ສະບາຍດີທ່ານຜູ່ຟັງທີ່ໂຄລົບ, ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການອາລະຍະທຳຈີນ. ບຸນອອກໃໝ່ 7 ຄ່ຳເດືອນ 7 ຕາມຈັນທະຄະຕິຈີນມີແຫຼ່ງກຳເນີດໃນສະໄໝລາຊະວົງຮັ້ນ, ຖືກເອີ້ນເປັນວັນວາເລນໄທຈີນ. ຍ້ອນວັດທະນະທຳຢູ່ເຂດຕ່າງໆມີຄວາມແຕກຕ່າງກັນ, ເຖິງວ່າແມ່ນມື້ບຸນມື້ດຽວກັນ, ແຕ່ເນື້ອໃນການເຄື່ອນໄຫວສະຫຼອງມື້ບຸນດັ່ງກ່າວນີ້ຢູ່ແຫ່ງຕ່າງໆທົ່ວປະເທດຈີນພັດແຕກຕ່າງກັນ, ປະກົດມີສີສັນອຸດົມສົມບູນ. ໃນລາຍການອາລະນະທຳຈີນພາກນີ້, ຂ້າພະເຈົ້າຈະເລົ່າເນື້ອໃນການເຄື່ອນໄຫວຢູ່ແຫ່ງຕ່າງໆຂອງຈີນສູ່ທ່ານຟັງ.
ຢູ່ຕາແສງຖາງຮຸ້ຍເມືອງເຈ່ຍຊິ້ງແຂວງຈ່ຽງຊູ່, ມີຂົວທູບແຫ່ງໜຶ່ງ. ໃນມື້ບຸນອອກໃໝ່ 7 ຄ່ຳເດືອນ 7ທຸກໆປີ, ຄົນທັງຫຼາຍໄດ້ພາກັນມາສ້າງຂົວທູບດ້ວຍທູບປະເພດຕ່າງໆ. ຂົວຍາວປະມານ 4 ຫາ 5 ແມັດ, ກວ້າງປະມານ 0,5 ແມັດ, ມີຮາວ, ປະດັບດ້ວຍດອກທີ່ຖັກດ້ວຍເສັ້ນດ້າຍ 5 ສີ. ຮອດຍາມກາງຄືນ, ຄົນທັງຫຼາຍມາໄຫວ້ດາວໜຸ່ມລ້ຽງງົວແລະດາວຍິງຕ່ຳຜ້າ, ເພື່ອຂໍຄວາມຜາສຸກແລະສິລິມຸງຄຸນ, ແລ້ວເຜົາຂົວທູບຖິ້ມ, ໝາຍຄວາມວ່າດາວໜຸ່ມລ້ຽງງົວແລະດາວຍິງຕ່ຳຜ້າໄດ້ເດີນຜ່ານຂົວທູບແລ້ວ, ໄດ້ພົບໜ້າພົບຕາກັນຢ່າງມ່ວນຊື່ນ. ຂົວທູບດັ່ງກ່າວແມ່ນຜັນແປມາຈາກຂົວນົກແຊວໃນເທບນິຍາຍ.
ຢູ່ແຂວງສານຊີ່, ໃນຄ່ຳຄືນວັນອອກໃໝ່ 7 ຄ່ຳເດືອນ 7, ຜູ່ສາວທັງຫຼາຍຈະເອົາເຟືອງມາມັດເປັນຮູບຍິງຕ່ຳຜ້າສູງແມັດກວ່າ, ໃສ່ເສື້ອຍ່າມສີຂຽວ ໃສ່ສິ້ນສີແດງໃຫ້, ປະດິດສະຖານຢູ່ໃນເດີ່ນບ້ານ; ຜູ່ສາວທັງຫຼາຍໄຫວ້ດ້ວຍໝາກໄມ້, ແລະເອົາຖົ່ວງອກແລະຜັກບົ່ວງອກມາຕັດເອົາທ່ອນໜຶ່ງ, ໃສ່ລົງຖ້ວຍນ້ຳ, ເບິ່ງເງົາຖົ່ວງອກໃຕ້ແສງຈັນເພື່ອທຳນາຍຄວາມສະຫຼາດຫຼືໂງ່ເງົ່າ ຫຼືຫຍິບປັກຖັກແສ່ວ, ແຂ່ງກັນວ່າຜູ່ໃດໄວກວ່າກັນ; ຫຼືແຂ່ງຂັນຝີມືຕັດເຈ້ຍ, ເບິ່ງວ່າໃຜມີຝີມືເກັ່ງກວ່າກັນ.
ຢູ່ແຂວງຝູຈ້ຽນ, ແມ່ຍິງແລະຜູ່ສາວທັງຫຼາຍບູຊາຖັງທູບແລະເຄື່ອງບູຊາຕ່າງໆ ເຊັ່ນ ຊາ ເຫຼົ້າ ແຈກັນທີ່ປັກສຽບດອກໄມ້ ໝາກລຳໄຍ ໝາກກະທັນຈີນ ໝາກຖົ່ວດິນແລະແກ່ນໝາກໂມເປັນຕົ້ນ, ແລະຍັງມີແປ້ງທາໜ້າທີ່ເອົາໄຫວ້ຍິງຕ່ຳຜ້າ. ພາຍຫຼັງໄຫວ້ດາວໜຸ່ມລ້ຽງງົວແລະດາວຍິງຕ່ຳຜ້າແລ້ວ, ກໍແບ່ງແປ້ງທາໜ້າທີ່ເອົາໄຫວ້ຍິງຕ່ຳຜ້ານັ້ນອອກເປັນສອງສ່ວນ, ສ່ວນໜຶ່ງໂຍນຂຶ້ນຫຼັງຄາເຮືອນ, ໝາຍຄວາມວ່າເອົາໃຫ້ຍິງຕ່ຳຜ້າໃຊ້, ອີກສ່ວນໜຶ່ງເອົາໄວ້ຕົບແຕ່ງຕົນເອງ. ຕາມເລົ່າລືກັນວ່າ, ໃຊ້ແປ້ງທາໜ້າຮ່ວມກັນກັບຍິງຕ່ຳຜ້າ, ຈະເຮັດໃຫ້ໂສມໜ້າອັນສວຍງາມຂອງຕົນຮັກສາໄວ້ໄດ້ຖາວອນ. ສ່ວນການບູຊາດ້ວຍໝາກລຳໄຍ ໝາກກະທັນຈີນ ໝາກຖົ່ວດິນແລະແກ່ນໝາກໂມເປັນຕົ້ນ, ມີຄວາມໝາຍວ່າຂໍໃຫ້ມີລູກມີຫຼານ.
ຢູ່ແຂວງກວາງຕຸ້ງມີຮີດຄອງປະເພນີທີ່ໜ້າສົນໃຈນຳຫຼາຍຢ່າງ, ຕົວຢ່າງຄື "ງານໄຫວ້ເຈັດນາງເທວະດາ", ໃນພື້ນເມືອງມັກເອີ້ນເປັນ "ໄຫວ້ເອື້ອຍ 7 ຄົນ". ທຳມະດາແລ້ວ ງານດັ່ງກ່າວພຽງແຕ່ດຳເນີນໂດຍຜູ່ສາວຫຼືຜູ່ສາວທີ່ເອົາຜົວແລ້ວ, ຜູ່ຊາຍແລະແມ່ຍິງເຖົ້າມີແຕ່ເບິ່ງຢູ່ທາງຂ້າງ, ໃນຄືນອອກໃໝ່ 7 ຄ່ຳເດືອນ 7 ຕາມປະຕິທິນຈັນທະຄະຕິຈີນ, ຄົນທັງຫຼາຍເອົາດອກໄມ້ ໝາກໄມ້ແລະເຄື່ອງປັກຖັກແສ່ວຕ່າງໆຂອງຍິງສາວມາບູຊາໄວ້, ເພື່ອສະແດງເຖິງຝີມືຂອງຍິງສາວທັງຫຼາຍ. ໃນນັ້ນ ມີຝີມືປັກດອກໄມ້, ຍິງສາວເອົາດອກໄມ້ສົດ ເຊັ່ນ ດອກມະລິ ດອກບົວແລະດອກກຸຫຼາບເປັນຕົ້ນທີ່ຫອມຫວນມາປັກໃສ່ແຈກັນຫຼືໂຖນ້ອຍ, ດອກໄມ້ແທ້ດອກໜຶ່ງແຖມກັບດອກໄມ້ທຽມດອກໜຶ່ງ, ເບິ່ງແລ້ວບໍ່ຮູ້ວ່າດອກໃດແມ່ນດອກໄມ້ແທ້, ດອກໃດແມ່ນດອກໄມ້ທຽມ; ຍັງມີຈານໝາກໄມ້ທີ່ເອົາໝາກແອບເປີ້ນ ໝາກຄາຍແລະໝາກພັບເປັນຕົ້ນທີ່ມາປອກແລ້ວເຮັດເປັນຮູບນົກແລະສັດຊະນິດຕ່າງໆ; ມີມຸ້ງແລະຜ້າຫົ່ມນ້ອຍຍາວປະມານ 2 ຄືບທີ່ຖັກດ້ວຍເສັ້ນດ້າຍສີຄຳສີເງິນ; ມີວີແລະແພມົນງາມປານີດທີ່ໃຫຍ່ຊ່ຳເລັບມື; ມີສາລາອາຄານທີ່ປຸກດ້ວຍແປ້ນໄມ້ນ້ອຍ, ຍັງແຂວນໂຄມໄຟຮູບສັດໃສ່, ເວົ້າລວມແລ້ວແມ່ນຍິ່ງລະອຽດແນບນຽນເທົ່າໃດກໍຍິ່ງສະແດງເຖິງຝີມືທີ່ດີເທົ່ານັ້ນ. ສິ່ງທີ່ໜ້າຮັກທີ່ສຸດນັ້ນ ແມ່ນຕຸກກະຕາທີ່ງາມປານີດ ທີ່ຜູ່ສາວທັງຫຼາຍເຮັດດ້ວຍຜ້າໄໝ. ໃນຕຸກກະຕາເຫຼົ່ານີ້, ມີຮູບໜຸ່ມລ້ຽງງົວ ຮູບຍິງຕ່ຳຜ້າແລະຮູບລູກເຕົ້າຄູ່ໜຶ່ງ, ທຳມະດາແລ້ວ ຕຸກກະຕາຮູບໜຸ່ມລ້ຽງງົວແລະຮູບຍິງຕ່ຳຜ້າໄວ້ຢູ່ຂ້າງເທິງ, ຕຸກກະຕາຮູບລູກເຕົ້າທີ່ເປົ່າປີ່ດີດຂີມແລະຟ້ອນລຳນັ້ນໄວ້ຢູ່ທາງລຸ່ມ, ໝາຍເຖິງສະຫຼອງການພົບໜ້າກັນຂອງດາວໜຸ່ມລ້ຽງງົວແລະດາວຍິງຕ່ຳຜ້າ.
ຢູ່ແຖບຈິ່ນຮວາແຂວງເຈີ້ຈ່ຽງ, ຄົນທັງຫຼາຍເພື່ອສະແດງຄວາມປາຖະໜາຂອງຕົນທີ່ຫວັງໃຫ້ໜຸ່ມລ້ຽງງົວກັບຍິງຕ່ຳຜ້າດຳລົງຊີວິດຢ່າງມີຄວາມຜາສຸກຢູ່ເທິງສະຫວັນ, ວັນອອກໃໝ່ 7 ຄ່ຳເດືອນ 7, ທຸກໆຄອບຄົວຈະຂ້າໄກ່ໂຕໜຶ່ງ, ມີຄວາມໝາຍວ່າ, ໜຸ່ມລ້ຽງງົວກັບຍິງຕ່ຳຜ້າພົບໜ້າກັນໃນຄືນນີ້, ຖ້າບໍ່ມີໄກ່ໂຕຜູ້ຂັນແຈ້ງຄວາມຮຸ່ງ, ໜຸ່ມລ້ຽງງົວກັບຍິງຕ່ຳຜ້າຈະບໍ່ພັດພາກຈາກກັນຈົນເທົ່າໃດໆ.
ຈົນຮອດຊູ່ມື້ນີ້, ບຸນອອກໃໝ່ 7 ຄ່ຳເດືອນ 7 ຕາມຈັນທະຄະຕິຈີນຍັງຄົງແມ່ນມື້ບຸນດັ້ງເດີມທີ່ເຕັມໄປດ້ວຍສີສັນໂລແມນຕິກຂອງຈີນ, ແຕ່ວ່າ ການເຄື່ອນໄຫວຕາມຮີດຄອງປະເພນີທ້ອງຖິ່ນຢູ່ຫຼາຍແຫ່ງໄດ້ຈືດຈາງລົງຫຼສູນືຫາຍໄປແລ້ວ.
|