ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-14 21:11:46    
ແມ່ຍິງໂລກອິສລາມ

cri

ເມ່ືອເວົ້າເຖິງແມ່ຍິງໂລກອິສລາມແລ້ວ,ພາບພົດອັນເລິກເຊ່ິງກວ່າໝູ່ອາດຈະແມ່ນເສື້ອ
ຜ້າອາພອນຂອງພວກເຂົາເຈົ້າ.ຄຳທ່ີວ່າ ຮາຈາບ ກໍແມ່ນຜ້າປົກຫົວຂອງແມ່ຍິງມຸສລິມ
ນັ້ນເອງ.ແຕ່ຄວາມໝາຍຂອງຄຳດ່ັງກ່າວແມ່ນເກີນປະລິທັດທ່ີວ່າ"ຜ້າປົກຫົວ"ນີ້ຕັ້ງຫຼວງ
ຫຼາຍ,ເພາະວ່າມັນແມ່ນຊ່ືລວມຂອງເຄ່ືອງນຸ່ງຖື ການປະພຶດແລະແບບວິທີເຊ່ືອຖືຢ່າງ
ນ່ືງ.

ແມ່ຍິງມຸສລິມເວົ້າແທ້ໆແລ້ວ ແມ່ນຕ້ອງຫຸ້ມຫ່ໍໝົດຕົນໝົດໂຕແລະເອົາຜ້າປົກຫົວບັງ
ໜ້າໝົດ,ເຄ່ືອງນຸ່ງຂອງເຂົາເຈົ້າຕ້ອງກ້ວາງຫົຼມ,ບ່ໍໃຫ້ນຸ່ງແບບຮັດທ່ີເຮັດໃຫ້ເຫັນຮູບ
ຮ່າງຂອງແມ່ຍິງ.ບ່ໍໃຫ້ນຸ່ງແນວບາງໆຈົນເຫັນເນື້ອເຫັນກາຍ,ບ່ໍໃຫ້ເຫັນຜິວພັນຂອງ
ແມ່ຍິງ,ບ່ໍໜຳຈົນຮອດສີສັນແລະແບບເຄ່ືອງນຸ່ງກໍເຮັດແບບລຽບໆທ່ີສຸດເທ່ົາທ່ີເຮັດໄດ້,
ເພ່ືອຫີຼກເວັ້ນຄວາມເອົາໃຈໃສ່ຂອງຜູ່ອ່ືນ.

ເມ່ືອສັດຕະວັດທີ 7,ຫັຼກສິນທຳທ່ີມູຮາມມັດ ນາບີ ຂອງໂລກອິສລາມວາງອອກນັ້ນ
ສ່ວນໃຫຍ່ແມ່ນກ່ຽວພັນເຖິງຖານະຂອງແມ່ຍິງໂລກອາລາບ.ສາສະໜາອິສລາມເກືອດ
ຫ້າມຝັງເດັກແດງເພດຍິງທັງເປັນທ່ີ່ແມ່ບ່ໍຢາກລ້ຽງ.ກົດໝາຍອິສລາມຍັງກຳນົດວ່າ,
ການໃຫ້ເດັກຍິງໄດ້ຮັບການສຶກສານັ້ນແມ່ນພັນທະອັນສັກສິດ,ແມ່ຍິງມີສິດສືບຊັບສິນ
ມູນມັງ.

ຄຳພີໂກລານປະກາດວ່າ,ສິດສືບທອດຊັບສິນຂອງລູກສາວແມ່ນເຄ່ິງນ່ືງຂອງລູກຊາຍ,
ໃບພິຍານຂອງແມ່ຍິງໃນສານ ມີຜົນທ່ໍກັບເຄ່ິງນ່ືງຂອງໃບພິຍານຂອງຜູ່ຊາຍ, ໃນໂລກ
ອິສລາມ,ຜູ່ຍິງໃຫ້ເອົາຜົວພຽງຜູ່ດຽວ, ສ່ວນຜູ່ຊາຍພັດອະນຸຍາດໃຫ້ເອົາເມຍໄດ້ 4 ຄົນ,
ແລະໄວກະສຽນແຕ່ງດອງຂອງເພດຍິງແມ່ນອ່ອນນ້ອຍຫຼາຍ.

ໃນໂລກອິສລາມຊູ່ມື້ນີ້ ຖ້າຜູ່ເປັນເມຍຮ້ອງຂໍຢາກຢ່າຮ້າງ,ກໍມັກພົບຄວາມຫຍຸ້ງຍາກ
ຫຼາຍຊັ້ນຫຼາຍຫືຼບ,ແຕ່ຢູ່ບາງທ້ອງຖ່ິນ,ຜູ່ເປັນຜົວພຽງແຕ່ເອ່ີຍຂື້ນວ່າຂ້ອຍຢາກຢ່າຮ້າງ
ກັບເຈົ້າສາມເທ່ືອທ່ໍນັ້ນ,ກໍຫຸຼດພົ້ນອອກຈາກການເປັນຄອບຄົວນຳກັນໄດ້ໂລດ.ເຖິງວ່າ
ຢູ່ປະເທດມຸສລິມສ່ວນຫຼາຍ,ຫັຼງຈາກຢ່າຮ້າງກັນແລ້ວຜູ່ຍິງແມ່ນມີສິດໄດ້ເງິນຄ່າລ້ຽງດູ,
ແຕ່ວ່າຢູ່ປາກີສະຖານ,ເງິນລ້ຽງດູແມ່ນໃຫ້ແຕ່3 ເດືອນ,ເພ່ືອຮັບປະກັນວ່າແມ່ຍິງຜູ່ນັ້ນ
ຍັງບ່ໍທັນຖືພາ.

ໃນໂລກນີ້ແຕ່ລະປີມີແມ່ຍິງອິສລາມຫຼາຍຮ້ອຍຄົນເສຍຊີວິດຍ້ອນຊ່ືສຽງຮຽງນາມ.ຜູ່ຍິງ
ຖືກຜົວຫືຼພ່ີນ້ອງຂ້າຕາຍຍ້ອນສົງໄສວ່າບ່ໍບໍລິສຸດ, ທາງສັງຄົມກໍມັກລົງໂທດຄາດຕະ
ກອນເຫົ່ຼານີ້ໃນສະຖານເບົາ,ຄຳພີໂກລານສ່ັງສອນຜູ່ຍິງຕ້ອງຮັບປະກັນຄວາມຖະໜອມ
ຖ່ອມຕົວ,ບ່ໍໃຫ້ສະແດງຄວາມງາມຂອງພວກເຂົາເຈົ້າຫືຼປືດຜ້າບັງໜ້າຂອງເຂົາເຈົ້າ.ຮຽກຮ້ອງໃຫ້ແມ່ຍິງຈະຢູ່ແຫ່ງໃດກໍຕ້ອງປົກຮ່າງບັງຄີງຂອງຕົນ,ເພ່ືອປ້ອງກັນບ່ໍໃຫ້ຜູ່
ຊາຍຄົນອ່ືນທ່ີບ່ໍແມ່ນຜົວຂອງຕົນເກີດກາມມະຕັນຫາ.ຜູ່ຍິງອາລາບີຊາອູດິດແມ່ນມັກ
ນຸ່ງເສື້ອຍ່າມດຳໂຕກ້ວາງໆ,ແລະເອົາແພດຳປົກຫົວປົກໜ້າ,ຜູ່ຍິງອີລັງແລະຊູດັງແມ່ນ
ເບີຍໜ້າເຂົາເຈົ້າໄດ້, ແຕ່ຕ້ອງປົກຫົວແລະຄໍ.

ຢູ່ປະເທດອິສລາມສ່ວນຫຼາຍ,ຜູ່ຍິງຈະນຸ່ງເຄ່ືອງແນວໃດກໍຍັງໃຫ້ເລືອກໄດ້ຢູ່ຜູ່ຍິງຈຳ
ນວນນ່ືງເຊ່ິງລວມທັງຜູ່ນິຍົມສິດແມ່ຍິງນັ້ນແມ່ນມັກນຸ່ງໂສ້ງເສື້ອດັ້ງເດີມ,ນ່ືງແມ່ນຍ້ອນ
ພວກເຂົາເຈົ້າມັກໂສ້ງເສື້ອແນວນີ້, ສອງແມ່ນຍ້ອນຜ້າປົກໜ້າຈະເຣັດໃຫ້ເຂົາເຈົ້າຫີຼກ
ສາຍຕາອັນເປັນຕາຊັງແລະການລົບກວນທາງເພດຂອງຜູ່ຊາຍຈຳນວນນ່ືງ,ແຕ່ຜູ່ຍິງ
ສ່ວນຫຼາຍທ່ີຕ້ອງບັງຮ່າງຄີງຂອງຕົນນັ້ນແມ່ນຍ້ອນກຳລັງໜີບຈາກວັດທະນະທຳແລະ
ຄອບຄົວ.

ຄວາມຢ້ານການກະທຳທ່ີບ່ໍບໍລີສຸດຂອງຜູ່ຍິງກໍເປັນອັນຈຳກັດຜູ່ຍິງມຸສລິມອອກໄປເຮັດ
ວຽກຢູ່ທາງນອກ, ແຕ່ຢູ່ບາງປະເທດ, ແມ່ຍິງແມ່ນມີເສລີພາບຫຼາຍົມຄວນ,ຢູ່ປະເທດອີ
ລັງ,ແມ່ຍິງແມ່ນຂັບລົດໄດ້, ເຮັດການຊື້ຂາຍຊັບສິນ,ດຳເນີນທຸລະກິດຂອງຕົນ,ເຂົ້າຮ່ວມ
ການເລືອກຕັ້ງແລະເຮັດວຽກຢູ່ອົງການປົກຄອງຢູ່ຕາມຖະໜົນຂອງອີລັງ,ຍາມກາງ
ເວັນແລະກາງຄືນກໍເຫັນແມ່ຍິງແຫຍ້ກັນເຕັມໄປໝົດ,ພວກເຂົາເຈົ້າມີແຮງງານກວ່າ
25%,ມີລັດຖະກອນກວມ 1/3,ມີຈຳນວນນັກສຶກສາກວມ 54%,ແຕ່ວ່າແມ່ຍິງອີລັງກໍ
ຍັງຄືກັບແມ່ຍິງສ່ວນຫຼາຍຢູ່ບ່ອນທ່ີຖືກຫ້າມບ່ໍໃຫ້ໄປທ່ອງທ່ຽວຕ່າງປະເທດຖ້າຫາກບ່ໍ
ໄດ້ຮັບອະນຸຍາດຈາກຜົວຫືຼຜູ່ເປັນພ່ໍ.

ຂະບວນການປົວແປງຖານະຂອງແມ່ຍິງກໍພວມດຳເນີນຢູ່ຢ່າງຊັກຊ້າ.ເມ່ືອປີ 1999,
ເຈົ້າຊີວິດໂກເວັດຊົງພະລາຊະດຳລັດໃຫ້ແມ່ຍິງມີສິດເລືອກຕັ້ງແລະສິດເຂົ້າເປັນສະ
ມາຊິກສະພາແຫ່ງຊາດເປັນຄັ້ງທຳອິດ. ພະລາຊະດຳລັດດ່ັງກ່າວແມ່ນນ່ືງບ່ໍມີສອງຢູ່
ເຂດອ່າວເປິເຊຍ.ແຕ່ວ່າຝ່າຍຮັກສາເດີມໃນສະພາແຫ່ງຊາດພັດສະກັດກັນບ່ໍປະຕິບັດ
ພະລາຊາະດຳລັດດ່ັງກ່າວ.ລັດຖະບານມາລົກກໍກຽມໃຫ້ແມ່ຍິງມີສິດຫຼາຍກວ່າເກົ່າໃນ
ດ້ານສ້າງຄອບຄົວແລະດ້ານຊັບສິນ,ພ້ອມທັງໃຫ້ພວກເຂົາເຈົ້າເສີມຂະຫຍາຍບົດບາດ
ໃນສະພາ,ແຕ່ວ່າພວກຮັກສານິກາຍເດີມພັດຄັດຄ້ານມາດຕະການເຫົ່ຼານີ້.

ແມ່ຍິງສຸມລິມກໍເລ່ິມສະແຫວງຫາການປົດປ່ອຍທາງດ້ານການເມືອງ, ລວມທັງເຂົ້າ
ຮ່ວມການເລືອກຕັ້ງເຈົ້າໜ້າທ່ີອົງການປົກຄອງ,ຢູ່ຊີເລຍ,ໃນຈຳນວນສະມາຊິກສະພາ
ແຫ່ງຊາດ 250 ຄົນ ກໍມີ 26 ຄົນແມ່ນເພດຍິງ. ຢູ່ອີລັກ,ໃນຈຳນວນສະມາຊິກສະພາ
250ຄົນກໍມີ 19 ຄົນແມ່ນເພດຍິງ.ໃນ 4 ປະເທດມຸສລິມ ກໍມີຜູ່ຍິງເປັນຜູ່ນຳພາ.ປະມຸກ
ລັດເພດຍິງຂອງປາກີສະຖານ ບັງກຼາເດັດແລະອິນເດຍໄດ້ພົ້ນເດັ່ນຂື້ນຫັຼງຈາກບິດາຫືຼ
ສາມີເສຍຊີວິດແລ້ວ. ແຕ່ທ່ານນາງຕັນຊູ-ຊິນແລ ທ່ີດຳລົງຕຳແໜ່ງນາຍົກລັດຖະມົນຕີ
ກວກກີ ແຕ່ປີ 1993 ຮອດປີ 1995ນັ້ນ ພັດແມ່ນອີງໃສ່ກຳລັງຂອງຕົນເອງທັງໝົດ.

ເມ່ືອທຽບກັບລະດັບເອີລົບແລ້ວ, ແມ່ຍິງຕວກກີແມ່ນມີສິດເສລີພາບອ່າວສູງກ່ວາ,ລັດທິ
ເສລີຂອງຕວກກີແມ່ນທ່ານມຸສຕາຟາ-ຄາບໂມຜູ່ປູພື້ນສ້າງສາທາລະນະລັດຕວກກີເປັນ
ຜູ່ລິເລ່ິມສ່ົງເສີມ.ເພ່ິນໄດ້ດັດແປງນະໂຍບາຍເຮັດຕາມປະເພນີ, ແລ້ວນຳເອົາສິດມາໃຫ້
ແມ່ຍິງທ່ີໃນໂລກມຸສລິມບ່ໍເຄີຍມີມາກ່ອນ.ສະພາຕວກກີໄດ້ປະຕິຮູບກົດໝາຍຄອບຄົວ
ຕ່ືມອີກ.ແຕ່ກ່ອນ,ຜູ່ຊາຍແມ່ນມີກຳມະສິດເປັນເຈົ້າຂອງຊັບສິນໃນຄອບຄົວທັງໝົດ,ສາ
ມາດຕົກລົງບັນຫາຂອງລູກເຕົ້າໂດຍຝ່າຍດຽວ.ດຽວນີ້ສະພາບພັດຕ່າງແລ້ວ,ກົດໝາຍ
ໄດ້ກຳນົດຊັບສິນຮ່ວມກັນໃນຄອບຄົວ, ໄດ້ຍົກໄວແຕ່ງດອງຂອງເພດຍິງຂື້ນແຕ່ອາຍຸ
15 ຮອດ 18 ປີ.

ຢູ່ໂລກອິສລາມ,ແມ່ຍິງພວມໄດ້ໄຊຊະນະໃຫ່ຍຫືຼນ້ອຍຕ່າງກັນ.ຫ່ວາງມ່ໍໆນີ້,ສະພາອິສ
ລາມໄດ້ອະນຸຍາດໃຫ້ແມ່ຍິງໂສດອອກໄປຮຽນຕ່ໍຢູ່ຕ່າງປະເທດຖ້າພ່ໍຂອງຜູ່ກ່ຽວຫາກ
ອະນຸຍາດ, ບັງກຼາເດັດຍັງໄດ້ຜ່ານມະຕິໃຫ້ເພ່ີມທະວີການລົງໂທດຕ່ໍອາດຊະຍາກຳທ່ີ
ປະພຶດຕ່ໍຜູ່ຍິງ,ລວມທັງການຂົ່ມຂືນທຳສຳເລົາ, ການລັກພາຕົວແລະການໂຈມຕີດ້ວຍ
ກົດກຳມະຖັນ,ຢູ່ກາຕາແລະບາເລນ,ແມ່ຍິງແມ່ນມີສິດເຂົ້າຮ່ວມການເລືອກຕັ້ງສະພາ
ເທດສະບານ.

ແຕ່ວ່າຈົນມາຮອດຊູ່ມື້ນີ້,ຢູ່ອາລາບີ ຊາອູດິດ ນັກຂ່າວເພດຍິງກໍຍັງບ່ໍທັນໄດ້ຮັບການ
ຮັບຮູ້ຈາກສັງຄົມທັງໝົດເທ່ືອ, ພວກເຂົາເຈົ້າຍັງໃຊ້ຜ້າປົກໜ້າໄປສຳພາດຂ່າວ.ໃນກອງ
ປະຊຸມຂ່າວ,ນັກຂ່າວເພດຍິງຕ້ອງນ່ັງຢູ່ຫ້ອງນ້ອຍໆຢູ່ຂ້າງຫັ້ນ,ເພ່ືອເບ່ິງສະພາບຈາກ
ເຄ່ືອງຕິດຕາມທາງໂທລະພາບ,ແລະຕັ້ງບັນຫາຖາມຄືນັກຂ່າວເພດຊາຍບ່ໍໄດ້.ຖ້າຫາກ
ມີໜ້າທ່ີສຳພາດຂ່າວສຳຄັນແລ້ວ, ນັກຂ່າວເພດຍິງແມ່ນມັກຖືກປັດເຂ່ຍບ່ໍໃຫ້ເຂົ້າຮ່ວມ
ເລື້ອຍໆ.