ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-07 16:59:48    
ຂໍ​ໃຫ້​ສາຍຕາ​ເຮົາ​ຈົ່ງ​ພົບ​ກັນ​ໃນ​ດວງ​ຈັນທາ——ເພື່ອ​ອຳ​ລາ​ທ່ານ​ອຸດົມ

cri Author: min

ສະບາຍດີ, ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ສົມ​ບູນ​ຜູ້​ດຳ​ເນີນ​ລາຍ​ການ​ດີ​ໃຈ​ຫຼາຍ​ທີ່​ໄດ້​ພົບ​ກັບ​ທ່ານ​ອີກ​ໃນ​ລາຍການ​ຄາລົມ​ຄົມຄາຍ.

ທ່ານຜູ້ຟັງ​ທີ່​ຮັກແພງ, ໃນ​ຊີວິດ​ຂອງ​ຄົນເຮົາ, ຍ່ອມ​ມີ​ການ​ເຕົ້າໂຮມ​ກັນ​ແລະ​ກໍ​ມີ​ການ​ລາ​ຈາກ​ກັນ​ໄປ​ຢູ່​ສະ​ເໝີ, ​ໃນ​ຊີວິດ, ບາງທີ​ອາດ​ຈະ​ໄດ້​ພົບ​ກັບ​ຄົນ​ຕ່າງໆ, ​ແຕ່​ບໍ່​ຮູ້​ຈັກ​ກັນ, ຮອດ​ຮູ້ຈັກ​ກັນ, ​ເຂົ້າ​ໃຈ​ກັນ, ຮັກ​ແພງ​ກັນ, ສຸດ​ທ້າຍ​ກໍ​ຈາກ​ກັນ​ໄປ​ອີກ. ການ​ໄດ້​ພົບ​ກັນ​ຮູ້ຈັກ​ກັນ​ແມ່ນ​ສາຍ​ແນນ​ຢ່າງ​ໜຶ່ງ, ​ເລື່ອງ​ຈາກ​ກັນ​ໄປ​ນັ້ນ​ແມ່ນ​ເລື່ອງ​ທີ່​ຫຼີກ​ເວັ້ນ​ບໍ່​ໄດ້. ຈີ​ນມີ​ຄວາມ​ເວົ້າ​ຄວາມ​ໜຶ່ງ​ທີ່​ວ່າ: ​ໃນ​ໂລກ​ນີ້, ບໍ່​ມີ​ງານ​ລ້ຽງ​ໃດ​ທີ່​ຈະ​ບໍ່​ເລີກ​ກັນ​ຈັກ​ເທື່ອ, ໝາຍ​ຄວາມ​ວ່າ, ງານ​ລ້ຽງ​ທີ່​ມ່ວນ​ຊື່ນ​ປານ​ໃດ​ກໍ​ຕ້ອງ​ມີ​ການ​ສິ້ນ​ສຸດ​ລົງ​ທັງ​ນັ້ນ, ​ແລະ​ກໍ​ໝາຍ​ຄວາມ​ວ່າ, ມີ​ຍາມ​ເຕົ້າ​ໂຮມ​ກັນ​ກໍ​ຕ້ອງ​ມີ​ຍາມ​ອຳ​ລາ​ຈາກ​ກັນ. ດົນຕີ​ມ່ວນ​ປານ​ໃດ​ກໍ​ຕ້ອງ​ມີ​ບ່ອນ​ສຸດ​ສ້ຽງ. ​ໃນ​ບົດ​ກະວີບົດ​ໜຶ່ງ​ຂອງ​ຊູ​ຊື້ ນັກ​ກະວີ​ລາຊະວົງ​ຊົ້ງ, ມີ​ກະວີ​ສອງ​ວັກ​ຂຽນ​ວ່າ: ດວງຈັນມີ​ມື້​ແຈ້ງ​ມື້​ບົດ​ມື້​ເພັງ​ມື້​ດັບ, ຄົນ​ເຮົາ​ມີ​ຍາມ​ມ່ວນ​ຍາມ​ເສົ້າ, ຍາມ​ພົບ​ກັນ​ຈາກ​ກັນ. ຄວາມ​ມ່ວນ​ຄວາມ​ໂສກ, ຍາມ​ພົບ​ກັນ​ຈາກ​ກັນ​ຂອງ​ຄົນ​ເຮົາ, ກໍ​ຄື​ກັບ​ດວງ​ພະຈັນ, ມີ​ມື້​ແຮມ​ມື້​ເຕັມດວງ, ມັນ​ແມ່ນ​ເລື່ອງ​ທີ່​ແນ່ນອນ, ​ແຕ່​ເຖິງ​ວ່າ, ມັນ​ແມ່ນ​ເລື່ອງ​ທີ່​ແນ່ນອນ, ​ແຕ່​ຮອດ​ເວລາ​ທີ່​ເຮົາ​ຕ້ອງ​ລາ​ຈາກ​ກັນ, ກໍ​ຍັງ​ຮູ້ສຶກ​ຕົກ​ໃຈ, ໝອງ​ໃຈ, ອາ​ໄລ​ອາວອນ.

ສຽງ​ນີ້​ທ່ານ​ອາດ​ຈະ​ຮູ້ສຶກ​ຄຸ້ນ​ຫູ​ດີ​ນໍ, ສຽງ​ຂອງ​ເພິ່ນ​​ເຄີຍ​​ເປັນ​ເພື່ອ​ທ່ານ​ມາ 4 ປີ​ປາຍ​​ແລ້ວ, ​ແມ່ນ​ແລ້ວ, ​ແມ່ນ​ສຽງ​ຂອງ​ທ່ານ​ອຸ​ດົມ​ ວັນ​ພານຸ​ວົງ​, ຜູ້​ຊ່ຽວ​ຊານ​ພາກ​ພາສາ​ລາວ​ວິທະຍຸ​ພວກ​ເຮົາ​.

​ເມື່ອ 4 ປີ​ກ່ອນ, ທ່ານ​ອຸດົມ​ໄດ້​ມາ​ຈີນ, ມາ​ເຮັດ​ວຽກ​ຢູ່​ພະ​ແນ​ກພາສາ​ລາວ​ຂອງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ. ​ໃນ 4 ປີ​ທີ່​ຜ່ານ​ມາ, ​ເພິ່ນ​ແມ່ນ​ອາຈານ​ຂອງ​ພວກ​ເຮົາ​ໃນ​ດ້ານ​ພາສາ, ​ໄດ້​ສິດສອນ​ຄວາມ​ຮູ້ຫຼາຍ​ຢ່າງ​ແລະ​ທາງ​ວຽກ​ງານ, ຊ່ອຍ​ພວກ​ເຮົາ​ປັບປຸງ​ລາຍການ. ນອກ​ຈາກ​ວຽກ​ງານ​ແລ້ວ, ​ເພິ່ນ​ກໍ​ໄດ້​ຜູກ​ມິດ​ຕະ​ພາບ​ອັນ​ເລິກ​ຊຶ່ງ​ກັບ​ພວກ​ເຮົາ, ​ເປັນ​ໝູ່​ເທື່ອ​ທີ່ຮັກ​ແພງ​ຂອງ​ພວກ​ເຮົາ, ​ເຄີຍ​ໄປ​ທ່ຽວ​ບູຊະນີ​ຍະ​ສະ​ຖານ​ຫຼາຍ​ແຫ່ງ​ຢູ່​ປັກ​ກິ່ງ​ກັບ​ພວກ​ເຮົາ, ​ໄປ​ຊອກ​ກິນ​ອາຫານ​ແຊ​ບໆ​ຢູ່​ໃນ​ເມືອງ​, ​ໄປ​ເບິ່ງ​ເຕະ​ບານ​ເບິ່ງ​ຮູບ​​ເງົາ​ນຳ​ກັນ, ອາ​ທິດ​ແລ້ວ, ​ເພິ່ນ​ຍັງ​ໄດ້​ໄປ​ທ່ຽວ​ວັດ​ຊ້າ​ວລິນ, ​ເຊິ່ງ​ແມ່ນ​ບ່ອນ​ທີ່​ເພິ່ນ​ຢາກ​​ໄປ​ທີ່​ສຸດ. ທ່ານ​ອຸດົມ​ແມ່ນ​ຄົນ​ມັກ​ມ່ວນ, ​ເຂົ້າ​ຄົນ​ງ່າຍ, ມັກ​ເວົ້າ​ຢອກ, ສະໜິດ​ສະໜົມ​ກັບ​ພວ​ກ​ເຮົາ​, ​ເມື່ອ​ໄດ້​ຍິນ​ສຽງ​ດົນຕີ​ທີ່​ມ່ວນ​ຊື່ນ​​ແລ້ວ, ​ເພິ່ນ​ກໍ​ອົດ​ບໍ່​ໄດ້, ຟ້ອນ​ເຢີ​ບໆ​ຂຶ້ນ​ໂລດ. ​ແຕ່​ມາ​ເຮັດ​ວຽກ​ຢູ່​ຈີນ, ທ່ານ​ອຸດົມ​ຮຽນ​​ເວົ້າ​ພາສາ​ຈີນ​ໄດ້ຫຼາຍບໍ່​ຢອກ, ມີ​ສອງ​ຄວາມ​ທີ່​ທ່ານ​ມັກ​ເວົ້າ​ທີ່​ສຸດ, ກໍ​ແມ່ນ "ren lao xin bu lao", ​ແປ​ວ່າ​ເຖົ້າ​ແຕ່​ກາຍ​, ຫົວ​ໃຈ​ຍັງ​ໜຸ່ມ, "wo bu pa gui, wo pa gu du", ຂ້ອຍ​ບໍ່​ຢ້ານ​ຜີ​, ຂ້ອຍຢ້ານ​ເຫງົາ​.

​ໃນ 4 ປີ​ທີ່​ຜ່ານ​ມາ​ນີ້, ​ເພິ່ນ​ໄດ້​ນຳ​ເອົາ​ຄວາມ​ມ່ວນ​ຊື່ນ​ແລະ​ສຽງ​ຫົວ​ມາ​ໃຫ້​ໝູ່​ຢູ່​ອ້ອມ​ຂ້າງ​ເລື້ອຍໆ, ພວກ​ເຮົາ​ໄດ້​ເຮັດ​ວຽກ​ມາ​ນຳ​ກັນ 4 ປີ, ​ໄດ້​ມີ​ຄວາມ​ຊົງ​ຈຳ​ອັນ​ດີງາມ​ຢ່າງ​ຫຼາກ​ຫຼາຍ. ອີກ​ບໍ່​ທໍ່​ໃດ​ມື້, ທ່ານ​ອຸດົມ​ກໍ​ຈະ​ສິ້ນ​ສຸດ​ການ​ເຮັດ​ວຽກ​ຢູ່​ຈີນ​, ​ແລ້ວ​ເດິ​ນທາງ​ກັບ​ເມືອ​ລາວ. 4 ປີ​ເປັນ​ເວລາ​ທີ່​ຍາວ​ສົມຄວນ, ພວກ​ເຮົາ​ຈະ​ຈາລຶກ​ຄວາມ​ຊົງ​ຈຳ​ໃນ 4 ປີ​ນີ້​ໄວ້​ໃນ​ໃຈ. ວາງ​ໂປ, ນັກ​ກະວີ​ສະ​ໄໝ​ລາຊະວົງ​ທາງ​ຂອງ​ຈີນ​ເວົ້າ​ວ່າ, "hai nei cun zhi ji,tian ya ruo bi lin", ໝາຍ​ຄວາມ​ວ່າ, ​ໃນ​ໂລກ​ນີ້​ມີ​ເພື່ອນ​ຜູ້​ຮູ້​ໃຈ​ກັນ, ​ເຖິງ​ຈະ​ຢູ່​ຄົນ​ລະ​ຝາກ​ຟ້າ, ກໍ​ເໝືອນ​ຢູ່​ໃກ້​ຄຽງ​ກັນ.

ຜູ້​ຟັງ​ທີ່​ຕິດຕາມ​ລາຍ​ການ​ພວກ​ເຮົາ​ເລື້ອຍໆ, ອາດ​ຈະ​ຍັງ​ຈື່​ວ່າ​, ລາຍການ​ຄາລົມ​ຄົມ​ຄາຍ​ໃນ 1 ປີ​ທີ່​ຜ່ານ​ມາ​ແມ່ນ​ທ່ານ​ອຸດົມ​ເປັນ​ຜູ້​ຈັດ​ທຳ, ​ໃນ​ເວລາ​ທີ່​ໃກ້​ຈະ​ຈາກ​ກັນ​ໄປ, ພວກ​ເຮົາ​ຂໍ​ຈັດ​ລາຍການ​ຄາລົມ​ຄົມ​ຄາຍ​ພາກ​ນີ້​ເພື່ອ​ເປັນ​ການ​ສົ່ງ​ທ່ານ​ອຸດົມ, ​ໃນ​ບົດ​ກະວີ​ທີ່​ກ່າວ​ໃນ​ຕອນ​ຕົ້ນ​ຂອງ​ລາຍການ, ຍັງ​ມີ​ອີກ​ວັກ​ໜຶ່ງ​ທີ່​ຄົນ​ທັງຫຼາຍມັກ​ຍົກ​ມາ​ເວົ້າ​ເລື້ອຍໆ, ຄື​: "Dan yuan ren chang jiu, qian li gong chan juan", ໝາຍ​ຄວາມ​ວ່າ​, ຂໍ​ໃຫ້​ທຸກ​ຄົນ​ຈົ່ງ​ອາຍຸ​ໝັ້ນ​ຂວັນ​ຍືນ, ຂໍ​ໃຫ້​ສາຍຕາ​ເຮົາ​ຈົ່ງ​ພົບ​ກັນ​ໃນ​ດວງ​ຈັນທາ​, ສຸດ​ທ້າຍນີ້, ຂ້າພະ​ເຈົ້າ​ກໍ​ຂໍ​ຢືມ​ກະວີ​ວັກ​ນີ້​ອວຍພອນ​ໃຫ້​ທ່ານ​ອຸດົມ​ຈົ່ງ​ມີ​ຄວາມ​ສຸກ​ຄວາມ​ສຳລານ​ແລະ​ສົມ​ຫວັງ​ທຸກ​ປະການ. ຢ່າ​ລືມ​ຍາມ​ມ່ວນ​ຊື່ນ​ທີ່​ພວກ​ເຮົາ​ເຄີຍ​ຮ່ວມ​ງານນຳ​ກັນ​ເດີ້, ຢ່າ​ລືມ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​, ຢ່າ​ລືມ​ຢູ່​ປັກ​ກິ່ງ​ທີ່​ກວງ​ໄກ, ຍັງ​ມີ​ເທື່ອ​ສະໜິດ​ສະໜົມ​ພວກ​ເຮົາ​ຫຼາຍ​ຄົນ, ສ່ວນພວກ​ເຮົາ​ນັ້ນ​ຈະ​ອວຍພອນ​ທ່ານ​ຕະຫຼອດ​ໄປ. ສຸດ​ທ້າຍ, ພວກ​ເຮົາກໍ​ຂໍ​ອວຍພອນ​​ໃຫ້​ເພື່ອນ​ຜູ້​ຢູ່​ຄົນ​ລະ​ຟາກ​ຟ້າ, ຈົ່ງ​ອາຍຸ​ໝັ້ນ​ຂວັນ​ຍືນ, ​ໃນ​ຍາມ​ຄຶດ​ຮອດ​, ຂໍ​ໃຫ້​ສາຍຕາ​ເຮົາ​ຈົ່ງ​ພົບ​ກັນ​ໃນ​ດວງ​ຈັນ​ທາ!

​ເຊື່ອ​ວ່າ, ພວກ​ເຮົາ​ຍັງ​ຈະ​ມີ​ໂອກາດ​ຈະ​ພົບ​ກັນ​ອີກ, ຈົ່ງ​ໂຊກ​ດີ, ທ່ານ​ອຸດົມ!