|
 |
(GMT+08:00)
2006-08-07 17:53:20
|
 |
ນັກວິທະຍາສາດຄົ້ນພົບສະວິກໂມເລກຸນທີ່ຄວບຄຸມອາການເຈັບປວດຊຳເຮື້ອ
cri
ການຄົ້ນຄວ້າຫຼ້າສຸດຂອງນັກວິທະຍາສາດອາເມລິກາຄົ້ນພົບວ່າ, ໂມເລກຸນໂປຼຕິນຊະນິດໜຶ່ງໃນຈຸລັງປະສາດສາມາດຄວບຄຸມຄວາມເຈັບປວດຊຳເຮື້ອ, ເທົ່າກັບເປັນສະວິກໂມເລກຸນ. ການຄົ້ນພົບດັ່ງກ່າວຈະຊ່ອຍຄົ້ນຄວ້າຜະລິດຢາປົວຄວາມເຈັບປວດຊຳເຮື້ອ.
ໃນວາລະສານວິທະຍາສາດປະສາດຂອງອາເມລິກາສະບັບເອກເລັກໂຕຼນິກທີ່ອອກໃໝ່, ນັກຄົ້ນຄວ້າຂອງສູນແພດສາດມະຫາວິທະຍາໄລໂກລຳເບຍໄດ້ພິມບົດລາຍງານວ່າ, ຄິນເນັສໂປຼຕິນGຫຼືPKGໃນຈຸລັງປະສາດກໍຄືກັນກັບສະວິສໄຂອັດຄວາມເຈັບປວດຊຳເຮື້ອ, ເມື່ອຮ່າງກາຍຂອງຄົນຖືກບາດເຈັບຫຼືອັກເສບນັ້ນ, ຄິນເນັສໂປຼຕິນGຫຼືPKGກໍຈະເປີດອອກ. ແລ້ວສົ່ງສັນຍານເຈັບປວດອອກມາບໍ່ຂາດແລະສົ່ງສັນຍານດັ່ງກ່າວໄປຮອດສະໝອງ. ທະແນມແຕ່ຄິນເນັສໂປຼຕິນGເປີດອອກ, ອາການເຈັບປວດຈະເຈັບຢູ່ບໍ່ເຊົາ. ຖ້າປິດສະວິກນີ້, ອາການເຈັບກໍຈະເຊົາໂລດ.
ຜູ້ຮັບຜິດຊອບການຄົ້ນຄວ້າດັ່ງກ່າວເວົ້າວ່າ, ການຄົ້ນພົບໃໝ່ຂອງພວກເຂົາເຈົ້າຈະຊ່ອຍໃຫ້ມະນຸດເຮົາຊອກພົບວິທີໃໝ່ເພື່ອປົວຄວາມເຈັບປວດຊຳເຮື້ອ.
|
|
|