ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-02 14:43:54    
ເວ​ທີ​ປາ​ໄສ​ສາ​ກົນ​ກ່ຽວ​ກັບ​ງານ​ໂອ​ລິມ​ປິກ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ໃຫ້​ແກ່​ວັດ​ທະ​ນະ​ທຳ​ໂອ​ລິມ​ປິກ​ແລະ​ການ​ພັດ​ທະ​ນາ​ຕົວ​ເມືອງ​ປັກ​ກິ່ງ

cri Author: sayvanny

ຂະ​ແຫນງ​ການ​ປະດິດ​ຄິດ​ສ້າງ​ວັດ​ທະ​ນະ​ທຳ​ແມ່ນ​ຂະ​ແຫນງ​ການ​ຈຸດ​ຮ້ອນ​ກວ່າ​ຫມູ່​ຢູ່​ສາ​ກົນ​ໃນ​ຊູ່​ມື້​ນີ້, ການ​ເຮັດ​ແນວ​ໃດ​ເອົາ​ງານ​ກິລາ​ໂອ​ລິ​ມປິກ​ພົວ​ພັນ​ກັບ​ຂະ​ແຫນງ​ການ​ປະ​ດິດ​ຄິດ​ສ້າງ​ວັດ​ທະ​ນະ​ທຳ,ນີ້​ແມ່ນ​ຫົວ​ຂໍ້​ໃຫຍ່​ອັນ​ຫນຶ່ງ.​ໃນ​ເວທີ​ປາ​ໄສ ການ​ປະດິດ​ຄິດ​ສ້າງ​ວັດ​ທະ​ນະ​ທຳ​ໂອ​ລິມ​ປິກ​ກັບ​ການ​ພັດ​ທະ​ນາ​ຕົວ​ເມືອງ​ທີ່​ຫາ​ກໍ່​ສິ້ນ​ສຸດ​ລົງ​ນັ້ນ, ຜູ່​ຊ່ຽວ​ຊານ​ແລະ​ນັກປາດ​ທັງ​ຫລາຍ​ໄດ້​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ໃຜ​ລາວ​ກ່ຽວ​ກັບ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ປີ 2008 ກັບ​ການ​ພັດ​ທະ​ນາ​ຂະ​ແຫນງ​ການ​ວັດ​ທະ​ນະ​ທຳ​ຂອງ​ປັກ​ກິ່ງ.

ເວທີ​ປາ​ໄສ​ການ​ປະດິດ​ຄິດ​ສ້າງ​ວັດ​ທະ​ນະ​ທຳ​ໂອ​ລິ​ມປິກ​ກັບ​ການ​ພັດ​ທະ​ນາ​ຕົວ​ເມືອງ​ແມ່ນ​ເນື້ອ​ໃນ​ສຳ​ຄັນ​ອັນ​ຫນຶ່ງ​ຂອງ​ງານ​ວັດ​ທະ​ນະ​ທຳ​ໂອ​ລິມ​ປິກ​ປັກ​ກິ່ງ​ປີ 2008 ຄັ້ງ​ທີ 4.ນັກ​ປາດ​ແລະ​ຜູ່​ຊ່ຽວ​ຊານ​ຫລາຍ​ສິບ​ຄົນ​ທີ່​ມາ​ຈາກ​ອັງ​ກິດ ອາ​ເມ​ລິ​ກາ ​ໂຮ​ນລັງ ກາ​ນາ​ດາ ອົສ​ຕຼາ​ລີ​ແລະ​ຈີນ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ,ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂະ​ແຫນງ​ການ​ປະດິດ​ຄິດ​ສ້າງ​ວັດ​ທະ​ນະ​ທຳ​ໂອ​ລິມ​ປິກ​ປັກ​ກິ່ງ​ຈາກ​ຫລາຍ​ດ້ານ​ແລະ​ຫລາຍ​​ແງ່​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ​ຄື ການ​ຕີ​ຄວາມ​ຫມາຍ​ໃຫມ່​ໃຫ້​​ແກ່ງານ​ໂອ​ລິມ​ປິກ​ແລະ​ຕົວ​ເມືອງ​ເຈົ້າ​ພາບ,​ເນື້ອ​ໃນ​ວັດ​ທະ​ນະ​ທຳ​ກິລາ​ແລະ​ການ​ປະດິດ​ຄິດ​ສ້າງ​ວັດ​ທະ​ນະ​ທຳ​​ໃຕ້​ເບື້ອງ​ຫລັງ​ໂອ​ລິມ​ປິກ,ບົດ​ຮຽນ​ທາງ​ບວກ​ແລະ​ທາງ​ລົບ​ຂອງ​ຕົວ​ເມືອງ​ເຈົ້າ​ພາບ​ຈັດ​ງານ​ໂອ​ລິ​ມປິກ​ທຸກ​ຄັ້ງ​ທີ​ຜ່ານ​ມາ.

ທ່ານ​ຈອນ.ຮອບ​ກິນ​ສ ນັກ​ເສດ​ຖະ​ສາດ​ທີ່​​ມີ​ຊື່​ສຽງ​ຂອງ​ອັກ​ງິດ​ທີ່​ຕັ້ງ​ເດີນ​ທາງ​ມາ​ຮ່ວມ​ເວທີ​ປາ​ໄສ​ໂດຍ​ຈຳ​ເພາະ​ມີ​ສົມ​ຍາ​ນາມ​ເປັນ​ບິດາ​ແຫ່ງ​ເສດ ຖະກິດ​ປະ​ດິດ​ສ້າງ, ທ່ານ​​ເຄີຍ​ໃຫ້​ຄຳ​ປຶກສາ​ແກ່​ລັດ​ຖະ​ບານ​ແລະ​ອົງ​ການ​ຈັດ ຕັ້ງ​ວັດ​ທະ​ນະ​ທຳ​ຂອງ​ຫລາຍ​ປະ​ເທດ​ໃນ​ໂລກ.ທ່ານ​ເຫັນວ່າ, ບໍ່​ວ່າ​ແມ່ນ​ກິລາ​ຫລື​ແມ່ນ​ສິ​ລະ​ປະ,​ເຄັດ​ລັບ​ແຫ່ງ​ຜົນ​ສຳ​ເລັດ​ລ້ວນ​ແຕ່​ຄ້າຍ​ຄື​ກັນ​ທີ່​ສຸດ. ທ່ານ​ສະ​ເຫ​ນີ​ໃຫ້​ປັກ​ກິ່ງ​ຖື​ໂອ​ກາດ​ງານ​ໂອ​ລິມ​ປິກ​ປີ 2008,​​ເຮັດໃຫ້​ນັກ​ກິລາ​ຜູ່​ດີ​ເດັ່ນ​ກວ່າ​ຫມູ່​ແລະ​​ສິ​ລະ​ປິນ​ທີ່​ມີ​ຄວາມ​ສາ​ມາດ​ຫລາຍ​ກວ່າ​ຫມູ່​ໃນ​ໂລກ​ມາ​ປະສານ​ສົມ​ທົບ​ກັນ.ທ່ານ​ເຫັນ​ວ່າ,ງານ​ໂອ​ລິມ​ປິກ​ສຳລັບ​ຈີນ​ແລ້ວ​ແມ່ນ​ໂອກາດ​ທີ່​ຫາ​ຍາກ.ທ່ານ​ເວົ້າວ່າ:

ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ງານ​ໂອ​ລິມ​ປິກ​ແມ່ນ​ໂອກາດ​ດີ​ອັນ​ຫນຶ່ງ​ທີ່​ເຮັດ​ໃຫ້​ໂລກ​ສຸມ​ສາຍ​ຕາ​ໃສ່ຈີນ.ຫລາຍໆ​ຄົນ​ຈະ​ມາ​ຈີນ​ໃນ​ປີ 2008,ສະ​ນັ້ນ,ສຳ​ລັບ​ປັກ​ກິ່ງ​ແລ້ວ, ນີ້​ແມ່ນ​ໂອ​ກາດ​ດີ​ອັນ​ຫນຶ່ງ​ທີ່​ສະ​ແດງ​ໂສມ​ຫນ້າ​ດີ​ທີ່​ສຸດ​ຂອງ​ຕົນ​ເອງ​ຕໍ່​ທົ່ວ​ໂລກ.​ເຊິ່ງ​ສາ​ມາດ​ບອກ​ໃຫ້​ຊາວ​ໂລກ​ຮູ້​ວ່າ, ​ໃນ​ຕົວ​ເມືອງ​ນີ້, ຄົນ​ທັງ​ຫລາຍ​ແມ່ນ​ມີ​ຄວາມ​ຄິດ​ແລະ​ມີ​ຫົວ​ຄິດ​ປະ​ດິດ​ຄິດ​ສ້າງ.ຖ້າ​ວ່າ​ປັກ​ກິ່ງ​ສາ ມາດ​ສະ​ແດງ​ຕໍ່​ໂລກ​ວ່າ: ​ໄທ​ເມືອງ​ປັກ​ກິ່ງ​ລ້ວນ​ແຕ່​ສາມາດ​ສະ​ແດງ​ຕົນ​ເອງ​​ໃນ​ດ້ານ​ສິ​ລະ​ປະ​ແລະ​ວັດ​ທະ​ນະ​ທຳ,ນີ້​ຈະ​ຊ່ອຍ​ຍົກ​ໂສມ​ຫນ້າ​ຂອງ​ຕົວ​ເມືອງ​ໃຫ້​ສູງ​ຂຶ້ນ.

ປັດ​ຈຸ​ບັນ, ສື່​ມວນ​ຊົນ​ແລະ​ປະ​ຊາ​ຊົນ​ຈີນ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ,ປັກ​ກິ່ງ​ຈົນ​ກະ​ທັ້ງ​ທົ່ວ​ປະ​ເທດ​ຈີນ, ຄວນ​ກຳ​ໂອ​ກາດ​ຈັດ​ງານ​ໂອ​ລິມ​ປິກ,ຊຸກ​ຍູ້​​ໃຫ້​ເສດ ຖະກິດ​ແລະ​ວັດ​ທະ​ນະ​ທຳ​ພັດ​ທະ​ນາ​ພ້ອມ​ກັນ.​ໂດຍ​ສະ​ເພາະ​ແມ່ນ​ປັກ​ກິ່ງ ຕົວ​ເມືອງ​ເຈົ້າ​ພາບ​ຍິ່ງ​ຄວນ​ຖືໂອກາດ​ຈັດ​ງານ​ໂອ​ລິມ​ປິກ, ຊຸກ​ຍູ້​​ໃຫ້​ພາລະ​ບົດ ບາດ​ແລະ​ອົງ​ປະ​ກອບ​ອຸດ​ສາ​ຫະ​ກຳ​ຂອງ​ຕົວ​ເມືອງ​ມີ​ການ​ພັດ​ທະ​ນາ​ຢ່າງ​ໃຫຍ່.​ແຕ່​ທ່ານ​ຊີ​ໂຈ​ວຊວນ ຜູ່​ຊ່ຽວ​ຊານ​ທີ່​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ພັດ​ໄດ້​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຂອງ​ຕົນ​.

ທ່ານ​ຊີ​ໂຈວ​ຊວນ​ແມ່​ນຜູ່​ຄຸມ​ງານ​ໃຫຍ່​ຂອງ​ສູນ​ຄົນ​ຄວ້າ​ນະ​ໂຍ​ບາຍ​ວັດ​ທະ​ນະ​ທຳ​ຮົງ​ກົງ,ທັງ​ແມ່ນ​ສະ​ຖາ​ປະ​ນິກ​ທີ່​ມີ​ຊື່​ສຽງ​ທີ່​ສຸດ,​ໃຫ້​ຄຳ​ປຶກສາ​ແກ່​ອົງການ​ປົກ​ຄອງ​ແລະ​ພາກ​ສ່ວນ​ວັດ​ທະ​ນະ​ທຳ​ຂອງ​ເຂດ​ພິ​ເສດ​ຮົງ​ກົງ.ທ່ານ​ເຫັນ​ວ່າ, ການ​ຈັດ​ງານ​ໂອ​ລິມ​ປິກ​ແມ່ນ​ໂອກາດ​ອັນ​ຫນຶ່ງ, ​ແຕ່​ຍິ່ງ​ຄວນ​ເອົາ​ງານ​ກິລາ​ທີ່​ຈັດ​ເປັນ​ເວລາ​ເຄິ່ງ​ເດືອນ​ອັນ​ສັ້ນໆ​ນັ້ນ​ຈັດ​ເຂົ້າ​ໃນ​ແຜນ​ພັດ​ທະ​ນາ​ ​ລວມ​ແລະ​ຍາວ​ໄກ​ຂອງ​ຕົວ​ເມືອງ, ປະ​ຕິ​ບັດ​ຕໍ່​ງານ​ໂອ​ລິ​ມປິກ​ຢ່າງ​ໃຈ​ເຢັນ​ແລະ​ນອກ​ຕົວ.ທ່ານ​ເວົ້າວ່າ:

ງານ​ໂອ​ລິມ​ປິກ​ແມ່ນ​ໂອກາດ​ອັນ​ຫນຶ່ງ, ຈາກ​ງານ​ໂອ​ລິມ​ປິກ, ພວກ​ເຮົາ​ສາ​ມາດ​ພັດ​ທະ​ນາ​ຫລາຍ​ສິ່ງ​ຫລາຍ​ຢ່າງ, ​ແຕ່​ຖ້າ​ບໍ່​ມີ​ງານ​ໂອ​ລິ​ມປິກ, ພວກ​ເຮົາ​ກໍ່​ຄວນ​ພັດ​ທະ​ນາ​ສິ່ງ​ເຫລົ່າ​ນີ້,ສິ່ງ​ເຫລົ່າ​ນີ້​ສຳ​ຄັນ​ຫລາຍ​ຕໍ່​ການ​ພັດ​ທະ​ນາ​ຂອງ​ຕົວ​ເມືອງ.ການ​ພັດ​ທະ​ນາ​ຕົວ​ເມືອງ​ແມ່ນ​ເປົ້າ​ຫມາຍ​ອັນ​ຫນຶ່ງ,ສ່ວນ​ງານ​ໂອ​ລິ​ມ ປິກ​ພຽງ​ແຕ່​ແມ່ນ​ກິດຈະການ​ອັນ​ຫນຶ່ງ​ທີ່​ຈັດ​ຂຶ້ນ​ເທື່ອ​ດຽວ​ເທົ່າ​ນັ້ນ.​ເມື່ອ​ງານ​ນີ້​ສິ້ນ​ສຸດ​ລົງ​ແລ້ວ, ຕົວ​ເມືອງ​ຍັງ​ຢູ່,ອຸດ​ສາ​ຫະ​ກຳ​ຕ່າງໆ​ກໍ່​ຍັງ​ຢູ່.ສະ​ນັ້ນ, ​ແຕ່​ຫາ​ກໍ່​ເລີ່​ມຕົ້ນ, ​ເປົ້າ​ຫມາຍ​ຂອງ​ພວກ​ເຮົາ​ກໍ່​ຕ້ອງ​ພິ​ຈາ​ລະ​ນາ​ຈາກ​ການ​ພັດ​ທະ​ນາ​ຂອງ​ຕົວ​ເມືອງ​ແລະ​ອຸດ​ສາ​ຫະ​ກຳ, ພິ​ຈາ​ລະ​ນາ​ວ່າ​ຈະ​ປະ​ສານ​ສົມ​ທົບ​ກັບ​ງານ​ໂອ​ລິ​ມປິກ​​ແນວ​ໃດ,ຫາກ​ບໍ​ແມ່ນ​ເຮັດ​ກົງ​ກັນ​ຂ້າມ.ດຽວ​ນີ້​ມີ​ຫລາຍ​ຄົນ​ຄິດ​ວ່າ, ພວກ​ເຮົາ​​ໄດ້ຈັດ​ງານ​ໂອ​ລິ​ມປິກ​ແລ້ວ,ພວກ​ເຮົາ​ຈະ​ນຳ​ໃຊ້​ມັນ​ແນວ​ໃດ, ທີ່​ຈິງ​ຄວນ​ຄິດ​ແບບ​ກົງກັນຂ້າມ.

ຜູ່​ຊ່ຽວຊານ​ແລະ​ນັກປາດ​ທີ່​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ສ່ວນ​ຫລາຍ​ແມ່ນ​ສົນ​ໃຈ​ນຳ​ໂອກາດ​ທີ່​ງານ​ໂອ​ລິ​ມປິກ​ນຳ​ມາ​ໃຫ້, ​ກົງ​ກັນ​ຂ້າມ, ທ່ານ​ສາ​ສະ​ດາ​ຈານ​ຈິນ​ຢວນ​ຟູ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ປະຊາ​ຊົນ​ຈີນ​ຍິ່ງ​ເອົາ​ໃຈ​ໃສ່​ນຳ​ການ​ພັດ​ທະ ນາ​ຕົວ​ເມືອງ​ພາຍ​ຫລັງ​ຈັດ​ງານ​ໂລ​ອິມ​ປິກ​ແລ້ວ, ​ເອົາ​ໃຈ​ໃສ່​ນຳ​ຜົນ​ສະ​ທ້ອນ​ຍາວ​ໄກ​ຕໍ່​ຂະ​ແຫນງ​ການ​ປະດິດ​ຄິດ​ສ້າງ​ວັດ​ທະ​ນະ​ທຳ​ຂອງ​ງານ​ໂອ​ລິມ​ປິກ.ທ່ານ​ສາ​ສະ​ດາ​ຈີ່ນ​ແມ່ນ​ຫົວ​ຫນ້າ​ສູນ​ຄົນ​ຄວ້າ​ງານ​ໂອ​ລິມ​ປິກ​ມະ​ນຸດ​ສາດ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ປະ​ຊາ​ຊົນ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 2000.ສູນ​ນີ້​ເຄີຍ​ໄດ້​ວາງ​ຄຳ​ຂວັນ​ດົ່ງ​ດັງ​ທີ່​ວ່າ:​ໂລກ​ໃຫ້​ເຮົາ 16 ມື້, ​ເຮົາ​ຈະ​ໃຫ້​ໂລກ​ຫ້າ​ພັນ​ປີ,ຫວັງ​ຖື​ໂອ​ກາດ​ຈັດ​ງານ​ໂອ​ລິມ​ປິກ​ໃຫ້​ທົ່ວ​ໂລກ​ຊອກ​ຮູ້​ວັດ​ທະ​ນະ​ທຳ​ຂອງ​ຈີນ.​ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ, ທ່ານ​ເວົ້າ​ວ່າ:

ແຕ່​ກ່ອນ, ພວກ​ເຮົາ​ບໍ່​ໄດ້​ພິ​ຈາ​ລະ​ນາ​ເຖິງ​ການ​ພົວ​ພັນ​ລະ​ຫວ່າງ​ງານ​ໂອ​ລິມ​ປິກ​ກັບ​ເສດ​ຖະ​ກິດ.ດຽວ​ນີ້, ​ເສດ​ຖະ​ກິດ​ໂອ​ລິມ​ປິກ​ແມ່ນ​ພາກ​ສ່ວນ​ສຳ​ຄັນ​ທີ່​ສຸດ​ຂອງ​ແນວ​ຄິດ​ໂອ​ລິມ​ປິກ​ແລະ​ວັດ​ທະ​ນະ​ທຳ​ໂອ​ລິມ​ປິກ. ຈະ​ແກ້​ໄຂ​ບັນ ຫາ​​ຫລັງ​​ງານ​ໂອ​ລິ​ມປິກ​ແນວ​ໃດ?ວິ​ທີ​ທີ່​ພວກ​ເຮົາ​ຊອກ​ໄດ້​ໃນ​ດຽວ​ນີ້​ກໍ່​ແມ່ນ​ພັດທະນາ​ຂະ​ແຫນງ​ການ​ປະດິດ​ຄິດ​ສ້າງ​ຢ່າງ​ຮອບ​ດ້ານ, ຖື​ງານ​ໂອ​ລິມ​ປິກ​ເປັນ​ໂອ​ກາດ​ເອື້ອ​ອຳ​ນວຍ, ​ເຮັດ​ໃຫ້​ມັນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ມະຫາ ສານ​ໃນ​ໄລຍະ​ບາດ​ລ້ຽວ,ສະ​ນັ້ນ,​ສະ​ໄຫມ​ຫລັງ​ງານ​ໂອ​ລິ​ມປິກ​ກໍ່​​ໄດ້ກາຍ​ເປັນ​ໄລຍະ​ທີ່​ຂະ​ແຫນງ​ການ​ປະດິດ​ຄິດ​ສ້າງ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ,​ໂດຍ​ປະ​ລິ ຍາຍ​ມັນ​ກໍ່​ຈະຂ້າມ​ຜ່ານ​ຢ່າງ​ຫມັ້ນ​ທ່ຽງ​ໄດ້.

ນັກ​ປາດ​ຜູ່​ນີ້​ເວົ້າວ່າ, ​ໃນ​ປະ​ຫວັດ​ງານ​ໂອ​ລິມ​ປິກ, ມີຕົວ​ເມືອງ​ເຈົ້າ​ພາບ​ຈຳ​ນວນ​ຫນຶ່ງ​ໄດ້​ປະ​ສົບ​ບັນ​ຫາ​ເສດ​ຖະ​ກິດ​ແລະ​ສັງ​ຄົມ​ບໍ່​ຫນ້ອຍ​ຫລັງ​ງານ​ໂອ​ລິ​ມປິກ, ປັກ​ກິ່ງ​ຄວນ​ຖອດ​ຖອນ​ເອົາ​ບົດ​ຮຽນ​ທາງ​ລົບ​ຂອງ​ພວກ​ເຂົາ​ເຈົ້າ​.ປັກ​ກິ່ງ​ແມ່ນ​ຕົວ​ເມືອງ​ໃຫຍ່​ທີ່​ມີ​ປະ​ຊາ​ກອນ 16 ລ້ານ​ຄົນ, ພວມ​ຢູ່​ໃນ​ໄລ​ຍະ​ທີ່​ເສດ​ຖະ​ກິດ​ພັດ​ທະ​ນາ​ຢ່າງ​ວ່​ອງ​ໄວ,ການ​ເອົາ​ງານ​ໂອ​ລິມ​ປິກ​ປະ​ສານ​ສົມທົບ​ກັບ​ຂະ​ແຫນງ​ການ​ປະດິດ​ຄິດ​​ແຕ່ງ​ວັດ​ທະ​ນະ​ທຳ​ຈະ​ມີ​ອະ​ນາ​ຄົດ​ຂ້ອນ​ຂ້າງ​ດີ.

ຄວາມ​ເຫັນ​ຈາກ​ແງ່​ຕ່າງ​ກັນ​ໄດ້​ສະ​ຫນອງ​ແລວ​ຄວາມ​ຄິດ​ໃຫມ່​ແກ່​ຄະ ນະ​ກຳ​ມະ​ການ​ຈັດ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ແລະ​ຜູ່​ຕົກ​ລົງ​ນະ​ໂຍບາຍ​ທັງ​ຫລາຍ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຕົວ​ເມືອງ.ນີ້​ກໍ່​ແມ່ນ​ຄວາມ​ຫວັງ​ຂອງ​ເຈົ້າ​ພາບ​ເວທີ​ປາ​ໄສ​ຄັ້ງ​ນີ້.ທ່ານ​ຈ່ຽງ​ຊ້ຽວ​ອີ ປະ​ທານ​ປະ​ຕິ​ບັດ​ງານ​ຂອງ​ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ໂອ​ລິມ​ປິກ​ປັກ​ກິ່ງ​ເຫັນ​ວ່າ, ງານ​ວັດ​ທະ​ນະ​ທຳ​ໂອ​ລິມ​ປິກ​ທີ່​ຈັດ​ຂຶ້ນ​ປີ​ລະ​ເທື່ອ ​ເຊິ່ງ​ເລີ່​ມ​ແຕ່​ປີ 2003 ນັ້ນ, ບໍ່​ພຽງ​ແຕ່​ໄດ້​ເຜີຍ​ແຜ່​ຄວາມ​ຮູ້​ກ່ຽວ​ກັບ​ກິລາ​ໂອ​ລິ​ມປິກ​ແກ່​ມວນ​ຊົນ​ທໍ່​ນັ້ນ, ກໍ່​ໄດ້​ໂຮມ​ສູນ​ກຳ​ລັງ​ຂອງ​ຜູ່​ຊ່ຽວ​ຊານ​ແລະ​ນັກ​ປາດ, ​ໄດ້​ອຳ​ນວຍ​ການ​ສະ​ຫນັບ​ສະ​ຫນູນ​ດ້ານ​ສະ​ຕິ​ປັນ​ຍາ​ແກ່​ປັກ​ກິ່ງ​ຈັດ​ງານ​ໂອ​ລິ​ມປິກ​ປີ 2008 ​ໃຫ້​ດີ.​ໃນ​ພິ​ທີ​ໄຂ​ງານ​ວັດ​ທະ​ນະ​ທຳ​ປີ​ນີ້, ທ່ານ​ເຄີຍ​ເວົ້າ​ວ່າ:

ຂະ​ຫນາດ​ການ​ເຄື່ອນ​ໄຫວ​ຂອງ​ງານ​ວັດ​ທະ​ນະ​ທຳ​ໄດ້​ເປີດ​ກວ້າງ​ອອກ​ເລື້ອຍໆ,​ເນື້ອ​ໃນ​ແລະ​ຮູບ​ການ​ກໍ່​ອຸ​ດົມ​ສົມ​ບູນ​ຂຶ້ນ.ການ​ຈັດ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ໂອ​ລິມ​ປິກ​ທຸກ​ລາຍ​ທີ່​ຖື​ວັດ​ທະ​ນະ​ທຳ​ໂອ​ລິມ​ປິກ​ເປັນ​ຫລັກ​ໃຫ້​ດີ​ນັ້ນ, ​ແມ່ນ​ຊ່ອງ​ທາງ​ສຳ​ຄັນ​ຂອງ​ພວກ​ເຮົາ​ໃນ​ການ​ສ້າງ​ບັນ​ຍາ​ກາດ​ໂອ​ລິມ​ປິກ​ອັນ​​ເຂັ້ມ​ຂຸ້ນ,​ແລະດຶງ​ດູດວົງ​ການ​ຕ່າງໆ​ເອົາ​ໃຈ​ໃສ່​ນຳ​ງານ​ໂອ​ລິມ​ປິກ, ທັງ​ແມ່ນ​ພາ​ຫະ​ນະ​ສຳ​ຄັນ​ຂອງ​ພວກ​ເຮົາ​ທີ່​ຜ່ານ​ຈາກ​ງານ​ໂອ​ລິມ​ປິກ​ສະ​ແດງ​​ໃຫ້​ເຫັນ​ສະ​ເຫນ​ອັນ​ມະ​ຫາ​ສານ​ຂອງ​ອາ​ລະ​ຍະ​ທຳ​ແລະ​ວັດ​ທະ​ນະ​ທຳ​ຂອງ​ຈີນ, ​ແລະ​ບັນ​ລຸ​ໂອ​ລິມ​ປິກ​ມະ​ນຸດ​ສາດ.

ທ່ານ​ຈ່ຽງ​ຊ້ຽວ​ອີ​ເວົ້າ​ວ່າ, ປັກ​ກິ່ງ​ໄດ້​ສະ​ເຫນີ​ທັດ​ສະ​ນະ​ຄະ​ຕິ​ຈັດ​ງານ​ໂອ​ລິມ​ປິກ​ສີ​ຂຽວ ງານ​ໂອ​ລິມ​ປິກ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ແລະ​ງານ​ໂອ​ລິມ​ປິກ​ມະ​ນຸດ​ສາດ, ອັນ​ທີ່​ວ່າ​ງານ​ໂອ​ລິມ​ປິກ​ມະ​ນຸດ​ສາດ​ກໍ່​ແມ່ນ​ເອົາ​ທັດ​ສະ​ນະ​ຄະ​ຕິ​​ແລະ​ນ້ຳ​ໃຈ​ໂອ​ລິມ​ປິກ ປະ​ສານ​ສົມ​ທົບ​ກັບ​ການ​ພັດ​ທະ​ນາ​ຂອງ​ຕົວ​ເມືອງ​ແລະ​ການ​ພັດ​ທະ​ນາ​ຂອງ​ຂະ​ແຫນງ​ການ​ປະດິດ​ຄິດ​ສ້າງ, ບໍ່​ພຽງ​ແຕ່​ໄດ້​ເພີ່ມ​ເນື້ອ​ໃນ​ໃຫມ່​ແກ່​ງານ​ໂອ​ລິມ​ປິກ​ເທົ່າ​ນັ້ນ, ​ແລະ​ກໍ່​ໄດ້​ເພີ່ມ​ປັດ​ໄຈ​ໃຫມ່​ແກ່​ການ​ພັດ​ທະ​ນາ​ຂະ​ແຫນງ​ການ​ປະ​ດິດ​ຄິດ​ສ້າງ​ວັດ​ທະ​ນະ​ທຳ​ຂອງ​ປັກ​ກິ່ງ​ກໍ່​ຄື​ຂອງ​ຈີນ​ອີກ​ດ້ວຍ.