ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-01 17:54:26    
ຈີນ​ສ້າງ​ລະ​ບົບ​ລາຍ​ຊື່​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ສີ່​ຂັ້ນ​ສຳ​ເລັດ

cri
ຕາມ​ໜັງສືພິມ​​ເຢິນມິນ​ຢື້​ປ້າວ​ຂອງ​ຈີນ,ນັກ​ຂ່າວ​ໄດ້​ຊາບ​ຈາກ​ກອງ​ປະຊຸມ​ລະດັບ​ຊາດ​ກ່ຽວ​ກັບ​ວຽກ​ອະນຸລັກ​ມໍລະດົກ​ວັດທະນະທຳ​ທີ່​ບໍ່​ແມ່ນ​ວັດຖຸ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ​31​ກໍ​ລະ​ກົດ​ວ່າ,​ລະ​ບົບ​ບັນຊີ​ລາຍ​ຊື່ມໍລະດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​4​ຂັ້ນ​ຄື​ຂັ້ນ​ລັດ,​ຂັ້ນ​ແຂວງ,​ຂັ້ນ​ນະ​ຄອນ​ແລະ​ຂັ້ນ​ເມືອງ​ຂອງ​ຈີນ​ພວມ​ຈໍ່​ຕົວ​ຂຶ້ນ​ເປັນ​ກ້າວໆ.

ຕາມ​ແນະນຳ​ວ່າ,ບັນຊີ​ລາຍ​ຊື່​ມໍລະດົກ​ວັດທະນະທຳ​ທີ່​ບໍ່​ແມ່ນ​ວັດຖຸ​ຂັ້ນ​ແຂວງ​ຄວນ​ກຳ​ເນີດ​ຂຶ້ນ​ຈາກບັນຊີ​ລາຍ​ຊື່​ຂັ້ນ​ນະຄອນ, ​ຂັ້ນ​ນະຄອນ​ຄວນ​ກຳ​ເນີດ​ຈາກ​ຂັ້ນ​ເມືອງ,​ບັນ​ຊີ​ລາຍ​ຊື່​ຂັ້ນ​ເມືອງ​ແມ່ນ​ພື້ນຖານ​ໜາ​ແໜ້ນ​ຂອງ​ລະບົບ​ບັນຊີ​ລາຍ​ຊື່​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ.

 ​ເດືອນ​ພຶດ​ສະພາ​ປີ​ນີ້,ຈີນ​ໄດ້​ປະກາດ​ບັນຊີ​ລາຍ​ຊື່​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ຂັ້ນ​ລັດ​ງວດ​ທຳ​ອິດ,ອັນ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ໃນ​ການ​ເປັນ​ແບບ​ຢ່າງ​ແລະ​ຊຸກ​ຍູ້​​ໃຫ້ຈີນ​ສ້າງ​ຕັ້ງ​ລະບົບ​ບັນຊີ​ລາຍ​ຊື່​.ປັດ​ຈຸ​ບັນ,11​ແຂວງ​ເຊັ່ນ​ແຂວງ​ເຮີ​ເປ,​ແຂວງ​ລຽວ​ນິງ​ແລະແຂວງ​ເຈີ້​ຈ່ຽງ​ເປັນ​ຕົ້ນ​ໄດ້​ສ້າງ​ຕັ້ງ​ບັນຊີ​ລາຍ​ຊື່​ຂັ້ນ​ແຂວງ​ແລ້ວ.