ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-03 16:32:12    
ຂົວ​ອາ​ກາດ​060802(ສຽງ)

cri

ຕອນ​ທ່ຽງ​ມື້​ນີ້,ພວກ​ເຮົາ​ໄດ້​ຮັບ​ໂທລະສັບ​ຂອງ​ທ່ານ​ພັນ​ເອກ​ວິ​ໄສ ຈັນທະ​ມາດ ຫົວໜ້າກົມ​ວິທະຍາສາດ ປະຫວັດສາດ​ການ​ທະຫານ​ກອງທັບ​ປະຊາ​ຊົນ​ລາວ,ອາທິດ​ແລ້ວນີ້,ທ່ານພັນ​ເອກ​ວິ​ໄສ​​ໄດ້​ນຳພາຄະ​ນະ​ຜູ້​​ແທນ​ລາວ​ມາ​​ເຂົ້າ​ຮ່ວມ"ງານ​ສຳ​ມະ​ນາ​ບັນຫາ​ຄວາມ​ໝັ້ນຄົງ​ຈີນ-ພາກ​ພື້ນອາຊ​ຽນອາຊີ​ປາຊິ​ຟິກ"​.​ຢູ່​ຈີນໃນ​ໄລຍະງານ​ສຳ​ມະ​ນາ,ທ່ານ​ໄດ້​ໃຫ້​ສຳ​ພາດ​​ໂດຍ​ສະ​ເພາະ​ຕໍ່ນັກ​ຂ່າວ​ວິທະຍຸ​criພວກ​ເຮົາ,​ແລະພວກ​ເຮົາກໍ່​ໄດ້​​ຈັດ​ອອກ​ອາກາດ​​​ໄປ​ແລ້ວ​ໃນ​ລາຍການ"ຂົວ​ອາກາດ"ວັນ​ພະຫັດອາທິດ​ແລ້ວນີ້.​ເມື່ອທ່ານ​ພັນ​ເອກ​ວິ​ໄສ​ໄດ້​ກັບ​ເມືອ​ລາວ,​ໄດ້​ຟັງ​ລາຍການ​ຂອງ​ພວກ​ເຮົາ,ມື້​ນີ້​ທ່ານ​ໄດ້ໂທ​ມາສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ພວກ​ເຮົາ​ເປັນ​ພິ​ເສດ,ທ່ານ​ບອກວ່າ,​ເມື່ອ​ທ່ານ​ໄດ້​ຟັງ​ສຽງ​ຂອງ​ຕົນ​​ໃນ​ວິທະຍຸ,ກໍ່​ຮູ້ສຶກ​ຕື້ນ​ຕັນໃຈ​ຫຼາຍ,ທ່ານ​ຍັງ​ເວົ້າ​ວ່າ,ທ່ານ​ຮັບ​ຟັງ​ລາຍການ​ຂອງ​ພວກ​ເຮົາທຸກ​ມື້,ຮູ້ສຶກ​ການຮັບ​ຟັງ​ລາຍການ​ຂອງ​ພວ​ກ​ເຮົາມີ​ຄວາມ​ໝາຍ​ຫຼາຍ,​ໄດ້ຮັບ​ຜົນ​ດີ​ຫຼາຍ.

ນະ​ທີ່​ນີ້,ດວງ​ພະຈັນ​ຂໍ​ຕາງໜ້າ​ພະນັກ​ງານ​ທຸກ​ຄົນ​ໃນ​ພະ​ແນ​ກ​ພາສາ​ລາວສະ​ແດ​ງຄວາມ​ເຄົາລົບ​ຕໍ່​ທ່ານ​ພັນ​ເອກ​ວິ​ໄສ,ຂອບ​​ໃຈ​ທ່ານ​ທີ່​ສະ​ໜັບສະ​ໜູນລາຍ​ການ​ຂອງ​ພວກ​ເຮົາ.

ສຸດ​ທ້າຍ,ພວກ​ເຮົາ​ຂໍ​ຈັດ​ເພັງ​ເກົ່າ​ພາສາ​ກວາງ​ຕຸ້ງ​​ເພງ​ໜຶ່ງ​ສູ່​ທ່ານ​ວິ​ໄສ​ຟັງ​ເພງ​ນີ້​ຊື່ວ່າ"ລູກ​ຜູ້​ຊາຍ​ແທ້ໆ,ພ້ອມ​ນີ້ກໍ​ຂໍ​ມອບ​​ເພງ​ນີ້ໃຫ້​ເພື່ອນ​ຜູ້​ຟັງ​ທຸກ​ຄົນທີ່​ພວມ​ຟັງ​ລາຍ​ການ​ຂອງ​ພວກ​ເຮົາ​ຢູ່ດຽວນີ້