ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-08 19:09:53    
ຂົວ​ອາ​ກາດ​060807(ສຽງ)

cri

ຫວ່າງ​ມໍ່ໆ​ນີ້,ພາກ​ພາສາ​ລາວ​ເຮົາ​ໄດ້​ຮັບຈົດໝາຍ​​ທີ່ເຮັດ​ໃຫ້​ຮູ້ສຶກ​ສະທ້ອນ​ໃຈສະບັບ​ໜຶ່ງ,ຈົດ​ໝາຍ​ສະບັບ​ນີ້​ແມ່ນ​ທ່ານ​ແວວ​ປະ​ເສີດ.ມຸງ​ຄຸນ​ວິ​ໄລ ລູກ​ຊາຍ​ຂອງ​ ທ່ານ​ເຮືອນ.ມຸງຄຸນ​ວິ​ໄລ ນາຍ​ພົນ​ລາວ​ສົ່ງ​ມາ,​ໃນ​ຈົດໝາຍ,ທ່ານ​ແວວ​ປະ​ເສີດ​ໄດ້​ສະ​ແດງຄວາມ​ຮູ້ສຶກ​ຈາກ​ໃຈ​ຈິງ​ຂອງ​ທ່ານ​ຕໍ່​ພວກ​ເຮົາ​ດ້ວຍ​ອັກສອນ​ເຕັມ​ໄປ​ດ້ວຍຄວາມ​ຮັກ​ແພງ​ອັນ​ເລິກ​ເຊິ່ງ,ອ່ານ​ແລ້ວ,​ອົດ​ກັ້ນ​ນ້ຳຕາ​ໄວ້​ບໍ່​ໄດ້.

ໃນ​ຈົດ​ໝາຍ,ທ່ານ​ຂຽນ​ວ່າ"​ເມື່ອ​ພວກທ່ານ​ໄດ້​ຮັບ​ຈົດໝາຍ​ຂອງ​ຂ້ອຍ,ຂ້ອຍ​ອາດ​ຈະ​ເຖິງ​ແກ່ກຳ​ແລ້ວ,​​ເພື່ອໄປ​ພົບ​​ກັບນັກ​ປະ​ຕິ​ວັດຮຸ່ມ​ເກົ່າ.ຂ້ອຍ​ເປັນ​ພະຍາດ​​ເບົາຫວານ​ທັງ​ເປັນ​ພະຍາດ​ປັດສາວະ​ເປັນ​ພິດ,​ ປິ່ວປົວມາ​ໄດ້ປີກ​ວ່າແລ້ວ.ຂ້ອຍ​ໄດ້​ລອດ​ຕົ້ນ​ຈາກ​ການ​ຕາຍ​ຫຼາຍ​ເທື່ອ.ຍ້ອນ​ບັນຫາ​ດ້ານ​ເສດ​ຖະກິດ,ຂ້ອຍ​ຕັດສິນ​ໃຈບໍ່​ປິ່ນປົວອີກ​​ແລ້ວ,ກ່ອນ​​ໄປ​ເມືອງ​ສະຫວັນ,ຂ້ອຍ​ບໍ່​ຍອມ​ຈາກ​ລາໝູ່​ເພື່ອນຈີນ​ທີ່​ບໍ່​ໄດ້ຕິດ​ຕໍ່​ພົວພັນ​ຫຼາຍ​ປີ​ຢ່າງ​ບໍ່​ຄອບ​ບໍ່​ລາ,ຂ້ອຍ​ຫວັງ​ວ່າ​ຄົງ​ຈະຜ່ານ​ວິທະຍຸ​criສະ​​ແດງຄວາມ​ເຄົາລົບ​ຕໍ່​ພວ​ກ​ເຂົາ​ເຈົ້າ.

ໃນ​ຕອນ​ມ້ວນທ້າຍ,ທ່າ​ນ​ແວວ​ປະ​ເສີດ​ຂຽນ​ດ້ວຍ​ຄວາມ​​ໂສກ​ເສົ້າ​ວ່າ,"ບັນດາ​ສະຫາຍ​ວິທະຍຸcriທີ່​ຮັກ​ແພງ,ຂໍ​ອະ​ໄພ​ໂທດ​ຫຼາຍໆ,ຈົດໝາຍ​ທີ່​ພວ​ກ​ທ່ານຝາກ​ມາຍັງຂ້ອຍນັ້ນ,ຂ້ອຍ​​ໄດ້​ຮັບ​ທັງ​ໝົດ,ຂ້ອຍ​ກໍ່​ຢາກ​ເຂົ້າ​ຮ່ວມການ​ເຄື່ອນ​ໄຫວ​ທີ່​ພວກ​ທ່ານ​ຈັດ​ໄວ້​,​ແຕ່​ຍ້ອນ​ພະຍາດ ຈິ່ງ​ເຮັດບໍ່​ໄດ້,ຂ້ອຍ​ຕ້ອງ​ໄປ​ແລ້ວ,ຂ້ອຍ​ຄິດ​ເຖິງ​ເພື່ອນ​ຮຽນຈີນ,ໝູ່​ເພື່ອນ​ຈີນ​​ໂດຍ​ຕະຫຼອດ​ແລະ​ຄິດ​ຮອດ,ເມືອງ​ຈີນ ທີ່​ເປັນບ້ານ​ເກີດ​ເມືອງ​ນອນ​ແຫ່ງ​ທີ2​ຂອງ​ຂ້ອຍ​ໂດຍ​ຕະຫຼອດ,​ແລະຄິດ​ເຖິງ​ຄວາມ​ຊົງ​ຈຳ​ອັນ​ດີງາມ​ເວລາ​ຢູ່​ຈີນ,ຂ້ອຍ​ກໍ່​ຫວັງ​ໃຫ້​ໝູ່​ເພື່ອນ​ຈີນ​ຢ່າ​ລືມ​ໝູ່​ເພື່ອນ​ລາວ ​ຜູ້​ທີ່​ພວມ​ຈະລາ​ຈາກ​ໂລກ​ນີ້​ໄປ​ແລ້ວ."

ນີ້​ແມ່ນ​ຈົດໝາຍ​ສະ​ບັບໜຶ່ງ​ທີ່​ເຮັດ​ໃຫ້​ນ້ຳ​ຕາໄຫຼ​,​ໃນ​ໂອກາດ​ນີ້,ພວກ​ເຮົາ​ຂໍ​ອວຍພອນ​ທ່ານ​ແວວ​ປະ​ເສີດ,ບໍ່​ວ່າ​ຈະເປັນ​ພະຍາດ​ໜັກໜ່ວງ​ປານ​ໃດ​ກໍ່ຕາມ ກໍ່​ຂໍ​ໃຫ້​ທ່ານ​ເດັດດ່ຽວ​ໜຽວ​ແໜ້ນ​ຕໍ່​ສູ້​ກັບ​ມັນ.​ໃນ​ລາຍການ​ມື້​ນີ້,ພວກ​ເຮົາຂໍ​ມອບ​ເພງ​ມ່ວນໆ​ເພງ​ໜຶ່ງ​​ໃຫ້​ເປັນ​ກຳລັງ​​ໃຈ​ແກ່​ທ່ານ,​ເພງ​ນີ້​ຊື່ວ່າ"ຈູ້​ຟູ​",​ແປ​ວ່າ"ຂໍ​ອວຍ​ພອນ",ພວກ​ເຮົາ​ຈະ​ອະ​ທິຖານ​ໃຫ້​ທ່ານ.​ພ້ອມ​ກັນ​ນີ້,​ເພງ​ນີ້​ກໍ​ຂໍ​ມອບ​ໃຫ້​ຄົນ​ກ້າຫານທີ່​ພວມຕໍ່ສູ້​ກັບ​ພະຍາດ,ອວຍພອນ​ໃຫ້​​ພວກ​ທ່ານ​ຈົ່ງ​ມີ​ຊ່ວາງ​ເຊົາ​ຫາຍ​ວັນ​ຫາຍ​ຄືນ​ດ້ວຍ​ເຖິດ.