ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-01 20:32:37    
ທ່ານ​ຫູ​ຈິນ​ທາວ​ສົ່ງ​ໂທ​ລະ​ເລກ​ຢື້​ຢາມ​ຖາມ​ຂ່າວ​ທ່ານ​ຄາ​ສ​ໂຕຼ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ວຽກ​ງານ​ແຫ່ງ​ລັດ​ກູ​ບາ

cri

ທ່ານຟີເດວຄາສໂຕຼ

ຕາມ​ຂ່າວCRI, ວັນ​ທີ1​ສິງຫາ,ທ່ານ​ຫູ​ຈິນທາວ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ໂທລະ​ເລກ​ໄປ​ຍັງ​ທ່ານ​ຟີ​ເດ​ວ ຄາ​ສ​ໂຕຼ​ເລ​ຂາ​ທີ​ໜຶ່ງ​ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ວຽກ​ງານ​ແຫ່ງ​ລັດ​ທັງ​ເປັນ​ປະ​ທານ​ສະ​ພາ​ລັດ​ຖະ​ມົນ​ຕີ​ຂອງ​ກູ​ບາ,​ຕາງ​ໜ້າ​ພັກ,​ລັດ​ແລະ​ປະ​ຊາ​ຊົນ​ຈີນ​ແລະ​ໃນ​ນາມ​ສ່ວນ​ຕົວ,​ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ຈິງ​ໃຈ​ຕໍ່​ທ່ານ​ປະທານ​ຄາ​ສ​ໂຕຼ​ທີ່​ນອນ​ໂຮງ​ໝໍ​ຍ້ອນ​ເຈັບ​ປ່ວຍ​ໃນ​ຫວ່າງ​ມໍ່ໆ​ນີ້,​ແລະ​ອວຍ​ພອນ ​ດ້ວຍ​ຄວາມ​ຈິງ​ໃຈ​ໃຫ້​ທ່ານ​ຈົ່ງ​ຟື້ນ​ຟູ​ສຸ​ຂະ​ພາບ​ໂດຍ​ໄວ.

ທ່ານຟີເດວຄາສໂຕຼ(ຊ້າຍ)ກັບທ່ານຣາວຄາສໂຕຼ(ຖ່າຍໃນວັນທີ3ສິງຫາປີ2001)

ທ່ານຟີເດວຄາສໂຕຼ(ຊ້າຍ)ກັບທ່ານຣາວຄາສໂຕຼ(ຖ່າຍໃນວັນທີ23ທັນວາປີ2004)


ວັນ​ທີ31​ກໍລະກົດ,ທ່ານ​ຟີ​ເດ​ວ ຄາ​ສ​ໂຕຼ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ,​ທ່ານ​ໄດ້​ນອນ​ໂຮງ​ໝໍ​ດ່ວນ​ຍ້ອນ​ກະ​ເພາະ​ແລະ​ລຳ​ໄສ້​ອອກ​ເລືອດ,​ແລະ​ຕ້ອງ​ຜ່າ​ຕັດ.​ປັດ​ຈຸ​ບັນ,​ທ່ານ​ຣາວ ຄາ​ສ​ໂຕຼ​ຮອງ​ປະ​ທານ​ຜູ່​ທີ​ໜຶ່ງ​ຂອງ​ຄະ​ນະ​ກຳ​ມະ​ການ​ວຽກ​ງານ​ແຫ່ງ​ລັດ​ກູ​ບາ​ໄດ້​ເຂົ້າ​ແທນ​ສິດ​ຕຳ​ແໜ່ງ​ຂອງ​ທ່ານ​ໂດຍ​ຊົ່ວ​ຄາວ.

ທ່ານຣາວ ຄາສໂຕຼ