|
 |
(GMT+08:00)
2006-08-01 18:33:02
|
 |
ປະທານາທິບໍດີອິນໂດເນເຊຍພົບປະອະທິໄອຍະການຈີນ
cri
ຕາມໜັງສືພິມຈຽນຊາຢື້ປ້າວ,ຕອນບ່າຍວັນທີ31ກໍລະກົດ,ຢູ່ທຳນຽບປະທານາທິບໍດີອິນໂດເນເຊຍ,ທ່ານຊູຊີໂລ ປະທານາທິບໍດີໄດ້ພົບປະທ່ານເຈຍຊຸ່ນວ້າງ ອະທິໄອຍະການອົງການໄອຍະການປະຊາຊົນສູງສຸດຂອງຈີນແລະອະທິໄອຍະການຂອງປະເທດອື່ນທີ່ໄປເຂົ້າຮ່ວມກອງປະຊຸມອະທິໄອຍະການຈີນ-ປະເທດສະມາຊິກອາຊຽນຄັ້ງທີ3.
ໃນການພົບປະ,ທ່ານປະທານາທິບໍດີຊູຊີໂລໄດ້ຕີລາຄາໃນລະດັບສູງຕໍ່ຈີນທີ່ໄດ້ປະກອບສ່ວນເຂົ້າໃນການສ້າງ ກົນໄກກອງປະຊຸມອະທິໄອຍະການຈີນ-ປະເທດສະມາຊິກອາຊຽນ,ຫວັງໃຫ້ອົງການໄອຍະການຂອງຈີນແລະບັນດາປະເທດອາຊຽນຈົ່ງອອກແຮງຮ່ວມມືກັນ,ເຮັດໃຫ້ກົນໄກດັ່ງກ່າວເສີມຂະຫຍາຍບົດບາດຕັ້ງໜ້າກວ່າເກົ່າໃນດ້ານໂຈມຕີອາດຊະຍາກຳຂ້າມຊາດຢ່າງມີການຈັດຕັ້ງພ້ອມດ້ວຍການລໍ້ລາດບັງຫຼວງແລະການຄ້າຂາຍມະນຸດເປັນຕົ້ນຢູ່ພາກພື້ນຕົນ,ປົກປັກຮັກສາສະຖຽນລະພາບແລະຄວາມກົມກຽວກັນຂອງສັງຄົມໃນພາກພື້ນແຫ່ງນີ້,ຊຸກຍູ້ພາກພື້ນແຫ່ງນີ້ໃຫ້ມີຄວາມຈະເລີນຮຸ່ງເຮືອງແລະການພັດທະນາເປັນຕົ້ນ.
|
|
|