ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-10 16:56:48    
ຂົວ​ທາງ​ອາ​ກາດ​060809(ສຽງ)

cri

ຫວ່າງ​ມໍ່ໆມາ​ນີ້,ທ່ານ​ສອນ​ທອງ ໝອນ​ວິ​ໄລ​ທີ່ຢູ່​ເມືອງ​ວຽງ​ຄຳ ​ແຂວງ​ຫຼວງ​ພະ​ບາງ​ໄດ້​ຝາກ​ຈົດ​ໝາຍ​ມາ​ຍັງ​ພວກ​ເຮົາ,ພ້ອມ​ທັງຂອບ​ໃຈພວກ​ເຮົາ​ທີ່​ໄດ້​ຝາກ​ແບບ​ຮຽນ​ພາສາ​ຈີນ​ແລະ​ແຜ່ນCD​ໃຫ້​ເພິ່ນ,​ແລະ​ໄດ້ຝາກ​ຄືນ​ໃບສຳ​ຫຼວດລາຍ​ການCRI​ແລະ​ໃບຕອບ​ຄຳ​ຖາມ​ການ​ເສັ້ງ​ຄວາມ​ຮູ້"ຂ້ອຍ​ກັບCRI",ພວກ​ເຮົາ​ຂອບ​ໃຈ​ທ່ານ​ສອນ​ທອງ​ຫຼາຍ​ໆ​ທີ່​​ໃຫ້​ການສະ​ໜັບສະ​ໜູນ​ເຮົາ.

ໃນ​ຈົດໝາຍ,ທ່ານ​ສອນ​ທອງຂ​ຽນວ່າ,ຂ້າພະ​ເຈົ້າ​ຈະ​ພະຍາຍາມ​ໃຫ້​ໄດ້​ມາ​ທ່ຽວ​ເມືອງ​ຈີນ​ໃນ​ອະນາຄົດ,​ເຖິງ​ບໍ່​ໄດ້​ຮັບ​ລາງວັນ​ພິ​ເສດ​ກໍ່​ອາດ​ຈະ​ແມ່ນ​ທຶນ​ຂອງ​ຕົນ​ເອງ.​ເພາະ​ຂ້າພະ​ເຈົ້າ​ມັກ​ຮູບ​ພາບ ທິວ​ທັດ​ທຳ​ມະ​ຊາດ​ຂອງ​ຈີນ​ຫຼາຍ,ພຽງ​ແຕ່​ໄດ້​ຍິນ​ຂ່າວ​ສະພາບ​ເມືອງ​ຈີນ​ທາງ​ວິທະຍຸ​ກໍ່​ຕິດ​ໃຈ​ໂລດ,​ໂດ​ຍສະ​ເພາະ​ແມ່ນ​ລາ​ຍາ​ການວັດ​ທະນະທຳ​ຈີນ ວາລະ​ສານ​ຊີວິດ ຂ່າວ​ເສດ​ຖະກິດ​ແລະ​ຊີວິດ​ສັງຄົມ​ຈີ​ນ.

ທ່ານ​ສອນ​ທອງ​ຕິດ​ຕໍ່​ພົວພັນ​ກັບ​ພວກ​​ເຮົາ​ບໍ່​​ແມ່ນ​ເລື່ອງງ່າຍ​ປານ​ໃດ,​ແຕ່ທ່ານກໍ່​ໄດ້​ສູ້​ຊົນ​ສົ່ງ​ຈົດໝາຍສະ​ແດງຄວາມ​ເຫັນ​ຂອງ​ຕົນ​ໂດຍ​ໄວ​ແລະ​ເຂົ້າ​ຮ່ວມ​ການ​ເສັ້ງຄວາມ​ຮູ້​,ຕໍ່​ເລື່ອງນີ້,ພວກ​ເຮົາຂອບ​ໃຈ​​ເພິ່ນ​ດ້ວຍ​ຄວາມ​ຈິງ​ໃຈ,ຂໍ​ອວຍພອນ​ໃຫ້​​ເພິ່ນ​ໄດ້​ຮັບ​ຜົນງານ​ດີໆ.​ໃນ​ຈົດໝາຍ​ທ່ານ​ສອນ​ທອງ​ຍັງ​ບອກ​ວ່າ,ຂ້າພະ​ເຈົ້າ​ຢາກ​ຕິດ​ຕໍ່CRIທາງ​ເວັບ​ໄຊ​ຫຼື​ໂທລະສັບ,​ແຕ່​ກໍ່​ຫຍຸ້ງຍາກ,ມີແຕ່​ສົ່ງ​ທາງ​ຈົດໝາຍ.​ການ​ສົ່ງ​ຈົດໝາຍ​ນີ້​ກໍ່​ຕ້ອງໄດ້​ຂີ່​ລົດ​ໂດຍສານ​ເຖິງ 8 ຊົ່ວໂມງ​ຈິ່ງ​ຮອດ​ບ່ອນ​ສົ່ງ.​ແນວ​ໃດ​ກໍ່​ຕາມ,ຂ້າພະ​ເຈົ້າ​ຂໍ​ອາ​ໄພ​ທີ່​ບໍ່​ສະ​ດວກ​ແລະ​ຈະ​ພະຍາຍາມ​ສຸດ​ຄວາມ​ສາມາດ,ພິ​ເສດ,ຂ້າພະ​ເຈົ້າ​ຢາກ​ຂີ່​ລົດ​ໄຟ​ສາຍ​ຕິ​​ເບ​ດ.

ຂອບ​ໃຈ​ທ່ານ​ສອນ​ທອງອີກ​​ເທື່ອ​ໜຶ່ງທີ່​ຕິດຕາມ​ລາຍການ​ຂອງ​ພວກ​ເຮົາ​ດ້ວຍຄວາມ​​ເອົາ​ໃຈ​ໃສ່,ຫວັງ​ວ່າ​ທ່ານ​ຈະສາ​ມາດສືບ​ຕໍ່​ຝາກ​ຈົດ​ໝາຍມາ​ຍັງ​ພວກ​ເຮົາ​ແລະ​ຍິນ​ດີຕ້ອນ​ຮັບ​ທ່ານ​ມາ​ທ່ຽວ​ຈີນ,ຂີ່​ລົດ​ໄຟ​​​ໄປ​ສູ່​ຕິ​ເບດ​ຕາມ​ຄວາມ​ປາຖະ​ໜາຂອງ​ຕົນ.ສຸດ​ທ້າຍ,ພວກ​ເຮົາ​ກໍ​ຂໍ​ຈັດ​ເພງ​ຕິ​ເບດ​ເພງ​ໜຶ່ງ​ສູ່​ທ່ານ​ຟັງ,ທ່ານສາ​ມາດ​ຈິນຕະນາ​ການ​ໄປ​ພ້ອມ​ກັບສຽງ​ເພງ.