ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-11 20:07:48    
ໃນ​6​ເດືອນ​ຕົ້ນ​ປີ​ນີ້ ເສດ​ຖະ​ກິດ​ຈີນ​ເພີ່ມ​ຂຶ້ນ​10,9%

cri

ວັນ​ທີ18 ກໍລະກົດ,ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນປະກາດ​ຢູ່​ປັກ​ກິ່ງ​ວ່າ,​ໃນ6​ເດືອນ​ຕົ້ນ​ປີ​ນີ້,ຍອດ​ຜະລິດ​ຕະພັນ​ລວມພາຍ​ໃນ​ຫຼືGDPຂອງ​ຈີນເພີ່ມ​ຂຶ້ນ10,9%​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ,​​​ຈັງຫວະ​ດັ່ງກ່າວ​ສູງ​ກວ່າ​ໄຕ​ມາດ​ທີ່​ໜຶ່ງ​ປີ​ນີ້10,3%,​ເມື່ອ​ເປັນ​ແນວ​ນີ້,ຄວາມ​ໄວຂອງ​ການ​ເຕີບ​ໂຕ​ທາງເສດຖະກິດ​ຂອງ​ຈີນ​ຍັງ​ຢູ່​ໃນ​ຂອບ​ເຂດ​ປົກກະຕິ​​​ຫຼື​ບໍ່,ມັນ​ສາມາດ​ສືບ​ຕໍ່​​​ໄປ​ແບບ​ນີ້​ໄດ້ຫຼື​ບໍ່,ຈີນຈະ​ໃຊ້​ມາດ​ຕະການ​ດັດ​ສົມຄວບ​ຄຸມ​ຕື່ມ​ອີກ​ຫຼື​ບໍ່​,​ເພື່ອ​ຊຸກຍູ້​ການ​ພັດທະນາເສດຖະກິດຢ່າງສະ​ໝ່ຳສະ​ເໝີ​ກັນ​ແລະ​ປະສານ​ກົມກຽວ​ກັນ?​ໃນ​ລາຍການ​ຈີນ​ໃນ​ປັດຈຸບັນ​ພາກ​ນີ້,ພວກ​ເຮົາ​ຈະ​​ລົມກ່ຽວ​ກັບ​ເລື່ອງ​ນີ້.

ວັນ​ທີ18 ກໍລະກົດ,ກົມ​ສະ​ຖິຕິ​ແຫ່ງ​ຊາດ​ຈີນ​ຍັງ​ໄດ້​ປະກາດຫຼາຍ​​ຕົວ​ເລກ​ສຳຄັນທີ່​ກ່ຽວພັນ​ຢ່າງ​ສະໜິດ​ແໜ້ນ​ເຖິງ​ການ​ເພີ່ມ​ຂຶ້ນ​ຂອງGDP:​ໃນ6​ເດືອນ​ຕົ້ນ​ປີ​ນີ້,ການ​ລົງທຶນ​ໃນ​ດ້ານ​ອະ​ສັ່ງ​ຫາ​ລິ​ມະ​ຊັບທົ່ວ​ສັງຄົມ​ຈີນ​ໄດ້​ເພີ່ມ​ຂຶ້ນ29,8​ສ່ວນ​ຮ້ອຍ​ຖ້າ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ປີ​ກາຍ​ນີ້,ຍອດ​ມູນ​ຄ່າ​ນຳ​ເຂົ້າ​ແລະ​ສົ່ງ​ອອກ​ເພີ່ມຂຶ້ນ23,4%ທຽບ​ໃສ່​​​ໄລຍະ​ດຽວ​ກັນ​ປີ​ກາຍ​ນີ້,ຍອດ​ມູນ​ຄ່າຂາຍຍ່ອຍສິນຄ້າ​ບໍລິ​ໂພ​ກສັງຄົມ​​ເພີ່ມ​ຂຶ້ນ13,3%.ຕົວ​ເລກກ່ຽວກັບ​ເສດຖະກິດ​ຈີນ​ເພີ່ມ​ຂຶ້ນ​ໃນ6​ເດືອນ​ຕົ້ນ​ປີ​ນີ້,​ໂດຍ​ສະ​ເພາະ​ແມ່ນ​ການ​ລົງທຶນ​ດ້ານ​ອະສັງຫາລິມະ​ຊັບແລະ​ການ​​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ​ຂອງ​ການ​ຄ້າ​ກັບ​ຕ່າງປະ​ເທດ,​ໄດ້​ພາ​ໃຫ້​ບຸກຄົນ​ໃນ​ວົງ​ການ​ເສດຖະກິດ​​ແລະ​ຂະ​ແໜງ​ການ​ລັດຖະບານ​ຂອງ​ຈີນ​​ເອົາ​ໃຈ​​ໃສ່​ໃນລະດັບ​ສູງ.

ທ່ານ​ອີ້​ຊ້ຽນຢົງ ຮອງ​ຫົວໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ການ​ທະນາຄານ​ຂອງ​ສະ​ພາ​ບັນດິດ​ວິທະຍາສາດ​ສັງຄົມ​ຂອງ​ຈີນ​​ເວົ້າ​ວ່າ,​ຕົວ​ເລກ​ຄາດໝາຍ​​ເສດຖະກິດ​ຄືGDP​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ,ໝາຍ​ຄວາມ​ວ່າ​ເສດຖະກິດ​ຈີນ​ພວມ​ຢູ່​ໃນ​ໄລຍະ​ສິບ​ຮີບຮ້ອນ​ເກີນ​ໄປ.ທ່ານ​ເວົ້າ​ວ່າ,

"​​ເສດຖະກິດ​ຈີນ​​ໄດ້​​ຮ້ອນ​ເກີນ​ໄປ​ດົນ​ແລ້ວ,ບໍ່​ວ່າ​ແມ່ນຈັງຫວະ​ເຕີບ​ໂຕ​ຂອງGDP,ກາ​ນລົງທຶນ​​ໃນ​ດ້ານ​ອະສັງຫາລິມະ​ຊັບຫຼື​ວ່າ​ການ​ປ່ອນ​ເງິນ​ກູ້​ຂອງທະນາຄານ,ຕົວ​ເລກ​ຕ່າງໆລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ວ່າ​ເສ​ດຖະກິດ​ຈີນ​ພວມ​ໝູນວຽນ​ໄວ​ໂພດ.​ການໝູນວຽນ​ຄື​ແນວ​ນີ້​ເຮັດ​ໃຫ້​ການ​​ເຕີບ​ໂຕ​ຂອງເສດຖະກິດ​ຂອງ​ພວກ​ເຮົາຕໍ່​ເນື່ອງບໍ່​ໄດ້."

ແຕ່​ວ່າ,ທ່ານ​ຢວນກ່າງມິ​ງ ຜູ້​ຊ່ຽວຊານ​ເສດຖະກິດ​ຂອງ​ສະ​ພາ​ບັນດິດວິທະຍາສາດ​ສັງຄົມ​ຈີນ​ບໍ່​ເຫັນ​ດີກັບ​ຄວາມ​ເຫັນ​ຂອງ​ທ່ານ​ອີ້.ບ່ອນ​ອີງ​ຂອງ​ທ່ານ​ແມ່ນ​,​ໃນຂະນະ​ທີ່​​ເສດຖະກິດເຕີບ​ໂຕຢ່າງ​ວ່ອງ​ໄວ,​ໃນ6​ເດືອນ​ຕົ້ນ​ປີ​ນີ້,ຍອດລະດັບລາຄາ​ບໍລິ​ໂພ​ກຂອງ​ຄົນ​ຈີນ​ພຽງ​ແຕ່​​ເພີ່ມ​ຂຶ້ນ1,3%,ບໍ່​​ມີ​ປະກົດ​ການເງິນ​ເຟີ້​ອັນ​ຈະ​​ແຈ້ງ;ທ່ານ​ເວົ້າ​ວ່າ,

"ພວກ​ເຮົາ​ວິ​ເຄາະ​ວ່າ​ເສດຖະກິດກ້າວ​ເດີນ​ໄປ​ແບບ​ປ້າວ​ຟັງຫຼື​ບໍ່,ຄວນ​ພິຈາລະນາ​ເລື່ອງ​ອື່ນ​ຕື່ມ.ຈີ​ນບໍ່​ມີ​ໄພ​ເງິນ​ເຟີ້,ລາ​ຄາ​ຂອງເຄື່ອງ​ບໍລິ​ໂພ​ກ​ຍັງ​ ​ຕ່ຳ.​ໃນ​ໄລຍະໜຶ່ງ​ຕໍ່ໜ້າ​ກໍ່​ຈະ​ບໍ່​ເກີດ​ໄພ​ເງິນ​ເຟີ້,​ເບິ່ງ​ຈາກ​ຕົວ​ເລກ​ຄາດ​ໝາຍ​ແນວ​ນີ້​ແລ້ວ​ເຫັນ​ວ່າ,​ເສດຖະກິດ​ຈີນ​ບໍ່​​ໄດ້​ໄປ​​ໄວ​​ໂພດ,​​ແລະ​ມີ​ພື້ນຖານທີ່ໝັ້ນ​ທ່ຽງ​​ໃຫ້​ແກ່​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ທີ່​ຕໍ່​ເນື່ອງ​ຕື່ມ​ອີກ."

ຕໍ່​ຄຳ​ເຫັນນີ້,ທ່ານ​ອີ້​ຊ້ຽນຢົງກໍ່ມີຄຳ​ເຫັນ​ທີ່​ແຕກ​ຕ່າງ.ທ່ານ​ເຫັນ​ວ່າ,ຍ້ອນ​ວ່າ​ລາ​ຄາ​ຂອງ​ເຮືອນ​ແລະ​ທີ່​ດິນບໍ່​​ໄດ້ຈັດຢູ່​ໃນ​ສະ​ຖິຕິ​ລາຄາ​ບໍລິ​ໂພ​ກຂອງປະຊາຊົນ,ລະດັບ​ລາຄາ​ບໍລິ​ໂພ​ກຂອງ​ປະຊາຊົນ​ມີ​ການ​ປັບ​ຕົວຢ່າງ​​ຊ້າໆ,ບໍ່​ສາມາດ​​ເປັນ​ຕົວ​ແທນ​ອັນ​ແທ້​ຈິງ​ຂອງ​ເສດຖະກິດ​ຈີນ​ໃນ​ປັດ​ຈຸ​ບັນ​​​​ໄດ້.ຂໍ້​ສະ​ເໜີ​ຂອງ​ທ່ານ​​ແມ່ນ,​ເພື່ອສະກັດ​ກັ້ນ​ການ​ລົງທຶນ​ດ້ານ​ອະສັງຫາລິມະ​ຊັບ​ທີ່​ສູງ​ຂຶ້ນ​ໄວ​ໂພດ,​ໃນ​ຫຼາຍ​ປີຕໍ່ໜ້າ,ທະນາຄານ​​ກາງ​ຂອງຈີນ​ຄວນ​ສືບ​ຕໍ່​ໃຊ້​ນະ​ໂຍບາຍຕ່າງໆ​ເຊັ່ນ​ປັບດອກ​ເບ້ຍ​ໃຫ້​ສູງ​ຂຶ້ນ​ເປັນ​ຕົ້ນ.ທ່ານ​ເວົ້າ​ວ່າ

"​ປັດຈຸບັນ​ໄດ້​ປະຕິບັດ​ນະ​ໂຍບາຍດັດ​ສົມ​ດ້ານມະຫາພາກ​ມາ​ຫຼານ​ປີ​ແລ້ວ,ຍ້ອນ​ຫຍັງ​ຈິງບໍ່​ມີ​ປະສິດທິ​ຜົນ,ບັນຫາ​ອັນ​ກົກ​​ເຄົ້າກວ່າ​ໝູ່​ກໍ່​ແມ່ນ​ຍ້ອນນະ​ໂຍບາຍ​ອັດຕາ​ດອກ​ເບັ້ຍ​ຕ່ຳ,​ພາຍ​ໃຕ້​ສະພາບ​ອັດຕາ​ດອກ​ເບັ້ຍ​ຕ່ຳ,ການ​ປ່ອຍ​ເງິນ​ກູ້​ຈະ​​ເຕີບ​ໂຕ​​ໄວ​​ໂພດ.ຍ້ອນ​ວ່າຖ້າ​ໄດ້​ຮັບ​ເງິນ​ກູ້​ກໍ່​ມີ​ກຳ​ໄລ​ຫຼາຍ​ຂຶ້ນ,​ສະ​ນັ້ນ​ການ​ລົງທຶນ​​ແບບ​ຟ້າວ​ຟັ່ງ​ກໍ່​ປະກົດມີ​ຂຶ້ນ.ຖ້າ​ບໍ່​ປ່ຽນ​ແປງ​ນະ​ໂຍບາຍ​ອັດຕາ​ດອກ​ເບັ້ຍ​ຕ່ຳ,ຕົວ​ເລກ ​ຕ່າງໆ​ຢູ່​ໃນ​​ລະດັບ​ສູງ​ຍັງ​ຈະ​ປະກົດ​ຂຶ້ນ​ຢູ່​ຕໍ່​ໄປ,ສະ​ນັ້ນ,ຕ້ອງ​ແກ້​ໄຂ​ບັນຫາ​ເຫຼົ່າ​ນີ້​ໂດຍ​ຜ່ານການ​ປັບ​ປ່ຽນ​ອັດ​ຕາດ​ອກ​ເບັ້ຍຕ່ຳ,​ເພີ່ມ​ດອກ​ເບັ້ຍ​ໃຫ້​ສູງ​ຂຶ້ນ."

 ປັດຈຸບັນ,ຫຼາຍຄົນ​ມີ​ຄຳ​ເຫັນ​ຄື​ກັນ​ກັບ​ທ່ານ​ອີ້​ຊ້ຽນຢົງ,​ເຖິງ​ວ່າ​ຫຼາຍ​ຄົນເຫັນ​ວ່າ​​​ເສດຖະກິດ​ຈີນ​ໄດ້​ຢູ່​ໃນ​ສະພາບ​ຮ້ອນຮົນ,​ແຕ່​ເຂົາ​ເຈົ້າ​ກໍ່​ສະ​ເໜີ​ວ່າຕ້ອງ​ລະມັດລະວັງ​ຕໍ່​ອັດຕາ​ລົງທຶນ​ສູງ​ແລະ​ອັດຕາ​ປ່ອຍ​ເງິນ​ກູ້​ສູງ​ໃນ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ແ​ລະ​ຈະລະ​ເຫຼີງ​ສະຕິ​ການ​ເຕີບ​ໂຕ​ຂອງ​ຕົວ​ເລກ​ດັດຊະນີ​ຂອງ​ລາຄາ​ບໍລິ​ໂພ​ກບໍ່​ໄດ້.ຍ້ອນຄາດ​ຄະ​ເນ​ວ່າ​ໃນ​6​ເດືອນ​ຕົ້ນ​ປີ​ນີ້,​ເສດຖະກິດ​ຈີນ​​ເລັ່ງການເຕີບ​ໂຕ,ຫວ່າງ​ມໍ່ໆ​ນີ້,ທະນາຄານລົງທຶນ​ສາກົນ​ຫຼາຍ​ແຫ່ງ​ຕ່າງ​ກໍ່ຄາດ​ຄະ​ເນ​ວ່າ,ຈີນ​ຈະ​ເພີ່ມດອກ​ເບັ້ຍ​​ໃຫ້​ສູງ​ຂຶ້ນໃນ​ເດືອນ​ນີ້,ສື່ມວນ​ຊົນ​ດ້ານເສດຖະກິດ​ການ​ເງິນ​ສາກົນ​ກໍ່​​ໄດ້ລາຍ​ງານວ່າທະນາຄານ​ສູນ​ກາງ​ຈີນ​ອາດ​ຈະ​ເພີ່ມ​ດອກ​ເບັ້ຍຂຶ້ນ​ອີກ.​​​ໃນ​ວັນພະ​ຫັດ​ແລ້ວນີ້,ຕະຫຼາດຫຸ້ນ​ສ່ວນ​ແລະຕະຫຼາດ​ພັນທະບັດ​ຂອງ​ຈີນ​ລ້ວນ​ແຕ່​ປະສົບ​ອຸປະສັກ​ແລະຫຼຸດ​ລົງ.

ໃນ​ງານ​ຖະ​ແຫຼ​ງຂ່າວ​ຂອງ​ວັນ​ທີ18 ກໍ​ລະ​ກົດ,ທ່ານ​ເຈິ້ງ​ຈິ່ນພິງ ​ໂຄສົກຂອງ​ກົມ​ສະ​ຖິຕິ​ແຫ່ງ​ຊາດ​ຈີນ,​ເປີ​ດເຜີຍ​ໃຫ້​ຮູ້​ວ່າ,ຈີນ​ຈະອີງ​ຕາມ​ສະພາບ​ການຕົວ​ຈິງ​ເພື່ອ​ມາ​ດັດສົມ​ຕື່ມ​ອີກ​ຫຼື​ບໍ່​ໃນ​ໂອກາດ​ທີ່​ເໝົາະສົມ.ທ່ານຢັງ​ຢືນ​ວ່າ​ການ​ກ້າວເດີນເສດຂອງເສດຖະກິດ​ຈີນໃນສະເພາະໜ້າ​ມີ​ບາງບັນຫາ​ທີ່​ຖື​ເບົາ​ບໍ່​ໄດ້,​ເຊັ່ນ​ການ​ລົງທຶນ​ໃນດ້ານ​ອະສັງຫາລິມະ​ຊັບທີ່​ເຕີບ​ໂຕ​ໄວ,ປ່ອຍຂ​ເງິນ​ກູ້ຫຼາຍ​ໂພດ,​ແລະການ​ສະ​ສົມ​ເງິນຕາ​ຕ່າງປະ​ເທດຫຼາຍໂພດ​ເປັນຕົ້ນ.​ແຕ່ພ້ອມ​ກັນ​ນັ້ນ,ທ່ານ​ກ່າວ​ວ່າ,ບັນຫ​າ​ເຫຼົ່າ​ນີ້​ລ້ວ​ນ​ແຕ່ຢູ່​​ໃນ​ລະດັບທີ່​ຄວບ​ຄຸມ​ໄດ້.

ທ່ານ​ເຈິ້ງ​ຈິ່ງ​ພິງ​ກ່າວ​ວ່າ,​ແຕ່ຕົ້ນ​ປີ​ນີ້​ມາ,ຈີນ​ໄດ້​ນຳ​ໃຊ້​ນະ​ໂຍບາຍ​ສັບ​ຊ້ອນ​ຄື​ເພີ່ມ​ດອກ​ເບັ້ຍ​ແລະ​ຄວບ​ຄຸມ​ຂະໜາດ​ປ່ອຍ​ເງິນ​ກູ້​ຂອງ​ຂະ​ແໜງ​ການຈຳນວນໜຶ່ງ​ເພື່ອມາ​ຮັບປະກັນ​ແລະ​ຊຸກຍູ້​ການ​ພັດທະນາເສດຖະກິດ​​ໃຫ້ສົມ​ດຸນຢ່າງກົມກຽວ​ກັນ,ທ່ານ​ເວົ້າ​ວ່າ:

"ຈີນ​​ໄດ້​ວິ​ເຄາະສະ​ຖານະ​ການ​ເສດຖະກິດ​ໃນ​ປັດຈຸບັນ​ຢ່າງ​ຄັກ​ແນ່​,​ແລະ​ໄດ້​ນຳ​ໃຊ້​ມາດ​ຕະການດັດສົມ​​ທີ່​ມີ​ຜົນ​ສັກສິດ​ຢ່າງເປັນ​ລະ​ບົບ.​ດັ່ງນັ້ນພວ​ກຂ້າພະ​ເຈົ້າ​ເຫັນ​ວ່າ,ຂໍພ​ຽງ​ແຕ່ບົນ​ພື້ນຖານ​ທີ່​ຮັກສາ​ລັກສະນະ​ຕໍ່​ເນື່ອງ​ແລະ​ລັກສະນະ​ໝັ້ນ​ທ່ຽງ​ຂອງ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ,​ໃຊ້ບາງ​ມາດ​ຕະການອັນ​ເຂັ້ມ​ແຂງ​​ຕໍ່​ບັນຫາ​ອັນ​ພົ້ນ​ເດັ່ນ​ຢ່າງ​ມີ​ລັກສະ​ນະຊັດເຈນ,ອາ​ໄສພາຫະນະ​​ເສດຖະກິດ​ແລະ​ກົດໝາຍຫຼາຍໆ,​ແລະປະສົມ​ປະສານ​ກັບ​ພາຫະນະ​ການຄຸ້ມ​ຄອງ​ບໍລິຫານ​ອັນ​ຈຳ​ເປັນ.​ໂດຍ​ຜ່ານການ​ໃຊ້​ມາດ​ຕະການ​ດັດສົມ​ມະຫາ​ພາກ​ຢ່າງ​ເປັນ​ລະ​ບົບຄື​ແນວ​ນີ້,ພວກ​​ເຮົາ​ສາມາດ​ຮັບປະກັນ​ເສດຖະກິດທີ່​ຈະ​ບໍ່​​ເຕີບ​ໂຕ​ໄວ​ເກີນ​ໄປ,ພ້ອມ​ທັງສາມາດ​ຮັບປະກັນ​ເສດຖະກິດທີ່​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ​ແລະ​ອ່າວໄວ​ໃນ6​ເດືອນ​ທ້າຍ​ປີ​ນີ້."