ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-09 18:28:38    
ເພງ​ມ່ວນ​ພາ​ເພີນ

cri Author: mo


ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ​, ​ແສງ​ແກ້ວ​ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ຢ່ອນ​ອາລົມ​ໃນ​ວັນ​​ເສົາ​ຂອງ​ວິທະຍຸ CRI.

ຕົ້ນປີ​ນີ້, ​ເວທີ​ເພງ​ຂອງ​ເຂດ​ໃນ​ຈີນ​ໄດ້​ປະກົດ​ມີ​ຄະນະ​ຮ້ອງ​ທີ່​ຊື່ວ່າ: ຈຽນ.ມີ​ລີ. ພວກ​ເຂົາ​ເຈົ້າ​ໄດ້​ນຳ​ເອົາ​ປະມວນ​ເພງ​ທີ່​ຊື່ວ່າ" ຊີວິດ​ສ່ວນ​ຕົວ" ປະ​ເພດ​ເຄື່ອງ​ເສບ​ໄຟຟ້າ​ມາ​ສູ່​ຟັງ, ຄະນະ​ຈຽນ.ມີ​ລີ​ຕ່າງ​ກັບ​ຄະນະ​ຮ້ອນ​ອື່ນໆ​ທີ່​ຜ່ານ​ມາ, ​ແມ່ນ​ປະກອບ​ໂດຍ​ນາງ​ຊູ​ນາ ສາວ​ຈີນ​ແລະ​ທ້າວ​ຊຽວ​ເວີນ ອ້າຍ​ບ່າວ​ຝຣັ່ງ, ​ແມ່ນ​ຄະນະ​ຮ້ອງ​ຈີນ​ຝຣັ່ງຄະນະ​ທຳ​ອິດ​ບົນ​ເວທີ​ເພງ​ຂອງ​ເຂດ​ໃນ​ຈີນ. ​ເມື່ອ​ປີ2005, ຄະນະ​ຮ້ອງ​ຈຽນ.ມີ​ລີ​ກໍ​ໄດ້​ຈຳໜ່າຍ​ແຜ່ນສຽງຫຼາຍ​ເພງ​ຢູ່​ຝຣັ່ງ, ລວມທັງ​ເພງ"ຊີວິດ​ສ່ວນ​ຕົວ"​ໃນ​ປະມວນ​ເພງCDຊື່ດຽວ​ກັນ, ​ແລະ​ຍັງ​ມີ​ເພງSEALED BEAST ​ແລະ​ເພງ THE FINAL COUNTDOWN ​ເພງ​ຂອງ​ຄະນະEUROPE ຄະນະ​ດົນຕີຣັອກ​ແອນ​ໂຣນທີ່​ມີ​ຊື່​ສຽງ​ໃນ​ໂລກ. ຍ້ອນ​ວ່າ​ເຄີຍ​ຈຳ​ໜ່າຍ​ເພງ​ຢູ່​ຝຣັ່ງ, ​ແລະ​ໄດ້​ຮັບ​ຄວາ​ມນິຍົມ​ຊົມ​ຊອມ​ຢູ່​ແຫ່ງ​ນັ້ນ, ສະນັ້ນ, ບໍລິສັດ​ແຜ່ນສຽງ​ຈູ​ຊູ​ທີ່​ຄະນະ​ຈຽນ.ມີ​ລີ​ສັງກັດ​ໄດ້​ເລືອກ​ເອົາ​ຝຣັ່ງ​ເປັນ​ບ່ອນ​ຈຳໜ່າຍ​ປະມວນ​ເພງ​ໃໝ່​ກ່ອນ​ໝູ່. ທີ່​ທ່ານຟັງ​ຢູ່​ນີ້​ແມ່ນ​ເພງ"ຊີວິດ​ສ່ວນ​ຕົວ"ທີ່​ຂັບ​ຮ້ອງ​ໂດຍ​ຄະນະ​ຈຽນ.ມີ​ລີ.

ນາງ​ນ້າ​ອີງ​ແມ່ນ​ນັກ​ຮ້ອງ​ເພງ​ສະ​ໄໝ​ນິຍົມ​ທີ່​ມີ​ຊື່​ສຽງຢູ່​ເຂດ​ໃນ​ຈີນ, ນາງ​ມີ​ນິດ​​ໄສ​ຈະ​ແຈ້ງ, ລີລາ​ການສະ​ແດງ​ກໍ​ສະຫງ່າ, ຈຶ່ງ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຈາກ​ແຟນ​ເພງ​ທັງຫຼາຍຕະຫຼອດມາ. ປີ 1998, ນາງ​ນ້າ​ອິງ​ໄດ້​ຈຳໜ່າຍ​ປະມວນ​ເພງ​ຊຸດ​ທີ​ສາມ​ຊື່ວ່າ"ພິຊິດ", ​ໃນ​ປະມວນ​ເພງ​ນີ້, ​ເອົາ​ເພງ​ຮັກ​ເປັນຫຼັກ, ມີ​ເພງ​ຕື່ນ​ຝັນ, ​ເພງ​ພິຊິດ, ​ເພງ​ຕ້ອງ​ມີ​ເຈົ້າ ຄວາມ​ຮັກ​ຈຶ່ງ​ສົມບູນ​ເປັນຕົ້ນ, ບັນ​ລະບາຍ​ອາລົມ​ຈິດ​ອັນ​ອ່ອນ​ໂຍນ​ແລະ​ສະດຸ້ງ​ໄວ ປ່ຽນ​​ໄວ​ຂອງ​ຜູ້​ຍິງ, ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ແຟນ​ເພງ​ໂດຍ​ສະ​ເພາະ​ແມ່ນ​​ແຟນ​ເພງ​ເພດ​ຍິງ. ຕໍ່​ໄປ​ເຊີນ​ຟັງ​ເພງ​ຕື່ນ​ຝັນ​ທີ່​ຂັບ​ຮ້ອງ​ໂດຍ​ນາງ​ນ້າ​ອີງ.

ໃນ​​ເພງ​ຕື່ນ​ຝັນ, ນາງ​ນ້າ​ອີງ​ໄດ້​ເຊີນ​ນາງ​ອວງ​ໄຟ່ ສ່ຽວ​ຮັກ​ຂອງ​ນາງ ທັງ​ເປັນ​ນັກ​ຮ້ອງ​ຊື່​ດັງ​ຂອງ​ຮົງ​ກົງ​ມາ​ຮ້ອງ​ປະສານ​ສຽງ​ໃຫ້. ນາງ​ນ້າ​ອີງ​ມີ​ສຽງ​ຕ່ຳ​ແລະ​ສີ​ແຫບໆ, ນາງ​ອວງ​ໄຟ່​ພັດ​ມີ​ສຽງ​ສູງ​ປານ​ເມກ​ໝອກ, ການ​ຮ່ວມ​ມື​ຂອງ​ສອງ​ຄົນ​ພວກ​ເພິ່ນ​ສົມ​ເປັນ​ແບບຢ່າງ.

ໃນຫຼາຍປີ​ມາ​ນີ້, ​ເວທີ​ເພງ​ຂອງ​ເຂດ​ໃນ​ຈີນ​ໄດ້​ປະກົດ​ມີ​ນັກ​ຮ້ອງ​ເພດ​ຍິງ​ທີ່​ຊ່າງ​ແຕ່ງ​ເພງ​ເອົາ​ເອງຫຼາຍຄົນ, ນາງ​ເຢ້​ເຊ້ຍ ອາຍຸ 19 ປີ​ທີ່​ຫາ​ກໍ​ອອກ​ມາ​ຮ້ອງ​ເພງ​ໃນ​ປີ​ນີ້ກໍ​​ແມ່ນ​ຜູ້​ໜຶ່ງ. ​ເດືອນ​ເມສາ​ປີ​ນີ້, ນາງ​ໄດ້​ປະກົດ​ຕົວ​ຢູ່​ຕໍ່ໜ້າ​ຄົນ​ທັງຫຼາຍ​ໂດຍ​ນຳ​ເອົາ​ປະມວນ​ເພງ"ຮັກ​ເຈົ້າຫຼາຍກວ່າ​ຮັກ​ຕົນ​ເອງ". ​ໃນ​ປະມວນ​ເພງ​ນີ້, ນາງ​ເຢ້​ເຊ້ຍ​ໄດ້​ຂຽນ​ເນື້ອ​ເພງ​ເອົາ​ເອງ​ທັງໝົດ. ​ໃນ​ເພງ​ປະມວນ​ນີ້, ​ເນື້ອ​ຮ້ອງ​ແລະ​ທຳນອງ​ເພງ​ລ່ຽນ​ໄຫຼ, ຈັງຫວະ​ແຂງ​ແຮງ. ນາງ​ເຢ້​ເຊ້ຍຊ່າງ​ຄຸມ​ສຽງ​ຂອງ​ຕົນ​ໄດ້​ດີ​ທີ່​ສຸດ, ນາງ​ໄດ້​ຈັດ​ເພງ​ເຫຼົ່ານີ້​ໃຫ້​ເປັນ​ພາບ​ດົນຕີ​ທີ່​ອ່ອນ​ຊອນ. ຕໍ່​ໄປ, ​ເຊີນ​ຟັງ​ເພງ​"​ຮັກ​ເຈົ້າຫຼາຍກວ່າ​ຮັກ​ຕົນ​ເອງ" ຂັບ​ຮ້ອງ​ໂດຍ​ນາງ​ເຢ້​ເຊ້ຍ.

"ທ້ອງຟ້າ​ລາຕີ​ພາ​ໃຫ້​ຂ້ອຍ​ຄິດ​ຮອດ​ເຈົ້າ, ດວງ​ດາວ​ທີ່​ເຫຼື້ອມຍິບຍັບ, ດວງ​ໃດ​ກໍ​ວ່າ​ຂ້ອຍຮັກ​ເຈົ້າ. ​ເຈົ້າມັກ​ຈູງ​ແຂນ​ຂ້ອຍ, ​ແລ້ວ​ວ່າ ຈະ​ຍ່າງ​ໄປ​ນຳ​ຂ້ອຍ, ​ໃຫ້​ຂ້ອຍ​ມີ​ຄວາມ​ຝັນ​ແຫ່ງ​ຊີວິດ​ອັນ​ສົມບູນ. ຄວາມ​ຈົບ​ຄວາມ​ງາມ​ໃນ​ຄຳ​ໝັ້ນສັນຍາ​ພັດ​ຄື​ກັບ​ດາວ​ຮ່ວງ, ຮຸ່ງ​ເຮືອງ​ແຕ່​ແວັບ​ດຽວ. ຂ້ອຍ​ມີ​ແຕ່​ຮັກ​ເຈົ້າຫຼາຍກວ່າ​ຮັກ​ຕົນ​ເອງ, ວ່າ​ແຕ່​ໄດ້​ພົບ​ເຈົ້າພຽງ​ບຶດດຽວ, ຂ້ອຍ​ກໍ​ຈະ​ເຮັດ​ໃຈ​ກ້າ, ບໍ່​ປະລະ​ຢ່າງ​ງ່າຍດາຍ. ​ໃນ​ໂລກ​ຂອງ​ຂ້ອຍ, ​ເຈົ້າ​ເຄີຍ​ແມ່ນ​ສຸດ​ທີ່​ຮັກພຽງ​ຜູ້ດຽວຂອງ​ຂ້ອຍ."

ເທິງ​ເວທີ​ເພງ​ຊູ່​ມື້​ນີ້, ຄັນວ່າ​ນັກ​ຮ້ອງ​ໃໝ່​ກໍ​ໝາຍ​ເຖິງ​ຜູ້​ໜຸ່ມ, ​ແຕ່​ນັກ​ຮ້ອງ​ຈຳນວນ​ໜຶ່ງ​ທີ່​ອາຍຸ​ບໍ່​ໜຸ່ມ​ນັ້ນກໍ​ໄດ້​ຂຶ້ນ​ສູ່​ເວທີ​ເພງ​ດ້ວຍ​ທ່າ​ທາງ​ນັກ​ຮ້ອງ​ໃໝ່, ​ແລ້ວ​ສ້າງ​ພາລະກິດ​ດົນຕີ​ຂອງ​ຕົນ​ເອງ. ທ່ານ​ຈ່ຽງມູ້​ກໍ​ແມ່ນ​ຜູ້​ໜຶ່ງ. ທ່ານ​ຈ່ຽງມູ້​ປີ​ນີ້​ອາຍຸ 43 ປີ​ແລ້ວ, ທ່ານ​ຮຽນຈົບ​ຈາກ​ສະ​ຖາ​ບັນ​ດົນຕີ​ເຊີນ​ຢາງ, ​ໃນ​ນາມ​ເປັນ​ນັກ​ຮ້ອງ​ໃໝ່, ອາຍຸ​ທ່ານ​ກໍ​ນັບ​ວ່າ​ແກ່​ແລ້ວ, ​ແຕ່​ອາຍຸ​ບໍ່​ໄດ້​ກາຍ​ເປັນ​ສິ່ງ​ກີດຂວາງ​ເສັ້ນທາງ​ດົນຕີ​ຂອງ​ທ່ານ, ກົງກັນຂ້າມ, ພັດ​ເຮັດ​ໃຫ້​ແຟນ​ເພງ​ຮູ້ສຶກ​ເຖິງ​ຄວາມ​ຍຶດໝັ້ນ​ສະ​ແຫວ​ງຫາ​ດົນຕີ​ຂອງ​ທ່ານ. ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ​ຈ່ຽງມູ້​ໄດ້​ມອບ​ເພງ​ປະມວນ​ໜຶ່ງ​ໃຫ້​ແຟນ​ເພງ ​ເຊິ່ງ​ເປັນ​ເພງ​ປະມວນ​ທຳ​ອິດ​ຂອງ​ທ່ານ​ທີ່​ໃຫ້​ຊື່ວ່າ ຄົນ​ເຈັບ​ດົນຕີ, ການ​ຕັ້ງຊື່​ດັ່ງກ່າວ​ແມ່ນ​ຍ້ອນ​ວ່າ, ​ໃນ​ສາຍຕາ​ຂອງ​ໝູ່​ເພື່ອນ, ທ່າ​ນຈ່ຽງມູ້​ແມ່ນ​ຄົນ​ເຈັບ​ທີ່​ປ່ວງ​ບ້າ​ຍ້ອນ​ດົນຕີ, ​ແມ່ນ​ຄົນ​ເຈັບ​ທີ່​ຖື​ດົນຕີ​ເປັນວິນ​ຍານ.

ປະມວນ​ເພງ​"ຄົນ​ເຈັບ​ດົນຕີ"ມີ​ຈັງຫວະ​ອ່ອນ​ໂຍນ​ມ່ວນ​ຊື່ນ, ທ່ານ​ຈ່ຽງມູ້​ໄດ້​ເລົ່າ​ເລື່ອງ​ຄວາມ​ຮັກ​ທີ່​ກະ​ຕຸ້ນ​ໃຈ​ຄົນ​ດ້ວຍ​ສຽງ​ເພງ. ​ໃນ​ສຽງ​ເພງ​ຂອງ​ທ່ານ, ທ່ານ​ຈະ​ໄດ້​ຍິນ​ຄວາມ​ເສົ້າໝອງ​ຂອງ​ໄວ​ໜຸ່ມ​ແລະ​ຄວາມ​ເປີດ​ໂປ່​ງຂອງ​ໄວ​ກາງຄົນ, ຍິ່ງ​ຟັງ ກໍ​ຍິ່ງ​ເພີດ​ເພີນ​ຢູ່​ໃນ​ໂລກ​ດົນຕີ​ຂອງ​ທ່ານ. ທີ່​ທ່ານ​ຟັງ​ຢູ່​ນີ້​ແມ່ນ​ເພງ"​ເສຍ​ເຈົ້າ". ​ເນື້ອ​ເພງ​ມີ​ຢູ່​ວ່າ: "​ເຖິງ​ຂ້ອຍ​ຈະ​ເສຍ​​ໄຊ ຍ່ອຍ​ຍັບ​ໃນ​ທີ່​ສຸດ, ​ເຖິງ​ຂ້ອຍ​ຈະ​ສິ້ນ​ເນື້ອ​ປະດາ​ຕົວ, ​ເຖິງ​ຂ້ອຍ​ຈະ​ໂທດ​ຕົນ​ເອງ​ໃນ​ທີ່​ສຸດ, ຂ້ອຍ​ບໍ່​ຄຽດ​ເຈົ້າ. ອາດ​ຈະ​ແມ່ນ​ລົມ​ລິ​ຂິດ​ຫາກ​ເປັນ​ແນວ​ນີ້, ອາດ​ຈະ​ແມ່ນ​ເທວະ​ດາ​ໄດ້​ຈັດ​ວັນ​ເວລາ​ໄວ້​ແລ້ວ, ອາດ​ຈະ​ແມ່ນ​ຂ້ອຍ​ບໍ່​ທັນ​ບອກ​ເຈົ້າ, ຂ້ອຍ​ຮັກ​ເຈົ້າ. ຫວນ​ຄຶດ​ເລື່ອງ​ຂອງ​ເຮົາ​ໃນ​ອະດີດ, ຄື​ຍັງ​ຢູ່​ຕໍ່ໜ້າ, ພາດ​ເຈົ້າ​ໄປ​ແມ່ນ​ຄວາມ​ໂສກ​ເສົ້າຂອງ​ຂ້ອຍ​ໃນ​ຕະຫຼອດຊີວິດ. ​ເຄິຍມີ​ເຈົ້າ, ​ແຕ່​ຂ້ອຍ​ບໍ່​ໄດ້​ຖະໜອມ, ຂ້ອຍ​ເຄີຍ​ຮັກ​ເຈົ້າ, ຂ້ອຍ​ຈະ​ຫວນ​ຄຶດ​ຕະຫຼອດຊີວິດ."

ເມື່ອ​ສິບ​ກວ່າ​ປີ​ກ່ອນ​ນີ້, ທ່ານ​ເຈິ້ງ​ຈຸ່ນ​ໄດ້​ຮ້ອງ​ເພງ​ກັບ​ຄືນ​ລາຊາ ​ເຮັດ​ໃຫ້​ແຟນ​ເພງ​ທັງຫຼາຍຈື່​ຈຳ​ທ່ານ​ຈົນ​ຮອດ​ສູ່​ມື້ນີ້, ​ໃນ​ເພງ​ນີ້​ໄດ້​ມີ​ເນື້ອ​ຮ້ອງ​ທີ່​ວ່າ"ກັບ​ຄືນ​ສູ່​ລາ​ຊາ" ຊ້ຳ​ກັນຫຼາຍຫຼົບຫຼາຍຕ່າວ, ຄື​ກັບ​ຊອກ​ຫາ​ບ່ອນ​ເພິ່ງ​ທາງ​ຈິດ​ໃຈ, ​ໄດ້​ສະ​ເທືອ​ນ​ໃຈ​ຄົນ​ຈົນ​ນັບ​ບໍ່​ຖ້ວນ. ມ້ວນທ້າຍ​ລາຍການ​ມື້​ນີ້, ​ເຊີນ​ຟັງ​ເພງ"ກັບ​ຄືນ​ສູ່​ລາຊາ" ຂັບ​ຮ້ອງ​ໂດຍ​ທ່ານ​ເຈິ້ງ​ຈຸ່ນ.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ລາຍການ​ຢ່ອນ​ອາລົມ​ໃນ​ວັນ​ເສົາ​ພາກ​ນີ້​ຂໍ​ສ້ຽງ​ສຸດ​ລົງ​ພຽງ​ທໍ່​ນີ້, ສະບາຍດີ.