ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-10 11:26:36    
ການ​ປ້ອງ​ກັນ​ແລະ​ປິ່ນ​ປົວ​ພະ​ຍາດ​​ເປັນ​ລົມ​ອຳ​ມະ​ພາດ(ສຽງ)

cri Author: shuo

ພະ​ຍາດ​ເປັນ​ລົມ​ອຳມະພາດ​ແມ່ນ​ພະຍາດ​​ເສັ້ນ​ເລືອດສະໝອງ​ກະທັນຫັນ​ທີ່​ເປັນ​ໄພ​ຂົ່ມຂູ່​ສຸຂະພາບ​ແລະ​ຊີວິດ​ຂອງ​ມະນຸດ​ຢ່າງ​ຮ້າຍ​ແຮງ.ຂໍ້​ມູນ​ທີ່ກ່ຽວ​ຂ້ອງ​ສະ​ແດງ​ໃຫ້​ເຫັນ​ວ່າ,​ແຕ່ ລະ​ປີ​ຢູ່​ຈີນມີ​ຜູ້​​ເປັນ​ລົມ​ອຳມະ​ພາດ​ໃໝ່1​ລ້ານ5​ແສນ​ຄົນ,​ໃນ​ນັ້ນມີ​ເຄິ່ງໜຶ່ງ​ຈະ​​ເສຍ​ຊີວິດ, ສ່ວນ​ຜູ້​ລອດ​ຕາຍ​ສ່ວນ​ຫຼາຍທີ່​ສຸດກໍ​ຈະ​ເສຍ​ຄວາມ​ສາມາດ​ໃນ​ການ​ອອກ​ແຮງ​ງານ​ໃນ​ລະ ດັບທີ່​ຕ່າງ​ກັນ,​ເຊິ່ງ​ໄດ້​ເປັນ​ການ​ຫາບ​ແບກ​ອັນ​ໜັກໜາ​ຂອງ​ຄອ​ງຄົວ​ແລະ​ສັງຄົມ.​​ໃນ​ລາຍ​ກາ​ນສວນວິທະຍາ​ສາດ​ແລະ​ການ​ສຶກສາ​ພາກ​ນີ້,ພວກ​ເຮົາຂໍ​ສະ​ເໜີ​ໃຫ້ທ່ານ​ຮູ້ກ່ຽວກັບ​ວິທີ ປ້ອງກັນ​ການ​ເປັນ​ລົມ​ອຳມະພາດ​ແລະ​ວິທີ​ປິ່ນປົວ​ອັນ​ກ້າວໜ້າ.

ທ່ານວາ​ງຊິ່ນ​ເໝີຍ​ປີ​ນີ້​ອາຍຸ65​ປີ,​ສຸຂະພາບແຂງ​ແຮງ​ດີ​ຢູ່,​ແຕ່​ກ່ອນບໍ່​ເຄີຍ​ຕິດພະຍາດອັນ ໜັກໜ່ວງ​ຫຍັງ.ຕອນ​ເຊົ້າມື້ໜຶ່ງ​ໃນ​ລະດູ​ໃບ​ໄມ້​ປົ່ງ​ປີ​ນີ້,ທ່ານ​ວາງ​ຂີ່​ລົດຖີບ​ໄປ​ຊື້​ຜັກຢູ່ຕະ ຫຼາດ,ທັນ​ໃດ​ນັ້ນ​ຮູ້ສຶກ​ວິນ​ຫົວ,​ແລ້ວ​ສະຫຼົບ​ໄປ.​ເມື່ອ​ມີ​ຄວາມ​ຮູ້ສຶກຕົວ​ຄືນ​ໃໝ່​ແລ້ວ,ທ່ານ​ຂໍ​ໃຫ້​ຄົນ​ທຽວ​ທາງ​ຊ່ອຍ​ເອີ້ນ​ລົດພະຍາບານ​ສົ່ງ​ຕົນ​ໄປ​ໂຮງໝໍ.ຢູ່​ຫ້ອງ​ປິ່ນປົວ​ສຸກ​ເສີນ,ທ່ານ ໝໍ​ກວດ​ແລ້ວ,ກໍ​ໄດ້ບົ່ງ​ມະຕິ​ພະຍາດ​ຂອງ​ທ່ານ​​ວາງ​ຊິ່ນ​ເໝີຍ​ຢ່າງ​ວ່ອງ​ໄວ.ທ່ານ​ວາງ​ຈຸ່ນ ນາຍ​ໝໍຂອງ​ພະ​ແນ​ກປະສາດພາຍ​ນອກໂຮງໝໍ301ກອງທັບ​ປົດ​ປ່ອຍປ​ະຊາ​ຊົນ​ຈີນ​ບອກ​ວ່າ:"ພວກ​ເຮົາ​​ໄດ້​ເຮັດCTA ຄືກ​ວດ​​ເສັ້ນ​ເລືອດຂອງ​ທ່ານ​ວາງ​ຊິ່ນ​ເໝີຍ,​ແລ້ວ​ພົບ​ວ່າ,​ເສັ້ນ​ເລືອດ​ແດງ​ໃນ​ຄໍ​ຂອງ​ທ່ານ​ມີ​ບ່ອນ​ແຄບ​ບ່ອນ​ໜຶ່ງຢ່າງ​ເດັ່ນ​ຊັດ,ຄືແຄບ​ກວ່າປົກ​ກະ​ຕິ​ເຖິງ​90%​,​ແມ່ນ​ພະຍາ​ເສັ້ນ​ເລືອດ​ແດງ​ຄໍຕີບ​ທີ່​ອັນຕະລາຍ​ສູງ​ສຸດ."

ພະຍາດ​​ເສັ້ນ​ເລືອດ​ແດງ​ຄໍ​ຕີບ​ແມ່ນ​ສາ​ເຫດຕົ້ນຕໍ​ທີ່​ສຸດທີ່​ພາ​ໃຫ້​ເປັນລົມອຳມະພາດ​ແບບ​ຂາດ​ເລືອດ.​ມີ​ຜູ້​​ເປັນ​ລົມ​ອຳມະພາດ​ແບບ​ຂາດ​ເລືອດ60%​ແມ່ນ​ມາ​ຈາກ​ສາ​ເຫດ​ທີ່​ເສັ້ນ​ເລືອດ​ແດງຢູ່​ຄໍຕີບ​ເຂົ້າ​ພາ​ໃຫ້​ເສັ້ນ​ເລືອດ​ສະໝອງ​ອັດ​ຕັນ.ຄຽງ​ຄູ່​ກັ​ບ​ເສັ້ນເລືອດ​ນັບ​ມື້​ນັບ​ຕີບ​ເຂົ້າ,ອາການພະຍາດ​ຈະ​ນັບ​ມື້​ນັບ​ໜັກຂຶ້ນ,​ໃນ​ທີ່​ສຸດຈະ​ພາ​ໃຫ້​ເປັນ​ລົມ​ອຳມະພາດ​ຢ່າງ​ໜັກໜ່ວງ.​ເສັ້ນ​ເລືອດ​ແດງ​​ໃນຄໍ​ຂອງ​ທ່ານ​ວາງ​ຊິ່ນ​ເໝີຍ​​ແຄບ​ກວ່າ​ປົກກະຕິ90%,​ພາ​ໃຫ້​ເລືອດທີ່​ສົ່ງ​ໄປ​ລ້ຽງ​ສະໝອງ​ບໍ່​ພຽງພໍ,ຈຶ່ງ​ພາ​ໃຫ້ພາກສ່ວນ​ໜຶ່ງ​ຂອງ​ສະໝອງ​ຂາດ​ອອກ​ຊີ​ແຊນ,ອາການພະຍາດ​ຕ່າງໆ​ຂອງ​ທ່ານ​ລ້ວນ​ແຕ່​ເກີ​ດຍ້ອນ​ສາ​ເຫດ​ດັ່ງກ່າວ.

ນອກຈາກ​ພະຍາດ​ເປັນ​ລົມ​ອຳມະ​ພາດ​ແບບ​ຂາດ​ເລືອດ​ແລ້ວ,ຍັງ​ມີ​ພະຍາດ​ເປັນ​ລົມ​ອຳ ມະພາດ​ຊະນິດ​ໜຶ່ງ​ເອີ້ນ​ເປັນ​ພະຍາດ​ເປັນ​ລົມ​ອຳມະພາດ​ແບບ​ອອກ​ເລືອດ.ພະຍາດ​ຊະນິດ​ນີ້​ຕົ້ນຕໍ​ແມ່ນ​ຍ້ອນເລືອດ​ດັນ​ສູງ​ພາ​ໃຫ້​​ເສັ້ນ​ເລືອດ​ແດງ​ຝອຍ​ໃນ​ສະໝອງ​​ແຕກ,​ແລ້ວ​ເປັນ​ລົມ​ອຳມະພາດ.

ຍ້ອນ​ຫຍັງ​ຈຶ່ງ​ເປັນ​ລົມ​ອຳມະ​ພາດ?ກ່ອນ​ອື່ນ,ການ​ເປັນ​ລົມ​ອຳມະພາດ​ມີ​ການ​ພົວພັນ​ກັບ​ອາຍຸ​ແລະ​ເພດ.​ທຳ​ມະ​ດາ​ແລ້ວ​,ຄົນ​​​ອາຍຸ​ສູງ​ກວ່າ55​ປີ​ຈະ​ມີ​ອັດຕາ​ທີ່​​ເປັນ​ລົມ​ອຳມະ​ພາດ​ສູງ​ກວ່າ,​ແລະ​ອັດຕາ​ທີ່​ເປັນ​ລົມ​ອຳມະພາດ​ຂອງ​ຜູ້ຊາຍ​ສູງ​ກວ່າ​ຜູ້ຍິງ50%.ຖັດມາ,ການ​ເປັນ​ລົມ​ອຳມະພາດ​ຍັງ​​ເປັນພະຍາດ​ທີ່​ມັກ​ເກີດ​ຍ້ອນກຳມະພັນ.ນອກ​ນີ້,​ພະຍາດຕ່າງໆ ​ເຊັ່ນ​ພະ​ຍາດ​ເລືອດ​ດັນ​ສູງ ພະຍາດ​ເບົາຫວານ ພະຍາດ​ຫົວ​ໃຈ ພະຍາດ​​ໄຂມັນ​​​ໃນ​ເສັ້ນ​ເລືອດ​ແລະ​ຄວາມ​ຕຸ້ຍ​ໂພດ​ເປັນ​ຕົ້ນ,​ພ້ອມ​ດ້ວຍຄວາມ​ຊິນ​ເຄີຍ​ໃນ​ການດຳລົງ​ຊີວິດ​ທີ່​ບໍ່​ຖືກ ຕ້ອງຕ່າງໆ ​ເ​ຊັ່ນ ສູບຢາ​ແລະມັກ​ດື່ມ​ເຫຼົ້າ​ເປັນຕົ້ນກໍ​ມັກ​ພາ​ໃຫ້​ເປັນ​ລົມ​ອຳມະພາດ.

ກ່ອນ​​ເປັນ​ລົມ​ອຳມະພາດຈະ​ມີ​ອາການ​ເບື້ອງ​ຕົ້ນ​ຈຳນວນ​ໜຶ່ງ.ທ່ານຫຼີປາວ​ມີນ ຫົວໜ້າ​ພະ​ແນ​ກປະສາດພາຍ​ນອກ​ຂອງ​ໂຮງໝໍ301​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ບອກ​ວ່າ:​"ກ່ອນ​ເປັນ​ລົມ​ອຳ​ມະ​ພາດ​ຈະ​ມີ​ອາການ​ຕ່າງໆ,​ເຊັ່ນ​ວິນ​ຫົວ ​ເບິ່ງ​ບໍ່​ເຫັນ ​ເວົ້າບໍ່​ແຈ້ງ​ແລະຕີນ​ມື​ຈັງ​ເປັນຕົ້ນ,ບຶດໜຶ່ງ​ໄຄ​ຂຶ້ນ,ບຶດໜຶ່ງ​ໜັກ​ລົງ,ຖ້າ​ມີ​ສະພາບ​ແບບ​ນີ້,ທ່ານ​ຕ້ອງ​ລະວັງ​ແລ້ວ."

ທ່ານຫຼີບອກ​ວ່າ,ຖ້າວ່າ​ອາການ​ດັ່ງກ່າວ​ເກີດ​ຂຶ້ນ​​ເລື່ອຍໆ​ພາຍ​ໃນ​ໜຶ່ງ​ເຖິງສອງ​ມື້,​ແລະ​ຕົນ​ເອງ​ມີ​ພະຍາດ​ທີ່​ມັກ​ພາ​ໃຫ້​ເປັນ​ລົມ​ອຳມະພາດ ຄື ພະຍາດ​ເລືອດ​ດັນ​ສູງ​ແລະ​ພະຍາດ​ເບົາຫວານ​,ຫຼືວ່​າ​ໃນ​ຄອບຄົວ​ມີ​ປະ​ຫວັດຄົນ​ເປັນລົມ​ອຳມະ​ພາດ,ທ່ານ​ກໍ​ຕ້ອງ​ໄປ​ກວດ​ຢູ່​ໂຮງໝໍ​ໃນ​ທັນທີ.ປະຈຸ​ບັນນີ້,ການ​ບົ່ງມະຕິພະຍາດ​ເປັນ​ລົມ​ອຳມະພາດ​ໃນ​ໄລຍະ​ຕົ້ນ​ແມ່ນ​ແນ່ນອນ​ຊັດ​ເຈນ​ທີ່​ສຸດ.

ດັ່ງນັ້ນ,​ໃນ​ເມື່ອ​ມີ​ຄົນ​ເປັນ​ລົມ​ອຳມະພາດ​ໃນ​ຄອບຄົວ​ຫຼືຢູ່​ສະຖານ​ທີ່​ສາທາລະນະ,ຈະ​ຊ່ອຍແນວ​ໃດ?ຜູ່ຊ່ຽວຊານ​ແນະນຳ​ວ່າ,ການ​ເປັນ​ລົມ​ມະ​ພາດ​ແມ່ນ​ເກີດ​ຂຶ້ນຢ່າງ​ກະທັນ ຫັນ,ຄົນ​ຢູ່​ອ້ອມ​ຂ້າງ​ມັກຮູ້ສຶກຕົກ​ໃຈ​ຈົນ​ບໍ່​ຮູ້​ຈະ​ຊ່ອຍ​ແນວ​ໃດ.​ເຂົາ​ເຈົ້າ​ໄດ້​ແຕ່​ຮ້ອງຫຼືສັ່ນຜູ້​ເປັນລົມ​ອຳມະພາດ​ໃຫ້​ຕື່ນຂຶ້ນ.ວິທີ​ນີ້​ບໍ່​ຖືກຕ້ອງ​ທີ່​ສຸດ​ຕໍ່​ຜູ້​ເປັນ​ລົມ​ອຳມະ​ພາດ,ມັກພາ​ໃຫ້​ອາການໜັກລົງ.ຖ້າທ່ານພົບ​​ເຫັນ​ຄົນ​ເປັນ​ລົມ​ອຳມະພາດ​ຢ່າງ​ກະທັນຫັນ,ກ່ອນ​ອື່ນ,ຄົນ​​ໃນ​ຄອບ​ຄົວ​ຫຼືຄົນ​ຢູ່​ອ້ອມ​ຂ້າງ​ຢ່າ​ຕົກ​ໃຈ​ແຮງ,​ຢ່າ​ເຄື່ອນ​ຍ້າຍ​ຜູ້​ກ່ຽວ​ແລະຮີບ​ໄປ​​ເອີ້ນນາຍ​ໝໍ.ນອກ​ນີ້,ຕ້ອງ​​ແກ້​ກະ​ດຸມ​ເສຶ້ອ​ຂອງ​ຄົນ​ເຈັບ​ອອກ​ເພື່ອ​ໃຫ້ລາວຫາຍ​ໃຈ​ສະດວກ.ຖ້າວ່າ​ຕີນ​ມື​ຂອງຜູ້​ເປັນ​ລົມ​ອຳ​ມະ​ພາດ​ຊັກ​ຈັງ,​ນີ້​ບໍ່​ມີ​ຜົນ​ດີ​ທີ່​ສຸດ​ຕໍ່​ຜູ້​ເປັນ​ລົມ​ອຳ​ມະ​ພາດ,ສະ​ນັ້ນ,​ຄົນ​ຢູ່​ອ້ອມ​ຂ້າງ​ຕ້ອງ​ບັງ​ຄັບ​ບໍ່​ໃຫ້​ມັນຊັກ.ນອກ​ນີ້,​ໃນ​ເວ​ລາ​ຊັກ​ຢູ່​ນັ້ນ,ຜູ້​ເປັນ​ລົມ​ອຳມະ​ພາດ​ອາດ​ຈະ​ກັດ​ລີ້ນ​ຕົນ​ເອງ,​ສະ​ນັ້ນ,​ຄວນ​ໃຊ້​ເສື້ອ​ຫຼື​ຜ້າ​ຍັດ​ເຂົ້າ​ປາກ​ຂອງ​ຜູ້​ເປັນ​ລົມ​ອຳ​ມະ​ພາດ.​ມີ​ຜູ້​ເປັນ​ລົມ​ອຳ​ມະ​ພາດ​ຈຳ​ນວນ​ຫຼວງ​ຫຼາຍ​ມັກ​ຮາກ​ຊະ​ຊາຍ,ຍ້ອນ​ຄວາມ​ບໍ່​ຮູ້​ສະ​ຕິ,​ບາງ​ທີ​ຮາກ​ສິ່ງ​ເປິ​ເປື້ອນ​ອອກ​ມາ​ບໍ່​ໝົດ​ກໍ​ກືນ​ເຂົ້າ​ຄືນ​,ຖ້າ​ເປັນ​ແນວ​ນີ້,​ສິ່ງ​ເປິ​ເປື້ອນ​ອາດ​ຈະ​ໄຫຼ​ເຂົ້າ​ຫຼອດ​ລົມ,​ພາ​ໃຫ້ຫາ​ຍ​ໃຈ​ບໍ່​ໄດ້.​ສະ​ນັ້ນ,​ຄວນ​ໃຫ້​ຫົວ​ຂອງ​ຜູ້​ເປັນ​ລົມ​ອຳ​ມະ​ພາດ​ອ່ຽງ​ໄປ​ຂ້າງ​ໜຶ່ງ,​ຖ້າ​ວ່າ​ສິ່ງ​ເປິ​ເປື້ອນ​ເຫຼືອ​ຢູ່​ໃນ​ປາກ,​ກໍ​ໃຊ້​ໄມ້​ຖູ່​ຂູດ​ອອກ​ມາ.​ຖ້າ​ລາວ​ມີ​ແຂ້ວ​ປອມ​ກໍ​ຄວນ​ເອົາ​ອອກ,​ເພື່ອ​ຫຼີກ​ເວັ້ນ​ບໍ່​ໃຫ້​ມັນ​ເຂົ້າ​ຫຼອດ​ລົມ.

ແຕ່​ກ່ອນ,ວິທີ​ປິ່ນປົວ​ການ​ເປັນ​ລົມ​ອຳມະພາດ​ແມ່ນການຜ່າຕັດ.​ແຕ່​ດຽວ​ນີ້​ໄດ້​ມີ​ວິທີ​ປິ່ນປົວ​ຊະນິດ​ໜຶ່ງ​ທີ່​ປອດ​ໄພ ​ໄດ້ຜົນ​ແລະ​ງ່າຍດາຍ.ທ່ານ​ວາງ​ຊິ່ນ​ເໝີຍ​ກໍ​ແມ່ນ​ໃຊ້​ວິທີ​ນີ້​ມາ​ປິ່ນ ປົວ.ນາຍ​ໝໍ​ໄດ້​​ສອດ​ຫ້າງ​ຄ້ຳ​ໂລຫະ​ອັນໜຶ່ງ​​​ເຂົ້າ​ໄປ​ໃນບ່ອນ​ແຄບ​ໃນ​​ເສັ້ນ​ເລືອດ​​ໃນຄໍ​ຂອງ​ທ່ານ​ວາງ​ໂດຍ​ຜ່ານ​ທໍ່​ສາຍ​ໜຶ່ງ,​​ເມື່ອ​ສອດ​ເຂົ້າແລ້ວ,​ເສັ້ນ​ເລື​ອດທີ່​ຕີບ​ກໍ​ຖືກ​ເປີດ​ກວ້າງ ອອກ.ຍ້ອນ​ວ່າ​ຝາ​ໃນ​ຂອງ​ເສັ້​ນ​ເລືອດ​ຄົນ​ເຮົາບໍ່​ມີ​ປະສາດ,ສະນັ້ນຈະ​ບໍ່​ຮູ້ສຶກ​ເຈັບ​​ປວດ. ທ່ານ​ວາ​ງ​ໄດ້​ບັນ​ລະ​ຍາຍ​ຄວາມຮູ້ສຶກ​ໃນ​ຄາວ​ນັ້ນ​ວ່າ:"​ເມື່ອ​ນາຍ​ໝໍ​​ເປີດ​ຫ້າງ​ຄ້ຳອອກ​ແລ້ວ,ຂ້ອຍກໍ​ຮູ້ສຶກ​​ເລືອດ​ໄຫຼ​ສະດວກ​​ໂລດ,ສະ​ໝອງ​ປອດ​ໂປ່​ງ,ບໍ່​ໜ້າ​ມືດ​ຄື​ເກົ່າ."

ວິທີ​ປິ່ນປົວ​​ແບບ​ນີ້​ບໍ່​ຕ້ອງ​ສັກ​ຢາ​ມຶນໝົດຮ່າງກາຍ,ຜູ້​ເປັນ​ລົມ​ອຳມະພາດ​ສາມາດ​ຮັບ​ການ​ປິ່ນປົວ​​ແບບ​ບໍ່​ຕ້ອງ​ໃສ່​ຢາ​ສະຫຼົບ,​ແລະມີ​ບາດ​​ແຜນ້ອຍ​ທີ່​ສຸດ.ຕາມທຳ​ມະ​ດາ​ແລ້ວ,​24ຊົ່ວ​ໂມງ​ຫຼັງການ​ປິ່ນປົວ​​ແລ້ວກໍ​ລຸກຂຶ້ນຈາກ​ຕຽງ​ແລະ​ເຄື່ອນ​ໄຫວ​ໄດ້,ອາການກໍ​ດີ​ຂຶ້ນ,ການ​ນອນ​ໂຮງໝໍ​ກໍ​ສັ້ນ​ເຂົ້າ,ທ່ານ​ວາງ​ຊິ່ນ​ເໝີຍ​ນອນ​ຢູ່​ໂຮງໝໍພຽງ​ແຕ່4​ມື້​ແລ້ວ​ກໍ່​​ກັບເມືອ​ບ້ານ​ແລ້ວ.ດຽວ​ນີ້,ມີ​ຜູ້​ເປັນ​ລົມ​ອຳມະພາດ​ນັບ​ມື້​ນັບ​ຫຼາຍມັກ​ເລືອກ​​ເອົາ​ວິທີ​ປິ່ນປົວ​ຊະນິດ​ນີ້.