ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-03 18:42:07    
ຄະ​ນະ​ອາ​ລີ​ລາງ(ສຽງ)

cri

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງZuowoziji ຂ້ອຍ​ເປັນ​ຂ້ອຍ​ເອງ, ຂັບ​ຮ້ອງ​ໂດຍ​ຄະນະ​ອາລີ​ລາງ. ປີ 2002, ພວກ​ເຂົາ​ເຈົ້າ​ໄດ້​ຮັບ​ລາງວັນ​ຖ້ວຍ​ເງິນ​ເພງ​ສະ​ໄໝ​ນິຍົມ​ວິຊາ​ສະ​ເພາະ ​ແລະ​ລາງວັນ​ພິ​ເສດ​ນັກ​ຮ້ອງ​ທີ່​ຜູ້​ຊົມ​ນິຍົມ​ກວ່າ​ໝູ່ ຂອງ​ຈຸ​ວິຊາ​ສະ​ເພາະ​ໃນ​ການ​ປະ​ກວດ​ນັກ​ຮ້ອງ​ໄວ​ໜຸ່ມ​ທາງ​ໂທລະພາບ​ສະ​ໄໝ​ທີ 10 ທີ່CCTVຈັດ​ຂຶ້ນ. ​ໃນ​ລາຍການ​ມື້​ນີ້, ພວກ​ເຮົາ​ໄດ້​ຈັດ​ເອົາ​ເພງ​ສ່ວນ​ໜຶ່ງ​ຂອງ​ພວກ​ເຂົາ​ເຈົ້າມາ​ສູ່​ຟັງ.

ຄະນະ​ອາລີ​ລາງ​ແມ່ນ​ປະກອບ​ດ້ວຍ​ຊາວ​ໜຸ່ມ​ເຜົ່າ​ເກົາຫຼີ 4 ຄົນ, ຊຶ່ງ​ລ້ວນ​ແຕ່​ແມ່ນ​ຊາວ​ໜຸ່ມ​ກິ່ງ​ແຂວງ​ຢຽນປຽນປົກຄອງ​ຕົນ​​ເອງ​ຂອງແຂວງ​ຈີ​ລີ​ນ ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ. ອ້າຍ​ບ່າວ 4 ຄົນ​ນີ້, ສຽງ​ຮ້ອງ​ຂອງ​ແຕ່ລະຄົນ​ຕ່າງ​ມີ​ເອກະລັກ​ພິ​ເສດ​ຂອງ​ຕົນ​ເອງ, ​ເມື່ອ​ປະສານ​ສຽງ​ກັນ​ແລ້ວ, ຮູ້ສຶກ​ວ່າ​ເຂົ້າ​ກັນ​ດີ​ເປັນ​ພິ​ເສດ.

ຫຼັງຈາກ​ຮຽນ​ຈົບ​ຈາກ​ມະຫາວິທະຍາ​ໄລ​ແລ້ວ, ອ້າຍ​ບ່າວສີ່​ຄົນນີ້​ຕົກລົງ​ມາ​ຝຶກ​ຝົນ​ຢູ່​ປັກ​ກິ່ງ, ​ໂຊກ​ດີ​ທີ່​ໄດ້​ຮູ້ຈັກ​ກັບ​ນາຍ​ໜ້າ​ຂອງ​ບໍລິສັດ​ວັດທະນະທຳ​ປາຍ​ເຕຍປັກ​ກິ່ງ, ທ່ານ​ເຫັນ​ວ່າ, ອ້າຍ​ບ່າວ​ສີ່​ຄົນ​ນີ້ສຽງ​ມ່ວນ, ສະຫຼາດ, ມີ​ອະນາຄົດ, ​ເລີຍ​ເຊັນ​ສັນຍາ​ກັບ​ພວກ​ເຂົາ​ເຈົ້າ, ພວກ​ເຂົາ​ເຈົ້າ​ເລີຍ​ໄດ້​ກາຍ​ເປັນ​ນັກ​ຮ້ອງ​ຂອງ​ບໍລິສັດ​ວັດທະນະທຳ​ປາຍ​ເຕຍປັກ​ກິ່ງ.

ທີ່​​ຟັງ​ມານັ້ນ​ແມ່ນ​ເພງZhenxinganxieni ຂອບ​ໃຈ​ເຈົ້າຢ່າງ​ຈິງ​ໃຈ, ຂັບ​ຮ້ອງ​ໂດຍ​ຄະນະ​ອາລີ​ລາງ. ​ເມື່ອ​ໄດ້​ເຊັນ​ສັນຍາ​ກັນ​ແລ້ວ, ບໍລິສັດ​ວັດທະນະທຳ​ປາຍ​ເຕຍປັກ​ກິ່ງ​ໄດ້​ຝືກອົບ​ຮົບ​ພວກ​ເຂົາ​ເຈົ້າຕື່ມ​ອີກ, ​ເຊີນ​ຄູສອນ​ລະບຳ​ມາ​ແຕ່​ຕ່າງປະ​ເທດ​ໂດຍ​ສະ​ເພາະ, ກຽມ​ຈະ​ອອກ​ແຜ່ນCD​ແຜ່ນ​ທຳ​ອິດ​ຂອງ​ພວກ​ເຂົາ​ເຈົ້າ.​ ​ໃນ​ຂະນະ​ນີ້, ​ໂທລະພາບCCTV ​ໄດ້​ຈັດ​ງານ​ປະ​ກວດ​ນັກ​ຮ້ອງ​ຊາວ​ໜຸ່ມ​ທົ່ວ​ປະ​ເທດ​ຄັ້ງທີ 10, ທາງ​ບໍລິສັດ​ຈຶ່ງ​ໄດ້​ສົ່ງ​ພວກ​ເຂົາ​ເຈົ້າ​ໄປ​ປະ​ກວດ. ​ແລະ​ເປັນ​ໜ້າ​ດີ​ໃຈ, ​ເມື່ອ​ໄດ້​ທຳ​ຄວາມ​ພະຍາຍາມ​ແລ້ວ, ຄະນະ​ອາລີ​ລາງ​ຊິງ​ໄດ້ 2 ລາງວັນ​ດ້ວຍ​ການ​ຂັບ​ຮ້ອງ​ແລະ​ລີລາ​ການສະ​ແດງ​ອັນ​ດີ​ເລີດ​ຂອງ​ພວ​ກ​ເຂົາ​ເຈົ້າ.

ທີ່​ຟັງ​ມານັ້ນ​ແມ່ນ​ເພງJieshu ສິ້ນ​ສຸດ, ທີ່​ຂັບ​ຮ້ອງ​ໂດຍ​ຄະນະ​ອາລີ​ລາງ.

ແຕ່​ໄດ້​ຮັບ​ລາງວັນ​ເປັນຕົ້ນມາ, ຄະນະ​ອາລີ​ລາງ​ກໍຍິ່ງ​ຂຸ້ນນຳ​ວຽກຫຼາຍ, ນອກຈາກ​ເຂົ້າຮ່ວມ​ການສະ​ແດງ​ປະ​ເພດ​ຕ່າງໆ​ພາຍ​ໃນ​ປະ​ເທດ​ແລ້ວ, ພວກ​ເຂົາ​ເຈົ້າຍັງ​ໄດ້​ໄປສະ​ແດງ​ຢູ່​ເຊ​ອຸ່ນ ຕາມ​ຄຳ​ເຊີນ​ຂອງ​ໂທລະພາບKBS ຂອງ​ເກົາຫຼີ​ໃຕ້, ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ເອົາ​ແທ້​ເອົາ​ວ່າ​ຈາກ​ແຟນ​ເພງ​ເກົາຫຼີ​ໃຕ້. ຕໍ່​ໄປ, ພວກ​ເຮົາ​ມາ​ຟັງ​​ເພງ:Qinglvjiuba ບາ​ເຫຼົ້າ​​ຄູ່​ຮັກ.

ເນື້ອ​ເພງ​ຮ້ອງ​ວ່າ, ຢູ່​ບາ​ເຫຼົ້າຄູ່​ຮັກ, ​ແຕ່​ລະມື້ມີ​ຜູ້​ເຂົ້າໆ​ອອກໆ, ມີ​ຜູ້​ຮັກ​ກັນ, ​ແລະ​ກໍ​ມີ​ຜູ້​ເລີກ​ກັນ, ຄວາມ​ຮູ້ສຶກ​ປິ້ນ​ຕາມ​ຈັງຫວະ​ເພງ​ໃນCDຢູ່​ບໍ່​ເຊົາ, ​ໃນ​ຫ້ອງ​ອົບອຸ່ນ​ຫລາຍ, ດົນຕີ​ມ່ວນ​ອອນຊອນ, ສາຍຕາ​ທັງ​ຄູ່​ຈ້ອງ​ມອງ​ກັນ; ​ແສງ​​ທຽນ​​ໄໝ້​​ຮອດ​ຈຸດ​ເດືອດ, ​ເຫຼົ້າທີ່​​ໃສ່​ນ້ຳກ້ອນ, ​​ເຮັດ​ໃຫ້​​ເມົາ​​ໃນ​ຄືນ​ນີ້…

ເພງ​ທີ່​ເຮັດ​ໃຫ້​ຄະນະ​ອາລີ​ລາງ​ດັງ​ຂຶ້ນ​ນັ້ນກໍ​ຊື່ວ່າ"ອາລີ​ລາງ". ​ແຕ່​ເດີມ, ​ແມ່ນ​ເພງ​ພື້ນ​ເມືອງ​ເຜົ່າ​ເກົາຫຼີ, ມີຫຼາຍຄົນ​ຄຶດ​ວ່າ, ຄະນະ​ອາລີ​ລາງ​ຄົງ​ຈະ​ຮ້ອງ​ແຕ່​ເພງ​ລັກສະນະ​ຊົນ​ເຜົ່າ​ຕະຫຼອດ​ໄປ, ​ແຕ່​ພວກ​ເຂົາ​ເຈົ້າ​ເວົ້າວ່າ, ​ໃນ​ດ້ານ​​ເອກະລັກດົນຕີ, ພວກ​ເຂົາ​ເຈົ້າຈະ​ໄປ​ຕາມ​ລົດ​ນິຍົມ​ສາກົນ, ທີ່​ຈິງ ​ເວົ້າ​ໃນ​ຄວາມ​ໝາຍ​ໃດ​ໜຶ່ງ​ແລ້ວ, ລັກສະນະ​ຊົນຊາດ​ແມ່ນ​ນິຍົມ​ກັນ​ທີ່​ສຸດ.

ຕໍ່​ໄປ ​ເຊີນ​ຟັງ​ເພງ​ອາລີ​ລາງ ທີ່​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າມີ​ຊື່​ມີ​ສຽງ.

ອາລີ​ລາງ​ແມ່ນ​ເປີ້ນພູ​ແຫ່ງ​ໜຶ່ງ​ຂອງ​ເຜົ່າ​ເກົາຫຼີ. ​ເນື້ອ​ເພງ​ຮ້ອງ​ວ່າ, ​ໂອ້, ອາລີ​ລາງ ອາລີ​ລາງ, ອ້າຍ​ທີ່​ຈາກ​ນ້ອງ​ໄປ​ນັ້ນ, ພວມ​ຍ່າງ​ຜ່ານ​ເປີ້ນພູ​ອາລີ​ລາງ​ໄປ, ນ້ອງ​ຄຶດ​ວ່າ, ​ໄປ​ບໍ່​ໄກ, ອ້າຍ​ຫາກ​ຈະ​ກັບ​ມາ​​ດອກ, ​ໂອ້ ອາລີ​ລາງ ອາລີ​ລາງ.ມ້ວນທ້າຍ​ລາຍ​ການມື້​ນີ້, ພວກ​ອ້າຍ​ບ່າວ​ຄະນະ​ອາລີ​ລາງ​ເວົ້າວ່າ, ​ເປົ້າໝາຍ​ຕໍ່​ໄປ​ຂອງ​ພວກ​ເຂົາ​ເຈົ້າ​ແມ່ນ​ເດີນ​ໄປ​ສູ່​ໂລກ, ​ແຕ່​ດຽວ​ນີ້, ພວກ​ເຂົາ​ເຈົ້າຍັງ​ມີ​ຂໍ້​ຂາດ​ຕົກ​ຢູ່ຫຼາຍ, ພວກ​ເຂົາ​ເຈົ້າຈະ​ຕາບ​ຈູ​ນຂໍ້​ບົກ​ຜ່ອງເຫຼົ່ານີ້ ພາຍ​ໃນ​ເວລາສັ້ນສຸດ, ​ແລ້ວ​ມຸ່ງ​ໄປ​ສູ່​ໂລກ. ພວກ​ເຮົາ​ອວຍພອນ​ໃຫ້​ຄະນະ​ອາລີ​ລາງ ຍິ່ງ​ມີ​ອະນາຄົດ​ໄປ​ໄກ​ກວ່າ​ເກົ່າ, ສ້າງ​ຜົນງານ​ສະຫງ່າ​ລາສີ​ກວ່າ​ເກົ່າ.