ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-09 19:57:19    
ຊາວ​ໜຸ່ມ​ຈີນ​​ອາຊຽນພ້ອມ​ກັນ​ປູກ​ປ່າ​ໄມ້​ລະ​ລຶກ​ມິດ​ຕະ​ພາບ

cri
ຕາມ​ຂ່າວCRI, ຕອນ​ບ່າຍ​ວັນ​ທີ9​ສິງຫາ, ຢູ່​ແຄມ​ຝັ່ງ​ແມ່​ນ້ຳ​ອີ້​ຊີ​ແຂວງ​ຢຸນນານ​ຈີນ, ຜູ້​ແທນ​ຊາວໜຸ່ມ​ບັນດາ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ຊາວ​ໜຸ່ມຈີນ-ອາ​ຊຽນດ​ໄດ້​ພ້ອມ​ກັນປູກ​ປ່າ​ໄມ້​ລະ​ລຶກມິດຕະພາບ​ຊາວ​ໜຸ່ມ​ຈີນ-ອາຊຽນ, ​ນີ້ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ນ້ຳ​ໃຈ​ຮ່ວມ​ຂອງ​ຊາວ​ໜ່ມຸຈີນ​ແລະ​ບັນດາ​ປະ​ເທດ​ອາ​ຊຽນທີ່​ຢາກ​ມີ​ໄມ​ຕີ​ຈິດ​ຕໍ່​ກັນທຸກ​ເຊັ່ນ​ຄົນ. ຜູ້​ແທນ​ຊາວ​ໜຸ່ມ44​ຄົນ​ທີ່​ມາ​ຈາກ​ຈີນ​ແລະ10​ປະ​ເທດ​ອາ​ຊຽນ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫ​ວປູກ​ຕົ້ນ​​ໄມ້​ເທື່ອ​ນີ້.

​ໃນ​ພິທີ​ປູກ​ຕົ້ນ​ໄມ້, ທ່ານ​ຢາ​ວນານ​ຫູ ຮອງ​ປະທານ​ສະຫະພັນ​ຊາວ​ໜຸ່ມ​ແຂວງ​ຢຸນນານ​ກ່າວ​​ຄຳ​ປາ​ໄສ​ວ່າ, ປ່າ​ໄມ້​ດັ່ງກ່າວ​ຈະ​ຖືກ​ຖື​ເປັນ​ທີ່​ລະ​ລຶກການ​ແລກປ່ຽນ​ໄມຕີ​ຈິດ​ລະຫວ່າ​ງຊາວ​ໜຸ່ມ​ຈີນ​ອາ​ຊຽນ, ຫວັງ​ໃຫ້​ມິດຕະພາບ​ລະຫວ່າງ​ຊາວ​ໜຸ່ມ​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນຈົ່ງ​ໝັ້ນ​ຍື່ນ.