ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-07 09:57:30    
ຈີນ​ອາ​ຊຽນ​ສ້າງ​ບາດ​ກ້າວ​ໃຫມ່​ແຫ່ງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ອ້ອມ​ອ່າວ​ພາກ​ເຫນືອ

cri Author: sayvanny

ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອ້ອມ​ອ່າວ​ພາກ​ເຫນືອ​ໄດ້​ອັດ​ລົງ​ຢູ່​ເມືອງ​ນານ​ນິງ ​ເທດ​ສະ​ບານ​ເຂດ​ປົກຄອງ​ຕົນ​ເອງ​ກວາງ​ຊີ​ເຜົ່າ​ຈວ້າງ​ໃນ​ຫວ່າງ​ແລ້ວ​ນີ້,​ເຈົ້າ​ຫນ້າ​ທີ່​ລັດ​ຖະ​ບານ ຜູ່​ຊ່ຽວ​ຊານ ນັກ​ປາດ​​ຂອງ​ບຼູ​ໃນ ອິນ​ໂດ​ເນ​ເຊຍ ມາ​ເລ​ເຊຍ ຟິ​ລິບ​ປິນ ສິງກະ​ໂປ ຫວຽດ​ນາມ​ແລະ​ຈີນພ້ອມ​ກັບ​ຜູ່​ແທນ​ວິ​ສາ​ຫະກິດ​ທີ່​ມີ​ຊື່​ງ​ຈຳ​ນວນ​ຫນຶ່ງຢູ່​ພາຍ​ໃນ​ແລະ​ພົ້ນທະ​ເລ​ໄດ້​ເຕົ້າ​ໂຮມ​ກັນ, ​ເພື່ອ​ປຶກ​ສາ​ຫາ​ລື​ລົງ​ເລິກ​ບັນ​ຫາ​ຮ່ວມ​ມື​ຢູ່​​ເຂດ​ອ້ອມ​ອ່າວ​ພາກ​ເຫນືອ​ໃນ​ຫົວ​ຂໍ້​ທີ່​ວ່າ​ສ້າງ​ຈຸດ​​ເຕີບ​ໂຕ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ.​

ເດືອນ​ພະ​ຈິກ​ປີ 2002,ຈີນ​ກັບ​ອາ​ຊຽນ​ໄດ້​ເຊັນ​ສັນ​ຍາ​ກອບ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນຢູ່​ພະນົມ​ເປັນ​ນະ​ຄອນ​ຫລວງ​ຂອງ​ກຳ​ປູ​ເຈຍ, ປີ 2005,ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ລື່ນ 100 ຕື້​ໂດ​ລາ​ສະ​ຫະ​ລັດ, ອາ​ຊຽນກາຍ​ເປັນ​ຄູ່​ຄ້າ​ລາຍ​ໃຫຍ່​ອັນ​ດັບທີ​ຫ້າ​ຂອງ​ຈີນ, ​ເປັນ​ຕະ​ຫລາດ​ສົ່ງ​ອອກ​ໃຫຍ່​ອັນ​ດັບທີ​ຫ້າ​​ແລະ​ແຫ​ລ່ງນຳ​ເຂົ້າ​ສິນ ຄ້າ​ໃຫຍ່​ອັນ​ດັບ​ທີ​ສີ່, ການ​ຮ່ວມ​ມື​ດ້ານ​ການ​ລົງ​ທຶນ​ແລະ​ການ​ຄ້າ​ລະຫວ່າ​ງ ສອງ​ຝ່າຍ​ມີ​ທ່ວງ​ທ່າ​ເພີ່ມ​ຂຶ້ນ​ແລະ​ມີ​ກຳ​ລັງ​ບົ່ມ​ຊ້ອນ​ໃນ​ການ​ພັດ​ທະ​ນາ​ຢ່າງ​ມະ​ຫາ​ສານ.

ຄຽງ​ຄູ່​ກັບ​ການ​ສ້າງ​ແລະ​ການ​ຂະ​ຫຍາຍ​ການ​ພົວ​ພັນ​​ແບບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ຈີນ​ກັບ​ສະ​ມາ​ຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຫລື​ອາ​ຊຽນ​ຢ່າງ​ວ່ອງ​ໄວ​ນັ້ນ,​ ​ໃນຖານ​ເປັນ​ສາຍ​ພານ​ຂ້າມ​ທະ​ເລ​ຢູ່​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ, ເຂດ​ອ້ອມ​ອ່າວ​ພາກ​ເຫນືອ​ນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ທຸກ​ຝ່າຍ​ຍ້ອນ​ມີ​ທີ່​ຕັ້ງ​ພູມ​ສາດ​ພິ​ເສດ, ມີ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ອັນ​ອຸ​ດົມ​ສົມ ບູນ, ພື້ນ​ຖານ​ການ​ຮ່ວມ​ມື​ອັນ​ດີ​ງາມ​ແລະ​ອະ​ນາ​ຄົດ​ການ​ພັດ​ທະ​ນາ​ທີ່​ກວ້າງ ຂວາງ.​ເວທີ​ປາ​ໄສ​ເທື່ອ​ນີ້​ກໍ່​ແມ່ນ​ຈັດ​ຂຶ້ນ​ພາຍ​ໃຕ້​ຈຸດ​ປະ​ສົງ​ດັ່ງ​ກ່າວ.

​ໃນ​ເວລາ​ກ່າວ​ເຖິງ​ຄວາມ​ສາ​ມາດ​ເປັນ​ໄປ​ໄດ້​ທີ່​ຈະດຳ​ເນີນ​ການ​ຮ່ວມ​ມື​ຢູ່​ເຂດ​ອ້ອມ​ອ່າວ​ພາກ​ເຫນືອ, ທ່ານ​ລູ້​ປິງ ປະທານ​ເຂດ​ປົກ​ຄອງ​ຕົນ​ເອງ​ກວາງຊີ​ເຜົ່າ​ຈວ້າງ ເວົ້າວ່າ, ​ເຂດ​ອ້ອມ​ອ່າວ​ພາກ​ເຫນືອ​ຕັ້ງຢູ່​ໃຈ​ກາງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ, ລະ​ດັບ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງຄົມ​ຂອງປະ​ເທດ​ຕ່າງໆໃນ​​ເຂດ​ນີ້ມີ​ຄວາມ​ຜິດ​ໂຕນ​ກັນ​ຫລາຍ, ອົງ​ປະ​ກອບ​ຊັບ​ພະ​ຍາ​ກອນ​,ອົງ​ປະ​ກອບ ອຸດ​ສາ​ຫະ​ກຳ​ແລະ​ມີ​ລັກ​ສະ​ນະ​ຊ້ວນ​ຊູກັນ​ໃນ​ການ​ຕະ​ຫລາດ, ການ​ພັດ ທະນາ​ເສດຖະ​ກິດ​ມີ​ຊີ​ວິດ​ຊີວາ​ຫລາຍ, ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ຂະ ຫຍາຍ​ຕົວ​ຢ່າງ​ວ່ອງ​ໄວ, ການ​ດຳ​ເນີນ​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ ໂຫຍດ​ຢ່າງ​ຮອບ​ດ້ານ​ແລະ​ເລິກ​ເຊິ່ງ​ນັ້ນ​ແມ່ນ​ມີ​ພື້ນ​ຖານ​ອັນ​ດີ, ມີ​ກຳລັງ​ບົ່ມ​ຊ້ອນ​ມະ​ຫາ​ສານ​ແລະ​ມີ​ອະ​ນາ​ຄົດ​ທີ່​ກວ້າງ​ຂວາງ.ທ່ານ​ຊີ້​ອອກ​ວ່າ:

ການ​ຮ່ວມ​ມື​ຢູ່​ເຂດ​ອ້ອມ​ອ່າວ​ພາກ​ເຫນືອ​ໄດ້​ຂ້າມ​ແຂວງ ​ຂ້າມ​ປະ​ເທດ,​ເປັນ​ຈຸດ​ຍຸດ​ທະ​ສາດ​ໃນ​ການມື​ພາກ​ພື້ນ,​ສາກົນ​ແລະ​ພາຍ​ໃນ​ປະ​ເທດ.ການ​ຊຸກ​ຍູ້​ການ​ຮ່ວມ​ມື​ຢູ່​​ເຂດ​ອ້ອມ​ອ່າວ​ພາກ​ເຫນືອ, ​ເນ​ການ​ຊອກ​ຊ່ອງ​ທາງ​ສຳລັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ກັບ​ພາຍ​ນອກ​ແລະ​ຊຸກ​ຍູ້​ການ​ພັດທະນາ​ພາກ​ຕາ​ເວັນ​ຕົກ​​ໄປ​ພ້ອມ​ກັນ, ສຳລັບ​ການ​ຊຸກ​ຍູ້​ເຂດ​ອ່າວ​ພາກ​ເຫນືອ​ມີ​ຄວາມກ້າວ​ກະ​ໂດດ​ຢ່າງ​ວ່ອງ​ໄວ, ກາຍ​ເປັນ​ວົງ​ເສດຖະກິດ​ໃຫຍ່​ທີ​ສີ່​ທີ່​ນຳ​ພາ​ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ​ຈີນ,​ ແລະ​ສຳ ລັບ​ການ​ຊຸ​ກຍູ້​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີ​ນອາ​ຊຽນ,ຂະ​ຫຍາຍ​ການ​ພົວພັນ​ໄມຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ລະ​ຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ, ລ້ວນ​ແຕ່ມີ​ຄວາມ​ຫມາຍ​ສຳຄັນ​ຍິ່ງ​.

ທ່ານ​ລູ້​ປິງກ່າວ​ເນັ້ນວ່າ,​ ໃນ​ສະ​ເພາະ​ຫນ້າ​ນີ້,​ ເສດຖະກິດ​ໂລກາ​ວິວັດ​ແລະ​ການ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ເສດ​ຖະ​ກິດ​ພາກ​ພື້ນໄດ້​ຂະ​ຫຍາຍ​ຕົວ​ເລື້ອຍໆ,ການ​ພົວພັນ​​ແບບ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ເພີ່ມ​ທະວີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ຂະ​ບວນວິວັດ​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນ​ເລັ່ງ​ໄວ​ເຂົ້າຢ່າງ​ເດັ່ນ​ຊັດ, ການ​ຮ່ວມ​ມື​ຢູ່​ເຂດ​ປານ​ແມ່ນ້ຳຈູ່ຈ່ຽງ​ໄດ້ກ້າວ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ,ທັງ​ຫມົດ​ເຫລົ່ານີ້​ໄດ້​ນຳ​ເອົາ​ໂອກາດ​ໃຫມ່​ມາ​​ໃຫ້​ການ​ຮ່ວມ​ມື​ຢູ່​ເຂດ​ອ້ອມ​ພາກ​ອ່າວ​ເຫນືອ. ຜ່ານ​ການ​ບຸກ​ເບີກ​ແລະ​ກໍ່​ສ້າງ​ເປັນ​ເວ​ລາ​ຫລາຍ​ປີ, ກຳລັງ​ແຮງດ້ານ​ເສດ​ຖະ ກິດຂອງ​ເຂດ​ອ້ອມ​ອ່າວ​ພາກ​ເຫນືອ​​ໄດ້ເພີ່ມ​ທະວີ​ຂຶ້ນ​ຢ່າງ​ເດັ່ນ​ຊັດ,ການ​ເປີດ​ປະຕູ​ສູ່​ພາຍ​ນອກ​ກໍ່​ສູງ​ຂຶ້ນ​ເລື້ອຍໆ,ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ແລະ​ທ່າ​ກຳ​ປັ່ນ​ນັບ​ມື້​ນັບ​ຄົບ​ຖ້ວນ,ຄ່ອຍໆ​ຈໍ່​ຕົວ​ຂຶ້ນ​ເປັນ​ກຸ່ມ​ອຸດ​ສາ​ຫະ​ກຳ​ແລະຕົວ​ເມືອງ.​ໂອກາດ​​ໃນ​ການຊຸກ​ຍູ້​ການ​ຮ່ວມ​ມື​ຢູ່​ເຂດ​ອ້ອມ​ອ່າວ​ພາ​ກເຫນືອ​ນັ້ນ​ໄດ້​ສຸກ​ງອມ​ແລ້ວ.

ຫວຽດ​ນາມ​ມີ​ເສັ້ນຊາຍ​ຝັ່ງທະ​ເລ​ອັນ​ຍາວຢຽດ​ແລະ​ມີ​​ທ່າ​ກຳ​ປັ່ນ​ຫລາຍ ,​ສະ​ນັ້ນຈິ່ງ​​ເປັນ​ຜົນ​ດີໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ອ້ອມ​ອ່າວ​ພາກ​ເຫນືອ,​ເດືອນ​ພຶດສະພາ​ປີ 2004, ​ໃນ​ເວລາ​ພົບ​ປະກັນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ສອງ​ປະ​ເທດ​ຈີນ​ຫວຽດນາມ​ໄດ້​ສະ​ເຫ​ນີຄວາມ​ຄິດ​ລິ​ເລີ່​ມ​ໃນ​ການ​ສ້າງ​ສອງ​​ແລວ​ພັດ ທະນາ​ເສດ​ຖະ​ກິດ​ຄື​ຫນຶ່ງ​ແຕ່​ນານ​ນິງ-ຮາ​ໂນ​ຍ-ຮາ​ຍຟົງ ອີກ​ແລວ​ຫນຶ່ງ​ແຕ່​ຄຸນ​ມິງ-ຮາ​ໂນຍ-ຮາ​ຍຟົງ​​ເປັນ​ວົງ​ເສດ​ຖະ​ກິດ​ອ້ອມ​ອ່າວ​ພາກ​ເຫນືອ. ຄວາມ​ຄິດ​ລິ​ເລີ່ມ​ຍຸດ​ທະ​ສາດ​ສຳ​ຄັນ​ທີ່​ດັ່ງ​ກ່າວ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ລັດ​ຖະ​ບານ​ສອງ​ປະ​ເທດ.​​ໂດຍ​ເລີ່​ມຈາກ​ລະດັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ພາກ​ພື້ນ​ແລະ​ທ່ວງ​ທ່າ​ການ​ຮ່ວມ​ມື​ໃນ​ອະນຸ​ພາກ​ພື້ນ, ​ເຂດ​ອ້ອມ​ອ່າວ​ພາກ​ເຫນືອ​ແມ່ນ​​ແນວ​ຄວາມ​ຄິດ​ເພື່ອ​ສ້າງ​ອ່າວ​ພາກ​ເຫນືອ​ໃຫຍ່,ສະນັ້ນ, ​ເວທີ​ປາ​ໄສ​ເທື່ອ​ນີ້​ໄດ້​ລວມ​ເອົາ​ສິງກະ​ໂປ ມາ​ເລ​ເຊຍ ຟິ​ລິບ​ປິນ ບຼູ​ໄນ​ແລະ​ອິນ​ໂດ​ເນ​ເຊຍ​ເຂົ້າ​ໃນ​ເຂດ​ນີ້​ນຳ,​ແລະ​ໃນ​ທີ່​ສຸດ​ຈະ​ປະກອບ​ເປັນ​ຈຸດ​ເຕີບ​ໂຕ​ໃຫມ່​ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​.

ທ່ານ​​ເລ​ດັນ​ວິນ ລັດ​ຖະ​ມົນ​ຕີ​ຊ່ອຍ​ວ່າ​ການ​ກະ​ຊວງ​ການ​ຄ້າ​ຫວຽດນາມ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ CRI ວ່າ:

ໃນບໍ່​ເທົ່າ​ໃດ​ປີ​ມໍ່ໆ​ມາ​ນີ້,ຫວຽດນາມ​ກັບ​ຈີນ​ໄດ້​ມີ​ຄວາມ​ຄືບຫນ້າ​ອັນ​​ໃຫຍ່​ຫລວງໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ.ການ​ພົບ​ປະ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ຜູ່​ນຳ ລະດັບຕ່າງໆ​ແລະ​ວິ​ສາ​ຫະກິດ​ລະຫວ່າງ​ສອງ​ປະ​ເທດ​ຫລາຍ​ເທື່ອ​ພາຍ​ໃນ​ສາມ​ປີ​ແຕ່​ປີ 2004 ຫາ​ປີ 2006 ນັ້ນ​ໄດ້​ຍົກ​ການ​ພົວພັນ​ຈີນ​ຫວຽດນາມ​ຂຶ້ນ​ສູ່​ໄລຍະ​ໃຫມ່​, ​ໄດ້​​ປູ​ທາງ​ໃຫ້​ແກ່​ສອງ​ປະ​ເທດ​ເປີດ​ກວ້າງ​ແລະ​ລົງ​ເລິກ​ການ​ຮ່ວມ​ມື.ດຽວ​ນີ້ ຈີນ​ແມ່ນ​ຄູ່​ຮ່ວມ​ມື​ໃຫຍ່​ກວ່າ​ຫມູ່​ຂອງ​ຫວຽດນາມ​ໃນ​ດ້ານ​ການ​ຄ້າ​ສາກົນ,ສ່ວນ​ຫວຽດນາມ​ກໍ່​ພວມ​ກາຍ​ເປັນ​ຄູ່​ການ​ຄ້າ​ນັບ​ມື້​ນັບ​ສຳຄັນ​ຂອງ​ຈີນ​ຢູ່​ພາກ​ພື້ນ​ອາຊີ​ອາຄະ​ເນ.

ທ່ານ​​ເລ​ດັນ​ວິນ​ເຜີຍ​ໃຫ້​ຮູ້​ວ່າ, ປີ 2005, ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ຫວຽດ​ນາມ​​ໄດ້​ບັນລຸ 8 ຕື້ 730 ລ້ານ​ໂດ​ລາ​ສະ​ຫະ​ລັດ, ​ເພີ່ມຂຶ້ນ​ຫລາຍ​ກວ່າ​ປີ 2004 21,5%,​ໄດ້​ລື່ນ​ເປົ້າ​ຫມາຍ​ທີ່ນາຍົກ ລັດ​ຖະ​ມົນ​ຕີ​ສອງ​ປະ​ເທດ​ວາງ​ອອກ​ຄື​ໃຫ້ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ບັນລຸ​ເຖິງ 500 ລ້ານ​ໂດ​ລາສະ​ຫະລັດ​ໃນ​ປີ 2005 ,ຈີນ​ໄດ້​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ກວ່າ​ຫມູ່​ຂອງ​ຫວຽດນາມ​ສອງ​ປີ​ລຽນຕິດ​ແລ້ວ.

​ພາຍ​ໃຕ້​ບັນ​ຍາ​ກາດ​ຂອງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ພາກ​ພື້ນ​ຈີນ​ອາ​ຊຽນ, ​​ໄດ້​ເລັ່ງ​ສາຍ​ຕາ​ໃສ່​ຂອບ​ເຂດ​ທີ່​ກວ້າງ​ຂວາງ​ກວ່າ​ເກົ່າ​​ທີ່​ມີ​ຜົນ​ດີ​ຕໍ່​ການນຳ​ໃຊ້ ຊັບ​ພະ​ຍາ​ກອນ, ຕັ້ງ​ຫນ້າ​ສ້າງ​ກົນ​ໄກ​ການ​ຮ່ວມມື​ໃນ​ອະນຸ​ພາກ​ພື້ນ​ພາຍ​ໃນ​ຂອບ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນທັງ​ໃນ​ລະດັບ​ປະ​ເທດ​ແລະ​ລະດັບ​ທ້ອງ​ຖິ່ນ,​ການ​ເພີ່ມ​ປັດ​ໄຈ​ໃຫມ່​ໃຫ້​ແກ່​ການ​ກໍ່ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ແມ່ນ​ຫົວ​ຂໍ້​ຫລັກ​ໃນ​ເວທີ​ປາ​ໄສ​ເທື່ອ​ນີ້​.​ ແຂກ​ທີ່​ເຂົ້າຮ່ວມ​ເວທີ​ປາ​ໄສ​ເທື່ອ​ນີ້​ບໍ່​ພຽງ​ແຕ່​ໄດ້​ລົງ​ເລິກ​ຄົ້ນຄວ້າ​ຫາລື ບັນຫາ​ຮອບດ້ານ​ທີ່​ກ່ຽວ​ພັນ​ເຖິງ​ການ​ຂະຫຍາຍ ຕົວ​ ​ຂອງ​​ເຂດ​ອ້ອມ​ອ່າວ​ພາກ​ເຫນືອໃນ​ອະນາຕົດ ​ທິດ​ໃຫຍ່​​ແຫ່ງການ​ຮ່ວມ​ມື​ເຂດ​ອ້ອມ​ອ່າວ​ພາກ​ເຫນືອ ​ສ້າງ​ແລະ​ຮັບ​ປະ​ກັນ​ກົນ​ໄກ​ການ​ຮ່ວມ​ມື​ແລະ​ປຶກສາ​ກັນ​ເພື່ອ​ຈັດຕັ້ງປະຕິບັດ​ໃຫ້​ປະກົດ​ຜົນ​ເປັນ​ຈິງ,​ໂດຍ​ສະ​ເພາະ​ແມ່ນ ການກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງທີ່​ສຳຄັນ,ການ​ຈັດ​ວາງ​ເຂດ​ອຸດ​ສາ​ຫະ​ກຳ,ການ​ຂຸດ​ຄົ້ນ​ພະ​ລັງ​ງານ, ການ​ຂົນ​ສົ່ງ​ວັດຖຸ​ສິ່ງ​ຂອງ,ການ​ທ່ອງ​ທ່ຽວ,ການ​ບໍ​ລິ​ການ​ດ້ານ​ການ​ທະ​ນາ​ຄານ,​ແລະ​ຄວາມ​ສະ​ດວກ​ຂອງ​ການ​ຄ້າ​ເປັນ​ຕົ້ນ.

ທ່ານ​ລີ​ໂລ​ລີ ຮອງ​ປະທານ​ສະ​ຖາ​ບັນ​ຄົ້ນຄວ້າ​ການ​ພັດ​ທະ​ນາ​ສັງ​ລວມ​ຂອງ​ຈີນ​ເວົ້າວ່າ:

ແຕ່​ກ່ອນ, ວົງ​ເສດ​ຖະ​ກິດ​ອ້ອມ​ອ່າວ​ພາກ​ເຫນືອ​ແມ່ນ​ເນື້ອ​ໃນ​ອັນ​ຫນຶ່ງ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ຈີນ​ຫວຽດນາມຢູ່​ອະນຸ​ພາກ​ພື້ນ​, ດຽວ​ນີ້,ຜ່ານ​ການຈັດ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ອ້ອມ​ອ່າວ​ພາກ​ເຫນືອ,ພວກ​ເຮົາ​ໄດ້​ຂະ​ຫຍາຍ​ໄປ​ຮອດ​ເຂດ​ກວາງ​ຊີ​ຂອງ​ຈີນ​ແລະ​ໄປ​ຣອດ​ການ​ຮ່ວມ​ມື​ອະນຸ​ພາກ​ພື້ນ​ກັບ​ບາງ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ,ອັນ​ໄດ້​ເປີດ​ກວ້າງ​ເຂດ​ແລະ​ລະ​ດັບ​ຂອງ​ເສດ​ຖະ​ກິດ​ອ້ອມ​ອ່າວ​ພາກ​ເຫນືອ​​ໃຫຍ່​ຂຶ້ນ​ກວ່າ​ເກົ່າ.ຈາກ​ນີ້,ຂ້າ​ພະ​ເຈົ້າ​ເຫັນ​ວ່າການ​ຈັດ​ເວທີ​ປາ​ໄສ​ຄັ້ງນີ້​​ແມ່ນ​ເປັນ​ການ​ເລີ່ມ​ຕົ້ນຂອງ​ຄວາມ​ຄິດ​ລີ​ເລີ່ມ​ພັດ​ທະ​ນາ​ໃນ​ເຂດ​ນີ້.