ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-15 17:08:29    
ຂົວ​ທາງ​ອາ​ກາດ​060814(ສຽງ)

cri

ຫວ່າງ​ມໍ່ໆ​ນີ້,ພວກ​ເຮົາ​ໄດ້​ຮັບ​ຈົດໝາຍ​ຂອງ​ນ້ອງ​ສະຫຼອງ​ໄຊ ທີ່ບ້ານຫາດໄດ ເມືອງປາກ​ລາຍ​ແຂວງ​ໄຊ​ຍະ​ບູລີ​,​ໃນ​ຈົດໝາຍ,ນ້ອງ​ສະຫຼອງ​ໄຊຂຽນ​ວ່າ,ນ້ອງ​​ເອງ​ແມ່ນ​ຜູ້​ໜຶ່ງ​ຕິດຕາມ​ລາຍການ​CRIມາ​ໂດຍ​ຕະຫຼອດ,​ແຕ່​ນ້ອງ​ເອງ​ບໍ່​ເຄີຍ​ຂຽນ​ຈົດໝາຍ​ມາ​ຮ່ວມ​ລາຍການ​ຈັກ​ເທື່ອ.​ເທື່ອ​ນີ້​ເປັນ​ເທື່ອ​ທຳ​ອິດ,ຫວັງ​ວ່າCRIຄົງ​ຈະ​ບໍ່​ລັງກ​ຽດ.​ໃນ​ຈົດໝາຍ​ນ້ອງສະຫຼອງ​ໄຊ​ຍັງ​ໄດ້​ສະ​ແດງ​ຄວາມ​ເຫັນ​ຂອງ​ນ້ອງ​ຕໍ່​ລາຍການ​ຂອງ​ພວ​ກ​ເຮົາ ​ໂດຍຂ​ຽນວ່າ,ລາຍ​ການ​CRI​ເປັນ​ລາຍ​ການທີ່​ນ້ອງ​ມັກ​ຟັງ,​ເພາະ​ມັນ​ມີ​ຄວາມ​ຮູ້​ອັນ​ແປກໆ​ໃໝ່ໆ​ຢູ່​ຕະຫຼອດ,ນ້ອງ​ມັກ​ລາຍການ​CRIຫຼາຍ,ທຸກ​ມື້​ນ້ອງ​ຈະ​ນັ່ງ​ຟັງ​ລາຍການ,ຟັງ​ນ້ຳສຽງອັນ​ມ່ວນໆ​ຂອງ​ໂຄສົກ​ທຸກ​ຄົນ.

ພວກ​ເຮົາ​ຮູ້​ສຶກດີ​ໃຈ​ທີ່ຜູ້​ຟັງ​ໄດ້ສົ່ງຈົດໝາຍມາແລກປ່ຽນ​ຄວາມ​ຄິດ​ຄວາມເຫັນ​ຕໍ່​ລາຍການ​ຂອງພວກ​ເຮົາ.ຂອບ​ໃຈ​ນ້ອງ​ສະຫຼອງ​ໄຊ​ທີ່ຂຽນ​ຈົດໝາຍ​ຮ່ວມ​ລາຍການ​ພວກເຮົາ,ຍິນ​ດີ​ຕ້ອນຮັບ​ ທຸກ​ຄົນ​ທີ່ຕິດ​ຕໍ່ພົວພັນ​ກັບ​ພວ​ກ​ເຮົາ.​ໃນ​ຈົດ​ໝາຍ,ທ່ານ​ສາມາດ​ສະ​​ແດ​ງ​ຄວາມ​ເຫັນ​ແລະ​ຂໍ້​ສະ​ເໜີ​ຂອງ​ທ່ານ,ພ້ອມກັນ​ນັ້ນ,ຖ້າວ່າ​ທ່ານ​ມີຄຳ​ຖາມຫຍັງກໍ່​ຂໍ​ໃຫ້ຝາກ​ຈົດໝາຍ​ມາຫາພວກ​ເຮົາ,ແລະພວ​ກ​ເຮົາ​ຈະ​ພະຍາຍາມ​ຕອນ​ໃຫ້​ທ່ານ.ທ່ານ​ຍັງ​ສາມາດ​ຕິດ​ຕໍ່​ກັບ​ພວກ​ເຮົາ​ດ້ວຍໂທລະ​ສັບ​,ຂໍ້ຄວາມ​ສັ້ນ​ຂອງໂທລະສັບມືຖືແລະe-mail,ນ້ຳເບີ​ໂທຂອງ​ພວກເຮົາແມ່ນ​0086-10-68892147ຫຼື​0086-10-68892148,​​ຫຼື​ທ່ານ​ຈະ​ສົ່ງ​ຂໍ້ຄວາມ​ສັ້ນ​ເຂົ້າ​ໂທລະສັບ​ມື​ຖື​ຂອງ​ພວ​ກ​ເຮົາ​ຢູ່​ປະ​​ເທດ​ລາວ​ກໍ່​ໄດ້,ໝາຍ​​ເລກແມ່ນ5301264, ຫຼື​ທາງe-mailຂອງ​ພວກ​ເຮົາ​ແມ່ນlao@chinabroadcast.cn.ສ່ວນ​ ຖ້າວ່າ​ທ່ານ​ຂຽນ​ຈົດໝາຍ,ຂໍ​ໃຫ້​ຝາກ​ມາChina Radio​ International,The Laos Service,ຕູ້​ໄປສະນີ4216​CRI,ລະຫັດ​ໄປສະນີ100040.

ສຸດ​ທ້າຍ,ພວກ​ເຮົາຂໍ​ຈັດ​ເພງ​ມ່ວນໆ​ເພງ​ໜຶ່ງ​ມອບ​ໃຫ້​ນອງ​ສະຫຼອງ​ໄຊ​ແລະ​ຜູ້​ຟັງ​ທຸກ​ທ່ານ​ທີ່​ພວມ​ຟັງ​ລາ​ຍການ​ຢູ່​ໃນ​ຂະນະ​ນີ້,​ເພງ​ນີ້​ຊື່ວ່າ"​​ເຢີ້ນ​ເຈີ່ນ​ເຕີ​ສວຍ",​​ແປ​ວ່າ"ຫິມະ​ທີ່​ເອົາ​ຈິງ​ເອົາ​ຈັງ",ຫວັງ​ວ່າ​ທ່ານ​ຄົງ​ຈະ​ມັກ.