ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-02 17:38:10    
ຂົວ​ອາ​ກາດ​060801(ສຽງ)

cri

ຫວ່າງ​ມໍ່ໆ​ນີ້,ພວກ​ເຮົາ​ໄດ້​ຮັບ​ຈົດໝາຍ​ຂອງ​ທ່ານ​ເຊັ່ງຢ່າງ ທີ່​ຝາກ​ມາ​ແຕ່​ແຂວງ​ຊຽງ​ຂວາງ,​ໃນ​ຈົດ​ໝາຍ,ທ່ານ​​​ໄດ້ສະ​ແດງ​ຄວາມ​ຂອບ​ອົກຂອບ​ໃຈທີ່ພວກ​ເຮົາ​​ໄດ້​ຂຽນ​ຈົດໝາຍ ​ແລະ​ຝາກ​ແບບຮຽນ​ພາສາ​ຈີນ​ພ້ອມ​ທັງ​ແຜ່ນCD​​ໃຫ້​ທ່ານ.​ໃນ​ຈົດ​ໝາຍ,ທ່ານ​ຍັງຂຽນ​ວ່າ:"ບ້ານ​ນ້ອງຢູ່​ຊົນ​ນະບົດ,​ຍ້ອນວ່າ​ບ້ານ​ເຮົາ​ຍັງ​ບໍ່​ມີ​ອິນ​ເຕີ​ເນັດ​​ເທື່ອຈິ່ງ​ບໍ່​ສາມາດ​ເບິ່ງ​ເວັບ​​​ໄຊ​ແລະ​ສົ່ງ​E-mail​ໄດ້,ຈຳ​ເປັນ​ຕ້ອງ​ຕິດ​ຕໍ່​ດ້ວຍ​ຈົດໝາຍ​ເທົ່າ​ນັ້ນ,ບໍ່​ຮູ້​ວ່າ​ຈະ​ອ່ານ​ຈົດໝາຍ​ຂອງ​ເຊັ່ງ​ຢ່າງ​ໄດ້​ຫຼື​ບໍ່?"

ໄດ້​ແທ້.ຂຽນ​ຈົດໝາຍ​ເອົາ​ກໍ່​ໄດ້.ຕົວ​ໜັງສືຂອງ​ທ່ານ​ຂຽນ​ງາມ​ຫຼາຍ,ພວກ​ເຮົາ​ອ່ານ​ໄດ້​ຢ່າງ​ຈະ​ແຈ້ງ,​ເພື່ອ​ໃຫ້​ທ່ານ​ຝາກ​ຈົດໝາຍ​​ໃຫ້​ພວກ​ເຮົາ​ເລື້ອຍໆ,​ພວກ​ເຮົາໄດ້​ຝາກ​ຊອງຈົດ​ໝາຍ​ທີ່​ສົ່ງ​ກັບຄືນ​ໂດຍ​ບໍ່​ຕ້ອງ​ຕິດ​ສະ​ແຕມ​ມາ​ໃຫ້,ບໍ່​ມີ​ອິນ​ເຕີ​ເນັດກໍ​ບໍ່​ເປັນ​ຫຍັງ​,ຂໍແຕ່​ທ່ານ​ຍິນ​ດີຕິດ​ຕໍ່ກັບ​ພວ​ກ​ເຮົາ,ຂຽນຈົດໝາຍ​​ເອົາ​ກໍ່​ແຮງ​ດີ,ພວກ​ເຮົາ​​ຕ້ອງ​ໄດ້​ຮັບແນ່​ນອນ​.

ໃນ​ຈົດໝາຍ​ທ່ານ​ເຊັ່ງ​ຢ່າງ​ຍັງ​ຂຽນ​ວ່າ,ບ້ານ​ເຮົາ​ສາມາດ​ຟັງ​ວິທະຍຸ​ໄດ້​ໃນ​ລະດູ​ແລ້ງສ່ວນ​ຫຼາຍ,ລະດູ​ຝົນຟັງ​ບໍ່​ຄ່ອຍ​ໄດ້​ດີ​ແລະ​ດິນ​ຟ້າ​ອາກາດ​ກໍ່​ບໍ່​ສະດວກ​ເຮັດ​ໃຫ້ການ​ຟັງ​ວິທະຍຸ​ບໍ່​ໄດ້​ຕາມ​ໃຈ.ຍ້ອນ​ມູນເຫດ​ທາງ​ອາກາດ,​ເຮັດ​​ໃຫ້​ຟັງ​ລາຍການ​ຂອງ​ພວກ​ເຮົາ​ຍາກ, ພວກ​ເຮົາ​ກໍ່​ຮູ້ສຶກ​ເສຍ​ດາຍ.​ແຕ່​ພວກ​ເຮົາ​ກໍຈະລາຍ​ງານ​ໃຫ້​ພະ​ແນ​ກ​ເຕັກນິກ​ຫາ​ວິທີ​ແກ້​ໄຂບັນຫາ​ນີ້.

ວັນ​ສຸກ​ອາທິດ​ແລ້ວ,​ໂຄງການ​ຮ່ວມ​ມືລາຍການ​ກະຈາຍ​ສຽງFMຈີນ​ລາວ​ໄດ້​​ເລິ່ມສ້າງສາ​ຢູ່​ນະຄອນ​ຫຼວງ​ວຽງ​ຈັນ​ແລ້ວ,​ໃນ​ທ້າຍ​ປີ​ນີ້​ກໍ່​ຈະ​ສ້າງ​ສຳ​ເລັດ​ແລະ​ອອກ​ອາກາດ​ລາຍການ​ຂອງ​ວິທະຍຸCRIພວກ​ເຮົາ,ຜູ້​ຟັງ​​ໃນ​ນະຄອນ​ຫຼວງ​ວຽງ​ຈັນ​ແລະ​ແຂວງ​ໃກ້​ຄຽງ​ກໍ່​ຈະ​ໄດ້ຟັງ​ລາຍການFM​ຂອງ​ພວກ​ເຮົາ​ຢ່າງ​ຈະ​ແຈ້ງ,​ເວົ້າ​ສຳລັບ​ຜູ້​ຟັງຢູ່​ວຽງ​ຈັນ​ແລະ​ມໍ່​ວຽງ​ຈັນ​ແລ້ວ​,ຂ່າວ​ນີ້​ແນ່ນອນ​ແມ່ນ​ຂ່າວ​​ດີ,ພວກ​ເຮົາຍ່ອມ​ຈະຈັດ​ລາຍການ​ດີໆ​ມາ​ສູ່​ຟັງ.

ສຸດ​ທ້າຍ,ພວກ​ເຮົາ​ຂໍ​ມອບເພງ​ມ່ວນໆ​ເພງ​ໜຶ່ງ​​ໃຫ້ຜູ້​ຟັງ​ທຸກ​ຄົນ,​ເພງ​ນີ້​ຊື່ວ່າ"ການ​​ເອີນ​ເຕີ​ຊີ່​ນ",​ແປ​ວ່າ"ດວງ​ໃຈ​ທີ່​ຮູ້​ບຸນຄຸນ".