ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-03 21:54:03    
ຂົວ​ທາງ​ອາ​ກາດ​060803(ສຽງ)

cri

ຫວ່າງ​ມໍ່ໆ​ນີ້,ພວກ​ເຮົາ​ໄດ້​ຮັບ​ຈົດ​ໝາຍ​ຂອງທ່ານ​ອຸລາ ສົມ​ທະ​ວົງ ທີ່​ບ້ານ​ຢູ່​ບ້ານ​ວຽງ​ເໜືອເມືອງ​ນ້ຳ​ທາ ​ແຂວງ​ຫຼວງ​ນ້ຳ​ທາ,​ໃນ​ຈົດໝາຍ,ທ່ານ​ບອກ​ວ່າທ່າ​ນ​ເປັນ​ຜູ້​ຟັງ​ທີ່​ເກົ່າ​ແກ່​ຂອງ​ວິທະຍຸ​ປັກ​ກິ່ງຈົນ​ມາ​ເຖິງ​CRI,​ແລະ​ໄດ້​ສະ​ແດງ​ຄວາມ​ເຫັນ​ຕໍ່​ລາຍການ​ຂອງ​ພວກ​ເຮົາວ່າ, ຂ້າພະ​ເຈົ້າ​ກໍ່​ແມ່ນ​ຜູ້​ໜຶ່ງ​ທີ່​ມີ​ຄວາມ​ສົນ​ໃຈ​ກ່ຽວ​ກັບ​ຊີວິດ​ແລະ​ວັດທະ​ນະທຳ​ຂ​ອງຄົນ​ຈີນ ​ເຊິ່ງ​ເປັນ​ປະ​ເທດ​ທີ່​ກວ້າງ​ໃຫຍ່​ໄພສານ,​ມີ​ສິ່ງ​ແປກ​ປະຫຼາດ​ແລະ​ມະ​ຫັດສະ​ຈັນ​ຫຼາຍ​ສິ່ງ​ຫຼາຍຢ່າງ,ຄື​ດັ່ງ​ຜູ້​ຟັງ​ຈາກ​ປະ​ເທດ​ລາວ​ຫຼາຍທ່ານ​ໄດ້​ກ່າວ​ມາ​ແລ້ວ​ນັ້ນ,CRI​ແມ່ນ​ແຫຼ່ງຂ່າວ​ສານ​ທີ່​ອຸດົມ​ສົບ​ບູນ ປຽບ​ເໝືອນ​ມະຫາ​ວິທະຍາ​ໄລ​ຫຼື​ຫ້ອງ​ຮຽນ​ເຄື່ອນ​ທີ່​ຂອງ​ພວກ​ເຮົາ.ນອກຈາກ​ໄດ້​ຮັບ​ຟັງ​ຂ່າວ​ປະຈຳ​ວັນ​ແລ້ວ,ລາຍການ​ທີ່ມັກ​ຟັງ​ແມ່ນ​ລາຍການ​ທ່ອງ​ທ່ຽວ​ຈີນ,ຊີວິດ​ແລະ​ວັດທະ​ນະທຳ,ລາຍການ​ສອນ​ພາສາ​ຈີນ,ຂ້າ​ພະ​ເຈົ້າ​ແມ່ນ​ຜູ້​ໜຶ່ງ​ທີ່​ມັກ​ຮັກຮຽນ​ພາສາໂດຍ​ສະ​ເພາະ​ແມ່ນ​ພາສາ​ຈີນ ​ເຊິ່ງພວມ​ມີ​ບົດບາດ​ໃນ​ໂລກ.

ຂອບ​ໃຈທ່ານ​ອຸລາ ສົມ​ທະ​ວົງຫຼາຍ​ຫຼາຍທີ່​ໄດ້ຕິດ​ຕາມ​ຮັບ​ຟັງ​ລາຍການ​ຂອງ​CRIຕະຫຼອດ.ພວ​ກ​ເຮົາ​ຮູ້ສຶກ​ດີ​ໃຈ​ຫຼາຍ​ທີ່​ມີ​ຜູ້​ຟັງ​​ໄດ້​​ແຈ້ງ​ຜົນ​ການ​ຮັບ​ຟັງ​ມາ​ໃຫ້​ຊາບຮັບ​ຮອງຕໍ່​ລາຍການ​ຂອງ​ພວກ​ເຮົາ,ພວກ​ຂ້າພະ​ເຈົ້າກໍ່ຈະ​ພະຍາຍາມ​ປັບປຸງ​ການຈັດ​ລາຍການ​​ນັບ​ມື້​ນັບ​ດີ​ຂຶ້ນ.ຖ້າວ່າ​ທ່ານ​​ມັກ​ຮຽນ​ພາສາ​ຈີນ,ກໍ​ຂໍ​ໃຫ້ຂຽນ​ຈົດ​ໝາຍ​ມາ,ພວກ​ເຮົາ​ໄດ້​ກຽມ​ແບບຮຽນ​ພາສາ​ຈີນ​ແລະ​ແຜ່ນCDສຳລັບ​ຮຽນ​ພາສາ​ຈີນ​ໃຫ້​ຜູ້​ຟັງ,ສາມາດ​ຊ່ອຍ​​ຮຽນ​ພາສາ​ຈີນ​​ໃຫ້​ດີຂຶ້ນ​.

ສຸດ​ທ້າຍ,ຂໍຈັດ​ເພງ​ມ່ວນໆ​ເພງ​ໜຶ່ງ​ໃຫ້​ແກ່ທ່ານ​ອຸລາ ສົມ​ທະ​ວົງ​ແລະ​ຜູ້​ຟັງ​ທຸກ​ທ່ານທີ່​ພວມ​ຟັງ​ລາຍການ​ຢູ່​ໃນ​ຂະນະນີ້.​ເພງ​ນີ້​ຊື່ວ່າ"​ເຟີ່ຍ​ເຕີ​​​ເກີ້ງ​ກ່າວ",​ແປ​ວ່າ"ບິນ​ສູງ​ກວ່າ​ເກົ່າ",.