ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-01 19:19:09    
ປະຊາຊົນປະເທດໃດມີອາຍຸຍືນກວ່າໝູ່

cri

ຄັນສະເລ່ຍຕາມຫົວຄົນແລ້ວ ,ໃນຊູ່ມື້ນີ້ ຍ່ີປຸ່ນແມ່ນປະເທດທ່ີປະຊາຊົນມີອາຍຸຍືນ
ກວ່າໝູ່ໃນໂລກ,ເມ່ືອປີ 1987,ອາຍຸສະເລ່ຍຂອງຊາວຍ່ີປຸ່ນແມ່ນ 79,1ປີ,ໃນນັ້ນຜູ່ຊາຍ
ແມ່ນ 75,9ປີ, ຜູ່ຍິງແມ່ນ 82,1ປີ.ເນ່ືອງດ້ວຍເຫດໃດອາຍຸຂອງຊາວຍ່ີປຸ່ນທົ່ວໄປຈ່ິງສູງ
ຂຶ້ນໄວຄືແນວນີ້?ບາງປະເທດໄດ້ຮ່ວມມືກັບຜູ່ຊ່ຽວຊານຍ່ີປຸ່ນທ່ີກ່ຽວຂ້ອງ,ລົງໄປສຳ
ຫຼວດຄົ້ນຄ້ວາແລະວິເຄາະຢ່າງຮອບດ້ານ, ແລ້ວເຫັນວ່າ, ຊາວຍ່ີປຸ່ນມີອາຍຸຍືນແມ່ນ
ຍ້ອນ 8 ປັດໄຈດ່ັງລຸ່ມນີ້.

ນ່ືງ,ບ່ໍກິນອາຫານມັນໂພດແລະບ່ໍກິນອ່ິມໂພດ.ຊາວຍ່ີປຸ່ນລ້ວນແຕ່ມັກກິນຜັກສົດ, ນ້ຳ
ມັນສົດ,ປາແລະອາຫານປະເພດໝາກຖ່ົວ,ບ່ໍມັກກິນອາຫານມັນໂພດ.ເຖິງວ່າເປັນເຮືອນ
ເສດຖີກໍຕາມ, ການກິນປະຈຳວັນກໍມັກກິນແນວຈືດ,ພວກເຂົາເຈົ້າຍັງຊ່າງລະງັບຕົນເອງ,
ບ່ໍເຄີຍກິນອ່ິມແບບໄສ້ແຕກຈັກເທ່ືອ.

ສອງ,ມັກຍ່າງຕາງຂ່ີລົດ,ຫັດເຫື່ອຫັດແຮງເພ່ີມສຸຂະພາບ.ຊາວຍ່ີປຸ່ນມັກຍ່າງ,ເວລາໄປ
ການ,ເລີກການຫືຼໄປຊື້ເຄ່ືອງຢູ່ຕະຫຼາດ,ຄົນສ່ວນຫຼາຍແມ່ນມັກຍ່າງໄປໄກເຕີບແລ້ວຈ່ຶງ
ຂ່ີລົດ.ລົດຈັກທ່ີຍ່ີປຸ່ນຜະລິດອອກນັ້ນ ໄດ້ຂາຍໄປທ່ົວທຸກມຸມໂລກແຕ່ປະເທດຍ່ີປຸ່ນເອງ
ພັດມີຄົນຂ່ີລົດຈັກບ່ໍຫຼາຍປານໃດ.ຕາມຊາບວ່າ ໃນໄທເມືອງໃນເມືອງຕົ້ນຕໍຢູ່ໃນໂລກ,
ແມ່ນຊາວຍ່ີປຸ່ນຍ່າງໄວກວ່າໝູ່,ແລະການຍ່າງໄວນັ້ນກໍແມ່ນແບບວິທີເຄ່ືອນໄຫວແນວ
ນ່ືງເພ່ືອເພ່ີມຄຸນນະທາດຂອງຮ່າງກາຍ.

ສາມ,ການຮັກສາອະນາໄມຮັກສາຄວາມສະອາດ.ໂດຍທ່ົວໄປແລ້ວ, ຊາວຍ່ີປຸ່ນແມ່ນມີ
ນິດໃສຮັກສາອະນາໄມມັກສະອາດມາແຕ່ຍາມຍັງນ້ອຍ.ມື້ໃດກໍອາບນ້ຳ ຖ່າຍສົ້ງເສື້ອ.
ແມ່ຍິງຍ່ີປຸ່ນເມ່ືອສ້າງຄອບຄົວແລ້ວ, ສ່ວນຫຼາຍແມ່ນເຮັດວຽກຢ້າວການເຮືອນ,ໝ່ັນຖູ
ເຮືອນໝັ່ນຊັກເສື້ອຜ້າ,ປ່ອງຢ້ຽມແລະໂຕະຕ່ັງກໍເຊັດຈົນກ້ຽງເປັນເງົາສະອາດສະອາງ,
ໃນເຮືອນ,ອາກາດກໍລຸລ່ວງສົດໃສ,ສະບາຍໜ້າຢູ່ທ່ີສຸດ.

ສ່ີ,ເອົາໃຈໃສ່ຮັກສາສຸຂະພາບ,ກິນຢາກໍໜ້ອຍ.ຊາວຍ່ີປຸ່ນມີທັດສະນະຄະຕິຂ້ໍນ່ືງວ່າ,ຢາ
ຫຍັງກໍລ້ວນແຕ່ມີທາດເບ່ືອປົນຢູ່.ສະນັ້ນ ຈ່ິງບ່ໍມັກກິນຢາປານໃດ,ໃນຍາມທຳມະດາ
ພວກເຂົາເຈົ້າແມ່ນເອົາໃຈໃສ່ການຮັກສາສຸຂະພາບແລະເຝິກແອບກິລາ, ບ່ໍອາໃສຢຸກ
ຢາມາບຳລຸງຮ່າງກາຍແລະປົວພະຍາດ. ຖ້າເຈັບໄຂ້ໄດ້ພະຍາດເລັກນ້ອຍ, ກໍອາໃສກິນ
ອາຫານມາແກ້ຫືຼອາໃສພູມຕ້ານທານໃນຮ່າງກາຍ.

ຫ້າ,ມີມາລະຍາດແລະມີຊີວິດຈິດໃຈມ່ວນຊ່ືນ.ໃນກິລິຍາພາທີຕ່ໍຜູ່ອ່ືນນັ້ນ ຊາວຍ່ີປຸ່ນ
ແມ່ນມີກິລິຍາມາລະຍາດອັນຈົບງາມ, ການປາກການເວົ້າກໍອ່ອນນ້ອມຖ່ອມຕົວ. ພວກ
ເຂົາເຈົ້າຊຳລະແກ້ໄຂວຽກງານບ່ໍກະລົກກະລົນ,ເກີດເຫດຫຍັງກໍບ່ໍໂມໂຫ,ຮັກສາຢູ່ໃນ
ຄວາມສະຫງົບຊ່ືນອົກຊ່ືນໃຈແລະສຸນິຍົມຢູ່ສະເໝີ.

ຫົກ,ກຳຈັດສາທາລະນະໄພ,ລະງັບການເຊ່ືອມພິດ.ທາງດ້ານອາກາດ ຄຸນນະພາບນ້ຳ
ທາດດິນ ສຽງນັນແຊວແລະອ່ືນໆ,ຢູ່ຍ່ີປຸ່ນກໍລ້ວນແຕ່ມີກົດບັນຍັດອັນຄົບຖ້ວນ,ຢູ່ຕາມ
ຖະໜົນຫົນທາງໃນຕົວເມືອງຂອງຍ່ີປຸ່ນ,ບ່ໍມີຄວັນຫືຼຂີ້ຝຸ່ນກຸບທີບ ຈົນເຮັດໃຫ້ຄົນຫາຍ
ໃຈຍາກ. ຢູ່ຍ່ີປຸ່ນຍັງເພາະປູກພືດພັນແລະລ້ຽງສັດທ່ີບ່ໍຖືກເຊ່ືອມພິດ,ເຮັດໃຫ້ຄົນໃນຊາດ
ບ່ໍຖືກສາທາລະນະໄພທຳຮ້າຍ.

ເຈັດ,ປູກໄມ້ສ້າງປ່າ,ໃຫ້ປະເທດຊາດຂຽວງາມ.ຍ່ີປຸ່ນແມ່ນເອົາໃຈໃສ່ວຽກງານການປູກ
ໄມ້ສ້າງປ່າ,ໃນທ່ົວປະເທດຈ່ຶງເຕັມໄປແຕ່ປ່າໄມ້ທ່ີຂຽວງາມ,ອາກາດສົດໃສ, ເຮັດໃຫ້ຄົນ
ເບົາຈິດເບົາໃຈ, ອັນໄດ້ເສີມຂະຫຍາຍບົດບາດຮັກສາສຸຂະພາບຂອງຄົນເປັນຢ່າງດີ.

ແປດ,ສ່ົງເສີມການສຶກສາສຸຂະພາບຢ່າງບ່ໍລົດລະ, ລັດຖະບານຍ່ີປຸ່ນໄດ້ເອົາໃຈໃສ່ຊຸກຍູ້
ການສືກສາສຸຂະພາບທ່ົວປວງຊົນ,ອົງການສາທາລະນະສຸກໄດ້ແຈກຢາຍປື້ມຄູ່ມືແລະ
ໃບໂຄສະນາເປັນຈຳນວນຫຼວງຫຼາຍຢູ່ເລື້ອຍໆ,ເພ່ືອເຜີຍແຜ່ຄວາມຮູ້ການປ່ິນປົວແລະ
ຮັກສາສຸຂະພາບໃຫ້ແກ່ປະຊາຊົນ.

ອົງການອະນາໄມໂລກເຄີຍປະກາດວ່າ, ສຸຂະພາບແລະອາຍຸຂອງແຕ່ລະຄົນ, ມີ 60%
ແມ່ນຢູ່ນຳເຈົ້າຂອງ, 15% ແມ່ນຢູ່ນຳປັດໄຈກຳມະພັນ, 10% ແມ່ນຢູ່ນຳປັດໄຈສັງຄົມ,
8% ແມ່ນຢູ່ນຳເງ່ືອນໄຂການປ່ິນປົວ, 7% ແມ່ນຢູ່ນຳຜົນສະທ້ອນຂອງອາກາດ.ທັງນີ້ສະ
ແດງໃຫ້ເຫັນວ່າເຄັດລັບທ່ີເຮັດໃຫ້ຊາວຍ່ີປຸ່ນມີອາຍຸຍືນນັ້ນແມ່ນມີຫັຼກຖານອ້າງອີງວິທະ
ຍາສາດ.

ຕາມການຄາດຄະເນຂອງອົງການອະນາໄມໂລກເຫັນວ່າ, ຜ່ານໄປອີກ 30 ປີ, ຝ່ັຼງຈະ
ເຂົ້າແທນຍ່ີປຸ່ນເປັນປະເທດທ່ີອາຍຸສະເລ່ຍຍືນກ່ວາໝູ່ໃນໂລກ.ຄັນຊັ້ນ, ເຄັດລັບຂອງ
ຊາວຝ່ັຼງທ່ີມີອາຍຸຍືນນັ້ນ ແມ່ນຫຍັງ? ບາງຄົນເວົ້າວ່າ ຊາວຝ່ັຼງມືນ່ືງຖືແກ້ວເຫົ້ຼາແວງ
ແດງ, ມືນ່ືງອີກແມ່ນຖືບັດປະກັນໄພສຸຂະພາບ.ອັນນີ້ແມ່ນສາຍເຫດຕົ້ນຕໍທ່ີເຮັດໃຫ້ຊາວ
ຝ່ັຼງມີອາຍຸຍືນ.ແມ່ນແທ້, ຊາວຝ່ັຼງຢາກຍາດເປັນແຊມປຽນອາຍຸຍືນ, ເຖິງວ່າອາຫານ
ຂອງຊາວຝ່ັຼງມີໄຂມັນຫຼາຍທ່ີສຸດກໍຕາມ, ແຕ່ຊາວຝ່ັຼງກໍຍັງອາຍຸຍືນກວ່າພົນລະເມືອງ
ປະເທດອ່ືນ,ພ້ອມກັນນັ້ນອັດຕາເປັນພະຍາດສາຍເລືອດດ້ານແລະພະຍາດສາຍ
ເລືອດໃນໝາກຫົວໃຈຂອງຊາວຝ່ັຼງແມ່ນຕ່ຳກວ່າໝູ່ໃນບັນດາປະເທດອຸດສາຫະກຳ.
ຄົນທັງຫຼາຍເຫັນວ່າ, ສາຍເຫດທ່ີພາໃຫ້ຊາວຝ່ັຼງອາຍຸຍືນນັ້ນແມ່ນດ່ືມເຫົ້ຼາແວງ,ພວກ
ເຂົາເຈົ້າເວົ້າວ່າ, ແຕ່ລະມື້ດ່ືມເຫົ້ຼາແວງສອງສາມຈອກນັ້ນ,ຈະມີບົດບາດຄືກິນຢາວິເສດ,
ບ່ໍພຽງແຕ່ສາມາດປ້ອງກັນໂລກຫົວໃຈທ່ໍນັ້ນ,ຫາກຍັງສາມາດປ້ອງກັນບ່ໍໃຫ້ເປັນໂລກ
ມະເຮັງອີກດ້ວຍ, ແຕ່ຖ້າວ່າແຕ່ລະມື້ຫາກດ່ືມກາຍສີ່ຈອກແລ້ວ ກໍຈະກາຍເປັນເລື້ອງ
ໃໝ່ທ່ີກົງກັນຂ້າມ.

ໃນກອງປະຊຸມເທ່ືອນ່ືງທ່ີຄົ້ນຄ້ວາບັນຫາອາຍຸຄົນທ່ີຈັດຂຶ້ນຢູ່ເມືອງຊານຟຼານຊິສໂກນັ້ນ,
ນັກຄົ້ນ້ຄວາອາເມລິສກາແລະຝ່ັຼງໄດ້ປະກາດໃນກອງປະຊຸມວ່າ, ອາຍຸສະເລ່ຍຕາມຫົວ
ຄົນຂອງຊາວຝ່ັຼງທ່ີຄາດຄະເນໄວ້ນັ້ນ ກໍມ່ໍກັບຍ່ີປຸ່ນແລ້ວ. ຖ້າອັດຕາເສຍຊີວິດໃນປະຈຸ
ບັນ ຍັງສືບຕ່ໍຮັກສາຢູ່ໃນທ່າຫຸຼດລົງແລ້ວ, ອາຍຸສະເລ່ຍຂອງຊາວຝ່ັຼງໃນປີ 2033 ກໍຈະ
ບັນລຸເຖິງ 85 ປີ,ໝາຍຄວາມວ່າ ຍັງຍືນກວ່າອາຍຸສະເລ່ຍຂອງຊາວຍ່ີປຸ່ນ2ປີ,ຖ້າທຽບ
ກັບອັງກິດແລ້ວ ກໍຍ່ິງລ່ືນໄປອີກ, ລະດັບດ່ັງກ່າວຢ່າງໜ້ອຍກໍຈະລ້ຳໜ້າອາເມລິກາໄປ
ອີກ1ສັດຕະວັດເຄ່ິງ.ບ່ໍວ່າຈະຢູ່ຝ່ັຼງຫືຼອັງກິດ, ຜູ່ເຖົ້າຜູ່ແກ່ທ່ີມີອາຍຸຮ້ອຍປີນັ້ນ ລ້ວນແຕ່
ໄດ້ມີອັດຕາເພ່ີມຂື້ນ. ເມ່ືອປີ 1950, ຢູ່ຝ່ັຼງຜູ່ເຖົ້າຜູ່ແກ່ທ່ີມີອາຍຸຮ້ອຍປີຫືຼຮ້ອຍປີຂື້ນເມືອ
,ກໍມີພຽງ 200 ຄົນທ່ໍນັ້ນ,ແຕ່ເມ່ືອມາຮອດປີ 1998,ຕົວເລກດ່ັງກ່າວໄດ້ເພ່ີມຂື້ນເປັນ
6840 ຄົນ, ຄາດວ່າ ເມ່ືອໄປຮອດປີ 2050, ຢູ່ຝ່ັຼງຈຳນວນຜູ່ເຖົ້າຈະບັນລຸເຖິງ1ແສນ5
ໝ່ືນຄົນ, ແລະອັງກິດກໍຈະຢູ່ຕາມຫັຼງຝ່ັຼງ.

ຄັນຊັ້ນ,ສາຍເຫດທ່ີພວກເຂົາເຈົ້າມີອາຍຸຍືນນັ້ນແມ່ນຫຍັງ?ທ່ີຈິງແລ້ວ ການຮັກສາໃຫ້
ມີສຸຂະພາບເຂັ້ມແຂງນັ້ນ ກໍສຳຄັນທ່ີສຸດ.ຊາວຝ່ັຼງອາຍຸຍືນກໍບ່ໍພຽງແຕ່ກ່ຽວພັນກັບການ
ເລືອກເອົາແບບວິທີດຳລົງຊີວິດທ່ໍນັ້ນ,ລະບົບຮັກສາສຸຂະພາບໃນສັງຄົມຝ່ັຼງແມ່ນຄົບ
ຖ້ວນສົມຄວນ, ແຫ່ຼງທຶນຂອງເຂົາເຈົ້າຕົ້ນຕໍແມ່ນບັງຄັບໃຫ້ພົນລະເມືອງທຸກຄົນຫືຼນາຍ
ຈ້າງປະກັນໄພສຸຂະພາບ,ແຕ່ກົງກັນຂ້າມ,ພວກເຂົາເຈົ້າພັດມີສະຫວັດດີການດີກ່ວາປະ
ເທດອ່ືນຫຼາຍ.