ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-25 09:47:27    
ກິດຈະກຳ​ຫຼິ້ນ​ກິລາ​ຫັດກາຍ​ທົ່ວ​ປວງ​ຊົນ​ຢູ່​ຊົນນະບົດ​ຈີນ​ໄດ້​ພັດທະນາ​ຢ່າງ​ຟົດ​ຟື້ນ

cri
ກິດຈະກຳ​ຫຼິ້ນ​ກິລາ​ຫັດກາຍ​ທົ່ວ​ປວງ​ຊົນ​ຢູ່​ຊົນນະບົດ​ຈີນ​ໄດ້​ພັດທະນາ​ຢ່າງ​ຟົດ​ຟື້ນ
​ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້, ຄຽງ​ຄູ່​ກັບ​ຊາວ​ຈີນ​ນັບ​ມື້​ນັບ​ເອົາ​ໃຈ​ໃສ່​ສຸຂະພາບ, ​ໃນ​ຕົວ​ເມືອງ​ຕ່າງໆ​ຈີນ​ໄດ້​ຈັດ​ກິດຈະກຳ​ຫຼິ້ນ​ກິລາ​ຫັດກາຍ​ທົ່ວ​ປວງ​ຊົນ. ປັດຈຸບັນ, ​ໃນ​ເຂດ​ຊົນນະບົດ​ຫຼາຍ​ແຫ່ງ​ຂອງ​ຈີນ, ກິດຈະກຳ​ຫຼິ້ນ​ກິລາ​ຫັດກາຍ​ທົ່ວ​ປວງ​ຊົນ​ກໍ​ໄດ້​ຂະຫຍາຍ​ໄປ​ເປັນ​ຕົນ​ເປັນ​​ໂຕ, ກາຍ​ເປັນ​ສ່ວນ​ໜຶ່ງ​ທີ່​ຂາດ​ບໍ່​ໄດ້​ໃນ​ຊີວິດ​ປະຈຳ​ວັນຂອງ​ປະຊາຊົນ​ແລ້ວ. ບໍ່​ພຽງ​ແຕ່​ທໍ່​ນັ້ນ, ການ​ຈັດ​ກິດຈະກຳ​ຫັດກາຍ​ທົ່ວ​ປວງ​ຊົນ​ຍັງ​ໄດ້​ເຮັດ​ໃຫ້​ເສດຖະກິດ​​ເຂດ​ຊົນນະບົດ​ຈີນ​ໄດ້​ມີ​ການ​ພັດທະນາ​ຢ່າງ​ຫຼວງ​ຫຼາຍ.
​ເມືອງ​ຢ້ຽວຢູ້​ເປັນ​ເມືອງ​ນ້ອຍ​ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ແຂວງ​ຊ່ານ​ຊີ​ມີ​ປະຊາກອນ​ບໍ່​ເຖິງ1​ແສນ1​ໝື່ນ​ຄົນ, ​ເນື້ອ​ທີ່​ບໍ່​ຮອດ2000​ກິ​ໂລ​ຕາ​ແມັດ, ​ແຕ່​ໃນ​ຫຼາຍ​ປີ​ມາ​ນີ້, ດ້ວຍ​ການຈັດ​ງານ​ກິລາ​ແຂ່ງຂັນ​ຂະໜາດ​ໃຫຍ່​ລະດັບ​ຊາດ​ເປັນ​ປະຈຳ, ​ເພື່ອ​ປະກອບສ່ວນ​ພັດທະນາ​ການທ່ອງທ່ຽວ​ຂອງ​ເມືອງ.
​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວCRI: ທ່ານ​ຫຼັງ​ເສີງ ຮອງ​ເຈົ້າ​ເມືອງ​ຢ້ຽວຢູ່​ກ່າວ​ວ່າ, ຈຸດ​ພິ​ເສດ​ຂອງ​ການ​ຂະຫຍາຍ​ກິດຈະກຳ​ຫຼິ້ນ​ກິລາ​ຫັດກາຍ​ທົ່ວ​ປວງ​ຊົນ​ຂອງ​ເມືອງ​ດັ່ງກ່າວ​ແມ່ນ, "ຫຼິ້ນ​ກິລາ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ສົມບູນ​ຂຶ້ນ, ຫຼິ້ນ​ກິລາ​ເພື່ອ​ພັດທະນາ​ການທ່ອງທ່ຽວ."
ການ​ແຂ່ງຂັນ​ລົດ​ລໍ້​ດຽວ​ແມ່ນ"​ເອກະ​ລັກ"ຂອງ​ກິລາຫັດກາຍ​ຂອງ​ເມືອງ​ຢ້ຽວຢູ້ຍ້ອນ​ມີ​ພື້ນຖານ​ມວນ​ຊົນ​ຫຼາຍ, ​ໃນ​ການ​ແຂ່ງຂັນ​ລົດ​ລໍ້​ດຽວ​ຊິ່ງລາງວັນ​ທົ່ວ​ປະ​ເທດ​ທີ່​ຈັດ​ຂຶ້ນ​ໃນ​ປີ​ກາຍ​ນີ້, ທິມ​ເມືອງ​ຢ້ຽວຢູ້ທີ່​ປະກອບ​ຂຶ້ນ​ມາ​ໄດ້​ເດືອນ​ປາຍ​ກໍ​ຊີງ​ໄດ້12​ຫຼຽນ​ໃນ​ການ​ແຂ່ງຂັນ. ປັດຈຸບັນ, ດອນ​ແລງທຸກ​ມື້, ຢູ່​ສະໜາມ​ຫຼວງ​ວັດທະນະທຳ​ໜ້າ​ສຳນັກ​ປົກຄອງ​ເມືອງ​ຢ້ຽວຢູ້, ຈະ​ໄດ້​ເຫັນ​ນັກຮຽນ​ເປັນ​ກຸ່ມ​ເປັນ​ໝູ່​ຫັດ​ຂີ່​ລົດ​ລໍ້​ດຽວ.
ນາງ​ເວີນ​ເຫວີ​ນ ​ເຈົ້າ​ໜ້າ​ທີ່​ກົມ​ໃຫຍ່​ກິລາ​ແຫ່ງ​ຊາດ​ຈີນ​​ເຫັນ​ວ່າ​ກິດຈະກຳ​ຫຼິ້ນ​ກິລາ​ຫັດກາຍ​ທົ່ວ​ປວງ​ຊົນ, ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ສຸຂະພາບ​ຂອງ​ທົ່ວ​ປວງ​ຊົນ, ​ໂດຍ​ສະ​ເພາະ​ແມ່ນ​ຊາວ​ກະສິກອນ:"​ເຮັດ​ໃຫ້​ທົ່ວ​ທັງ​ຊາດ​ມີ​ສຸຂະພາບ, ​ແມ່ນ​ເປົ້າ​ໝາຍ​ຕົ້ນຕໍ​ຂອງ​ພະນັກງານ​ກິລາ. ປີ​ນີ້ກົມ​ໃຫຍ່​ກິລາ​ແຫ່ງ​ຊາດ​ຈີນ​ໄດ້​ໃຊ້​ວິທີ​ການ​ຕ່າງໆ​ໂດຍ​ຖື​ເອົາ​ໂອກາດ​ທີ່​​ເປັນ​ເຈົ້າພາບ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ເຮັດ​ໃຫ້​ຫຼິ້ນ​ກິລາ​ຫັດກາຍ​ທົ່ວ​ປວງ​ຊົນ​ກັບ​ວຽກ​ງານ​ຈັດ​ງານ​ກິລາ​ໂອ​ລິ​ມປິກຄຽງ​ຄູ່​ກັນ​ໄປ. ໜ້າ​ທີ່​ຂໍ​ກະ​ແຈ​ແມ່ນຍົກ​ສະຕິ​ຂອງ​ທົ່ວ​ປວງ​ຊົນ​ທີ່​ມີ​ຕໍ່​ການ​ຫຼິ້ນ​ກິລາ​ໃຫ້​ສູງ​ຂຶ້ນ, ​ເຮັດ​ໃຫ້​ປະຊາຊົນ​ຮູ້ຈັກ​ຍີ​ທີ​ຫັດກາຍ​ຕາມ​ຫຼັກ​ວິທະຍາສາດ, ສ້າງ​ຕັ້ງ​ອົງການ​ກິລາ​ຢູ່​ອ້ອມ​ຂ້າງ, ສ້າງ​ສະຖານ​ທີ່​ຫຼິ້ນ​ກິລາ​ໃຫ້​ແກ່​ປະຊາຊົນ, ​ໂດຍ​ສະ​ເພາະ​ແມ່ນ​ຊາວນາ, ພ້ອມ​ກັນ​ນັ້ນ​ຕ້ອງ​ຈັດ​ກິດຈະກຳ​ກິລາ​ມະຫາຊົນ​ອັນ​ອຸດົມສົມບູນ​ແລະ​ຊີວິດ​ຊີວາ, ​ເຮັດ​ໃຫ້​ຄົນ​ທັງຫຼາຍ​ເຂົ້າ​ສູ່​ຖັນ​ແຖວ​ທົ່ວ​ປວງ​ຊົນ​ຫຼິ້ນ​ກິລາ​ຫັດກາຍ, ​ເຮັດ​ໃຫ້​ສະພາບ​ຂອງ​ທົ່ວ​ຊົນ​ຊາດ​ແຂວງ​ແຮງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ."
ທ່ານ​ຊິງ​ເສີງ​ເຊີງ ທີ່​ປຶກສາ​ການທ່ອງທ່ຽວ​ເມືອງ​ຢີ້ວຢູ້ກໍ​ເຫັນ​ວ່າ, ການ​ເຜີຍ​ແຜ່​ກິດຈະກຳ​ຫຼິ້ນ​ກິລາ​ຫັດ​ກາຍ​ທົ່ວ​ປວງ​ຊົນ​ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ເສດຖະກິດ​ຢ່າງ​ຫຼວງ​ຫຼາຍ. ​ໂດຍ​ສະ​ເພາະ​ຢູ່​ຊົນນະບົດ​ຈີນ, ​ເປົ້າ​ໝາຍ​ສ້າງສາ​ຊົນນະບົດ​ທີ່​ມີ"ອາລະຍະ​ທຳ ອຸດົມ​ຮັ່ງມີ ການ​ພັດທະນາ"ນັ້ນ​ມີ​ທາດ​ແທ້​ຄື​ກັນ​ກັບ​ຄຳ​ຂວັນ​ຂອງ​ກິລາ​ໂອ​ລິ​ມປິກ​ຄື"ຍິງ​ສູງ ຍິງ​ໄວ ຍິງ​ແຮງ" "ມີ​ສຸຂະພາບ​ແຮງ​ແຮງຈິ່ງ​ມີ​ທຸກ​ສິ່ງ​ທຸກ​ຢ່າງ. ມີ​ສະພາບ​ແວດ​ລ້ອມ​ທີ່​ດີ​ຄົນ​ທັງຫຼາຍ​ຈິ່ງ​ສະບາຍ​ອົກສະບາຍ​ໃຈ, ການ​ລິ​ເລີ່​ມອັນ​ຕັ້ງໜ້າ​ເຮັດ​ໃຫ້​ສຸ​ຂະ​ພາບ​ແຂງ​ແຮງ​ຂຶ້ນ, ດັ່ງ​ນັ້ນ, ຈິ່ງ​ມີ​ອາລົມ​ດີ​ໄປ​ສ້າງສາ​ແລະ​ພັດທະນາ​ເສດຖະກິດ. ບໍ່​ວ່າ​ລັດ​ປຸກລະດົມ​ໃຫ້​ໄດ້​ຫຼຽນ​ຫຼາຍ​ເທົ່າ​ໃດ​ໃນ​ງານ​ກິລາ​ໂອ​ລິ​ມປິກ, ຫຼື​ວ່າ​ລາຍການ​ແຂ່ງຂັນ​ຈະ​ຂະຫຍາຍ​ຕາມ​ຈິດ​​ໃນ​ສິງ​ສູງ ຍິງ​ໄວ ຍິງ​ແຮງ​ແນວ​ໃດ​ກໍ​ຕາມ, ​ເປົ້າ​ໝາຍ​ຕົ້ນຕໍ​ຍັງ​ແມ່ນ​ເພື່ອ​ສົ່ງ​ເສີມ​ການ​ຫັດກາ​ຍທົ່ວ​ປວງ​ຊົນ. ອັນ​ທີ່​ວ່າ"ຍິງ​ສູງ ຍິງ​ໄວ ຍິງ​ແຮງ"​ແລະ"ອາລະຍະ​ທຳ ອຸດົມ​ຮັ່ງມີ ການ​ພັດທະນາ"ຄວາມ​ຈິງ​ແລ້ວ​ແມ່ນ​ເຫດຜົນ​ອັນ​ດຽວ​ກັນ.