ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-07 17:57:51    
ສິ່ງ​ຄວນ​ຮູ້​ບາງ​ຢ່າງ​ໃນ​ເວລາ​ເກີດ​​ແຜ່ນດິນ​ໄຫວ

cri
ໃນ​ລາຍການ​ມື້​ນີ້, ພວກ​ເຮົາ​ຈະ​ແນະນຳ​ສິ່ງ​ຄວນ​ຮູ້​ບາງ​ຢ່າງ​​ໃນ​ເວລາ​ເກີດ​ແຜ່ນດິນ​ໄຫວ.
​ໃນ​ເວລາ​ເກີດ​ແຜ່ນດິນ​ໄຫວ​ແບບ​ທຳລາຍ, ຄິດ​ສະ​ເລ່ຍ​ແລ້ວ, ນັບ​ແຕ່ຄົນ​ເຮົາ​ຮູ້ສຶກ​ສະ​ເທືອ​ນຮອດ​ເວລາ​ທີ່​ສິ່ງ​ກໍ່ສ້າງ​ຖືກ​ທຳລາຍນັ້ນ​ມີ​ແຕ່12​ວິນາທີ​ເທົ່າ​ນັ້ນ, ​ໃນ​ເວລາ​ອັນ​ສັ້ນໆນີ້, ທ່ານ​ຢ່າ​ຕື້ນ​ຢ່າ​ຢ້ານ, ຄວນ​ອີງ​ໃສ່​ສະພາບ​ແວດ​ລ້ອມ​ ​ແລ້ວຊອກ​ຫາ​ຮັກສາຄວາມ​ປອດ​ໄພ​ຂອງ​ຕົນ​​ໃນ​ທັນທີ. ຖ້າ​ທ່ານ​ຢູ່​​ເຮືອນ​ຊັ້ນ​ດຽວ, ​ທ່ານ​ກໍ​ຟ້າວ​ແລ່ນ​ອອກ​​ໄປ​ທາງ​ນອກ. ຖ້າ​ຢູ່​​ເຮືອນ​ຕຶກ, ຢ່າ​ໂຕນ​ລົງ​​ໄປເດັດຂາດ, ຄວນ​ຕັດ​ໄຟຟ້າ​ແລະ​ປິດ​ອາຍ​ແກ​ສ​​ທັນທີ, ​ໄປຊອກ​ລີ້​ຢູ່​ບ່ອນ​ທີ່​ອ່າວ​ຄັບ​ແຄບ​ເຊັ່ນ​ຫ້ອງ​ນ້ຳ​ເປັນ​ຕົ້ນ, ຫຼື​ວ່າ​ໝິ້ນ​ເຂົ້າໃຕ້​ໂຕະ​ຫຼື​ກ້ອງຕຽງ, ​ເມື່ອແຜ່ນດິນ​ໄຫວຜ່ານ​ໄປ​ແລ້ວ, ຕ້ອງ​ໜີ​ໄປ​ຫາ​ບ່ອນ​ປອດ​ໄພ​ໂດຍ​ໄວ, ​ເພື່ອ​ປ້ງກັນ​ປາຍແຜ່ນດິນ​ໄຫວ. ​ໃນ​ເວລາແຜ່ນດິນ​ໄຫວຖ້າ​ຢູ່​ສະຖານ​ທີ່​ທີ່​ມີ​ຄົນຫຼາຍ​ເຊັ່ນ​ໂຮງຮຽນ, ຮ້ານ​ຄ້າ, ​ໂຮງ​ຮູບ​ເງົາ​ເປັນ​ຕົ້ນ, ບໍ່ຄວນ​​ແຕກ​ຕື່ນ​ເດັດ​ຂາດ, ຄວນ​​ໄປ​ຫາລີ້​ຢູ່​ກ້ອງ​ໂຕະ, ກ້ອງຕັ່ງ​ຫຼື​​ເຄື່ອງ​ທີ່​ໝັ້ນ​ແກ່ນ​ໃນ​ທັນທີ, ​ເມື່ອ​​ເຊົາ​ໄຫວແລ້ວ​ຈິ່ງ​ຖອນ​ອອກ​​ໄປຢ່າງ​ມີ​ລະບຽບ. ຜູ້​ເຮັດ​ວຽກ​ຢູ່​ບ່ອນ​ເກີດ​ແຜ່ນດິນ​ໄຫວ​ເຊັ່ນ​ຄູ​ເປັນ​ຕົ້ນ​ຕ້ອງທຸ່ນ​ທ່ຽງ, ບັນຊາ​​ຄົນ​ທັງຫຼາຍ​ລີ້​​ໄພ​ຢູ່​ກັບ​ທີ່​, ​ຢ່າ​ພາ​ໝູ່ແລ່ນ​ໂລ​ເລ​ເດັດຂາດ. ຖ້າ​ພົບ​ແຜ່ນດິນ​ໄຫວ​ໃນ​ຂະນະ​ທີ່​ຍ່າງ​ຢູ່​ຕາມຖະໜົນ​ຫົນທາງ, ຄວນ​ເອົາ​ມື​ບັງ​ຫົວ​ໄວ້, ໜີ​ໄກ​ຈາກ​​ເຮືອນຕຶກ​ໂດຍ​ໄວ, ​ໄປ​ຫາແຖບ​ກາງ​ຖະໜົນ. ຖ້າ​ພົບ​ແຜ່ນດິນ​ໄຫວ​​ໃນ​ຂະນະ​ທີ່ຢູ່​ຊານ​ເມືອງ, ຄວນລະວັງຢູ່​ໄກ​ຈາກ​ພູຜາ, ທາງ​ຄ້ອຍ​ທາງ​ຊັນ, ​ແຄມ​ຝັ່ງແລະ​​ໃຕ້ສາຍ​ໄຟ​ແຮງ​ສູງ​ເປັນ​ຕົ້ນ. ຖ້າຖືກຖົມ​ຢູ່​ກ້ອງອາຄານ​ທີ່​ເພພັງ, ຄວນ​​ເຮັດ​ໃຈ​ທຸ່ນ​ທ່ຽງ, ຊອກ​ຫາ​ວິທີ​ຊ່ອຍຕົນ​ເອງ. ຖ້າ​ເອົາ​ຕົວ​ລອດ​ບໍ່​ໄດ້​, ກໍຄວນ​ຮັກສາ​ກຳລັງກາຍ​ໄວ້, ພະຍາຍາມ​ຊອກ​ຫາ​ນ້ຳ​ແລະ​ອາຫານກິນ, ສ້າງ​ເງື່ອນ​ໄຂ​ໃຫ້​​ໂຕ​ຢູ່​ລອດ, ລໍຖ້າ​ຄົນ​ມາ​ກອບ​ກູ້​​ເອົາ.

ໜຶ່ງ, ຖ້າ​ແມ່ນ​ຢູ່​ໃນ​ເຮືອນ, ຄວນ​ເອົາ​ໃຈ​ໃສ່​ດັ່ງ​ຕໍ່​ໄປ​ນີ້:

1, ວາງ​ແຜນປ້ອງ​ກັນ​ໄພ​ແຜ່ນດິນ​ໄຫວ​ຂອງຄອບຄົວ, ກຽມ​ອາຫານ​ແລະ​ເຄື່ອງ​ດື່ມ​ໄວ້, ກວດ​ແລະ​ລົບ​ລ້າງ​ຄວາມ​ອັນ​ຕະລາຍ​ທີ່​ແຝງ​ຊ້ອນ​ຢູ່​ໃນ​ເຮືອນຊອກ​ຮູ້ສະພາບ​ແວດ​ລ້ອມ​ໃຫ້​ຈະ​ແຈ້ງ, ​ເຮືອນ​ທີ່​ບໍ່​ທົນ​ຕໍ່​ແຜ່ນດິນ​ໄຫວ​​ຕ້ອງ​ສ້ອມ​ແປງ​​ໃຫ້​ໝັ້ນ​ແກ່ນ, ຖ້າ​ແມ່ນ​ເຮືອນ​ເກົ່າ​ທີ່​ເປ່​ເພ​ແປງບໍ່​ໄດ້ຕ້ອງ​ຍ້າຍ​ໜີ​ໂດຍ​ໄວ.

2, ຈັດ​ວາງ​ເຟີ​ນີ​ເຈີ​ແລະ​ເຄື່ອງ​ຂອງ​ຕ່າງໆ​​ໃຫ້ເໝາະ​ສົມ, ​ເຄື່ອງ​ທີ່​ຫ້ອຍ​ຢູ່​ເທິງ​ຝາ​ຕ້ອງ​ເອົາ​ລົງ​ຫຼື​​ແປງໃຫ້​ໝັ້ນ, ປ້ອງ​ກັນ​ບໍ່​ໃຫ້​ມັນ​ຕົກ​ໃສ່​ຄົນ. ມ້ຽນ​ເຄື່ອງ​ທີ່​ໄໝ້​ງ່າຍ​ລະ​ເບີດ​ງ່າຍ​​ແລະ​ຂອງ​ມີ​ພິດ​ນັ້ນ​ໄວ້​ຢູ່​ບ່ອນ​ທີ່​ປອດ​ໄພ. ມ້ຽນ​ມັດ​ເຄື່ອງ​ໃຊ້​ຕ່າງໆ, ຕາມປະຕູ​ແລະ​ລະບຽງ​ບໍ່​ໃຫ້​ມີ​ຂອງ​ວາງ​ຂວາງ, ຈັດການໜ້າມຸກ​ໃຫ້​ລຽບ​ລ້ອຍ, ​ຍົກ​ເອົາໂຖ​ດອກ​ໄມ້​ລົງ​ມາ​ວາງ​ໄວ້​ທາງລຸ່ມ, ວາງ​ເຟີ​ນີ​ເຈີ​ໃຫຍ່​ໃຫ້​ໝັ້ນຄົງ, ປ້ອງ​ກັນ​ບໍ່​ໃຫ້​ໂຫງ້ຍ​ລົງທັບ​ຄົນ, ເຟີ​ນີ​ເຈີ​ແລະ​ເຄື່ອງ​ຂອງ​ຕ່າງໆ​, ອັນ​ໜັກ​ຕ້ອງ​ວາງ​ທາງລຸ່ມ​ອັນ​ເບົາວາງ​ທາງູ​ເທິງ. ກ້ອງ​ເຟີ​ນີ​ເຈີ​ທີ່​ໝັ້ນ​ແກ່ນໃຫ້​ປະ​ໄວ້ເປົ່າ​ຫວ່າງ, ​ເພື່ອ​ເປັນ​ບ່ອນ​ລີ້​ໃນ​ເວລາເກີດ​ໄພ​ແຜ່ນດິນ​ໄຫວ. ​ແປງ​ຕຽງ​ໃຫ້​ໝັ້ນຄົງ, ກຽມ​ເຄື່ອງ​​ໃຊ້​ຈຳ​ເປັນ​ເພື່ອປ້ອງ​ກັນ​ແຜ່ນດິນ​ໄຫວ.

3, ກຽມ​ກະ​ເປົ໋າປ້ອງ​ກັນ​ໄພ​ແຜ່ນດິນ​ໄຫວສຳ​ລັບ​ຄອບຄົວ, ​ວາງໄວ້​ຢູ່​ບ່ອນ​ທີ່​ເອົາ​​ງ່າຍ.

ສອງ, ຖ້າ​ເກີດ​ແຜ່ນດິນ​ໄຫວ​ໃນ​ຂະນະ​ທີ່​ຢູ່​ສະຖານ​ທີ່​ສາທາລະນະ, ຄວນ​ເອົາ​ໃຈ​ໃສ່​ວ່າ,
ຟັງ​ການ​ບັນຊາ​ຂອງ​ຜູ້​ປະຕິບັດ​ງານ, ຢ່າ​ແຕກ​ຕື້ນ​ຫຼາຍ, ​ໂຫ້​ກັນໄປຫາ​ທາງ​ອອກ​, ​ໃຫ້​ຫຼີກ​ອອກ​ຈາກ​ຝູງ​ຄົນ, ​ເພື່ອບໍ່​ໃຫ້​ຖືກ​ແຫຍ້​​ເຂົ້າແຈ​ຝາຫຼີຮົ່ວ​ເຫຼັກ​.

1, ຖ້າ​ແມ່ນຢູ່​ໃນໂຮງ​ລະຄອນ​ແລະ​ຫໍ​ກິລາ: ​ໃຫ້ນັ່ງ​ລົງ​ກັບ​ບ່ອນ​ຫຼື​ໝູບ​ລົງ​ກ້ອງຕັ່ງ; ລະວັງ​ຫຼີກ​ໜີ​ຈາກ​ບ່ອນ​ທີ່​ມີ​ໄຟຟ້າແລະ​ພັດ​ລົມຫ້ອຍ​ຢູ່​ເທິງ​​ເພດານ​ເປັນ​ຕົ້ນ; ​ເອົາ​ກະ​ເປົ໋າຢອງ​ຫົວ​ໄວ້​ເພື່ອ​ຮັກສາ​ຫົວ​, ເມື່ອແຜ່ນດິນ​ໄຫວ​ຜ່ານ​ໄປ​ແລ້ວ, ​ໃຫ້ຟັງຕາມ​ການ​ບັນຊາ​ຂອງຜູ້​ປະຕິບັດງານ, ໜີອອກ​ໄປ​ຢ່າງ​ມີ​ລະບຽບ.

2, ຖ້າ​ແມ່ນຢູ່​ຮ້ານ​ຄ້າ​ແລະ​ຮ້ານ​ຂາຍ​ປຶ້ມ, ​​ໃຫ້​ຊອກ​ຫາ​ບ່ອນ​ຢູ່​ຂ້າງ​ຕູ້​ຂາຍ​ເຄື່ອງ, ​ເຟີ​ນີ​ເຈີຕ່ຳໆຫຼື​ເສົາ​ທີ່​ໝັ້ນ​​ແກ່ນ, ຫຼື​ວ່າແຈ​ເຮືອນ​​ແລ້ວ​ນັ່ງ​ລົງ, ​ເອົາ​ມື​ຫຼື​ສິ່ງ​ຂອງ​ບັງ​ຫົວ​ໄວ້; ຢ່າ​ສູ່ໃກ້​ກັບ​ປະຕູ​ປ່ອງຢ້ຽມ​ແກ້ວຫຼື​ຕູ້​ແກ້ວ; ຢ່າ​ຢູ່​ໃກ້​ຫ້າງ​ວາງ​ສິນຄ້າ​ທີ່ສູງ​ໃຫຍ່​ທັງບໍ່​ໝັ້ນ​ຫຼື​ມີ​ຂອງ​ໜັກ​ໆຫຼື​ຂອງແຕກ​ງ່າຍ​ວາງຢູ່​; ຢ່າ​ລີ້ຢູ່​ໃຕ້​ປ້າຍ​ໂຄສະນາ​ສິນຄ້າ​ແລະ​​​ໃຕ້ໄຟຟ້າ​ທີ່​ຫ້ອຍ​ຢູ່​ເພດານ.

3, ຖ້າ​​ແມ່ນ​ໃນ​ລົດ​ຕ້ອງ​ຫາ​ບ່ອນຈັບ​ໃຫ້​​ແໜ້ນ, ​ເພື່ອບໍ່​ໃຫ້​ລົ້ມ​​ຫຼື​​ໄປ​ຕຳ​ຖືກ​ບ່ອນ​ໃດ​ບ່ອນ​ໜຶ່ງ; ນັ່ງ​ລົງ, ລີ້​ຢູ່​ມໍ່​ບ່ອນ​ນັ່ງ, ​ເມື່ອ​​ເຊົາ​ໄຫວ​ແລ້ວ​ຈິ່ງ​ລົງ​ລົດ.

ສາມ, ຈຸດ​ສຳ​ຄັນ​ໃນ​ການ​ລີ້​ໄພ​ແຜ່ນດິນ​ໄຫວ: ຄວນ​ໃຊ້ທ່າ​ແນວ​ໃດ

​ໃນ​ເວລາ​ເກີດ​ແຜ່ນດິນ​ໄຫວນັ້ນ, ຄວນ​ແລ່ນຫຼື​ຄວນ​ລີ້, ຜູ້ຊ່ຽວຊານ​ສ່ວນ​ຫຼາຍ​ເຫັນ​ວ່າ, ​ໃນ​ເວລາ​​ແຜ່ນດິນ​ພວມໄຫວຢູ່​ຄວນຫາ​ບ່ອນ​ລີ້​ຢູ່​ກັບ​ບ່ອນ, ​ເຊົາ​ໄຫວແລ້ວ​ຈິ່ງ​ໜີ​ໄປ​ບ່ອນ​​ປອດ​ໄພ​ໂດຍ​ໄວ, ​ແມ່ນ​ວິທີ​ລີ້​ໄພທີ່​ດີ​ສົມຄວນ​ໃນ​ເວລາ​​ແຜ່ນດິນ​ໄຫວ. ​ລີ້​ໄພ​ຄວນຊອກ​ລີ້​ຢູ່​ກ້ອງຫຼື​ຂ້າງ​ເຄື່ອງ​ຂອງ​ທີ່​ໝັ້ນ​ແກ່ນ​ແລະ​ບັງ​ໂຕ​ໄດ້​ຢູ່​ໃນ​ເຮືອນ, ​ລີ້​ຢູ່ບ່ອນ​ທີ່​ເປັນ​ຊ່ອງ​ຫວ່າງ​ສາມ​ແຈ​ແລະ​ອ່າວ​ແຄບ, ​ແລະ​ບ່ອນ​ທີ່​ມີ​ສິ່ງ​ຄ້ຳ​​ໄວ້, ຫຼື​ວ່າ​ຢູ່​ກາງ​​ແຈ້ງ​ທີ່​ກວ້າງຂວາງ​ແລະ​ປອດ​ໄພ.

ທາ​ຮ່າງກາຍ​ໃນ​ເວລາ​ລີ້​ໄພ: ຄວນ​ໝູບນັ່ງ​ຢ່ອງ​ຢໍ້ຫຼື​ນັ່ງ​ລົງ, ພະຍາຍາມ​ຂົດ​​ໂຕ, ຈັບ​ເຄື່ອງ​ຂອງ​ທີ່​ໝັ້ນຄົງ​ເຊັ່ນ​ຂາ​ໂຕະ​ເປັນ​ຕົ້ນ. ຮັກສາຫົວ​ແລະ​ຕາ, ບັງ​ປາກ​ແລະ​ດັງ​ໄວ້. ຢ່າ​ໄປ​ນຳ​ຝູງ​ຄົນ, ຢ່າ​ແຫຍ້​ກັນ​​ໂຫ້​ກັນ​ໄປ, ຢ່າ​ໄຕ້​ໄຟ, ​ເພາະວ່າ​ໃນ​ອາກາດ​ອາດ​ຈະ​ມີ​ອາຍ​ທີ່​​ໄປ​ໄຟ​ຫຼື​ລະ​ເບີດ​ງ່າຍ.