ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-05 21:40:05    
ປັກ​ກິ່ງ​ປະ​ຕິ​ສັງ​ຂອນ​ສິມ​ວັດ​ທ້າຍ​ມ້ຽວ​ຢ່າງ​ຂະ​ໜາດ​ໃຫຍ່

cri

ຕາມ​ຂ່າວສານ​ຊິນ​ຮວາ,ມື້ວານ​ນີ້,(ວັນ​ທີ4​ສິງຫາ),ຈີນ​ເລີ່​ມປະຕິສັງຂອນ​ຢ່າງ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ຢູ່​ເຂດ​ສິມວັດ​ທ້າຍ​ມ້ຽວ​ປັກ​ກິ່ງ​ທີ່​ມີ​ປະ​ຫວັດ​ເກືອບ​600​ປີ.​ນີ້​ແມ່ນ​ປັກ​ກິ່ງ​ປະ​ຕິ​ສັງ​ຂອນ​ວັດ​ດັ່ງ​ກ່າວ​ຢ່າງ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ແຕ່​ປີ​1949​ມາ​ນີ້.

ວັດ​ທ້າຍ​ມ້ຽວ​ແມ່ນ​ສະຖານ​ທີ່​ເຈົ້າ​ຊີວິດ​ລາດ​ຊະ​ວົງ​ມິ​ງ​ແລະ​ລາດ​ຊະ​ວົງ​ຊິງ​ຂອງ​ຈີນ​ບູ​ຊາ​ບັນພະ​ບຸລຸດ​ຕະຫຼອດມາ,ປີ1950​ໄດ້​ເປີດ​ໃຫ້​ຄົນ​ເຂົ້າ​ຊົມ.​ຍ້ອນ​ວ່າ,​ບໍ່​ໄດ້​ສ້ອມ​ແປງ​ມາ​ເປັນ​ເວ​ລາ​ດົນ​ນານ,ຖືກ​ນ້ຳ​ຝົນ​ເຊື່ອມ​ກັດ,​ແມງ​ເຈາະ​ແລະ​ຕົກ​ໂໝກ​ແລະ​ປັດ​ໄຈ​ອື່ນໆ,​ສິ່ງ​ກໍ່​ສ້າງ​ແລະ​ວັດ​ຖຸ​ບູ​ຮານ​ຂອງ​ວັດ​ທ້າຍ​ມ້ຽວ​ໃນ​ປັດ​ຈຸ​ບັນ​ໄດ້​ເປ່​ເພ​ໃນ​ລະ​ດັບ​ຕ່າງ​ກັນ.

ຕາມ​​ແນະນຳ​ວ່າ,​ກິດຈະການ​ປະຕິສັງຂອນ​ດັ່ງກ່າວ​ແມ່ນ​ລາຍ​ການ​ໜຶ່ງ​ໃນ​ແຜນ​ການ​ອະ​ນຸ​ລັກ​ວັດ​ຖຸ​ບູ​ຮານ​ວັດ​ທະ​ນະ​ທຳ​ກິ​ລາ​ໂອ​ລິມ​ປິກ​ທີ່​ນະ​ຄອນ​ປັກ​ກິ່ງ​ກຳ​ນົດ​ໃນ​ປີ​2006.​ກິດ​ຈະ​ການ​ດັ່ງ​ກ່າວ​ຈະ​ລົງທຶນ15​ລ້ານ​ຢວນ,​ໃຊ້​ເວ​ລາ​ໜຶ່ງ​ປີ.