ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-04 14:55:43    
ການ​ປະ​ຕິ​ຮູບ​ລະ​ບອບ​ກຳ​ມະ​ສິດ​ປ່າ​ໄມ້​ຂອງ​ຈີນ(ສຽງ)

cri

ວັນ​ທີ20 ກໍລະກົດ,ກົມປ່າ​ໄມ້​ແຫ່ງ​ຊາດ​ຈີນ​ໄດ້​ປະກາດ​ຄວາມ​ຄືບ​ໜ້າຫຼ້າ​ສຸດຂອງ​ວຽກງານ​ທົດ​ລອງ​ປະຕິ​ຮູບ​ລະບອບ​ກຳມະສິດ​ປ່າ​ໄມ້​ຂອງ​ຈີນ,​ເນື້ອ​ໃນ​ສຳຄັນຂອງການປະຕິຮູບເທື່ອນີ້ແມ່ນເອົາປ່າ​ໄມ້ລັດຫຼືຂອງ​ລວມໝ່ວງໃຫ້ເອກະ​ຊົນ​ເໝົາ​ເຮັດທຸລະກິດ.​ເຈົ້າ​ໜ້າ​ທີ່​ຂອງກົມ​​ປ່າ​ໄມ້​ແຫ່ງ​ຊາດກ່າວ​ວ່າ,ການ​ປະຕິຮູບລະບອບກຳມະ​ສິດ​ປ່າ​ໄມ້​ແມ່ນ​​ເຮັດ​ໃຫ້​ລະບອບ​ມອບ​ເໝົາ​ຕາມ​ຜົນ​ຜະລິດທີ່​ປະຕິບັດ​ຢູ່​ຊົນນະບົດ​ຈີນ,​ຂະຫຍາຍຈາກ​ດິນ​ປູກຝັງ​​ໄປ​ສູ່​ດິນປ່າ​ໄມ້,ມັນ​ຈະ​​ເສີມ​ຂະຫຍາຍ​ບົດບາດ​ຊຸກຍູ້​ອັນ​ຕັ້ງ​ໜ້າ​ໃນ​ດ້ານ​ຍົກ​ສູງ​ກຳລັງ​ຜະລິດ​ຂອງ​ປ່າ​ໄມ້ແລະ​​ໃຫ້​ຜູ້ທີ່​ຮັບ​ເໝົາ​ປ່າ​ໄມ້​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ.​ໃນ​ລາຍການ​ຈີນ​ປັດຈຸ​ບັນ​ພາກ​ນີ້,ພວກ​ເຮົາ​​​ຈະ​ແນະນຳ​ສະພາບ​​ການ​ປະຕິ​ຮູບ​ລະບອບ​ກຳມະສິດ​ປ່າ​ໄມ້​ຂອງ​ຈີນສູ່​ທ່ານ​ຟັງ.

ວຽກ​ງານ​ທົດ​ລອງ​ປະຕິ​ຮູບ​ລະບອບກຳມະ​ສິດ​ປ່າ​ໄມ​ຂອງ​ຈີນ​ເລີ່ມດຳ​ເນີນ​ມາ​ແຕ່​ສິບ​ມື້​ກາງ​ເດືອນມິຖຸນາ​ປີ​ນີ້,​ເມືອງ​ອີ​ຊຸນແຂ​ວງ​ເຮ​ລົງ​ຈຽງ​ທີ່​ຕັ້ງ​ຢູ່​ພາກ​ຕາ​ເວັນ​ອອກ​ສຽງເໜືອ​ຂອງ​ຈີນ​ແມ່ນ​​ເຂດທີ່​ກຳນົດ​​ໃຫ້ທົດ​ລອງ​ການປະຕິ​ຮູບ​​ເທື່ອ​ນີ້.​ໃນ​ເວລາ​ແນະນຳ​ກ່ຽວ​ກັບສະພາບ​ທົດ​ລອງ​ປະຕິ​ຮູບ​ຂອງ​ພວກ​ເຂົາ​ເຈົ້ານັ້ນ,ທ່ານ​ຊີ​ຈ້າວ​ຈຸ່ນ ​ເຈົ້າ​ຄອງນະຄອນ​ອີ່​ຊຸ່ນ​ເວົ້າ​ວ່າ:

"ການທົດ​ລອງ​ປະຕິ​ຮູບ​ລະບອບກຳມະ​ສິດ​ປ່າ​ໄມ້​ຂອງ​ລັດ​ມີເນື້ອ​ໃນ​ສຳຄັນ​ຄື,​ພາຍ​ໃຕ້​ປະຖົມ​ປັດ​ໄຈ​ທີ່​ບໍ່​ປ່ຽນ​ແປງກຳມະສິດ​ຂອງ​ລັດ​ແລະ​ຄຸນ​ປະ​ໂຫຍ​ດຂອງ​ ​ປ່າ​ໄມ້,ມອບ​ກຳມະສິດ​ປ່າ​ໄມ້​ໃນປ່າສິດ​ຄຸ້ມ​ຄອງ​ບໍລິຫານ​ທຸລະ​ກິດ,ປ່າ​​ໄມ້​​ໃຫ້​ສ່ວນ​ບຸກຄົນ​ພາຍ​ໃນ,ກຳນົດ50ປີ​ໂດຍ​ບໍ່​ມີ​ການ​ປ່ຽນ​ແປງ."

ຕາມ​ສະຖິຕິ​,ປະຈຸ​ບັນ,​ເມືອງ​ອີ​ຊຸ່ນ​ມີ3000ກວ່າ​ຄອບຄົວ​ແລະ​ຂະ​ແໜງ​ການ​ຮັບຜິດຊອບ​ຄຸ້ມ​ຄອງ​ການ​ປ່າ​ໄມ້​ໄດ້​ເຊັນ​ຂໍ້​ຜູກ​ພັນ​,ຮັບ​ເໝົາ​ເນື້ອ​ທີ່ສາມ​ໝື່ນ​ໜຶ່ງພັນ​ກວ່າ​ເຮັກຕາ.

ເມືອງ​ອີ່​ຊຸ່ນ​ເຄີຍ​ແມ່ນ​​ເຂດ​ທີ່​ມີ​ຊັບ​ພະຍາກອນປ່າ​ໄມ້​ອຸດົມສົມບູນ,​ແຕ່​ຍ້ອນວ່າ​​ໃນ​ເວລາ​ຍາວ​ນານ​ມາ​ນີ້​ມີ​ການ​ຕັດໄມ້​ຫຼາຍ​ໂພດ​ແລະ​ການຄຸ້ມ​ຄອງ​ກໍບໍ່​ດີ,​ເຮັດ​ໃຫ້​ໄມ້​ໃນ​ປ່າ​ໜ້ອຍ​ລົງຢ່າງ​ຫຼວງ​ຫຼາຍ,​ແລະກໍ່​ກະທົບກະ​ເທື່ອ​ນ​ວຽກ​ງານ​ແລະ​ຊີວິດ​ການ​​ເປັນ​ຢູ່​ຂອງ​ກຳມະກອນ​ນິຄົມ​ປ່າ​ໄມ້​​ຂອງ​ລັດ.​ອີ່ຊຸ່ນ​ໃນ​ຖານະທີ່​ເປັນ​ເຂດ​ທົດ​ລອງ​ປະຕິ​ຮູບ​ລະບອບ​ກຳມະສິດ​ປ່າ​ໄມ້​ຂອງ​ຈີນ​ເທື່ອ​ນີ້,​​ໄດ້​ເອົາດິນ​ປ່າ​ໄມ້​ມອບ​ໃຫ້ກຳມະກອນຂອງນິຄົມ​ຮັບ​ເໝົາ,​​​ໃຫ້​ເຂົາ​​ເຈົ້າຄຸ້ມ​ຄອງ​ບໍລິຫານ​ເອງ,ຮັບຜິດຊອບ​ຜົນ​ກຳ​ໄລ​ແລະ​ຂາດ​ທຶນ​ເອົາ​ເອງ.ການ​ເຮັດ​ແບບ​ນີ້​ເປັນການ​ທົດ​ລອງ​ວິທີ​ຄຸ້ມ​ຄອງ​​ໃໝ່,ທັງ​​ແມ່ນ​ເພື່ອປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ກຳມະກອນ​ນິຄົມ​ປ່າ​ໄມ້.

ທ່ານ​ເຢິນກົວ​ຊຽງ​ແມ່ນ​ກຳມະກອນ​ໃນ​ນິຄົມ​ປ່າ​ໄມ້​ຂອງລັດ​ແຫ່ງ​ໜຶ່ງ​​ໃນເມືອງ​ອີ່​ຊຸ່ນ,​ເທື່ອ​ນີ້ທ່ານ​ໄດ້​ຮັບ​ເໝົາປ່າ​ໄມ້10​ເຮັກຕາ​,ສັນຍາຮັບ​ເໝົາ​50ປີ.​ເວົ້າ​ເຖິງ​ເລື່ອງ​ນີ້,​ທ່ານ​​ເຢິນກົວ​ຊຽງ​ສະ​ແດງ​ຄວາຫວັງວ່າ:

"ລະດູ​ໃບ​ໄມ້​ລົ່ນນີ້,ຂ້າພະ​ເຈົ້າ​ລະ​ແປ່​ງດິນ​ໄວ້ກ່ອນລະດູ​ໃບ​ໄມ້​ປົ່ງ​​ໃນປີຊິ​ມາ,ຂ້າພະ​ເຈົ້າ​ຈະ​ປູກ​ຕົ້ນ​ໄມ້​​ໃສ່​ເທິງພູທີ່​ມີ​ດິນ​ເຮື້ອ​,ຢູ່​​ເມືອງ​ເຮົາ​ນີ້,ສ່ວນ​ຫຼາຍ​ປູກ​ຕົ້ນສົນ,​ຄິດ​ໄລ່​ເບິ່ງ​ແລ້ວ,ດຽວ​ນີ້,ຂ້າພະ​ເຈົ້າ​ປູກ​ຕົ້ນສົນ​ໃສ່​ພູ,ອີກ​ສິບ​ກວ່າ​ປີ,ມັນ​ກໍ​ຈະ​ໃຫຍ່,ຕັດ​ຂາຍ​ເປັນ​ສິນຄ້າ​ໄດ້.ກຳມະກອນ​ໃນ​ເຂດ​ປ່າ​ໄມ້​ຜູ້​ໃດ​ກໍ​ສົນ​ໃຈ​ນຳເລື່ອງ​ນີ້,​ຄອບຄົວ​​ໃດ​ກໍ​ມີ​ດິນ​ປ່າ​ໄມ້​ຕອນ​ໜຶ່ງ."

ທ່ານ​ຮວາງ​ໂສ​ຮົງ ຫົວໜ້າ​ພະ​ແນ​ກຊົນນະ​ບົດ​ຂອງ​ຫ້ອງການ​ຄົ້ນຄວ້າ​ຂອງຄະນະ​ລັດຖະບານ​ຈີນ​​ເວົ້າ​ວ່າ,ການ​ປະຕິ​ຮູບ​ລະບອບ​ກຳມະສິດ​ປ່າ​ໄມ້​ທີ່ຈີນ​ພວມດຳ​ເນີນ​​ໃນ​ປະຈຸ​ບັນແມ່ນ​ການ​ປະຕິ​ຮູບ​ສຳຄັນ​ຕໍ່​ລະບອບ​ດິນ​ປ່າ​ໄມ້ຢູ່ຊົນນະບົດ​ໃນ​ປັດຈຸບັນ,ຈະມີບົດບາດ​ດີ​ຫຼາຍ​ໃຫ້​ແກ່​ການ​ປະຕິ​ຮູບທີ່​ດິນທີ່​ຖື​ດິນ​ປູກຝັງ​ເປັນຫຼັກ.ທ່ານ​​ເຈຍ​ຈື້ບ່າງ ຫົວໜ້າ​ກົມ​ປ່າ​ໄມ້​ແຫ່ງ​ຊາດ​ຈີນ​ກຳນົດ​ລັກສະນະ​ການ​ປະຕິ​ຮູບ​ລະບອບ​ກຳມະສິດ​ປ່າ​ໄມ້​ເທື່ອ​ນີ້​ເປັນ​ການ​ສືບ​ຕໍ່​ແລະ​ບູລະນະ​ຂອງ​ລະບອບ​ມອບ​ເໝົາຕາມ​ຜົນ​ຜະລິດ​ຢູ່​ໃນຊົນນະບົດ​ຈີນ.

"ການ​ປະຕິ​ຮູບ​ປ່າ​ໄມ້​ທີ່​ຈິງ​ແລ້ວແມ່ນການ​ປະຕິ​ຮູບຈາກ​ທົ່ງ​ນາ​​ໄປ​ຫາປ່າ​ໄມ້,ພາຍ​ໃຕ້​ປະຖົມ​ປັດ​ໄຈ​ທີ່​ບໍ່​ປ່ຽນກຳມະສິດຮວມໝູ່​ຂອງ​ປ່າ​ໄມ້,ຮັບປະກັນ​ໃຫ້​ຊາວນາ​ມີສິດ​ນຳໃຊ້,ສິດ​ປູກຝັງ​ແລະ​ຄຸມ​ຄອງ​ປ່າ​ໄມ້ສິດ​ບໍລິຫານ​ໄມ້ແລະ​ສິດ​ໄດ້ຮັບຜົນ​ປະ​ໂຫຍ​ດຕາມ​ກົດໝາຍ."

ປັດຈຸບັນ,ຈີນ​ມີເນື້ອ​ທີ່​​ປ່າ​ໄມ້​174ລ້ານ​ກວ່າ​ເຮັກຕາ,ອັດຕາ​ປ່າ​ໄມ້​ປົກ​ຄຸມ18,2%.​ເຖິງ​ວ່າອັດຕາ​ນີ້ເພີ່ມ​ຂຶ້ນ​ຕະຫຼອດ,​ແຕ່​​ໃນ​ໄລຍະ​ຜ່ານ​ມາ,ຍ້ອນ​ຄວາມຂັດຂ້ອງ​ຕ່າງໆ​ທາງໂຄງ​ປະ​ກອບຄືສິດ​ຊັບ​ສິນ​​ບໍ່​ຈະ​ແຈ້ງ,ຂາດ​ໜ່ວຍ​ງານ​ຄຸ້ມ​ຄອງ​ຕົວຈິງ,​ພາ​ໃຫ້​ປ່າ​ໄມ້​ຂອງ​ລັດ​ແລະ​ຂອງ​ລວມ​ໝູ່​ຕັດ​ຫຼາຍ​ແຕ່​ປູກ​ໜ້ອຍ​ຫຼື​ປູກກໍ​ບໍ່ບົວລະບັດຮັກສາ,ຂໍ້​ຂັດ​ແຍ່ງ​ແລະ​ການຜິດກຽງທີ່​ກ່ຽວຂ້ອງ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.ສະ​ນັ້ນ,ການ​ປະຕິ​ຮູບກຳມະ​ສິດ​ປ່າ​ໄມ້​ເທື່ອ​ນີ້​ສຳຄັນທີ່ສຸດແມ່ນຕ້ອງໃຫ້ຮູ້ສິດຊັບ​ສິນຢ່າງຈະແຈ້ງ​,​ສິດ​ກຳກັບຄຸ້ມຄອງ,ແລະໃຫ້​ຜູ້​ຮັບ​ເໝົາ​ມີ​ສິດ​ຄຸ້ມຄອງ​ເອງ​​ຢ່າງ​ແທ້​ຈິງ​,ແລະ​ໄດ້​ຮັບ​ຜົນ​ປະ​ໂຫຍດຈາກການຮັບ​ເໝົາ.ກ່ຽວກັບເລື່ອງ​ນີ້,ທ່ານ​ຊ່ຽວຊິ່ງ​​ໄວ່ ຫົວໜ້າ​ພະ​ແນ​ກ​ຄຸ້ມ​ຄອງ​ຊັບພະຍາກອນ​ປ່າ​ໄມ້​ຂອງ​ກົມ​​ປ່າ​ໄມ້​ແຫ່ງ​ຊາດ​ຈີນ​ບອກວ່າ:

"ຈາກການທົດລອງ​ປະຕິ​ຮູບລະບອບກຳມະສິດ​ປ່າໄມ້ໃນເຂດ​ປ່າ​ໄມ້​ຂອງລັດ, ພວກ​ເຮົາຕ້ອງຊຸ​ກຍູ້​ການຫັນ​ປ່ຽນ​ໂຄງ​ປະກອບ​ທຸລະ​ກິດ​ຊັບພະຍາກອນ​ປ່າ​ໄມ້​,​ຍົກ​ສູງ​ຜົນຜະລິດ​ຂອງ​​ປ່າໄມ້​,ຍົກ​ສູງ​ການ​ຄຸ້ມ​ຄອງຊັບພະຍາກອນ​ປ່າ​ໄມ້,​ແບບ​ມີ​ຈຸດ​ສຸມ​ເຮັດ​ໃຫ້​ຊັບພະຍາກອນ​ປ່າ​ໄມ້ມີ​ການ​ຕັດ​ແລະ​ປູກ​ທົດ​ແທນ​ໂດຍ​ຕະຫຼອດ.ພ້ອມ​ກັນ​ນັ້ນ​,ຍັງ​ຈະ​​​ເອົາການ​ປະຕິ​ຮູບ​ລະບອບກຳມະ​ສິດ​ປ່າ​ໄມ້​ຊຸກຍູ້ການ​ປະຕິ​ຮູບ​ຍ​ເຂດ​ປ່າ​​ໄມ້​ຂອງ​ລັດ​​ຢ່າງຮອບດ້ານ."

ຕາມ​ໄດ້​ຊາບ,ນັບ​ແຕ່​ມີການ​ປະຕິ​ຮູ​ບລ​ະບອບກຳມະ​ສິດ​ປ່າ​ໄມ້​​ຢູ່​ອີ່​ຊຸ່ນ​ເປັນ​ຕົ້ນ​ມາ​ແມ່ນ​ໄດ້​ດຳ​ເນີນ​ໄປຢ່າງ​ສະດວກ​.ແຕ່​ວ່າ,​ໃນຂັ້ນ​ຕອນການ​ປະຕິ​ຮູບຕົວ​ຈິງ,ຍັງ​ມິ​ບາງບ່ອນ​ທີ່ຕ້ອງ​ປັບປຸງ​ໃຫ້​ດີ​ຂຶ້ນ​ຕື່ມ.​ເຊັ່ນ,​ແກ້​ໄຂ​ທາງ​ບັນຫາ​ທີ່​ເກີດ​ຂຶ້ນພາຍຫຼັງການຮັບ​ເໝົາ.

ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,ທ່ານ​ຫຼີຈີ້​ນຊຽງ ຫົວໜ້າ​ພະ​ແນ​ກຄຸ້ມ​ຄອງ​ຊັບພະຍາກອນ​ການ​ປ່າ​ໄມ້​ຂອງ​ອີ່​ຊຸ່ນກ່າວ​ວ່າ:

"ພວກ​ເຮົາ​ໄດ້​ເຊັນ​ຂໍ້​ຜູກ​ພັນ​ແລະ​ສັນຍາ​ກັບ​ກຳມະກອນທັງ​ໝົດ,​ໃນ​ນັ້ນ​ມີຂໍ້ໜຶ່ງຄື:​ໃນ​ເວລາ​ທີ່​ລັດ​ຕ້ອງ​​ການ​ນຳໃຊ້​ດິນປ່າ​ໄມ້​ນັ້ນ,ລັດ​ຈະ​ໃຫ້​ຄ້າທົດ​ແທນ. ຕາມ​ລາຄາ​ຂອງພັນ​ໄມ້​ທີ່ເຂົາ​ເຈົ້າປູກ,​ແຮງ​ງານທີ່ເຂົ້າ​ເຈົ້າ​ໃຊ້​ແລະ​ເວລາ​ກຳນົດ​ຮັບ​ເໝົາ."

ທ່ານ​ຜູ້​ຟັງ​ທີ່​​ໂຄລົບ,ນອກຈາກ​ບ່ອນ​ທົດ​ລອງ​ປະຕິ​ຮູບ​ກຳມະສິດ​ປ່າ​ໄມ້​ຢູ່​ອີ່​ຊຸ່ນທີ່​ລັດຖະບານ​ຈີນ​ອະນຸມັດ​ແລ້ວ,​​ເຂດແຂວງອື່ນໆ​ຂອງ​ຈີນ,​ຄື​ແຂ​ວງຟູ​ຈ້ຽນ,​ແຂວງ​ຢຸນນານ​ເປັນ​ຕົ້ນທີ່​ມີ​ຊັບພະຍາກອນ​ປ່າ​ໄມ້​ອຸດົມສົມ​ບູນ,ກໍ່​ທະ​ຍອຍກັນ​ດຳ​​ເນີນ​ການປະຕິ​ຮູບຄື​ກັນ.ວິທີພື້ນຖານຂອງ​ເຂົາ​ເຈົ້າ​ສ່ວນ​ຫຼາຍ​ແມ່ນ​ທີ່​ຮັກສາ​ກຳມະສິດ​ຮວມໝູ່,​ແລະຄຸນ​ປະ​ໂຫຍ​ດຂອງ​ເຂດ​ປ່າ​ໄມ້​,ສົ່​ງ​ເສີມ​ໃຫ້​ກຳມະສິດ​ຂອງ​ຕົ້ນ​ໄມ້​​ແລະສິດ​​ໃຊ້​​ເຂດ​ປ່າ​ໄມ້​ໝູນວຽນ​ກັນ​ຢ່າງ​ເປັນລະ​ບົບ,​ໃຊ້​ຮູບ​ການຫຼາຍ​ຢ່າງ​ເຊັ່ນ​ການຮັບ​ເໝົາ​ແລ​ະການເຊົ່າ​ເປັນ​ຕົ້ນ,ສ້າງກົນ​​ໄກຕະຫຼາ​ດຫຼາຍ​ພາກສ່ວນ​ໂດຍກະສິກອນປູກ​ໄມ້​ເປັນຫຼັກ,ດຳ​ເນີນ​ການ​ຄ້າຂາຍ​ຫຼາຍ​ຊະນິດ.

ຕາມ​ໄດ້​ຊາບ,ຈີນ​ຈະ​ຈັດ​ງານສຳ​ມະ​ນາ​ຄົ້ນຄວ້າແລະ​ງານ​ແລກປ່ຽນ​ບົດຮຽນ​ທີ່​ກ່ຽວ​ກັບ​ການ​ປະຕິ​ຮູບ​ລະບອບກຳມະ​ສິດ​ປ່າ​ໄມ້​ໃນ​​​ໄວໆ​ນີ້,​ແລະ​ຈະ​ເຜີຍ​ແຜ່​ການ​ປະຕິ​ຮູບ​​ໄປທົ່ວ​ປະ​ເທດ​ໃນ​ໂອກາດທີ່​ເໝາະ​ສົມ.