ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-07 16:20:45    
ທ່ານ​ສີ​ເຈ່ຍ​ລູ້​ຫວັງ​ໃຫ້​ຊາວ​ໜຸ່ມ​ສອງ​ຝັ່ງ​ຊ່ອງ​ແຄບ​ປະ​ກອບ​ສ່ວນ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ໃນ​ການ​ພົວ​ພັນ​ສອງ​ຝັ່ງ

cri Author: cai
ຕາມ​ຂ່າວ​ສານ​ຈີນ:ວັນ​ທີ 6 ສິງ​ຫາ,ຢູ່​ເຊ້ຍ​ເມິນ ນະ​ຄອນ​ພາກ​ຕາ​​ເວັນ​ອອກ​ສຽງ​​ໃຕ້​ຂອງ​ຈີນ,ທ່ານ​ສີ​ເຈ່ຍ​ລູ້ ຮອງ​ປະ​ທານ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ເວົ້າ​ວ່າ,ຫວັງ​ໃຫ້​ຊາວ​ໜຸ່ມ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ຈົ່ງ​ເພີ່ມ​ທະວີ​ການ​​ແລກ​ປ່ຽນ​ກັນ,​ປະ​ກອບ​ສ່ວນ​ຫຼາຍ​ກວ່າ​​ເກົ່າ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ​ລະ​ຫວ່າງ​ສອງ​ຝັ່ງ​ໃຫ້​ຂະ​ຫຍາຍ​ໄປ​ໜ້າ​ໂດຍ​ສັນຕິ​ແລະ​ໝັ້ນ​ທ່ຽງ,​ແລະ​ເຂົ້າ​ໃນ​ການ​ສ້າງ​ອະນາ​ຄົດດີງາມກວ່າ​​ເກົ່າຂອງ​ປະຊາ​ຊາດ​ຈີນ.

ທ່ານສີເຈ່ຍ​ລູ້​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ພົບ​ປະ​ແຂກຜູ້ມີ​ກຽດ​ສຳຄັນ​ຂອງ​ໄຕ້​ຫວັນ​ທີ່​ມາ​ເຂົ້າ​ຮ່ວມ​ງານ​ມ່ວນ​ຊື່ນຂອງຊາວ​ໜຸ່ມ​ສອງ​ຝັ່ງ​ຄັ້ງ​ປະຖົມມະ​ເລີກ.

ງານ​ມ່ວນ​ຊື່ນ​ຊາວ​ໜຸ່ມ​ສອງ​ຝັ່ງ​ຄັ້ງ​ປະ​ຖົມ​ມະ​ເລີກທີ່​ມີ​ຫົວ​ຂໍ້​ວ່າ"ຊາວ​ໜຸ່ມ​ນັດ​ພົບກັນ ພ້ອມ​ກັນ​ສ້າງ​ອະ​ນາ​ຄົດ"​ແມ່ນ​ສະຫະພັນ​ຊາວ​ໜຸ່ມ​ແຫ່ງ​ຊາດ​ຈີນ​ແລະ​ອຳນາດ​ການ​ປົກຄອງ​ນະຄອນ​​ເຊ້ຍ​​ເມິ​ນຮ່ວມ​ກັນ​ຈັດຂຶ້ນຢູ່​ນະຄອນ​​​ເຊ້ຍ​​ເມິ​ນ​ແຕ່​ວັນ​ທີ 5 ຫາ​ວັນ​ທີ 9 ສິງຫາ.