|
 |
(GMT+08:00)
2006-08-11 19:30:57
|
 |
ເວທີປາໄສຊາວໜຸ່ມຈີນ-ອາຊຽນຢູ່ຢຸນນານຈີນປີ2006ໄດ້ອັດລົງ
cri
ຕາມຂ່າວສານຊິນຮວາ, ເວທີປາໄສຊາວໜຸ່ມຈີນ-ອາຊຽນປີ2006ທີ່ຈັດຂຶ້ນຢູ່ເມືອງອີ້ຊີແຂວງຢຸນນານຈີນໄດ້ອັດລົງໃນວັນທີ10ສິງຫາ.
ກ່ອນອັດເວທີປາໄສ, ຜູ້ແທນຊາວໜຸ່ມຈີນແລະບັນດາປະເທດອາຊຽນໄດ້ກ້າວເຖິງຄວາມເປັນເອກະພາບກັນແລະໄດ້ປະກາດຄວາມມຸ່ງຫວັງຮ່ວມຂອງເວທີປາໄສໜອງຝູຊຽນຫູເຊິ່ງມີເນື້ອໃນຕ່າງໆເຊັ່ນ: ສ້າງໂອກາດໃຫ້ໄດ້ພົບປະກັນດ້ວຍຮູບການຕ່າງໆໃຫ້ຫຼາຍຂຶ້ນ, ເປີດກວ້າງການແລກປ່ຽນ, ຍົກລະດັບການຮ່ວມມືແລະບັນລຸການພັດທະນາຮ່ວມກັນ. ຄວາມມຸ່ງຫວັງນີ້ໄດ້ກຳນົດຢ່າງຈະແຈ້ງວ່າ, ໃນການຊຸກຍູ້ສາຍພົວພັນຮ່ວມມືຍຸດທະສາດທີ່ມຸ່ງໜ້າໄປສູ່ສັນຕິພາບແລະຄວາມຈະເລີນຮຸ່ງເຮືອງລະຫວ່າງຈີນກັບອາຊຽນນັ້ນ, ຄວນເສີມຂະຫຍາຍທ່າແຮງດ້ານການຈັດຕັ້ງຂອງຊາວໜຸ່ມບັນດາປະເທດໄປພ້ອມ, ຖືກິດຈະກຳການຮ່ວມມືດ້ານເສດຖະກິດການຄ້າ, ການແລກປ່ຽນວັດທະນະທຳແລະການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີເປັນຈຸດໜັກ, ເຮັດໃຫ້ການແລກປ່ຽນແລະຮ່ວມມືຈາກຂົງເຂດການທ່ອງທ່ຽວແລະກິດຈະກຳດ້ານວັດທະນະທຳຂະຫຍາຍໄປຫາຂົງເຂດຈຸດໜັກແລະໂຄງການຮ່ວມມືໃນດ້ານເສດຖະກິດ, ວັດທະນະທຳແລະວິທະຍາສາດເຕັກໂນໂລຊີເປັນຕົ້ນ, ຍົກລະດັບການແລກປ່ຽນແລະຮ່ວມມືລະຫວ່າງຊາວໜຸ່ມບັນດາປະເທດຢ່າງບໍ່ຢຸດຢັ້ງ.
|
|
|