ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-03 17:35:23    
ໂທ​ລະ​ພາບ​ດີ​ຈີ​ຕອນ​ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ສະ​ດວກ​ສະບາຍ​ຂຶ້ນ​ຕື່ມ​(ສຽງ)

cri Author: shuo

101ປະ​ເທດ​ຂອງ​ເອີ​ລົບ ອາ​ຟະ​ລິ​ກາ​ແລະ​ຕາ​ເວັນ​ອອກ​ກາງ​ມີ​ແຜນຢຸດ​ເຊົາ​ການ​ກະຈາຍ ລາຍການ​ໂທລະພາບລະບົບອະ​ນາລົກ​ກ່ອນ​ປີ2015,​ເພື່ອຈະ​ຫັນ​ໄປ​ໃຊ້​ລະບົບ​ດີ​ຈີ​ຕອນ​ຢ່າງຮອບດ້ານ;ສ່ວນຈີນ​ກໍ​ມີ​ແຜນການກະຈາ​ຍ​ໂທລະພາບລະບົບ​ດີ​ຈີ​ຕອນ​ທີ່​ຄ້າຍຄື​ກັບປະ​ເທດ​​ເຫຼົ່ານີ້.ປະ​ຈຸ​ບັນ​ນີ້​ຢູ່​ຈີນໄດ້​ມີ​4ລ້ານ​ກວ່າຄອບຄົວ​ພວມ​ຮັບການ​ບໍລິການດ້ານ​ຂໍ້​ມູນ​ຂ່າວສານທີ່​ມີຄຸນ​ນະພາບ​ດີ​ທີ່​ໂທລະພາບ​ດີ​ຈີ​ຕອນ​ນຳ​ມາ​ໃຫ້.ພວກ​ເຂົາ​ເຈົ້າສາມາດຂໍເບິ່ງ​ລາຍການມ່ວນໆ ຊື້​ເຄື່ອງ ຈົດ​ທະບຽນ​ປົວ​ພະຍາດຫຼືຊື້​ຂາຍຫຼັກຊັບ​ຜ່ານ​ທາງໂທລະພາບ​ດີ​ຈີ​ຕອນ​ຕາມ​ຄວາມຕ້ອງການ.​ໃນ​ລາຍ​ກາ​ນສວນ​ວິທະຍາ​ສາດ​ແລະ​ການ​ສຶກສາ​ພາກ​ນີ້, ພວກ​ເຮົາ​ຂໍ​ລົມ​ກັບ​ທ່ານ​ກ່ຽວກັບ​ເລື່ອງ​ນີ້.

ອັນ​ທີ່​ວ່າ​ໂທລະພາບແບບດີຈີຕອນ,ກ່ອນອື່ນ​ແມ່ນໝາຍເຖິງໃນຕະຫຼອດຂະບວນການ ຖ່າຍ ຮຽບຮຽງ ຕັດຕໍ່ພາບແລະອອກອາກາດລາຍການໂທລະພາບນັ້ນໃຊ້ເຕັກນິກດີຈີ ຕອນໝົດ.ຖ້າທຽບໃສ່ລະບົບອະນາລົກທີ່ໃຊ້ທົ່ວໄປໃນປະຈຸບັນນີ້​ແລ້ວ,ລາຍການໂທລະ ພາບດີຈີຕອນມີຈຸດພິເສດຕ່າງໆ ເຊັ່ນ ມີພາບແລະສຽງຊັດ​ເຈນ​ກວ່າ ອອກ​ອາກາດລາຍ ການ​​ໄດ້ຫຼາຍ​ກວ່າແລະ​ມີ​ຄວາມສາມາດ​ແຮງ​ໃນ​ການ​ຕ້ານ​ການ​ລົບ​ກວນ​.ອີກ​ດ້ານ​ໜຶ່ງ, ໂທລະພາບ​ດີ​ຈີ​ຕອນ​ໄດ້​ປ່ຽນ​ແປງ​ສະພາບ​ຈາກການ​ທີ່​ຜູ້​ຊົມ​ມີ​ແຕ່​ເບິ່ງ​ໃນ​ເມື່ອ​ກ່ອນ​ນັ້ນ, ບັດ​ນີ້ຜູ້​ຊົມ​ສາມາດ​ຂໍເບິ່ງ​ລາຍການ​ໂທລະພາບ​ທີ່​ຕົນ​ມັກ​ນັ້ນຢ່າງ​​ເສລີ.ຄຸນ​ປະ​ໂຫຍ​ດອີກ​ອັນ​ໜຶ່ງ​ແມ່ນ​ໂທລະພາບ​ດີ​ຈີ​ຕອນ​ຍັງ​​ເປັນ​ສ່ວນ​ໜຶ່ງຂອງຄອມ​ພິ​ວ​ເຕີອີກ,​ມັນ​ໄດ້​ກາຍ​ເປັນ​​ສິ່ງ​ທີ່ອຳນວຍຄວາມ​ສະດວກ​ໃຫ້​ແກ່​ຊີວິດ​ຄອບຄົວຫຼາຍຂຶ້ນ.

ລຸງ​ວາງ​ຊິນ​ຜູ​ປີ​ນີ້​ອາຍຸ77​ປິ,​ເປັນ​ຄົນຮາງ​ໂຈ່​ວ ​ເມືອງ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ.​ອາດ​ເວົ້າ​ໄດ້​ວ່າໂທລະພາບ​​ແມ່ນ​​​ເພື່ອນສະໜິດ​ແໜ້ນ​ຂອງ​​ລຸງ​ແລະ​​ເມຍ​​ໃ​ນຍາມ​ຫວ່າງ.ເມື່ອໜຶ່ງ​ປີ​ກ່ອນ,​ໂທລະພາບ​ດີ​ຈີ​ຕອນ​ໄດ້​ກ້າວ​ເຂົ້າສູ່ຊີວິດ​ຂອງລຸງ​ແລະ​ປ້າ.ລຸງວາ​ງຊິນ​ຜູ​ບອກ​ນັກ​ຂ່າວ​ວ່າ,ດຽວ​ນີ້,​ໂທລະພາບ​ດີ​ຈີ​ຕອນ​ໃນ​ເຮືອນ​ບໍ່​ພຽງ​ແຕ່​ສາມາດຮັບ​ເບິ່ງລາຍການ​ທີ່​ອຸ ດົມ​ສົມບູນ​ກວ່າ​ເກົ່າ​ທໍ່​ນັ້ນ,ສິ່ງ​ທີ່​ເຮັດ​ໃຫ້​ພວກ​ເພິ່ນດີໃຈ​ນັ້ນ​ແມ່ນ,ຍັງ​ສາມາດ​ສັ່ງຊື້​ປື້​ມທີ່​ຕົນ​ມັກ.​ລຸງ​ເວົ້າສູ່​ຟັງ​ວ່າ:"​ໃນໂທລະພາບດີ​ຈີ​ຕອນມີ​ການ​ໂຄສະນາ​ປື້ມ​ທີ່​ຂາຍດິບ​ຂາຍ​ດີ​ໃນ​ອາ​ທິດ​ແລ້ວ​ນີ້,​ຖ້າ​ມີ​ປື້​ມທີ່ລຸງ​ມັກ,ກໍ່​ສັ່ງຊື້​ດ້ວຍ​ໂທລະພາບ​ດີ​ຈີ​ຕອນ,ສະດວກ​ທີ່​ສຸດ."

ເມື່ອ​ໄດ້​ພັດທະນາ​ຢ່າງບໍ່​ຢຸດ​ຢັ້ງ​​ມາຫຼາຍປີ​ແລ້ວ,​ໃນ​ຂະ​ບວນການຖ່າຍ​ທອດ ຕັດ​ຕໍ່ ອອກ​ອາກາດ​ແລະ​ສົ່ງ​ສັນຍານ​ລາຍການ​ໂທລະພາບຂອງ​ຈີນ​ໄດ້​ຫັນ​ເປັນ​ລະບົບ​ດີ​ຈີ​ຕອນ​ໃນ​ຂັ້ນພື້ນຖານ​ແລ້ວ,ມີ​ແຕ່​ຂະ​ບວນການ​ຮັບ ຄືໂທລະພາບ​ຂອງ​ຜູ້​ໃຊ້ຍັງ​ແມ່ນ​ແບບ​ອະ​ນາ ລົກ.ປະຈຸ​ບັນ​ນີ້,ຢູ່​ຫຼາຍເມືອງ​ພວມ​ຊຸກຍູ້​ໃຫ້ຫັນປ່ຽນ​​ໂທລະພາບ​ຂອງຄອບຄົວ​ລະບົບທຳ​ມະ​ດາ​ມາ​ເປັນລະບົບ​ດີ​ຈີ​ຕອນ.ທ່ານ​ເຈີ້​ງສຽວ​ລີ​ນ ຮອງຜູ້ອຳນວຍການ​ໃຫຍ່ຂອງ​ບໍລິສັດ​ໂທລະພາບ​ດີ​ຈີ​ຕອນຮາງ​​ໂຈ່​ວຈຳກັດ​ບອກ​ວ່າ,ດຽວ​ນີ້,ຕົ້ນຕໍ​ແມ່ນ​ໃຊ້ວິທີ​ຕິດຕັ້ງກັບ​ໂທລະ ພາບ​ດີ​ຈີ​ຕອນ​ຢູ່​ເທິງ​ໂທລະພາບ​ອະ​ນາລົກມາ​ຮັບ​ສັນຍານ​ໂທລະພາບ​ດີ​ຈີ​ຕອນ,ອັນ​ໄດ້​ເຮັດ​ໃຫ້ການ​ຮັບ​ຫັນ​ເປັນ​ດີ​ຈີ​ຕອນ​ໄດ້.ທ່ານ​ເວົ້າວ່າ:"​​ເມື່ອທຽບ​ໃສ່​ໂທລະພາບ​ອະ​ນາລົກ​ແລ້ວ,ຊ່ອງ​​ສົ່ງ​​ແລະ​ຮັບສັນຍານ​ຂອງ​ໂທລະພາບ​ດີ​ຈີ​ຕອນ​​ກວ້າງ​ກວ່າ,​ໂທລະພາບ​ອະ​ນາ​ລົກ​ສົ່ງ​ລາຍ​ການ​ພຽງ​ແຕ່​ຫຼາຍ​ສິບ​ຊ່ອງ​ທໍ່​ນັ້ນ,​ແຕ່​ໂທລະພາບ​ດີ​ຈີ​ຕອນພັດ​ສົ່ງ​ໄດ້​ຫຼາຍ​ຮ້ອຍ​ຊ່ອງ.​ພ້ອມ​ກັນນັ້ນ,ຄຸນ​ນະພາ​ບກໍ​ດີຂຶ້ນ.ທັງ​ນີ້​ເຮັດ​ໃຫ້​ໂທລະພາບ​ທໍ່​ກັບ​ຄອມ​ພິວ​ເຕີ,​​ແຕ່​ໃຊ້​ງ່າຍ​ກວ່າ.​​ແຕ່​ກ່ອນ,ປະຊາຊົນ​ຮັບ​​ເບິ່ງ​ໂທລະພາບ​ແບບ​ມີ​ແຕ່​ເປັນ​ຝ່າຍ​ຮັບ​ເທົ່າ​ນັ້ນ,​ດຽວ​ນີ້​ປ່ຽນ​ເປັນ​ການ​ນຳ​ໃຊ້​ໂທລະພາບ​​ໃຫ້​ເປັນ​ປະ​ໂຫຍ​ດ​ແກ່​ຕົນ​​ເອງ​ໄດ້​."

ໂດຍອີງ​ຕາມ​ແຜ​ນການ​ເຜີຍ​ແຜ່​ໂທລະພາບ​ດີ​ຈີ​ຕອນ​ຂອງ​ລັດຖະບານ​,ຈີນ​ກໍ​ຈະ​ຢຸດເຊົາ ການ​ກະຈາຍໂທລະພາບລະບົບ​ອະ​ນາລົກ​ໃນ​ປີ2015,​ແລະ​ຫັນ​ວິທະຍຸ​ໂທລະພາບ​​ໄປ​ເປັນ​ລະບົບ​ດີ​ຈີ​ຕອນ​ໃນ​ຂອບ​ເຂ​ດທົ່ວ​ປະ​ເທດ.ທ່ານ​ວາງ​ລຽນ ຮອງ​ຫົວໜ້າ​ກົມ​ວິທະຍາ​ສາດ​ເຕັກນິກຂອງກົມ​ໃຫຍ່ວິທະຍຸຮູບ​ເງົາ​ໂທລະພາບ​​ແຫ່ງ​ຊາດ​ຈີນ​ເວົ້າວ່າ:"​ພວກ​ເຮົາ​ໄດ້​ຈັດ​ວາງແຜນການພັດທະນາ​ໂທລະພາບ​ດີ​ຈີ​ຕອນ​​ໂດຍແບ່ງ​ເປັນ​ສາມ​ພາກ ຄື ພາກ​ຕາ​ເວັນ​ອອກ ພາກກາງ​ແລະ​ພາກ​ຕາ​ເວັນ​ຕົກ​,​ແລະ​ແບ່ງ​ເປັນສີ່​ຂັ້ນຕອນ,​ແລະ​ຈະສຳ​ເລັດ​ການ​ຫັນໂທລະພາບ​ອະ​ນາລົກ​ເປັນ​ໂທລະພາບ​ດີ​ຈີ​ຕອນ​ໃນ​ປີ2015."

ນັບ​ມາ​ຮອດ​ປະຈຸ​ບັນ,ຜູ້​ໃຊ້​ໂທລະ​ພາບ​ດີ​ຈີ​ຕອນ​ຂອງ​ຈີນ​ມີຫຼາຍກວ່າ4​ລ້ານຄອ​ບຄົວ. ພວກ​ເຂົາ​ເຈົ້າບໍ່​ພຽງ​ແຕ່ສາມາດ​ເຫັນພາບ​ທີ່​ຊັດ​​ເຈນທໍ່DVD​ແລະ​ຟັງສຽງ​ທີ່ມີ​ຄຸນ​ນະພາບ ​ຄືຢູ່​ໃນໂຮງ​ຮູບ​ເງົາຈາກ​ໂທລະພາບ​ທຳ​ມະ​ດາ​ທໍ່​ນັ້ນ,​ເຂົາ​ເຈົ້າຍັງ​ສາມາດ​ຮັບຂໍ້​ມູນ​ຂ່າວ ສານ​ແລະ​ການ​ບໍລິການ​ຢ່າງ​ຫຼວງຫຼາຍ ​ເຊັ່ນ ວຽກ​ງານ​ການ​ປົກຄອງ ການ​ສຶກ​ສາ ວັດ​ທະ​ນະ​ທຳ​ແລະ​ຂໍ້​ມູນ​ຄົມມະນາຄົມ​ທຸກ​ເວລາ​ເປັນ​ຕົ້ນ.

ຍ້ອນມີ​ສັບພະ​ຄຸນ​​ບໍລິການ​​ແນວນີ້​,​ໂທລະພາບ​ດີ​ຈີ​ຕອນ​ໄດ້ອຳນວຍຄວາມ​ສະດວກ​ໃຫ້ ແກ່​ຜູ້​​ເຂົ້າການ​ທຸກ​ມື້.​ຄູ່​ຜົວ​ເມຍເຊິ​ນຮົງ ​ຊາວ​ເມືອງ​ຮາງ​ໂຈ່​ວມີ​ລູກ​ທີ່​ຍັງ​ນ້ອຍ​ຢູ່,ພວກ​ເຂົາ​ເຈົ້າກໍ​ຟ້າວນຳ​ວຽກ​ຫຼາຍ.ທ່ານ​ເຊິ​ນຮົງ​ເວົ້າວ່າ,ໂທລະພາບ​ດີ​ຈີ​ຕອນ,​ເຮັດ​ໃຫ້​ວຽກຢ້າວ​ການ​ເຮືອນປະຈຳ​ວັນ ຄື​ ຊື້​ເຂົ້າສານ​ແລະ​ນ້ຳມັນພືດບໍ່​ເສຍ​ເວລາຫຼາຍຄື​ແຕ່​ກ່ອນ​ອີກ​ແລ້ວ.​ທ່ານ​ເວົ້າວ່າ:"ຕົວຢ່າງ​ຄື,ຂ້າພະ​ເຈົ້າ​ເລືອກ​ປະ​ເພດ​ເຂົ້າສານ​ກ່ອນ,​ແລ້ວ​ຈະ​ເລືອກ​ວ່າ​ຊື້​ເທົ່າ​ໃດ,​ແລ້ວ​ກົດ​ປຸ່ມ​ຕົກລົງ​ໃນ​ລີ​ໂໝດ​,​ເມື່ອ​ເປັນ​ແນວ​ນີ້,ກໍ​ສຳ​ເລັດ​ການ​ສັ່ງ​ຊື້ແລ້ວ."

ເວົ້າສຳລັບ​ນາງ​​ສູ​ເມີຍ​ແລ້ວ,ສິ່ງ​ທີ່​ເຮັດ​ໃຫ້​ນາງ​ເພີ່ງ​ພໍ​ໃຈ​ທີ່​ສຸດ​ແມ່ນ,ຢູ່​ໂທລະ​ພາບ​ດີ​ຈີ​ຕອນ,ນາງຍັງ​ສາມາດ​ໄດ້​ເຫັນຄຳ​ຕີ​ລາ​ຄາຂອງ​ຄູ​ຕໍ່​ລູກ ວຽກບ້ານ​ທີ່​ຄູ​ຈັດ​ໃຫ້​ລູກ​ເຮັດ​ແລະ​ຄະ​ແນນ​ການ​ຮຽນ​ຂອງ​ລູກ​​;ພ້ອມ​ກັນນັ້ນ,ຊຸດ​ອົບຮົມຍອດຢ້ຽມ​ຂອງຄູ​ສອນ​ຊື່​ດັງ​ໂຮງຮຽນ​ຊື່​ດັງ​ທີ່​ອອກ​ອາກາດ​ຕາມ​ເວລາ​ກຳນົດ​ນັ້ນກໍ​ເຮັດ​ໃຫ້​ລູກ​ໄດ້​ຮັບ​ຜົນປະ​ໂຫຍດຫຼາຍ.ນາງ​ເວົ້າ​ວ່າ:​"ຍ້ອນ​ວ່າ,ນັກຮຽນ​ປະຖົມ​ໝົດ​ທຸກ​ຄົນ​ລ້ວນ​ແຕ່​ຢາກ​ຟັງ​ການ​ສິດສອນ​ຂອງ​ຄູ​ສອນ​ຊື່​ດັງ,​ນັ້ນ​ແມ່ນ​ໂອກາດບໍ່ຫຼາຍປານ​​ໃດ,​​ແຕ່ເມື່ອ​ມີ​ລາຍການ​ນີ້​ຢູ່​ໂທລະພາບ​ແລ້ວ,ຈະ​ເຮັດ​ໃຫ້​ນັກ​ຮຽນ​ຫຼາຍ​ກວ່າ​ເກົ່າ​ສາມາດ​​ເຂົ້າ​ເຖິງການ​ສຶກສາ​​ທີ່​ມີ​ຄຸນ​ນະພາບ​ດີ,ຂ້າພະ​ເຈົ້າຮູ້ສຶກ​ວ່າ​ດີ​ຫຼາຍ."

​ໂທລະພາບ​ແມ່ນ​ພາຫະນະ​​ເຜີຍ​ແຜ່ຂໍ້​ມູນ​ຂ່າວສານທີ່​ມີ​ຫຼາຍກວ່າ​ໝູ່​ຢູ່​ຈີນ​ໃນ​ປະຈຸ​ບັນ.​ໃນ​ຕົວ​ເມືອງ,ອັດຕາມີ​​ໂທລະພາບສີ​ຂອງ​ຄອບຄົວ​ໄດ້​ລື່ນ​ກາຍ130%,ຢູ່ຊົນນະບົດ​ກໍ​ໄດ້​ບັນ​ລຸ​75%​ແລ້ວ.​ກົມ​ໃຫຍ່ວິທະຍຸ ຮູບ​ເງົາ​ແລະ​ໂທລະພາບ​ແຫ່ງ​ຊາດ​ຈີນ,ປະຈຸ​ບັນ​ນີ້,ວຽກ​ງານ​ເຜີຍ​ແຜ່​ໂທລະພາບ​ດີ​ຈີ​ຕອນ​ພວມຄ່ອຍໆ​ແຜ່​ຂະຫຍາຍ​​ໄປ​ສູ່​ເຂດ​ພາກ​ກາງ ພາກ​ຕາ​ເວັນ​ຕົກ​ແລະ​ເຂດ​ດ້ອຍ​ພັດທະນາ​ຂອງ​ຈີນ,ປະຊາຊົນ​ຈີນ​ນັບ​ມື້​ນັບ​ຫຼາຍບໍ່​ພຽງ​ແຕ່​ສາມາດ​ເບິ່ງ​ລາຍການ​ໂທລະພາບ​ດີ​ຈີ​ຕອນ​ອັນ​ຍ້ອດຢ້ຽມ​ໄດ້ທໍ່​ນັ້ນ,ຍັງ​​ໄດ້​ຖືໂທລະພາບ​ດີ​ຈີ​ຕອນ​ເປັນ​ຜູ້​ຊ່ອຍ​ວຽກ​ທີ່ດີ​​ໃນ​ຊີວິດ​ປະຈຳ​ວັນຂອງ​ພວກ​ເຂົາ​ເຈົ້ານຳ​ອີກ.