
ເວທີປາໄສຊາວຫນຸ່ມຈີນອາຊຽນ ເຊິ່ງເປັນຫນຶ່ງໃນບັນດາກິດຈະກຳການເຄື່ອນໄຫວລະລຶກຈີນກັບອາຊຽນສ້າງການພົວພັນເປັນປະເທດຄູ່ເຈລະ ຈາຄົບຮອບ 15 ປີ,ໄດ້ຈັດຂຶ້ນຢູ່ແຄມຫນອງຟູຊຽນເມືອງອີຊີ ແຂວງຢຸນນານຈີນໃນວັນທີ 8 ສິງຫາ,ເພື່ອຊຸກຍູ້ການແລກປ່ຽນແລະການຮ່ວມມືລະຫວ່າງຊາວຫນຸ່ມຈີນກັບບັນດາປະເທດອາຊຽນ.ໃນລາຍການຈີນກັບອາຊຽນມື້ນີ້, ເຊີນຟັງບົດແຈ້ງຂ່າວທີ່ສົ່ງມາຈາກແຂວງຢຸນນານ.
ເວທີປາໄສຊາວຫນຸ່ມຈີນອາຊຽນທີ່ຈັດເປັນເວລາສາມມື້ນັ້ນແມ່ນໄຂຂຶ້ນຢູ່ເມືອງອີຊີແຂວງຢຸນນານຂອງຈີນໃນຕອນເຊົ້າວັນທີ 8, ຜູ່ແທນຊາວຫນຸ່ມທີ່ມາຈາກ 10 ປະເທດສະມາຊິກອາຊຽນຄືບຼູໄນ ກຳປູເຈຍ ລາວ ອິນໂດເນເຊຍ ມາເລເຊຍ ມຽນມາ ຟິລິບປິນ ສິງກະໂປ ໄທແລະຫວຽດນາມພ້ອມດ້ວຍຈີນລວມ 44 ຄົນໄດ້ເຂົ້າຮ່ວມ.
ອາຊຽນແມ່ນປະເທດບ້ານໃກ້ຄຽງເຮືອນຄຽງຂອງຈີນ, ມີພູຜາແມ່ນ້ຳ ຕິດຈອດກັນ, ມີມິດຕະພາບແລະປະຫວັດການໄປມາຫາສູ່ກັນເປັນເວລາດົນນານມານີ້.ໃນຫລາຍປີແລ້ວ, ການຮ່ວມມືແລະການແລກປ່ຽນໃນດ້ານການເມືອງ ເສດຖະກິດ ວິທະຍາສາດເຕັກນິກແລະວັດທະນະທຳລະຫວ່າງຈີນກັບອາຊຽນນັບມື້ນັບເພີ່ມຫລາຍຂຶ້ນ, ການພົວພັນດ້ານການເມືອງສະຫນິດແຫນ້ນກວ່າເກົ່າ,ໂດຍສະເພາະແມ່ນໃນກອງປະຊຸມສຸດຍອດຈີນກັບອາຊຽນ ຄັ້ງທີ 7 ທີ່ຈັດຂຶ້ນຢູ່ອິນໂດເນເຊຍເມື່ອປີ 2003,ໄດ້ຕົກລົງສ້າງການພົວພັນເປັນຄູ່ຮ່ວມມືຍຸທະສາດທີ່ມຸ້ງຫນ້າໄປສູ່ສັນຕິພາບແລະຄວາມຈະເລີນຮຸ່ງເຮືອງ,ນີ້ເປັນຂີດຫມາຍສະແດງໃຫ້ເຫັນວ່າການພົວພັນຮ່ວມມືກັນລະຫວ່າງຈີນກັບບັນດາປະເທດອາຊຽນໄດ້ເຂົ້າສູ່ໄລຍະໃຫມ່.ຊາວຫນຸ່ມໃນຖານະທີ່ ເປັນທູດແຫ່ງມິດຕະພາບໄດ້ສ້າງແລະຮັກສາການພົວພັນໄປມາຫາສູ່ກັນດ້ວຍຮູບການຕ່າງໆ,ແລະຈະມີທ່າແຮງພິເສດໃນການຊຸກຍູ້ໄມຕີຈິດແລະການຮ່ວມມືລະຫວ່າງຈີນກັບບັນດາປະເທດອາຊຽນ.
ທ່ານເຫີຊືຄາງ ຫົວຫນ້າຄະນະຜູ່ແທນຊາວຫນຸ່ມຈີນທີ່ເຂົ້າຮ່ວມເວທີປາໄສເທື່ອນີ້ເວົ້າວ່າ:
ການໄປມາຫາສູ່ກັນລະຫວ່າງປະເທດກັບປະເທດກ່ອນອື່ນແມ່ນເລີ່ມຈາກໄວຫນຸ່ມ, ພວກຂ້າພະເຈົ້າຈັດເວທີປາໄສຊາວຫນຸ່ມຈີນອາຊຽນແມ່ນຫວັງໃຫ້ທົ່ວສັງຄົມສົນໃຈນຳ, ເວທີນີ້ຈະສ້າງບ່ອນທີ່ໃຫ້ຈີນກັບອາຊຽນໄດ້ແລກປ່ຽນທັດສະນະນຳກັນ.
ແຂວງຢຸນນານແມ່ນປະຕູໄປສູ່ບັນດາປະເທດອາຊຽນ, ແລະກໍ່ແມ່ນບ່ອນທີ່ຕ້ອງຜ່ານໃນການຮ່ວມມືຢູ່ອະນຸພາກພື້ນແມ່ນ້ຳຂອງແລະການສ້າງທາງຫລວງສາກົນອາຊີອາຄະເນ,ແຂວງນີ້ມີທ່າແຮງດ້ານພູມີສາດແລະມີການພົວພັນສະຫນິດແຫນ້ນກັບບັນດາປະເທດຢູ່ອ້ອມຂ້າງ.ເວທີປາໄສຊາວຫນຸ່ມຈີນອາຊຽນຄັ້ງນີ້ຈັດຂຶ້ນຢູ່ເມືອງອີຊີແຂວງຢຸນນານ, ກໍ່ແມ່ນເພື່ອໃຫ້ຊາວຫນຸ່ມບັນດາປະເທດອາຊຽນຊອກຮູ້ສະພາບການພັດ ທະນາເສດຖະກິດສັງຄົມຂອງແຂວງຢຸນນານຕື່ມອີກ,ຮູ້ເຖິງຊັບພະຍາກອນການທ່ອງທ່ຽວອັນອຸດົມສົມບູນແລະພື້ນຖານວັດທະນະທຳທີ່ຫລາກຫລາຍຂອງຈີນ.
ໃນເວທີປາໄສເທື່ອນີ້, ທ່ານເຊຊຽງຈູ ຫົວຫນ້າຄະນະຜູ່ແທນຊາວຫນຸ່ມສິງກະໂປເວົ້າວ່າ:
ຊາວຫນຸ່ມ ການທ່ອງທ່ຽວແລະວັດທະນະທຳມີຄວາມຫມາຍສຳຄັນພິເສດຕໍ່ປະເທດຫນຶ່ງ,ຊາວຫນຸ່ມແມ່ນຫລັກແຫລ່ງໃນການທ່ອງທ່ຽວຂ້າມຊາດແລະການແລກປ່ຽນວັດທະນະທຳລະຫວ່າງບັນດາປະເທດ, ຄັນມີການແລກ ປ່ຽນວັດທະນະທຳແລະການທ່ອງທ່ຽວຢ້ຽມຢາມກັນຫລາຍຂຶ້ນ, ກໍ່ຈະເຮັດໃຫ້ຊາວຫນຸ່ມຮຽນຮູ້ຄວາມຮູ້ໃຫມ່, ເບິ່ງກວ້າງມອງໄກ, ສະສົມບົດຮຽນ, ເຮັດໃຫ້ຕົນເອງມີປະສົບການອຸດົມສົມບູນເພື່ອຮັບໃຊ້ສັງຄົມ. ເວທີປາໄສຊາວຫນຸ່ມຈີນອາຊຽນໄດ້ສ້າງໂອກາດດີທີ່ສຸດສຳລັບເຂົາເຈົ້າເພື່ອເພີ່ມຄວາມເຂົ້າໃຈກັນ.
ປີນີ້ແມ່ນປີທີ່ຈີນກັບອາຊຽນສ້າງການພົວພັນເປັນປະເທດຄູ່ເຈລະຈາກັນຄົບຮອບ 15 ປີແລະແມ່ນປີມິດຕະພາບແລະການຮ່ວມມືລະຫວ່າງຈີນກັບອາຊຽນ, ກອງປະຊຸມສຸດຍອດເພື່ອລະລຶກປີສ້າງຕັ້ງເປັນປະເທດຄູ່ເຈລະຈາຈີນອາຊຽນຈະຈັດຂຶ້ນຢູ່ກວາງຊີຂອງຈີນໃນເດືອນຕຸລາປີນີ້. ຕາມຊາບວ່າ, ນັບມາຮອດເດືອນມີນາປີນີ້, ລວມມູນຄ່າການລົງທຶນຂອງອາຊຽນຢູ່ຈີນມີ ເກືອບ 40 ຕື້ໂດລາສະຫະລັດ,ຈີນລົງທຶນຢູ່ອາຊຽນກໍ່ເພີ່ມຂຶ້ນຢ່າງວ່ອງໄວ.ເພີ່ມທະວີການຮ່ວມມືແລະແລກປ່ຽນລະຫວ່າງຈີນກັບອາຊຽນທາງດ້ານການ ທ່ອງທ່ຽວ,ເວທີປາໄສຊາວຫນຸ່ມຈີນອາຊຽນທີ່ມີຫົວຂໍ້ວ່າ: ຊາວຫນຸ່ມ ການ ທ່ອງທ່ຽວ ມະນຸດສາດແລະວັດທະນະທຳທີ່ສະຫະພັນຊາວຫນຸ່ມຈີນແລະອຳນາດການປົກຄອງປະຊາຊົນເມືອງອີຊີແຂວງຢຸນນານຈີນພ້ອມກັນຈັດຂຶ້ນເທື່ອນີ້ເພື່ອຊອກຊ່ອງທາງສ້າງກົນໄກການຮ່ວມມືລະຫວ່າງຊາວຫນຸ່ມຈີນກັບບັນ ດາປະເທດອາຊຽນ, ເພີ່ມມິດຕະພາບ, ຂະຫຍາຍການຮ່ວມມື, ສ້າງເງື່ອນໄຂໃຫ້ຊາວຫນຸ່ມໄດ້ໄປມາຫາສູ່ກັນຢ່າງມີໄມຕີຈິດລະຫວ່າງຈີນກັບອາຊຽນ.
ທ່ານເຫີຊືຄາງ ຫົວຫນ້າຄະນະຜູ່ແທນຊາວຫນຸ່ມຈີນບອກວ່າ, ຜູ່ແທນຊາວຫນຸ່ມບັນດາປະເທດທີ່ມາຮ່ວມເທື່ອນີ້ຍັງຈະເປັນເອກະສັນກັນຜ່ານເອກະສານຄວາມປາຖະຫາຮ່ວມຂອງຊາວຫນຸ່ມຈີນອາຊຽນໃນພິທີອັດກອງປະຊຸມ.ທ່ານເວົ້າວ່າ:
ພວກຂ້າພະເຈົ້າຫວັງຜ່ານເວທີປາໄສເທື່ອນີ້ສ້າງເປັນບ່ອນໃຫ້ຊາວ ຫນຸ່ມຈີນອາຊຽນແລກປ່ຽນກັນ, ເປີດກວ້າງຊ່ອງທາງແລກປ່ຽນລະຫວ່າງໄວຫນຸ່ມ, ສ້າງກົນໄກໄລຍະຍາວ, ບັນລຸເປົ້າຫມາຍທີ່ພ້ອມກັນພັດທະນາ.
ໃນເວລາໃຫ້ສຳພາດຕໍ່ນັກຂ່າວ CRI,ທ່ານນາງໂກຢ້ຽນ ທີ່ປຶກສາກົມອາຊີກະຊວງການຕ່າງປະເທດຈີນເວົ້າວ່າ:
ປີ 2006 ແມ່ນປີທີ່ມີຄວາມຫມາຍສຳຄັນເປັນພິເສດໃນປະຫວັດການພົວພັນລະຫວ່າງຈີນກັບອາຊຽນ,ການພົວພັນລະຫວ່າງຈີນກັບອາຊຽນໄດ້ເຂົ້າສູ່ໄລຍະຂະຫຍາຍຕົວດີທີ່ສຸດໃນປະຫວັດສາດ.ຜູ່ແທນຊາວຫນຸ່ມຂອງຈີນແລະອາຊຽນເຕົ້າໂຮມກັນໃນເທື່ອນີ້, ການແລກປ່ຽນແນວຄິດແລະປຶກສາ, ຫາລືກັນຈະຊຸກຍູ້ການແລກປ່ຽນແລະຮ່ວມມືລະຫວ່າງຊາວຫນຸ່ມສອງຝ່າຍ, ປະກອບຄຳຄິດຄຳເຫັນໃຫ້ການເພີ່ມມິດຕະພາບລະຫວ່າງຈີນກັບອາຊຽນ,ນີ້ຈະເພີ່ມກຳລັງແຮງອັນໃຫມ່ເຂົ້າໃນການຍົກການພົວພັນຄູ່ຮ່ວມມືຍຸທະສາດຈີນອາຊຽນຢ່າງຮອບດ້ານ.
|