
ບໍ່ຮູ້ວ່າທ່ານເຄີຍຟັງນິທານອຸປະມາເລື່ອງໜຶ່ງຂອງເອຢິບບໍ່, ຄື: ມີໄທເລີແກຜູ້ໜຶ່ງ, ເກີດເປັນມື້ມາ, ມີແຕ່ນັ່ງຄຶດນອນຝັນຢາກລາບລວຍ. ຄ່ຳມື້ໜຶ່ງຈົນຝັນ, ຝັນວ່າຕົນເອງຢືນຢູ່ແຄມໜອງ, ໃນທັນໃດນັ້ນ, ມີຄົນຜູ້ໜຶ່ງໂປໂລຂຶ້ນຈາກໜ້ານ້ຳ, ຕົນໂຕປຽກອອດຍອບໝົດຄີງ, ເຂົາອ້າປາກ, ຄາຍຫຼຽນຄຳ ອອກມາຫຼຽນໜຶ່ງ, ແລະເວົ້າຕໍ່ໄທເລີແກຜູ້ນີ້ວ່າ:"ເຈົ້າຢາກລາບລວຍບໍ່? ມີຫຼຽນຄຳເປັນພັນເປັນໝື່ນຫຼຽນພວມລໍຖ້າເຈົ້າໄປເອົາ."
ໄທເລີແກຜູ້ນີ້ຟ້າວຖາມວ່າ: "ຢູ່ໃສ? ຢູ່ໃສ? ຢາກລວຍລະຕິ, ຂ້ອຍຄຶດຈົນຊິເປັນບ້າແລ້ວ."
"ດີແລ້ວ,"ຄົນຜູ້ຄາຍຫຼຽນຄຳອອກມາເວົ້າວ່າ"ຄັນເຈົ້າຢາກລາບລວຍ, ເຈົ້າຕ້ອງໄປອີສຟາຮານ."ເວົ້າແລ້ວ, ຄົນຜູ້ຢູ່ໃນນ້ຳຜູ້ນັ້ນຫາຍວັບໄປ.
ໄທເລີແກສະເດີດຕື່ນ, ພິກໄປພິກມາຈັ່ງໃດກໍ່ນອນບໍ່ຫຼັບອີກ. ເຂົາຄຶດວ່າ:"ໂອ້ຍ! ເທວະດາເອີ້ຍ, ອີສຟາຮານຢູ່ແປັກເຊີພຸ້ນ, ໄກປານນັ້ນ. ຂ້ອຍຊິໄປບໍ່? ຖ້າໄປ, ຂ້ອຍຕ້ອງໄປທາງແຫຼມອາລັບ, ຜ່ານອ່າວແປກເຊີ, ຍັງຕ້ອງຂຶ້ນພູປິນຜາຫຼາຍໜ່ວຍຈຶ່ງຈະຮອດ. ຂ້ອຍອາດຈະຕາຍຢູ່ກາງທາງ, ແຕ່ຖ້າຂ້ອຍບໍ່ໄປ, ໃນຊາດນີ້ຈັ່ງໃດຂ້ອຍກໍ່ລວຍບໍ່ໄດ້ດອກ. "
ຖ້າເຂົາໄປ, ເຂົາບໍ່ເຫັນວ່າຈະລາບລວຍແທ້, ໃຜຊິໄປເຊື່ອເລື່ອງໃນຝັນຈັກເທື່ອ? ແຕ່ຖ້າບໍ່ໄປ, ເຂົາຕ້ອງກິນແໜງແນ່ນອນ.
ສຸດທ້າຍ, ໄທເລີແກຜູ້ນີ້ຕົກລົງໄປສ່ຽງໂຊກ. ເຂົາໄດ້ປະສົບຄວາມທຸລະກັນດານນາໆປະການ, ໃນທີ່ສຸດໄດ້ຮອດອີສຟາຮານ.
ໂອ້ຍ! ຟ້າເອີ້ຍ! ອີສຟາຮານຈັ່ງແມ່ນທຸກຈົນແທ້ໆ, ຊ້ຳບໍ່ຫນຳ, ເຂົາຍັງໄດ້ພົບກອງປຸ້ນ, ເຄື່ອງຂອງມີຄ່າທີ່ຄາຄີງໄປໜ້ອຍກໍຍັງຖືກປຸ້ນເອົາໄປໝົດ.
ໃນເວລາຕຳຫຼວດທ້ອງຖິ່ນປະກົດເຫັນໄທເລີແກຜູ້ນີ້, ເຂົາເຫຼືອແຕ່ລົມຫາຍໃຈງາບໆຈົນຊິຕາຍແລ້ວ, ພວກຕຳຫຼວດໄປຫາອາຫານແລະນ້ຳໃຫ້ເຂົາກິນ, ຊ່ອຍກູ້ເອົາຊີວິດເຂົາໄວ້. ຕຳຫຼວດຖ້າມເຂົາວ່າ: ເຈົ້າມາແຕ່ໃສ?
"ຂ້ອຍມາແຕ່ເລີແກ"
"ໃສເກາະ? ເລີແກ? ເຈົ້າມາແຕ່ເມືອງທີ່ໄກປານນັ້ນ, ຮັ່ງປານນັ້ນ, ມາເມືອງທຸກຍາກພີ້ເຮັດຫຍັງ?"
ໄທເລີແກເລີຍຕອບວ່າ:"ເພາະຂ້ອຍຝັນເຫັນເທວະດາເພິ່ນຊີ້ແນະຂ້ອຍ, ໃຫ້ຂ້ອຍມາທີ່ນີ້, ເພິ່ນວ່າຈະຊອກໄດ້ຫຼຽນຄຳຫຼາກຫຼາຍ."
ເມື່ອຟັງແລ້ວ, ຫົວໜ້າກອງຕຳຫຼວດກໍຫົວອາກໆຂຶ້ນ, ເວົ້າວ່າ:"ໂອ້ຍ, ຈັ່ງແມ່ນຢາກຫົວເດ້, ຂ້ອຍໂລດຝັນເລື້ອຍໆວ່າຂ້ອຍມີບ້ານຫຼັງໜຶ່ງຢູ່ເລີແກ, ຢູ່ຫຼັງເຮືອນມີຕົ້ນໄມ້ເຈັດຕົ້ນແລະໂງ່ນຫີນໂງ່ນໜຶ່ງ, ຢູ່ຂ້າງໂງ່ນຫີນມີສະນ້ຳໜ່ວຍໜຶ່ງ, ຢູ່ພື້ນສະນີ້ມີຫຼຽນຄຳເຊື່ອງຊ້ອນຢູ່ຢ່າງຫຼາກຫຼາຍ! ເຈົ້າຈັ່ງແມ່ນເວົ້າໂລເລ, ຮີບໜີເມືອເລີແກພຸ້ນໄປ!"
ໄທເລີແກຜູ້ນີ້ໄດ້ກັບເມືອເລີແກດ້ວຍສອງມືເປົ່າ, ໃຜກໍ່ຫົວຂວັນວ່າເຂົາເປັນບ້າ. ແຕ່ພາຍຫຼັງເມືອບ້ານບໍ່ເທົ່າໃດມື້, ເຂົາໄດ້ກາຍເປັນຄົນຮັ່ງມີທີ່ສຸດຢູ່ເລີແກ.
ເພາະວ່າ, ຕົ້ນໄມ້ເຈັດຕົ້ນກັບສະນ້ຳທີ່ຕຳຫຼວດເວົ້ານັ້ນພໍດີຢູ່ຫຼັງບ້ານຂອງເຂົານັ້ນເອງ. ເຂົາຂຸດໄດ້ຫຼຽນຄຳເປັນພັນເປັນໝື່ນຫຼຽນຢູ່ພື້ນສະນ້ຳແທ້.
ດັ່ງນັ້ນ, ໄທເລີແກຜູ້ນີ້ໄປອີສຟາຮານໄປເສຍຖ້ຽວແລ້ວບໍ່? ບໍ່. ເພາະວ່າ, ຖ້າເຂົາບໍ່ໄປ, ເຂົາກໍ່ບໍ່ຮ່ອນຮູ້ວ່າມີຫຼຽນຄຳເຊື່ອງຢູ່ຫຼັງບ້ານຂອງຕົນ.
ພວກເຮົາທຸກຄົນ, ໃຜກໍ່ເຄີຍມີຄວາມຝັນຕ່າງໆນາໆ, ແລະຄວາມຝັນເຫຼົ່ານີ້ເກືອບວ່າຈະເປັນໄປບໍ່ໄດ້ເລີຍ, ສະນັ້ນ, ມີຫຼາຍຄົນຈະເກີດຄວາມສົງໄສ, ສຸດທ້າຍ, ຍ້ອນຢ້ານຄວາມທຸກຍາກລຳບາກູບົນເສັ້ນທາງພະຍາຍາມເພື່ອສະແຫວງຫາຄວາມຝັນ, ຈຶ່ງປະລະຄວາມພະຍາຍາມ, ຄວາມຝັນກໍ່ເປັນພຽງແຕ່ຄວາມຝັນຕະຫຼອດໄປ, ບໍ່ຫ່ອນມີມື້ກາຍເປັນເລື່ອງຈິງ. ໄທເລີແກໃນນິທານດັ່ງກ່າວໂຊກດີທີ່ເທວະດາຊີ້ແນະໃນຄວາມຝັນ, ແຕ່ໃຜກໍ່ບໍ່ສາມາດຮູ້ຄັກແນ່ວ່າ, ຄວາມຝັນນັ້ນເປັນໜ້າເຊື່ອຫຼືບໍ່, ຖ້າປ່ຽນຜູ້ໃໝ່ເຂົາອາດຈະລັ່ງເລໃຈ, ແລະຕ້ອງເສຍຄ່າຕອບແທນອັນມະຫາສານ, ເມື່ອໄທເລີແກຜູ້ນີ້ໄປຮອດອີສຟາຮານ,ເຂົາບໍ່ພຽງແຕ່ສິ້ນເນື້ອປະດາຕົວ, ຫາກຍັງເກືອບຕາຍ. ແຕ່ວ່າ, ຖ້າເຂົາຢູ່ແຕ່ເລີແກບໍ່ໄປອີສຟາຮານ, ບໍ່ມີປະສົບການເຫຼົ່ານີ້, ເຂົາກໍບໍ່ຫ່ອນໄດ້ຊັບສົມບັດທີ່ຕົນຫວັງຢາກໄດ້ເດັດຂາດ.
ຄົນທັງຫຼາຍມັກເວົ້າວ່າ, ຊີວິດຂອງຄົນກໍ່ເໝືອນດັ່ງສີ່ລະດູການ, ມີແຕ່ໄດ້ຜ່ານການປົ່ງໜໍ່ຈໍ່ໃບໃນລະດູໃບໄມ້ປົ່ງ, ເກີດດອກອອກຜົນໃນລະດູຮ້ອນແລ້ວຈິ່ງຈະໄດ້ຜົນເກັບກ່ຽວອຸດົມສົມບູນໃນລະດູໃບໄມ້ຫຼົ່ນ. ເຖິງວ່າຂະບວນການສະແຫວງຫາແມ່ນລຳບາກທີ່ສຸດ, ແຕ່ກໍມີແຕ່ຜ່ານປະສົບການອັນລຳບາກແບບນີ້ແລ້ວຈຶ່ງຈະໄດ້ຮັບຜົນສຳເລັດໃນຂັ້ນສຸດທ້າຍ. ສະນັ້ນ, ໃນເວລາເຮົາຢູ່ໃນຄວາມລຳບາກນັ້ນ, ຈົ່ງຢ່າເຫັນໄປໃນແງ່ຮ້າຍ, ເພາະວ່າ, ຄົນເຮົາມີແຕ່ໄດ້ປະສົບຄວາມທຸກຄວາມສຸກນາໆປະການແລ້ວ, ຈຶ່ງຈະຮູ້ຄວາມໝາຍແທ້ຈິງຂອງຊີວິດ, ເກັບກ່ຽວຊັບສົມບັດແຫ່ງຊີວິດ.
|