ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-01 16:48:02    
ຜູ້​ຢູ່​ໂດດດ່ຽວ​ເປີ​ເຊັນ​ເປັນ​ໂຣກຫົວ​ໃຈ​ອາດ​ຈະ​ສູງ​ກວ່າ​ຄົນ​ທຳ​ມະ​ດາ1​ເທົ່າ

cri

ການ​ຄົ້ນຄວ້າ​​ໃໝ່ສຸດ​ຂອງ​ນັກວິທະຍາສາດ​ດານ​ມາກ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ຄົນ​ທີ່ຢູ່​​ໂດດດ່ຽວ​ເປີ​ເຊັນ​ເປັນ​ໂລກ​ຫົວ​ໃຈອາດ​ຈະສູງ​ກວ່າ​ຄົນ​ທຳ​ມະ​ດາ1​ເທົ່າ.


ຕາມ​ເວັບ​ໄຊ​ວາລະສານ​ນັກວິທະຍາສາດ​ໃໝ່​ລາຍ​ງານ​ວ່າ, ນັກ​ຄົ້ນຄວ້າ​ໄດ້​ຂໍ້​ສະຫຼຸບ​ດັ່ງກ່າວ​ພາຍ​ຫຼັງ​ໄດ້​ດຳ​ເນີນ​ການ​ສຳ​ຫຼວດຕໍ່​​ຊາວ​ເມືອງທີ່​ມີ​ອາຍຸ​ແຕ່30​ປີ​ຫາ69​ປີ1​ແສນ3​ໝ່ນ8ພັນ​ຄົນ​ຢູ່​ເຂດ​ອາຮູ​ສຂອງ​ດານ​ມາກ. ການ​ສຳ​ຫຼວດ​ເຫັນ​ວ່າ, ຜູ້​ເຖົ້າ​ທີ່​ຢູ່​ຜູ້ດຽວ​ມັກ​ເປັນ​ໂລກ​ຫົວ​ໃຈ​.


ຕາມ​ຂ່າວ​ແຈ້ງ​ວ່າ, ​ໃນ​ຈຳນວນ​ຄົນ​ທີ່​ຖືກ​ສຳ​ຫຼວດ, ມີ646ຄົນ​ຖືກ​ບົ່ງມະຕິ​ວ່າ​ເປັນ​ພະຍາດສາຍ​ເລືອດ​ແດງ​ໂຄ​ໂລ​ນາ​ໃນ​ຫົວ​ໃຈ​ເຊິ່ງ​ເປັນ​ພະຍາດ​ເສັ້ນ​ເລືອດ​ຫົວ​ໃຈກະທັນຫັນ​ຜູ້ຊາຍ​ທີ່​ຢູ່ຜູ້​ດຽວ​​ອາຍຸ50​ປີ​ຂຶ້ນ​ໄປ​ແລະ​ຜູ້ຍິງ​ທີ່ຢູ່ຜູ້​ດຽວອາຍຸ60​ປີ​ຂຶ້ນ​ໄປມັກ​ເປັນ, ​ເຖິງ​ວ່າ​ພວກ​ເຂົາ​ເຈົ້າ​ກວມ​ແຕ່8%ຂອງ​ຍອດ​ຈຳນວນຄົນ​ທີ່​ຮັບ​ການ​ສຳ​ຫຼວດ, ​ແຕ່​ໃນ​ຈຳພວກ​ຜູ້​ຕາຍ​ໃນ​ເດືອນ​ໜຶ່ງ​ພາຍຫຼັງ​ຖືກ​ບົ່ງມະຕິ​​ນັ້ນ, ມີ96%​ແມ່ນ​ຜູ້​​ເຖົ້າທີ່ຢູ່ຜູ້​ດຽວ.


​ເຖິງ​ວ່າ​ນັກ​ຄົ້ນຄວ້າ​ຍັງ​ບໍ່​ທັນ​ຮູ້​​ແຈ້ງວ່າ​ເປັນ​ຫຍັງ​ຄົນ​ຢູ່​ຜູ້​ດ່ຽວ​ຈິ່ງ​ມັກ​ເປັນ​ພະຍາດ​ໂລກ​ຫົວ​ໃຈຫຼາຍ​ປານ​ນີ້, ​ແຕ່​ພວກ​ເພິ່ນ​ເຫັນ​ວ່າ, ການສູບຢາ, ​ເປັນຄວາມ​ຊິນ​ເຄີຍ​​ທີ່​ບໍ່ດີ, ບໍ່​ກວດ​ສຸຂະພາບ​ເປັນ​ປະຈຳ​ແລະ​ຂາດ​ຄວາມ​ເອົາ​ໃຈ​ໃສ່ຈາກ​ຄົນ​ໃນ​ຄອບຄົວ​ແມ່ນ​ສາ​ເຫດ​ຕົ້ນຕໍ​ທີ່​ພາ​ໃຫ້​ຜູ້​ຢ່ຜູ້ດຽວ​ມັກ​ເປັນ​ພະຍາດ​ຫົວ​ໃຈ. ຍ້ອນ​ວ່າ​ຜູ້​ຢູ່ຜູ້ດຽວ​ບໍ່ຄ່ອຍ​ຍິນ​ດີ​ຮັບ​ເອົາ​ຄວາມ​ຊ່ອຍ​ເຫຼືອຂອງ​ຜູ້​ອື່ນ, ສະ​ນັ້ນ, ຄວາມ​ຊິນ​ເຄີຍ​​ໃນ​ດ້ານຊີວິດ​ການ​ເປັນ​ຢູ່​ຈິ່ງບໍ່​​ປົກກະຕິ​ປານ​ໃດ.