼາຍ​ທິດ​ເພດ​ຍິງ ​ລາຍການ​ກິລາ​ໂອ​ລິ​ມປິກ​ພຽງ​ລາຍ​ການ​ດຽວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ,ນາງ​ສິນ​ເວີນ​ຊີງ​ໄດ້​ແຊມ​ປຽນ​ຂອງ​ຈຸ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ.​ນາງ​ກ່າວ​ເອີ,ນາງ​ເສິນ​ລີ້​ແລະ​ນາງ​ຈູ່​ເມີຍ​ຊິງ​ໄດ້​ແຊມ​ປຽນ​ໝູ່​ຄະ​ນະ.​ນອກ​ນີ້,​ນາງ​ເສິນ​ລີ້​ຍັງ​ຊີງ​ໄດ້​ຫຼຽນ​ເງິນ​ສ່ວນ​ບຸກຄົນ​ຂອງ​ລາຍການ​ດັ່ງກ່າວ.

ທ້າວ​ນິວຈື້ຢວນ ກໍ​ຊີງ​ໄດ້​ຫຼຽນ​ຄຳ​ໜຶ່ງ​ຫຼຽນ​ໃນ​ການ​ແຂ່ງຂັນ​ຍິງ​ເປົ້າ​ເຄື່ອນ​ທີ່10​ແມັດ.

ນັບ​ມາ​ຮອດ​ປັດຈຸບັນ,ນັກ​ກິລາ​ຈີນ​ຊີງ​ໄດ້​ຫຼຽນຄຳ14​ຫຼຽນ​ໃນ​ການ​ແຂ່ງ​ຂັນ​ຊີງ​ລາງ​ວັນ​ໂລກ​ຄັ້ງ​ນີ້.