ເມື່ອປີ 2000 ມະຫາວິທະຍາໄລເຢລູອາເມລິກາໄດ້ສາງອະນຸສາວະລີ ລະລຶກທ້າວຢົງຮົງ ນັກຮຽນນອກຂອງຈີນທີ່ຮຽນຢູ່ມະຫາວິທະຍາໄລເຢລູ ທ້າວຢົງຮົງໄດ້ເດີນທາງໄປຮຽນຢູ່ອາເມລິກາເມື່ອ 150 ກວ່າປີກ່ອນ,ໄດ້ສ້າງແບບຢ່າງການສຶກສາຂອງຈີນໄປຮຽນຢູ່ຕ່າງປະເທດ
ການສຶກສາຂອງຈີນທີ່ສົ່ງນັກຮຽນໄປຮຽນຢູ່ຕ່າງປະເທດແມ່ນເລີ່ມແຕ່ຕົ້ນສະຕະວັດທີ 19 .ໃນຄາວນັ້ນ ຈີນພວມຢູ່ໃນໄລຍະທ້າຍຂອງສັງຄົມສັກດິນາທີ່ປະເທດຕົກທຸກໄດ້ຍາກ ປະຊາຊົນທຸກຈົນຄົນ ແຄ້ນ,ສັງຄົມຫຼ້າຫຼັງ, ຜູ່ເຜີຍແຜ່ສາ ສະຫນາຂອງຝ່າຍຕາເວັນຕົກກໍ່ໄດ້ເຂົ້າມາປະເທດຈີນໃນສະພາບການດັ່ງກ່າວ, ໃນຫມູພວກເຂົາເຈົ້າບາງຄົນແມ່ນເພື່ອເຜີຍແຜ່ສາສະຫນາຂອງຝ່າຍຕາເວັນຕົກ, ບາງຄົນແມ່ນເພື່ອຜົນປະໂຫຍດການຄ້າ ບາງຄົນພັດໄດ້ກາຍເປັນຜູ່ຮຸກຮານ
ປີ 1847ໃນໂຮງຮຽນສະມາຄົມສາສະຫນາທີ່ຜູ່ເຜີຍແຜ່ສາສະຫນາອັງກິດສ້າງຂຶ້ນຢູ່ມາກາວ,ມີນັກຮຽນຈີນຜູ່ຫນຶ່ງຫຼັງຈາກຮຽນຈົບຊັ້ນມັດທະຍົມແລ້ວ,ກໍເລີຍໄປນຳປາສເຕີອາເມລິກາອາ ຈານຂອງລາວເດີນທາງໄປແສນໄກໄປຮຽນຢູ່ອາເມລິກາ,ແລ້ວໄດ້ຮັບໃບປະກາດສະນີຍະບັດຂອງມະຫາວິທະຍາໄລເຢລູເມື່ອປີ 1854,ນີ້ກໍ່ແມ່ນທ້າວຢົງຮົງ ນັກຮຽນນອກຂອງຈີນຜູ່ທຳອິດໃນປະຫວັດສາດຈີນ
ທ້າວຢົງຮົງເກີດຢູ່ແຂວງກວາງຕຸ້ງເມື່ອປີ 1828,ກ່ອນລາວກາຍເປັນນັກຮຽນນອກຂອງຈີນຜູ່ທຳອິດເກືອບບໍ່ມີຫຍັງລື່ນຫມູ່,ແຕ່ຫຼັງຈາກລາວຮຽນຈົບແລະກັບຄືນປະເທດແລ້ວ,ຊ້ຳພັດໄດ້ກາຍເປັນບຸກຄົນທີ່ລືມຍາກໃນປະຫວັດການສຶກສາຈີນທີ່ສົ່ງນັກຮຽນໄປຮຽນຢູ່ຕ່າງປະເທດ
ພາຍຫຼັງທ້າວຢົງຮົງຈາກອາເມລິກາກັບຄືນປະເທດເມື່ອປີ 1854 ແລ້ວ,ເຄີຍເປັນນາຍພາສາແລະເປັນນາຍຊັ້ນຕ່ຳ,ເມື່ອປີ 1863 ,ທ້າວຢົງຮົງໄດ້ຮູ້ຈັກກັນກັບທ່ານເຈິ່ງໂກວຟານ ຂ້າຫຼວງໃຫຍ່ແຂວງອ່ານຮຸ່ຍ ແຂວງຈ່ຽງຊູແລະແຂວງເຈີຈ່ຽງ ບຸກຄົນທີ່ມີບົດບາດສຳຄັນໃນລັດຖະບານຄາວນັ້ນ,ແລ້ວສວຍໂອກາດສະເຫນີໃຫ້ລັດຖະບານເລືອກເອົາຊາວຫນຸ່ມເຍົາວະຊົນສົ່ງໄປຮຽນຢູ່ອາເມລິກາ,ຂໍ້ສະເຫນີດັ່ງກ່າວໄດ້ຮັບຄວາມເຫັນດີຈາກຜູ່ຄອງອຳນາດ,ແຕ່ວ່າຫຼັງຈາກນັ້ນ 8 ປີ,ຈຶ່ງປະກົດເປັນຈິງໄດ້
ຫຼັງຈາກນັກຮຽນປະຖົມ 30 ຄົນງວດທຳອິດໄດ້ໂຮມສູນກັນຮັບການອົບຮົມຢູ່ຈີນເປັນເວລາຫນຶ່ງປີແລ້ວ,ກໍ່ໄດ້ເດີນທາງໄປອາເມລິກາເມື່ອປີ 1872 ,ຕໍ່ມາໄດ້ສົ່ງໄປອີກສາມງວດຢ່າງຕໍ່ເນື່ອງກັນ,ມີປະມານຮ້ອຍກວ່າຄົນ,ຫຼັງຈາກນັກຮຽນປະຖົມຂອງຈີນໄປຮອດອາເມລິກາແລ້ວ,ໄດ້ແຍກອອກເປັນຫມູ່ສາມຫມູ່ສີ່ພັກເຊົາຢູ່ເຮືອນຊາວອາເມລິກາ,ຮຽນພາສາອັງກິດ ຮຽນຮ້ອງເພງ ຟ້ອນລຳ ຫຼິ້ນປຽນໂນແລະແຕ້ມຮູບນຳຊາວອາເມລິກາ,ຍ້ອນວ່າໄດ້ຢູ່ນຳກັນຊາວອາເມລິກາແຕ່ເຊົ້າເທົ້າຄ່ຳ,ພວກເດັກນ້ອຍຈຶ່ງຮູ້ປາກພາສາອັງກິດໄວທີ່ສຸດ.
ພວກເດັກນ້ອຍພາກັນຮ່ຳຮຽນດ້ວຍຄວາມພາກພຽນ,ແລ້ວກໍ່ໄດ້ເຂົ້າສູ່ໂຮງຮຽນມັດຖະຍົມໂດຍໄວ,ຫຼັງຈາກຮຽນຈົບຊັ້ນມັດຖະຍົມແລ້ວ,ກໍເຂົ້າໂຮງຮຽນວິຊາສະເພາະຕ່າງໆເພື່ອຮຽນວິຊາຟິຊິກ, ອຸດສາຫະກຳບໍ່ແຮ່ ເຮັດກ່ຳປັ່ນ ໄປສະນີ ການທະຫານ ການກະເສດແລະແພດສາດເປັນຕົ້ນ.
ໃນຫມູ່ນັກຮຽນນອກຂອງຈີນທີ່ໄປຮຽນຢູ່ຕ່າງປະເທດກ່ອນຫມູ່ນັ້ນ,ຈຳນວນບໍ່ຫນ້ອຍໄດ້ກາຍເປັນຜູ່ມີຄວາມຮູ້ຄວາມສາມາດທາງດ້ານວິທະຍາສາດເຕັກນິກ ການທະຫານ ການທູດ ວັດທະນະທຳແລະການສຶກສາເປັນຕົ້ນ ໂດຍສະເພາະແມ່ນທ່ານຈຽນທຽນອິວ ເຊິ່ງເປັນຫນຶ່ງໃນຈຳນວນນັກສຶກສາສອງຄົນທີ່ຮຽນຈົບຈາກມະຫາວິທະຍາໄລ,ໄດ້ເປັນຜູ່ກຳກັບການສ້າງທາງລົດໄຟສາຍປັກກິ່ງຈາງເຈຍໂຂ້ວ ເຊິ່ງເປັນທາງລົດໄຟສາຍທຳອິດທີ່ຊາວຈີນເອງເປັນຜູ່ອອກແບບແລະສ້າງສຳເລັດ.
ຍ້ອນການສຶກສາທີ່ສົ່ງນັກຮຽນໄປຮຽນຢູ່ອາເມລິກາບໍ່ໄດ້ຍຶດຫມັ້ນຕໍ່ມາ,ໂດຍສະເພາະແມ່ນລັດຖະບານຈີນສະໄຫມນັ້ນຖືນັກຮຽນນອກເປັນພວກດັງໂມ ດູຫມີ່ນແລະລະມັດລະວັງພວກເຂົາເຈົ້າ ສະນັ້ນ ການສົ່ງນັກຮຽນຢູ່ຕ່າງປະເທດໃນໄລຍະຕົ້ນຈຶ່ງບໍ່ໄດ້ຮັບຜົນຕາມການຄາດຄຶດ,ແຕ່ວ່າ ການສົ່ງພວກເດັກນ້ອຍໄປຮຽນຢູ່ອາເມລິການັ້ນໄດ້ບູກເບີກຄວາມນິຍົມທີ່ຮ່ຳຮຽນວັດທະນະທຳຝ່າຍຕາເວັນຕົກມາແລ້ວ,ອັນໄດ້ເບີກທາງໃຫ້ແກ່ການສົ່ງຄົນອອກໄປຮຽນອອກໃນຕໍ່ໄປພາຍຫນ້າ.
ໃນສະໄຫມຕົ້ນສະຕະວັດທີ 20 ໄດ້ມີຊາວຫນຸ່ມຈີນນັບເປັນພັນເປັນຫມື່ນຄົນຫຼັ່ງໄຫຼອອກໄປຮຽນຢູ່ຕ່າງປະເທດ,ຢູ່ມະຫາວິທະຍາໄລຂອງປະເທດຍີ່ປຸ່ນ ອາເມລິກາ ອັງກິດ ຝຣັ່ງແລະປະເທດອື່ນໆກໍ່ເຫັນໄດ້ຊາວຈີນຢູ່ທົ່ວທຸກແຫ່ງ,ໃນນັ້ນ,ມີນັກສຶກສາຈີນບໍ່ຫນ້ອຍທີ່ໄປຮຽນຢູ່ນອກໄດ້ກາຍເປັນຫົວຈັກຫຼັກແຫ່ງໃນຂົງເຂດການເມືອງ ວັດທະນະທຳ ເສດຖະກິດແລະການສຶກສາໃນຕົ້ນສະຕະວັດທີ 20
|