|
 |
(GMT+08:00)
2006-08-07 15:48:25
|
 |
ຈີນຟື້ນຟູການພົວພັນການທູດກັບຈາດ
cri
Author: min
ຕາມຂ່າວສານຊິນຮວາ: ແຕ່ວັນທີ 6 ສິງຫາປີນີ້ເປັນຕົ້ນໄປ, ຈີນໄດ້ຟື້ນຟູການພົວພັນການທູດກັບປະເທດຈາດຢ່າງເປັນທາງການ. ນັບມາຮອດປະຈຸບັນ, ຈີນໄດ້ສ້າງການພົວພັນການທູດກັບ 169 ປະເທດແລ້ວ.
ຕອນຄ່ຳວັນທີ 6 ສິງຫາ, ທ່ານຫຼີຈ້າວຊິງ ລັດຖະມົນຕີກະຊວງການຕ່າງປະເທດຈີນກັບທ່ານອາມັດ ອາລາມີ ລັດຖະມົນຕີວ່າການກະຊວງການຕ່າງປະເທດແລະໂຮມອາຝິຼກາເຂົ້າເປັນເອກະພົບດຽວຂອງສ.ຈາດໄດ້ຕາງໜ້າລັດຖະບານຂອງປະເທດຕົນ, ລົງນາມໃນ "ປະກາດແຈ້ງການຮ່ວມກ່ຽວກັບສ.ປຈີນກັບສ.ຈາດຟື້ນຟູການພົວພັນການທູດ" ຢູ່ປັກກິ່ງ.
ຈີນກັບຈາດເຄີຍສ້າງການພົວພັນການທູດຂັ້ນເອກອັກຄະລັດຖະທູດໃນວັນທີ 28 ພະຈິກປີ 1972. ແຕ່ມາໃນວັນທີ 12 ສິງຫາປີ 1997, ລັດຖະບານຈາດໄດ້ຝ່າຝືນຫຼັກການໃນປະກາດແຈ້ງການສ້າງສາຍສຳພັນການທູດລະຫວ່າງຈີນກັບຈາດ, ຄືໄປ "ຟື້ນຟູການພົວພັນການທູດ" ກັບໄຕ້ຫວັນ, ລັດຖະບານຈີນຈຶ່ງໄດ້ປະກາດຢຸດຕິການພົວພັນການທູດກັບຈາດແຕ່ວັນທີ 15 ສິງຫາປີ 1997ເປັນຕົ້ນມາ.
|
|
|