|
|
(GMT+08:00)
2006-08-01 11:47:24
|
|
ໄປຢາມລູກກຳພອຍຍ້ອນໄພແຜ່ນດິນໄຫວຂອງເມືອງທາງສ່ານ
cri
ໄພແຜ່ນດິນໄຫວຂອງເມືອງທາງສ່ານເມື່ອ30ປີກ່ອນແມ່ນ ຄວາມຊົງຈຳທີ່ລຶມບໍ່ໄດ້ຈົນເທົ່າໃດໆໃນໃຈຊາວຈີນ,ມີ2ແສນ4ໝື່ຄົນເສຍຊີວິດ,ເດັກນ້ອຍ4ພັນກວ່າຄົນກາຍເປັນລູກກຳພອຍພາຍໃນພິບຕາດຽວ.30ປີຜ່ານໄປແລ້ວ,ສະພາບຂອງລູກກຳພອຍເຫຼົ່ານັ້ນເປັນແນວໃດແລ້ວ? ນາງທີ່ພວມໂທລະສັບຢູ່ຊື່ຊີເວີ່ຍໆ,ເປັນຄົນສູງ,ຍິ້ມແຍ້ມຕະຫຼອດ,ເວລາເຫັນນາງເບິ່ງບໍ່ອອກເລີຍວ່ານາງເຄີຍປະສົບຄວາມເສົ້າສະຫຼົດໃຈຄັ້ງຍິ່ງໃຫຍ່ໃນຊີວິດ.ແຕ່ວ່າ,ຄຳຖາມຂອງນັກຂ່າວພັດໄດ້ເຮັດໃຫ້ນາງຫວນຄືນເຖິງຄວາມຊົງໃຈໃນເມື່ອກ່ອນ.ນາງເວົ້າວ່າ,ແນ່ນອນແລ້ວບໍ່ໄດ້ລືມຕະຫຼອດຊີວິດ. ຕອນຂ້ອນແຈ້ງ3ໂມງ42ນາທີຂອງວັນທີ28ກໍລະກົດປີ1976,ໃນຂະນະນັ້ນ,ໜ່ວຍໂລກຄືກັບຢຸດຫາຍໃຈ,ແຜ່ນດິນໄຫວທີ່ວັດແຮງສັ່ນສະເທືອນໄດ້7,8ຣິກເຕີເກີດຂຶ້ນຢ່າງກະທັນຫັນ,ທາງສ່ານເມືອງອຸດສາຫະກຳອັນສຳຄັນຢູ່ພາກເໜືອຂອງຈີນໄດ້ຖືກທຳລາຍເປັນຮາບປານໜ້າກອງ2ແສນ4ໝື່ນຄົນປະສົບເຄາະຮ້າຍ,ໃນນັ້ນກໍມີພໍ່ແມ່ແລະເອື້ອຍຜູ້ໜຶ່ງຂອງນາງຊີເວີ່ຍໆ. ໃນຕອນຄ່ຳກ່ອນເກີດໄພແຜ່ນດິນໄຫວມື້ນັ້ນອາກາດຮ້ອນພິລຶກ.ເອື້ອຍກົກຂອງນາງບໍ່ມັກຮ້ອນ,ຮອດຕອນເດິກຈຶ່ງກັບເຮືອນ,ເຫັນນາງຊີເວີ່ຍໆນອນຫຼັບແລະຕົກລົງມາຢູ່ພື້ນເຮືອນ,ເອື້ອຍກໍອຸ້ມນາງຂຶ້ນູເທິງຕຽງ.ການອຸ້ມດັ່ງກ່າວໄດ້ຊ່ອຍຊີວິດຂອງນາງ.ນາງຫວນຄືນວ່າ, ທັນໃດນັ້ນ,ທ້ອງຟ້າແຈ້ງພິລຶກ,ຂ້ອຍກໍຖາມເອື້ອຍວ່າເກີດຫຍັງຂຶ້ນ?ເອື້ອຍຕອບວ່າ ບໍ່ຮູ້.ຕໍ່ມາກໍໄດ້ຍິນສຽງຄືຟ້າຮ້ອງ.ເມື່ອພວກເຮົາຮູ້ວ່າເກີດແຜ່ນດິນໄຫວແລ້ວ,ຝາຢູ່ຂ້າງພວກເຮົາໄດ້ແຕກແຍກອອກ,ແລ້ວເລີ່ມສັ່ນ.ທັນໃດນັ້ນຂ້ອຍກໍຟົ້ງອອກທາງຮູແຕກຂອງຝາເຮືອນໂດຍມີຜ້າຫົ່ມຫໍ່ຢູ່ຈາກຊັ້ນສອງຮອດຊັ້ນລຸ່ມ. ເມື່ອຂ້ອຍລຸກຂຶ້ນຢ່າງມືນງົງ,ກໍເຫັນວ່າເຮືອນຕຶກ4ຊັ້ນທີ່ຄອບຄົວຂ້ອຍອາໄສຢູ່ນັ້ນໄດ້ເພພັງລົງເກີນເຄິ່ງໜຶ່ງແລ້ວ,ຢູ່ຕໍ່ໜ້ານາງແມ່ນກ້ອນຫີນແລະດິນຈີ່ກອງໃຫຍ່,ເອື້ອຍກົກພວມພວນດິນຈີ່ຊອກຫາພໍ່ແມ່ຢູ່.ນາງເວົ້າວ່າ, ໃນຂະນະທີ່ພວກເຮົາສອງຄົນຊອກຢູ່ນັ້ນ,ຂີ້ຫີນຈາກຕຶກຍັງຕົກລົງມາໃສ່ພວກເຮົາ,ແຕ່ບໍ່ຮູ້ສຶກຢ້ານອັນຕະລາຍເລີຍ,ເພາະຢາກພົບພໍ່ແມ່ເທົ່ານັ້ນ.ຢູ່ນອກຕຶກມິດງຽບຫຼາຍ,ຂ້ອຍຮູ້ສຶກວ່າມີແຕ່ພວກເຮົາສອງຄົນຮ້ອງຢູ່ຫັ້ນ. ໃນເວລາດຽວກັນນັ້ນ,ໃນຊາກອາຄານກອງໜຶ່ງທີ່ຫ່າງຈາກເຮືອນຂອງນາງຊີເວີ່ຍໆຫຼາຍຄຸ້ມຖະໜົນ,ນາງຕາງອີ້ຊິ່ນທີ່ມີອາຍຸຫາກໍ່6ເດືອນໄດ້ຕື່ນຍ້ອນແຜ່ນດິນໄຫວ,ແລ້ວຮ້ອງໄຫ້ຂຶ້ນ.ສ່ວນນາງຈ່າງລີ້ຈື່ທີ່ມີອາຍຸ5ປີໃນຄາວນັ້ນຂາເບື້ອງຂວາຖືກທັບບາດເຈັບ ພວມຄານອອກມາຈາກເຮືອນຊັ້ນດຽວທີ່ພັງລົງໃນໃຈກາງເມືອງ.ນາງຈ່າງລີ້ຈື່ເວົ້າວ່າ, ເຮືອນຂອງຂ້ອຍຢູ່ໃຈກາງເມືອງ,ພໍດີແມ່ນບ່ອນທີ່ມີຄົນຕາຍຍ້ອນແຜ່ນດິນໄຫວສູງທີ່ສຸດ.ເມື່ອຄານອອກມາແລ້ວ,ຈຶ່ງຮູ້ວ່າພໍ່ແມ່ແລະເອື້ອຍກົກລ້ວນແຕ່ເສຍຊີວິດແລ້ວ,ຍ່າອາແລະອາວກໍໄດ້ເສຍຊີວິດໝົດ. ໃນໄພພິບັດຄັ້ງນີ້,ເດັກນ້ອຍ4ພັນກວ່າຄົນໄດ້ເສຍພໍ່ແມ່,ກາຍເປັນລູກກຳພອຍທີ່ບໍ່ມີບ່ອນເພີ່ງພາອາໄສ. ເດັກນ້ອຍເຫຼົ່ານີ້ໄດ້ຮັບການຊ່ອຍເຫຼືອຢ່າງໄວວາ,ບາງຄົນຖືກພີ່ນ້ອງຮັບໄປ,ບາງຄົນກໍເຂົ້າໃນໂຮງຮຽນສະຫວັດດີການທີ່ສ້າງຂຶ້ນໃຫ້ແກ່ລູກກຳພອຍຂອງເມືອງທາງສ່ານໂດຍສະເພາະ. ປັດຈຸບັນ,30ປີຜ່ານໄປແລ້ວ,ລູກກຳພອຍເຫຼົ່ານີ້ຢູ່ໃສ?ພວກເຂົາເຈົ້າດຳລົງຊີວິດເປັນແນວໃດ? ຄຸ້ມເຟິ້ງຮວງຢວນແມ່ນຄຸ້ມເຮືອນຢູ່ຂອງຜູ້ທີ່ມີຖານະດີຂອງເມືອງທາງສ່ານ,ຖືກເອີ້ນເປັນຄຸ້ມເຮືອນຢູ່ຂອງຄົນຮັ່ງມີ,ເຮືອນຂອງນາງຊີເວີ່ຍໆກໍຕັ້ງຢູ່ແຫ່ງນີ້. ນາງບອກນັກຂ່າວວ່າ,ດຽວນີ້,ນາງໄດ້ຮັບເໝົາບໍລິສັດໂຄສະນາສິນຄ້າແຫ່ງໜຶ່ງ,ຜົວເຮັດວຽກຢູ່ບໍລິສັດຕາກຊີຫຼັງໜຶ່ງ,ລູກສາວຮຽນຢູ່ໂຮງຮຽນມັດທະຍົມເອກະຊົນແຫ່ງໜຶ່ງຢູ່ເມືອງຕ້າລຽນເມືອງແຄມທະເລທີ່ຫ່າງຈາກບ້ານບໍ່ໄກປານໃດ.ນາງເວົ້າວ່າ, ກ່ອນນີ້ໄລຍະໜຶ່ງ,ຂ້ອຍໄດ້ຮັບເໝົາທຸລະກິດໂຄສະນາສິນຄ້າເກືອບທັງໝົດຂອງເມືອງທາງສ່ານ,ເຮັດວຽກແຂ່ງກັບເວລາຕະຫຼອດ.ລູກສາວຮູ້ວ່າຂ້ອຍເຮັດວຽກໜັກ,ລາວກໍພະຍາຍາມຊ່ອຍຕົນເອງ. ບ່ອນເຮືອນນາງຊີເວີ່ຍໆກ່ອນແຜ່ນດິນໄຫວປັດຈຸບັນແມ່ນຖະໜົນຈ້ຽນເຊີ້ທີ່ເປັນຖະຫຼົນສາຍຫຼັກທີ່ງາມກວ່າໝູ່ຂອງເມືອງທາງສ່ານ.ຢູ່ສອງຂ້າງທາງມີຕຶກສູງຕັ້ງລຽນກັນ,ຄົນສັນຈອນໄປມາຫຼາຍ.ຢູ່ແຫ່ງນັ້ນ,ພໍຮອດຕອນຄ່ຳ,ຕູ້ດອກໄຟໂຄສະນາສິນຄ້າທີ່ບໍລິສັດຂອງນາງຊີເວີ່ຍໆຜະລິດນັ້ນກໍໄດ້ຮຸ່ງຂຶ້ນຢ່າງມີນາໆສີລະຍິບລະຍັບຢ່າງສວຍສົດງົດງາມ. ປັດຈຸບັນ,ນາງຕາງອີ້ຊິ່ນເຮັດວຽກຢູ່ສະຫະພັນຄົນພິການຂອງເມືອງທາງສ່ານ,ແຕ່ລະມື້ນາງໃຫ້ການຊ່ອຍເຫຼືອແກ່ຄົນພິການ,ນາງດີໃຈທີ່ສຸດທີ່ເຮັດວຽກນີ້, ຄົນພິການທີ່ຂ້ອຍພົບພໍ້ນັ້ນຍັງມີການພົວພັນສ່ວນໃດສ່ວນໜຶ່ງກັບປະສົບການຂອງເມືອງທາງສ່ານ,ຜູ້ທີ່ຂາຫັກຍ່າງບໍ່ໄດ້ຍ້ອນໄພແຜ່ນດິນໄຫວມີຫຼາຍ.ເມື່ອພວກເຂົາເຈົ້າຮູ້ວ່າຂ້ອຍແມ່ນລູກກຳພອຍຍ້ອນໄພແຜ່ນດິນໄຫວແລ້ວກໍມີຄວາມຮູ້ສຶກວ່າມີຊະຕາ ກຳຄ້າຍຄືກັນ,ມີເລື່ອງຫຍັງກໍຍິນດີລົມສູ່ຂ້ອຍຟັງຢ່າງເປີດໃຈ. ນາງເວົ້າວ່າ,ຕົນເອງມີລາຍໄດ້ໝັ້ນຄົງ,ດຳລົງຊີວິດຢ່າງຜາສຸກ,ວຽກງານກໍສະດວກ,ຕໍ່ໄປພາຍໜ້າ,ຊີວິດການເປັນຢູ່ຈະນັບມື້ນັບດີຂຶ້ນ. ແນ່ນອນແລ້ວ,ບໍ່ແມ່ນລູກກຳພອຍໝົດທຸກຄົນລ້ວນແຕ່ມີຊີວິດທີ່ເດີນແມ່ນແລ່ນສະດວກ.ເມື່ອຫ້າປີກ່ອນ,ນາງຈ່າງລີ້ຈື່ໄດ້ຕົກງານຈາກບໍ່ຖ່ານຫີນແຫ່ງໜຶ່ງຂອງທ້ອງຖິ່ນ,ແລະໄດ້ວຽກເຮັດອະນາໄມຢູ່ໃນອາຄານຫຼັງໜຶ່ງ. ດຽວນີ້,ນາງຈ່າງລີ້ຈື່ຈິດໃຈສະຫງົບ,ພຽງແຕ່ແມ່ນຂາເບື້ອງໜຶ່ງດ້ຽງໜ້ອຍໜຶ່ງຍ້ອນແຜ່ນດິນໄຫວ.ນາງເວົ້າວ່າ, ຂ້ອຍມີລູກຊາຍຜູ້ໜຶ່ງທີ່ສຸຂະພາບແຂງແຮງດີ,ຜົວກໍຮັກຂ້ອຍຫຼາຍ,ຄອບຄົວມີຄວາມສຸກ,ຄົນໃນສັງຄົມກໍຍັງເອົາໃຈໃສ່ນຳລູກກຳພອຍແບບພວກເຮົາ,ບໍ່ມີຫຍັງເປັນໜ້າຕ່ຳຄ້ອຍນ້ອຍໃຈ.ຂ້ອຍມີແຕ່ຫວັງລ້ຽງລູກໃຫ້ໃຫຍ່ກ້າຕາບານ,ໃນພາຍໜ້າລູກຈະປະກອບສ່ວນເພື່ອປະເທດຊາດ. ໃນວັນທີ28ກໍລະກົດປີນີ້,30ປີຫຼັງຈາກໄພແຜ່ນດິນໄຫວ,ນາງຈ່າງລີ້ຈື່ໃນອາລົມທີ່ສະຫງົບໄດ້ໄປສະໜາມຫຼວງອະນຸສາວະລີ,ເພື່ອລະລຶກເຖິງພີ່ນ້ອງທີ່ເສຍຊີວິດໃນເຫດການເທື່ອນັ້ນ. ນາງຕາງຢູ້ຊິ່ນກໍໄດ້ພາລູກໄປສະໜາມຫຼວງຄືກັນ,ເພື່ອເລົ່າເລື່ອງຂອງພໍ່ເຖົ້າແມ່ເຖົ້າສູ່ລູກຟັງ.ສ່ວນນາງຊີເວີ່ຍໆໄດ້ໃຊ້ຮູບການພິເສດ,ຄືນາງໄດ້ຊ່ອຍບໍລິສັດແຫ່ງໜຶ່ງສ້າງກິດຈະກຳລະລຶກເຫດການຕໍ່ຕ້ານໄພແຜ່ນດິນໄຫວຄົບຮອບ30ປີ.ນາງບອກນັກຂ່າວວ່າ,ກິດຈະກຳຂອງນາງມີລັກສະນະຕັ້ງໜ້າແລະມ່ວນຊື່ນ,ມີການຟ້ອນລຳທຳເພງ.ໃນມື້ນັ້ນສີ່ງທີ່ຄິດເຖິງນັ້ນບໍ່ແມ່ນວັນເກີດໄພແຜ່ນດິນໄຫວຄົບຮອບ30ປີ,ແລະກໍບໍ່ແມ່ນວັນເສຍພີ່ນ້ອງໄປຄົບຮອບ30ປີ,ຫາກແມ່ນຊີວິດໃໝ່ຂອງຄົນທາງສ່ານໃນປະຈຸບັນ.
|
|
|