ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-10 17:00:43    
7 ​ເດືອນ​ທຳ​ອິດ​ຂອງ​ປີ​ນີ້ ລວມ​ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​ບັນ​ລຸ 940 ​ຕື້​ກວ່າ​ໂດ​ລາ​ສະ​ຫະ​ລັດ

cri Author: sayvanny
ຕາມ​ຂ່າວສານ​ຊີ​ນຮວາ: ຕົວ​ເລກ​ສະຖິຕິຫລ້າ​ສຸດ​ທີ່​ກົມ​ໃຫຍ່​ດ່ານ​ພາສີ​ຈີນ​ປະກາດ​​ມື້​ນີ້(ວັນ​ທີ 10 ສິງຫາ)ສະ​ແດງ​ໃຫ້​ເຫັນ​ວ່າ, ​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ກໍລະກົດປີ​ນີ້,ລວມມູນ​ຄ່າ​ການ​ຄ້າຂາ​ເຂົ້າຂາ​ອອກ​ຂອງ​ຈີນ​ໄດ້​ບັນລຸ 941 ຕື້ 850 ລ້ານ​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ໄລຍະ​ດຽວ​ກັນຂອງ​ປີ​ກາຍ 23%, ໄດ້​ປຽບ​ດຸ​ນການ​ຄ້າເກືອບຮອດ 76 ຕື້​ໂດ​ລາ​ສະຫະລັດ.

​ໃນ​ສິນ​ຄ້າ​ທີ່​ສົ່ງ​ອອກ​ນັ້ນ, ​ຜະລິດ​ຕະພັນ​ກົນ​ຈັກ​ເພີ່ມ​ຂຶ້ນ​ໄວຫລາຍ​, ນ້ຳມັນ​ດິບ​ແລະ​ນ້ຳມັນ​ສຳ​ເລັດ​ຮູບ​ຫລຸດ​ລົງ.​ ໃນ​ສິນຄ້າ​ທີ່​ນຳ​ເຂົ້າ, ລົດຍົນ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ,ຫມາກ​ຖົ່ວ​ເຫລືອງ​ນຳ​ເຂົ້າ​ຫນ້ອຍ​ລົງ.

ສະ​ຖິ​ຕິ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ,​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ກໍລະກົດ​ປີ​ນີ້, ການ​ຄ້າຂາ​ເຂົ້າຂາ​ອອກ​ຂອງ​ຈີນ​ຕໍ່ຄູ່​ຄ້າ​ສຳ​ຄັນ​ໄດ້​ຮັກ​ສາ​ທ່ວງທ່າ​ເພີ່ມ​ຂຶ້ນ​ເປັນ​ຢ່າງ​ດີ.ສະ​ຫະ​ພາບ​ເອີ​ລົບ ອາ​ເມ​ລິ​ກາ ຍີ່​ປຸ່ນ​ແລະ​ອາ​ຊຽນ​ຍັງ​ແມ່ນ​ຄູ່​ຄ້າ​ຕົນຕໍ​ຂອງ​ຈີນ.