ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-11 15:52:20    
ປັກ​ກິ່ງ​2008​ ງານ​ກິ​ລາ​ໂອ​ລິມ​ປິກ

cri
ທິມບານ​ເຕະ​ຈີນ​ເພດ​ຍິງ​ທີ່​ລັງ​ເລ​ຢູ່​ພື້ນ​ເຫວ​ໃນ​ຫຼາຍ​ປີ​ມາ​ນີ້, ​ໄດ້​​ເຮັດ​ໃຫ້​ແຟນບານ​ດີ​ອົກ​ດີ​ໃຈຢ່າງ​ກະທັນ​ຫັນ. ​ໃນ​ການ​ແຂ່ງ​ຂັນ​ບານ​ເຕະ​ຊີງ​ຂັນ​ອາ​ຊີ​ເພດ​ຍິງຄັ້ງ​ທີ 15 ທີ່​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 30 ກໍລະກົດ, ທິມບານ​ເຕະ​ຈີນ​ເພດ​ຍິງ​ທີ່​ບໍ່​ໄດ້​ເຫັນ​ໃນ​ແງ່​ດີ​ຊີງ​ໄດ້​ແຊມ​ປຽນທີ່​ຄົນ​ທັງຫຼາຍ​ນຶກ​ບໍ່​ເຖິງ, ​ໄດ້​​ເຮັດ​ໃຫ້ພວກ​ເຂົາ​ມີ​ຄວາມ​ໝັ້ນ​ໃຈ​ທີ່​ຟື້ນ​ຄວາມ​ຈະ​ເລີ​ນຄືນ​ໃໝ່.
ທິມບານ​ເຕະ​ຈີນ​ເພດ​ຍິງ​ທີ່​ເຄີຍ​ໄດ້​​ເງິນ​ຫຼຽນ​ຂອງ​ງານ​ກິລາ​​ໂອ​ລິ​ມປິກ​ອາ​ແຕນ​ແລະ​ຮອງ​ສະ​ນະ​ເລີດ​ຂອງງານ​ແຂ່ງຂັນ​ບານ​ເຕະ​ຊີງ​ຂັນ​ໂລກ​​​ປີ1999​​ເຄີຍ​ຢູ່​ນຳ​ໜ້າ​ໃນ​ອາຊີ​ກໍ​ຄື​ທົ່ວ​ໂລກ​ເປັນ​ໄລຍະ​ຍາວ​ນານ, ​ແຕ່​ພາຍຫຼັງ​ໄດ້​ແຊມ​ປຽນຂອງການ​ແຂ່ງ​ຂັນ​ບານ​ເຕະ​ຊີງ​ຂັນ​ອາ​ຊີ​ເພດ​ຍິງ​ເທື່ອ7​ເມື່ອ​ປີ1999​ແລ້ວ​ພວກ​ເຂົາ​ບໍ່​ໄດ້​​ແຊມ​ປຽນ​ຂອງ​ການ​ແຂງ​ຂັນ​ດັ່ງກ່າວ​ເທື່ອ. ຝ່າຍ​ປໍ​ລະ​ປັກ​ທີ່​​ເຄີຍ​ຊະນະ​ງາຍ​ທີ່​ສຸດ, ຄອຍໆ​ກາຍ​​ເປັນ​ພູ​ໃຫຍ່​ທີ່​ຂ້າມ​ບໍ່​ໄດ້. ທິມບານ​ເຕະ​ຈີນ​​ເພດ​ຍິງ​ບໍ່​ພຽງ​ແຕ່​ເສຍ​ຖານະ​ນຳ​ໜ້າ​ໃນ​ໂລກ, ຜົນງານ​ຢູ່​ເຂດ​ອາຊີ​ກໍ​ນັບ​ມື້​ນັບ​ຫຼຸດ​ລົງ. ບໍ່​ຊະນະ​ສ.​ປ.ປ.​ເກົາຫຼີ​ເປັນ7​ປີ​ຕໍ່​ເນື່ອງ, ​ເສຍ​ໃຫ້​ເຢຍລະ​ມັນ0​ຕໍ່8​ໃນ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ……ທິມບານ​ເຕະ​ຈີນ​ເພດ​ຍິງ​ທີ່​ເຄີຍ​ສ້າງ​ມ່ວນ​ຊື່ນ​ທີ່​ນັບ​ບໍ່​ຖ້ວນ​ໃຫ້​ແຕ່​ແຟນບານ​ຈີນ, ​ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ​ໄດ້ສ້າງ​ຜົນງານ​ຂ້ອນ​ຂ້າງ​ຫຼາຍ​ທີ່​ເຮັດ​ໃຫ້​ຄົນ​ທັນ​ຫຼາຍ​ຮັບ​ບໍ​ໄດ້.
ສຳ​ລັບ​ທິມບານ​ເຕະ​ຈີນ​ເພດ​ຍິງ​ທີ່​ເຄີຍ​ຕົກ​ຢູ່​ພື້ນ​ເຫວ, ຜົນ​ຮັບ​ໄດ້​​ໃຫຍ່​ກວ່າ​ໝູ່​ບໍ່​ພ່ຽງ​ແຕ່​ແມ່ນ​​ແຊມ​ປຽນ​ທຳ​ອິດ​ໃນ7​ປີ​ມາ​ນີ້, ຫາກ​ແມ່ນ​ນ້ຳ​ໃຈ​ຕໍ່ສູ້​ອັນ​ເດັດດ່ຽວ​ໜຽວ​ແໜ້ນ​ທີ່​ພວກ​ເຂົາ​ເຈົ້າ​ສະ​ແດງ​ອອກ​ໃນ​ຂະ​ບວນຍາດ​ແຍ່ງ​ແຊມ​ປຽນ. ​ໃນ​ການ​ແຂ່ງຂັນ​ເທື່ອ​ນີ້, ສະພາບ​ເລີ່​ມຕົ້ນ​ຂອງ​ທິມບານ​ເຕະ​ຈີນ​ເພດ​ຍິງ​ບໍ່​ດີ​ປານ​ໃດ, ຍິງ​ກວ່າ​ນັ້ນ​ຍັງ​ໄດ້​ເສຍ​ໃຫ້​ທິມຍີ່ປຸ່ນ​ໃນ​ການ​ແຂ່ງ​ຂັນ​ສາຍ. ພາຍ​ຫຼັງການ​ແຂ່ງຂັນ​ນັດ​ນັ້ນ​ສິ້ນ​ສຸດ​ລົງ​ແລ້ວ, ຄົນ​ທັງຫຼາຍ​ສ່ວນ​ຫຼາຍ​ບໍ່​ມີ​ຄວາມ​ຫວັງ​ຕໍ່​ສາກ​ໜ້າ​ໄດ້​ແຊມ​ປຽນ​ຂອງ​ທິບ​ບານ​ເຕະ​ຈີນ​ເພດ​ຍິງ.
​ແຕ່​ຂະ​ບວນ​ແຂ່ງຂັນ​ຕາມ​ຫຼັງ​ຢືນ​ຢັນ​ວ່າ, ພໍດີ​ຍ້ອນ​ເສຍ​ໃຫ້​ທິມຍີ່ປຸ່ນ, ​ເຮັດ​ໃຫ້​ທົ່ວ​ທິມ"ຮູ້​ສຶກລະອາຍ​ແລ້ວ​ກ້າຫານ". ​ໃນ​ການ​ແຂ່ງ​ຂັນ​ຄັດ​ເລືອກ​ຈາກ​ນັ້ນ, ທິມບັນ​ເຕະ​ຈີນ​ເພດ​ຍິງ​ໄດ້​​ເອົາ​ຊະນະ​ທິມສ.ປ.ປ.​ເກົາຫຼີ​​ເຊິ່ງຊະນະ​ທິມຈີນ​ຫຼາຍ​ປີ​ໂດຍ​ຄະ​ແນນ1​ຕໍ່0, ​ແລ້ວ​ໄດ້​ຍາດ​ເອົາ​ຄະ​ແນນ​ສະ​ເໝີ​ກັນ​ໃຕ້​ສະພາບ​ການ0​ຕໍ່2, ​ແລະໄດ້​ເອົາ​ຊະ​ນະ​ທີມ​ອົສ​ຕຼາ​ລີ ຝ່າຍ​ເຈົ້າພາບ​ດ້ວຍ​ການ​ຍິງ​ລູກ​ໂທດ. ​ໃນ​ການ​ແຂ່ງຂັນ​ສອງ​ນັດ​ດັ່ງກ່າວ, ​ເຖິງ​ວ່າ​ທິມຈີນ​ບໍ່​ມີ​ທ່າ​ແຮງ​ໃດໆ​ໃນ​ຂັ້ນ​ເຕັກນິກກໍ​ຕາມ, ​ແຕ່​ໄດ້​ຍຶດຖື​ຮອດ​ເວລາ​ເອົາ​ຊະນະ​ຂອງ​ການ​ແຂ່ງຂັນ​ດ້ວຍ​ຈິດ​ໃຈ​ທີ່​​ເຂັ້ມ​ແຂງ​ກວ່າ​ຝ່າຍ​ປໍ​ລະ​ປັກ.
ນອກ​ນັ້ນ, ທິມບານ​ເຕະ​ຈີນ​ເພດ​ຍິງ​ຍັງ​ໄດ້​ຮັບ​ອະນາຄົດ, ຕົວຢ່າງ​ເດັ່ນ​ຊັດ​ທີ່​ສຸດ​ແມ່ນ​ນາງ​ມາ​ສຽວ​ຊູ້ ກອງ​ບຸກໜ້າ​ທີ່​ໄດ້​ຮັບ​ຊື່​ນັກ​ເຕະບານ​ດີ​ທີ່​ສຸດ​ຂອງ​ການ​ແຂ່ງ​ຂັນ. ​ໃຕ້​ສະພາບ​ທີ່ກອງ​ບຸກໜ້າ​ອື່ນໆ​ຢູ່​ສະພາບ​ບໍ່ດີ, ນາງ​ທີ່​ອາຍຸ18​ປີ​ໃນ​ປີ​ນີ້​ໄດ້​ຄ້ຳ​ຊູ​ສາຍ​ກອງ​ບຸກໜ້າ​ຂອງ​ທິມບານ​ເຕະ​ດ້ວຍ​ຕົນ​ເອງ, ​ແລະ​ໄດ້​ປະກອບສ່ວນ​ຊ່ອຍ​ຍິງ​ປະຕູ​ແລະ​ໄດ້​ຄະ​ແນນ​ໃນ​ການ​​ແຂ່ງຂັນ​ຮອບ​ຊິງ​ຊະນະ​ເລີກ, ​ໄດ້​ສະໜອງ​ພະລັງ​ຊີວິດ​ແລະ​ຄວາມ​ຫວັງ​ໃຫ້​ແກ່​ທິມບານ​ເຕະຈີນ​​ເພດ​ຍິງທີ່​ຂາດ​ດາວ​ບານ​ເຕະ​ລະດັບ​ໂລກ​ແຕ່​ນາງ​ຊຸນ​​ເຫ​ວີນ​ແລະ​ນາງ​ຫຼີວອາຍ​ຫຼີງອອກ​ການ.
ການ​ທົດ​ສອບ​ຂອງການ​ແຂ່ງ​ຂັນ​ບານ​ເຕະ​ຊີງ​ຂັນ​ອາ​ຊີ​ໄດ້​ຜ່ານ​ໄປ​ແລ້ວ, ປັດຈຸບັນ, ທິມບານ​ເຕະ​ຈີນ​ເພດ​ຍິງ​ທີ່​ໄດ້​ຮັບ​ຄວາມ​ໝັ້ນ​ໃຈ​ໄດ້​ອວາຍ​ໜ້າ​ໄປ​ສູ່​ອະນາຄົດ. ນາງ​ມາ​ສຽວ​ຊູ ຜູ່​ໃໝ່​ຂອງ​ທິມຈີນ​ກ່າວ​ວ່າ:"​ເປົ້າ​ໝາຍ​ຕໍ່​ໄປ​ແມ່ນ​ອາຊີ​ເກ​ມ, ຍາດ​ແຍ່ງ​ໄດ້​​ແຊມ​ປຽນ​ອີກ. ຖັດມາ​ແມ່ນ​ການ​​ແຂ່ງຂັນ​​ໃນ​ປີ2007​ແລະ​ປີ2008, ​ການ​ແຂ່ງຂັນ​ເຫຼົ່າ​ນີ້​ແມ່ນ​ການ​ແຂ່ງຂັນ​ສຳຄັນ​ທີ່​ສຸດ​ຢ່າງ​ແນ່ນອນ." ​ໃນ​ເວລາ​ຈ້ອງ​ມອງ​ອະນາຄົດ, ທ່ານ​ມາ​ລຽງ​ຊິງ​ກໍ​ບໍ່​ປິດ​ບັງ​ຄວາມ​ຫວັງ​ກ້າວໜ້າ​ຢ່າງ​ແຮງ, ທ່ານ​ເວົ້າ​ວ່າ"ຂ້າພະ​ເຈົ້າ​ເຫັນ​ວ່າ​ບໍ່​ວ່າ​ແຕ່​​ເວົ້າ​ຈາກ​ແງ່​ຕົນ​ເອງ ທິມບານ​ເຕະ ສະມາຄົມ​ບານ​ເຕະ​ຫຼື​ວ່າ​ແຟນບານ, ລ້ວນ​ແຕ່​ບໍ່ພໍ​ໃຈ​ຕໍ່​ແຊມ​ປຽນ​ອາຊີ."