ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-07 20:48:08    
ທາຊ໌ມາຮານຂອງອິນເດຍ

cri

    

ຢູ່ເຂດຊານເມືອງອັກລາເມືອງບູຮານຂອງອີນເດຍ,ມີສຸສານແຫ່ງນ່ືງກ່ໍດ້ວຍຫີນ
ອ່ອນສີຂາວໝົດ,ນີ້ກໍແມ່ນທາຊ໌ມາຮານ,ຄົນທັງຫຼາຍເອີ້ນເປັນສ່ິງມະຫັດສະຈັນ
ແຫ່ງສະຖາປັດຕະຍະກຳຂອງໂລກ.ແມ່ນຫົວກະທິແຫ່ງສິລະປະແລະຄວາມຮັກ.

ທາຊ໌ມາຮານເລ່ີມສ້າງເມ່ືອປີ1631,ໃນຄາວນັ້ນ ອີນເດຍພວມຢູ່ໃນໄລຍະເຮືອງ
ອຳນາດຂອງຈັກກະພັດຊາຈາຮານ, ພະອັກຄະມະເຫສີຂອງສົມເດັດຊາຈາຄານ
ເຈົ້າຊີວິດທ່ີວໍລະກາຍງາມເລີດໝູ່,ໄດ້ຮັບຄວາມຮັກອັນສຸດເຊ່ິງຈາກເຈົ້າຊີວິດ,
ແຕ່ວ່າ ໃນເວລາຄອດບຸດເທ່ືອນ່ືງຍ້ອນໂຊກບ່ໍດີ,ພະອັກຄະມະເຫສີເລີຍເຖິງແກ່
ອະສັນຍະກຳ,ເພ່ືອສະແດງຄວາມຄຶດຮອດຄຶດເຖິງອັນລ້ຳເລິກຕ່ໍພະອັກຄະມະເຫສີ,ເຈົ້າຊີວິດຈ່ິງໄດ້ສ້າງສຸສານແຫ່ງນີ້ໄວ້ໃຫ້ເພ່ີມເປັນພິເສດ.

ໃນໄລຍະກ່ໍສ້າງ,ມື້ໃດກ່ໍໃຊ້ແຮງງານຕັ້ງສອງໝ່ືນກ່ວາຄົນ,ແລະເຊີນຊ່າງກ່ໍສ້າງແລະ
ຊ່າງຄວັດທ່ີມີຊ່ືສຽງທ່ົວອີນເດຍ,ອີຣານແລະຕວກກີໄປຮ່ວມເຊ່ິງຕ້ອງເປືອງເງິນເຖິງ
40ລ້ານກວ່າລູປີແລະກິນເວລາ 22ປີ,ຈ່ິງສ້າງສຸສານອັນສະຫງ່າງາມແຫ່ງນີ້ສຳເລັດ.


ສຸສານຕາຈີເມເຮນຍາວ 576ແມັດ,ກວ້າງ 293ແມັດ,   ກວມເນື້ອທ່ີ 1ແສນ 7ໝ່ືນ
ແມັດຕາ.ທັງສ່ີດ້ານຂອງສຸສານໄດ້ກ່ໍກຳແພງຫີນສີແດງ,ຢູ່ເຊ່ິງໜ້າໄດ້ກ່ໍປະຕູຫີນມຸ່ນ
ທ່ີສູງໃຫຍ່, ເປັນສັນຍາລັກໃຫ້ແກ່ປ່ອງເຂົ້າສູ່ແດນສະຫວັນ,ຈາກປະຕູເຂົ້າໄປຮອດ
ສຸສານມີທາງກວ້າງຂວາງທ່ີປູດ້ວຍຫີນແດງ, ຢູ່ສອງຂ້າງແມ່ນທາງສັນຈອນ.ສຸສານ
ແບ່ງອອກເປັນສອງເດີ່ນບ້ານ,    ເດ່ີນໜ້າມີຕົ້ນໄມ້ເກົ່າແກ່ເຈືອລະເນືອກັນເປັນຮ່ົມ,
ແລະມີຕົ້ນດອກໄມ້ນານາຊະນິດ,ສ່ົງກ່ິນຫອມອອກມາຕ້ອງດັງຢູ່ບໍ່ຂາດ,ອັນເປັນທີວ
ທັດທ່ີມິດງຽບດີ; ຢູ່ເດ່ີນເບື້ອງຫັຼງມີຮ່ອງນ້ຳແບບໄຂ່ວຕີນກາ,ຢູ່ບ່ອນຮ່ອງນ້ຳໄຂ່ວກັນ
ເປັນສະນ້ຳພຸສ່ີຫ່ຼຽມ,ນ້ຳພຸທ່ີພ່ົນອອກເປັນເລົາກໍກ້ຽວໄຂ່ວກັນ,ປານໝູ່ນາກຫິ້ຼນໝາກ
ປັດຢູ່ກາງນ້ຳ.

ຢູ່ສົ້ນທາງສີແດງ ແມ່ນສຸສານທ່ີກ່ໍດ້ວຍຫີນອ່ອນສີຂາວ,ສຸສານກ່ໍຂຶ້ນຢູ່ເທິງແທ່ນພື້ນ
ຫີນອ່ອນຮູບສ່ີຫ່ຼຽມທ່ີສູງ7ແມັດ ຍາວ95ແມັດ,ຫ້ອງໄວ້ໂລງແມ່ນຢູ່ກາງສຸສານ, ສູງ
74ແມັດ, ຢູ່ສ່ີດ້ານອ້ອມຫ້ອງໄວ້ໂລງ ຕ່າງມີທາດກົມສາມຊັ້ນທ່ີສູງ 40ແມັດ,ເພ່ືອປ້ອງ
ກັນຍາມໃດຍາມໜ່ຶງຫາກສຸສານພັງລົງກໍຈະບ່ໍທັບຊາກສົບຂອງພະອັກຄະມະເຫສີ.

ຢູ່ເທິງຫ້ອງໄວ້ໂລງເພ່ິນໄດ້ເຮັດເພດານຮູບກ່ົງທ່ີສູງໃຫຍ່,ເຊ່ິງມີເສັ້ນຜ່າກາງຍາວ 17
ແມັດ,ທາງລຸ່ມແມ່ນຝາສຸສານ,ເພ່ິນໄດ້ຄວັດຮູບອັນປານິດ, ແລະໄດ້ຝັງແກ້ວໂມລາແກ້ວ
ມໍລະກົດ ແລະເພັດນິນຈິນດາອັນລ້ຳຄ່າ,ປະກອບກັນເປັນຮູບດອກໄມ້ນານາຊະນິດ.
ບາງ ຮູບທ່ີໃຫ່ຍບ່ໍຮອດ 1ນິ້ວ,ຊ້ຳພັດປະກອບດ້ວຍແຜ່ນຫີນອ່ອນທ່ີມີຮູບຕ່າງກັນ ຕັ້ງ
60ແຜ່ນ,ຮູບດອກໄມ້ງາມປານີດທ່ີສຸດ ຈົນຮອດກ້ານໃບໄມ້ກໍເຫັນແຈ້ງດີ. ຢູ່ຂອບປະຕູ
ກ່ົງທ່ີສູງໃຫຍ່ສ່ີບານ,ກໍຕິດຄຳພີໂກລານເຄ່ິງບົດທ່ີໂອບດ້ວຍຫີນອ່ອນສີດຳ,ຢູ່ໃນສ້ວມມ
ີປ່ອງຢ້ຽມງາມປານີດບານນ່ືງ,ແມ່ນຊ່າງຄວັດຂອງຈີນເປັນຜູ່ຄວັດ.ຫ້ອງໄວ້ໂລງມີທັງໝົດ
5ຫ້ອງ, ຫ້ອງກາງແມ່ນບ່ອນໄວ້ໂລງຫີນອ່ອນຂອງພະອັກຄະມະເຫສີແລະເຈົ້າຊີວິດຈາ
ຊາຄານ.ລະຫວ່າງຫີນອ່ອນແຕ່ລະກ້ອນທ່ີປົກໂລງຫີນກໍແຈບກັນດີທ່ີສຸດ,ຢູ່ອ້ອມແອ້ມ
ໂລງຫີນມີລັບແລທ່ີຄວັດດ້ວຍຫີນອ່ອນອ້ອມໄວ້,ຢູ່ຕາມຂອບລັບແລໄດ້ຝັງແກ້ວທ່ີລ້ຳຄ່າ
ເຫື້ຼອມຍິບຍັບຈັບຕາ.ນີ້ແມ່ນເຄ່ືອງສິລະປະກຳອັນສຸດທິລ້ຳຄ່າ, ເຊ່ິງໃຊ້ເວລາ 10ປີເຕັມໆ
ຈ່ິງເຮັດສຳເລັດ.

ໃນເວລາອາກາດປອດໂປ່ງ, ຖ້າຫຼຽວໄປແຕ່ໄກໆ,ກໍຈະເຫັນສຸສານທາຊ໌ມາຮານເຫຼື້ອມ
ຍິບຍັບຈັບຕາປານ ຈອມພູຫິມມະໄລເອົາໂລດ,ໃນສຸສານແຫ່ງນີ້ມີທາດກົມນ້ອຍໃຫຍ່, ມີ
ສວນດອກໄມ້ ແລະກຳແພງທ່ີກ່ໍດ້ວຍຫີນມຸ່ນສີແດງ,ປະສານສົມທົບກັນເປັນຢ່າງດີ.ສ່ິງກ່ໍ
ສ້າງດ້ວຍ ຫີນອ່ອນສີຂາວທ່ີສະອາດງາມຕາທ່ີພິມເງົາລົງສະນ້ຳອັນໄສສະອາດນັ້ນ, ເຮັດ
ໃຫ້ຄົນທ່ີໄປທ່ຽວຊົມສຸສານທາຊມາຮານຍ່ິງຮູ້ສຶກສະອາດງາມຕາ.ວາດຊົງກ່ໍສ້າງທ່ີໂດດ
ເດ່ັນດ່ັງກ່າວເປັນສັນຍາລັກແລະເປັນສ່ິງພາກພູມໃຈຂອງອີນເດຍ. ສະນັ້ນ  ເມ່ືອປີ
1983, ສະຫະປະຊາຊາດໄດ້ຈັດທາຊ໌ມາຮານເຂົ້າເປັນມໍລະດົກວັດທະນະທຳຂອງ
ໂລກ.